ປະຖົມມະການ15
ພັນທະສັນຍາຂອງພຣະເຈົ້າຢາເວກັບອັບຣາມ
1ຫລັງຈາກນີ້, ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງອັບຣາມໃນນິມິດວ່າ:“ຢ່າຢ້ານເລີຍ ອັບຣາມເອີຍ.ເຮົາເປັນໂລ່ ຂອງເຈົ້າ,ເປັນບຳເໜັດຍິ່ງໃຫຍ່ ຂອງເຈົ້າ”.2ແຕ່ອັບຣາມຕອບວ່າ, “ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ, ພຣະອົງຈະໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍຍັງບໍ່ມີລູກ ແລະ ຜູ້ທີ່ຈະສືບທອດມໍລະດົກ ຂອງຂ້ານ້ອຍກໍຄືເອລີເອເຊີຊາວດາມັສກັດ?”3ແລະ ອັບຣາມໄດ້ເວົ້າວ່າ, “ພຣະອົງບໍ່ໄດ້ໃຫ້ລູກແກ່ຂ້ານ້ອຍເລີຍ; ດັ່ງນັ້ນ ຄົນຮັບໃຊ້ໃນຄົວເຮືອນຂອງຂ້ານ້ອຍຈະເປັນຜູ້ຮັບມໍລະດົກຂອງຂ້ານ້ອຍ”.4ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງເພິ່ນວ່າ: “ຊາຍຜູ້ນີ້ຈະບໍ່ໄດ້ເປັນຜູ້ຮັບມໍລະດົກຂອງເຈົ້າ, ແຕ່ລູກທີ່ເກີດຈາກເນື້ອໜັງ ແລະ ເລືອດຂອງເຈົ້າເອງຈະເປັນຜູ້ຮັບມໍລະດົກຂອງເຈົ້າ”.5ພຣະອົງໄດ້ນຳເພິ່ນອອກໄປຂ້າງນອກ ແລະ ກ່າວວ່າ, “ຈົ່ງເງີຍໜ້າຂຶ້ນເບິ່ງທ້ອງຟ້າແລ້ວນັບດວງດາວເບິ່ງ ຖ້າເຈົ້າສາມາດນັບດາວເຫລົ່ານັ້ນໄດ້”. ແລ້ວພຣະອົງໄດ້ກ່າວກັບເພິ່ນວ່າ, “ເຊື້ອສາຍ ຂອງເຈົ້າກໍຈະເປັນເຊັ່ນນັ້ນແຫລະ”.6ອັບຣາມເຊື່ອພຣະເຈົ້າຢາເວ ແລະ ພຣະອົງຖືວ່າເພິ່ນເປັນຄົນຊອບທຳເພາະຄວາມເຊື່ອນີ້.7ພຣະອົງກ່າວກັບເພິ່ນເໝືອນກັນວ່າ, “ເຮົາຄືພຣະເຈົ້າຢາເວ, ຜູ້ທີ່ນຳເອົາເຈົ້າອອກມາຈາກເມືອງອູເຣຂອງຊາວຄານເດອານ ເພື່ອຈະມອບດິນແດນນີ້ໃຫ້ເຈົ້າຄອບຄອງ”.8ແຕ່ອັບຣາມຕອບວ່າ, “ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ, ຂ້ານ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ານ້ອຍຈະໄດ້ຄອບຄອງດິນແດນນັ້ນ?”9ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເວົ້າກັບເພິ່ນວ່າ, “ຈົ່ງນຳງົວແມ່, ແບ້ ແລະ ແກະຜູ້ຢ່າງລະໂຕ ເຊິ່ງແຕ່ລະຢ່າງມີອາຍຸສາມປີ ພ້ອມທັງນົກເຂົາ ແລະ ນົກກາງແກໜຸ່ມຢ່າງລະໂຕມາໃຫ້ເຮົາ”.10ອັບຣາມໄດ້ນຳເອົາສັດເຫລົ່ານີ້ທັງໝົດມາຖວາຍແກ່ພຣະອົງ ໂດຍຜ່າເຄິ່ງເປັນສອງປ່ຽງ ແຕ່ລະປ່ຽງວາງໄວ້ກົງກັນຂ້າມກັນ ສ່ວນນົກນັ້ນເພິ່ນບໍ່ໄດ້ຜ່າເຄິ່ງ.11ແລ້ວຝູງແຮ້ງກໍບິນລົງມາເທິງຊາກສັດເຫລົ່ານັ້ນ, ແຕ່ອັບຣາມໄລ່ພວກມັນອອກໄປ.12ຂະນະທີ່ຕາເວັນກຳລັງຕົກດິນນັ້ນ, ອັບຣາມກໍນອນຫລັບສະໜິດ ແລະ ຄວາມມືດໜາອັນໜ້າຢ້ານກໍມາປົກຄຸມເພິ່ນ.13ແລ້ວພຣະເຈົ້າຢາເວໄດ້ກ່າວກັບເພິ່ນວ່າ, “ຈົ່ງຮູ້ຢ່າງແນ່ນອນວ່າເຊື້ອສາຍຂອງເຈົ້າຈະເປັນຄົນແປກໜ້າໃນປະເທດທີ່ບໍ່ເປັນຂອງພວກເຂົາເອງ ແລະ ພວກເຂົາຈະຕົກເປັນຂ້າທາດແລ້ວຈະຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີຢູ່ທີ່ນັ້ນ.14ແຕ່ເຮົາຈະລົງໂທດຊົນຊາດທີ່ພວກເຂົາເປັນຂ້າທາດຮັບໃຊ້ນັ້ນ, ແລ້ວຫລັງຈາກນັ້ນພວກເຂົາຈະອອກມາພ້ອມດ້ວຍຊັບສົມບັດຢ່າງຫລວງຫລາຍ.15ເຖິງຢ່າງໃດກໍຕາມ ສ່ວນເຈົ້ານັ້ນ ຈະຕາມໄປຫາບັນພະບຸລຸດຂອງເຈົ້າຢ່າງສະຫງົບສຸກ ແລະ ຖືກຝັງໄວ້ເມື່ອອາຍຸແກ່ຫລາຍແລ້ວ.16ເຊື້ອສາຍຂອງເຈົ້າລຸ້ນທີສີ່ຈະກັບຄືນມາທີ່ນີ້, ເພາະຄວາມບາບຂອງຊາວອາໂມຍັງບໍ່ເຕັມຂະໜາດ”.17ເມື່ອຕາເວັນຕົກແລ້ວ ແລະ ຄວາມມືດກໍເຂົ້າມາປົກຄຸມ, ແລ້ວກໍມີໝໍ້ໄຟພ້ອມກັບທວນໄຟທີ່ມີແປວໄຟລຸກຢູ່ປາກົດຂຶ້ນ ແລະ ເຄື່ອນຜ່ານໄປລະຫວ່າງຊິ້ນສ່ວນຕ່າງໆ.18ໃນວັນນັ້ນ ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບອັບຣາມ ແລະ ໄດ້ກ່າວວ່າ, “ເຮົາມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ, ຈາກວາດີ ຂອງເອຢິບໄປຈົນເຖິງແມ່ນ້ຳໃຫຍ່ເອີຟຣັດ19ຄືດິນແດນຂອງຊາວເກນິດ, ຊາວເກນິດຊີ, ຊາວກັດໂມ,20ຊາວຮິດຕີ, ຊາວເປຣິຊີ, ຊາວເຣຟາອິມ,21ຊາວອາໂມ, ຊາວການາອານ, ຊາວກີກາຊີ ແລະ ຊາວເຢບຸດ”.Biblica, Inc.