ປະຖົມມະການ14
ອັບຣາມຊ່ວຍຊີວິດໂລດ
1ໃນເວລານັ້ນ ເມື່ອອຳຣາເຟນເປັນກະສັດແຫ່ງຊີນາ, ອາຣິໂອກກະສັດແຫ່ງເອນລາຊາ, ເຄໂດລາໂອເມກະສັດແຫ່ງເອລາມ ແລະ ຕີດານກະສັດແຫ່ງກົວອິມ,2ກະສັດເຫລົ່ານີ້ໄດ້ພາກັນໄປສູ້ຮົບກັບເບຣາກະສັດແຫ່ງໂຊໂດມ, ບີຊາກະສັດແຫ່ງໂກໂມຣາ, ຊີນັບກະສັດແຫ່ງອັດມາ, ເຊເມເບກະສັດແຫ່ງເຊບົວອິມ ແລະ ກະສັດແຫ່ງເບລາ (ຄືເມືອງໂຊອາ).3ຕໍ່ມາກະສັດທັງໝົດເຫລົ່ານີ້ໄດ້ຮວມກຳລັງກັນຢູ່ທີ່ຮ່ອມພູສິດດິມ (ຄືຮ່ອມພູທະເລຕາຍ).4ເປັນເວລາສິບສອງປີທີ່ກະສັດເຫລົ່ານີ້ໄດ້ຂຶ້ນກັບກະສັດເຄໂດລາໂອເມ, ແຕ່ໃນປີທີສິບສາມພວກເພິ່ນໄດ້ພາກັນກະບົດ.5ໃນປີທີສິບສີ່ ກະສັດເຄໂດລາໂອເມ ແລະ ກະສັດທີ່ເປັນພັນທະມິດກັບເພິ່ນຈຶ່ງໄດ້ອອກໄປ ແລະ ຊະນະຊາວເຣຟາອິມໃນອັດຊະທາໂຣດການອີມ, ຊາວຊູຊິມໃນຮາມ, ຊາວເອມິມໃນກີຣິອາດທາອິມ6ແລະ ຊາວໂຮຣີໃນແຖບເນີນພູຂອງເສອີ, ໄກອອກໄປເຖິງເອນປາຣານໃກ້ທະເລຊາຍ.7ແລ້ວພວກເຂົາກັບຄືນມາ ແລະ ໄປທີ່ເອນມິດສະປັດ (ນັ້ນຄືກາເດັດ), ແລ້ວພວກເຂົາໄດ້ຊະນະເຂດແດນທັງໝົດຂອງຊາວອາມາເຫລັກ ລວມທັງຊາວອາໂມຜູ້ທີ່ໄດ້ອາໄສຢູ່ໃນຮາຊາໂຊນ ຕາມາ.8ແລ້ວກະສັດແຫ່ງໂຊໂດມ, ກະສັດແຫ່ງໂກໂມຣາ, ກະສັດແຫ່ງອັດມາ, ກະສັດແຫ່ງເຊບົວອິມ ແລະ ກະສັດແຫ່ງເບລາ (ນັ້ນຄືໂຊອາ) ໄດ້ຍົກທັບອອກໄປຕັ້ງບ່ອນສູ້ຮົບທີ່ຮ່ອມພູສິດດິມ9ຕໍ່ສູ້ກັບເຄໂດລາໂອເມກະສັດແຫ່ງເອລາມ, ຕີດານກະສັດແຫ່ງກົວອິມ, ອຳຣາເຟນກະສັດແຫ່ງຊີນາ ແລະ ອາຣິໂອກກະສັດແຫ່ງເອນລາຊາຄື: ກະສັດສີ່ຄົນຕໍ່ສູ້ກັບກະສັດຫ້າຄົນ.10ໃນເວລານັ້ນ ຮ່ອມພູສິດດິມມີບໍ່ຢາງໝາກຕອຍຫລາຍບ່ອນ ແລະ ເມື່ອກອງທັບຂອງກະສັດແຫ່ງໂຊໂດມ ແລະ ກະສັດແຫ່ງໂກໂມຣາປົບໜີມານັ້ນ, ບາງຄົນກໍຕົກລົງໄປໃນບໍ່ນັ້ນ ແລະ ສ່ວນທີ່ຄົນເຫລືອກໍໜີໄປຍັງໂນນພູຕ່າງໆ.11ກະສັດທັງສີ່ໄດ້ຢຶດເອົາສິ່ງຂອງຂອງໂຊໂດມ ແລະ ໂກໂມຣາພ້ອມທັງອາຫານທັງໝົດຂອງພວກເຂົາ; ຫລັງຈາກນັ້ນ ພວກເຂົາກໍໜີໄປ.12ພວກເຂົາໄດ້ຈັບເອົາໂລດຫລານຊາຍຂອງອັບຣາມ ແລະ ຊັບສົມບັດຂອງລາວໄປນຳດ້ວຍ, ເນື່ອງຈາກວ່າລາວອາໄສຢູ່ໃນໂຊໂດມ.13ມີຄົນໜຶ່ງໜີລອດມາໄດ້ ແລະ ນຳເລື່ອງນີ້ມາບອກອັບຣາມຊາວເຮັບເຣີ. ເວລານັ້ນ ອັບຣາມໄດ້ອາໄສຢູ່ໃກ້ຕົ້ນໄມ້ໃຫຍ່ຂອງມຳເຣ ຊາວອາໂມຜູ້ເປັນນ້ອງຊາຍ ຂອງເອັດຊະໂຄນ ແລະ ອາເນ, ຜູ້ທີ່ໄດ້ຮ່ວມເປັນພັນທະມິດກັບອັບຣາມທຸກຄົນ.14ເມື່ອອັບຣາມໄດ້ຍິນວ່າຍາດພີ່ນ້ອງຂອງເພິ່ນຖືກຈັບໄປເປັນຊະເລີຍ, ເພິ່ນຈຶ່ງລະດົມຜູ້ຊາຍທີ່ຜ່ານການອົບຮົມທີ່ເກີດໃນຄົວເຮືອນຂອງເພິ່ນ 318 ຄົນ ແລ້ວໄປໄລ່ຕາມພວກເຂົາໄປໄກຈົນເຖິງເມືອງດານ.15ໃນຊ່ວງກາງຄືນອັບຣາມໄດ້ແບ່ງຄົນຂອງເພິ່ນເພື່ອເຂົ້າໂຈມຕີພວກເຂົາ ແລະ ເພິ່ນໄດ້ໄລ່ພວກເຂົາ, ຕິດຕາມພວກເຂົາໄປໄກຈົນເຖິງເມືອງໂຮບາ, ເຊິ່ງຢູ່ທາງທິດເໜືອຂອງເມືອງດາມັສກັດ.16ເພິ່ນໄດ້ກອບກູ້ເອົາສິ່ງຂອງທັງໝົດ ແລະ ນຳເອົາໂລດຜູ້ເປັນຍາດພີ່ນ້ອງຂອງເພິ່ນ ແລະ ຊັບສົມບັດຂອງລາວກັບຄືນມາໄດ້ ພ້ອມດ້ວຍພວກແມ່ຍິງ ແລະ ຄົນອື່ນອີກ.17ຫລັງຈາກທີ່ອັບຣາມກັບຈາກການເອົາຊະນະເຄໂດລາໂອເມ ແລະ ບັນດາກະສັດທີ່ເປັນພັນທະມິດກັບເພິ່ນແລ້ວ, ກະສັດແຫ່ງໂຊໂດມກໍໄດ້ອອກມາພົບເພິ່ນຢູ່ທີ່ຮ່ອມພູຊາເວ (ນັ້ນຄືຮ່ອມພູຂອງກະສັດ).18ແລ້ວກະສັດເມຄີເຊເດັກແຫ່ງຊາເລັມ ໄດ້ນຳເຂົ້າຈີ່ ແລະ ເຫລົ້າອະງຸ່ນອອກມາໃຫ້. ເພິ່ນເປັນປະໂລຫິດຂອງພຣະເຈົ້າຜູ້ສູງສຸດ,19ແລະ ເພິ່ນໄດ້ອວຍພອນອັບຣາມໂດຍກ່າວວ່າ,“ຂໍໃຫ້ອັບຣາມໄດ້ຮັບພອນຈາກພຣະເຈົ້າຜູ້ສູງສຸດ,ຜູ້ສ້າງສະຫວັນ ແລະ ໂລກ.20ແລະ ສັນລະເສີນພຣະເຈົ້າຜູ້ສູງສຸດ,ຜູ້ໄດ້ມອບສັດຕູທັງຫລາຍໄວ້ໃນມືຂອງທ່ານ”.ແລ້ວອັບຣາມຈຶ່ງໄດ້ມອບໜຶ່ງສ່ວນສິບຂອງທຸກສິ່ງໃຫ້ແກ່ເພິ່ນ.21ກະສັດແຫ່ງໂຊໂດມໄດ້ກ່າວກັບອັບຣາມວ່າ, “ຂໍຈົ່ງມອບປະຊາຊົນຄືນໃຫ້ເຮົາ ແລະ ຈົ່ງເກັບສິ່ງຂອງນັ້ນໄວ້ສຳລັບທ່ານເອງ”.22ແຕ່ອັບຣາມຕອບກະສັດແຫ່ງໂຊໂດມວ່າ, “ຂ້ານ້ອຍໄດ້ຍົກມືຂຶ້ນປະຕິຍານຄຳສາບານຕໍ່ພຣະເຈົ້າຢາເວຜູ້ສູງສຸດ, ຜູ້ສ້າງສະຫວັນ ແລະ ໂລກໄວ້ວ່າ,23ຂ້ານ້ອຍຈະບໍ່ຮັບສິ່ງໃດທີ່ເປັນຂອງທ່ານ, ແມ່ນແຕ່ດ້າຍ ຫລື ສາຍຮັດເກີບເສັ້ນດຽວ, ເພື່ອວ່າທ່ານຈະບໍ່ສາມາດເວົ້າໄດ້ເລີຍວ່າ, ‘ເຮົາເຮັດໃຫ້ອັບຣາມຮັ່ງມີ’.24ຂ້ານ້ອຍບໍ່ຂໍຮັບສິ່ງໃດເວັ້ນແຕ່ສິ່ງທີ່ຄົນຂອງຂ້ານ້ອຍໄດ້ກິນໄປແລ້ວ ແລະ ສ່ວນແບ່ງທີ່ເປັນຂອງຜູ້ຊາຍທີ່ໄປກັບຂ້ານ້ອຍຄື: ອາເນ, ເອັດຊະໂຄນ ແລະ ມຳເຣນັ້ນ. ໃຫ້ພວກເຂົາໄດ້ຮັບສ່ວນແບ່ງຂອງພວກເຂົາ”.Biblica, Inc.