ເອຊະຣາ7
ເອສະຣາມາຍັງເຢຣູຊາເລັມ
1ຫລັງຈາກເຫດການເຫລົ່ານີ້, ໃນລະຫວ່າງການປົກຄອງຂອງກະສັດອາກຕາເຊເຊັດແຫ່ງເປີເຊຍ, ເອຊະຣາເປັນລູກຊາຍຂອງເສຣາອີຢາ, ເສຣາອີຢາເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງຮິນກີຢາ,2ຮິນກີຢາເປັນລູກຂອງຊໍລູມ, ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງອາຮີຕຸບ,3ອາຮີຕຸບເປັນລູກຊາຍຂອງອາມາຣີຢາ, ຜູ້ເປັນລູກຊາຍຂອງອາຊາຣີຢາ, ຜູ້ເປັນລູກຊາຍຂອງເມຣາອີໂຢດ,4ຜູ້ເປັນລູກຊາຍຂອງເຊຣາຮີຢາ, ຜູ້ເປັນລູກຊາຍຂອງອຸດຊີ, ຜູ້ເປັນລູກຊາຍຂອງບຸກກີ,5ຜູ້ເປັນລູກຊາຍຂອງອາບີຊູອາ, ຜູ້ເປັນລູກຊາຍຂອງຟີເນຮາ, ຜູ້ເປັນລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງອາໂຣນ ຜູ້ເປັນຫົວໜ້າປະໂລຫິດ6ເອຊະຣາຜູ້ນີ້ເດີນທາງມາຈາກບາບີໂລນ. ເພິ່ນເປັນຄູຜູ້ຊຳນານໃນກົດບັນຍັດຂອງໂມເຊ, ເຊິ່ງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ມອບໃຫ້. ກະສັດໄດ້ໃຫ້ເພິ່ນທຸກສິ່ງຕາມທີ່ເພິ່ນຂໍ, ເພາະມືຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢູ່ເໜືອເພິ່ນ.7ຊາວອິດສະຣາເອນບາງຄົນ ລວມທັງປະໂລຫິດ, ຄົນເລວີ, ນັກດົນຕີ, ຍາມເຝົ້າປະຕູ ແລະ ຜູ້ຮັບໃຊ້ໃນວິຫານໄດ້ພາກັນເດີນທາງມາຍັງເຢຣູຊາເລັມໃນປີທີເຈັດຂອງການປົກຄອງຂອງກະສັດອາກຕາເຊເຊັດ.8ເອຊະຣາໄດ້ມາຮອດເຢຣູຊາເລັມໃນເດືອນທີຫ້າປີທີເຈັດຂອງການປົກຄອງຂອງກະສັດນັ້ນ.9ເພິ່ນໄດ້ອອກເດີນທາງຈາກບາບີໂລນວັນທີໜຶ່ງເດືອນທີໜຶ່ງ ແລະ ມາຮອດເຢຣູຊາເລັມໃນວັນທີໜຶ່ງເດືອນທີຫ້າ, ເພາະມືອັນເຕັມດ້ວຍຄວາມເມດຕາຂອງພຣະເຈົ້າຢູ່ເໜືອເອຊະຣາ.10ເພາະເອຊະຣາໄດ້ອຸທິດຕົນເອງໃນການສຶກສາ ແລະ ປະຕິບັດຕາມກົດບັນຍັດຂອງພຣະເຈົ້າຢາເວ ແລະ ສອນດຳລັດ ແລະ ກົດບັນຍັດນັ້ນໃນອິດສະຣາເອນ.ຈົດໝາຍຂອງກະສັດອາກຕາເຊເຊັດເຖິງເອຊະຣາ
11ນີ້ເປັນສຳເນົາຈົດໝາຍຂອງກະສັດອາກຕາເຊເຊັດເຖິງເອຊະຣາ ຜູ້ເປັນປະໂລຫິດ ແລະ ເປັນຄູສອນກົດບັນຍັດ, ເປັນຄົນທີ່ຮຽນຮູ້ກ່ຽວກັບຂໍ້ຄໍາສັ່ງ ແລະ ກົດບັນຍັດຂອງພຣະເຈົ້າຢາເວ ສຳລັບອິດສະຣາເອນ ມີດັ່ງນີ້:12 ຈາກຈອມຈັກກະພັດອາກຕາເຊເຊັດ,ເຖິງປະໂລຫິດເອຊະຣາ ຄູສອນກົດບັນຍັດຂອງພຣະເຈົ້າແຫ່ງຟ້າສະຫວັນ:
ສະບາຍດີ.13ບັດນີ້ ເຮົາອອກຄຳສັ່ງວ່າ ຊາວອິດສະຣາເອນຄົນໃດໃນອານາຈັກຂອງເຮົາ, ລວມທັງປະໂລຫິດ ແລະ ຄົນເລວີທີ່ອາສາສະໝັກກັບໄປຍັງເຢຣູຊາເລັມກັບທ່ານ ກໍໃຫ້ໄປໄດ້.14ກະສັດ ແລະ ທີ່ປຶກສາທັງເຈັດຂອງເພິ່ນ ໄດ້ສົ່ງທ່ານໄປເພື່ອສອບຖາມເຖິງເລື່ອງຢູດາຍ ແລະ ເຢຣູຊາເລັມກ່ຽວກັບກົດບັນຍັດຂອງພຣະເຈົ້າທ່ານ ເຊິ່ງຢູ່ໃນມືຂອງທ່ານ.15ຫລາຍກວ່ານັ້ນ, ຈົ່ງເອົາເງິນ ແລະ ຄຳ ເຊິ່ງກະສັດກັບທີ່ປຶກສາຂອງເພິ່ນໄດ້ມອບຖວາຍດ້ວຍຄວາມສະໝັກໃຈແກ່ພຣະເຈົ້າແຫ່ງອິດສະຣາເອນຜູ້ສະຖິດຢູ່ໃນເຢຣູຊາເລັມໄປນໍາດ້ວຍ,16ພ້ອມທັງເງິນ ແລະ ຄໍາທັງໝົດທີ່ໄດ້ຈາກເຂດບາບີໂລນ ແລະ ເຄື່ອງຖວາຍຕາມຄວາມສະໝັກໃຈຈາກປະຊາຊົນ ແລະ ບັນດາປະໂລຫິດ ສຳລັບວິຫານຂອງພຣະເຈົ້າໃນເຢຣູຊາເລັມ.17ຈົ່ງໃຊ້ເງິນເຫລົ່ານີ້ຊື້ງົວເຖິກ, ແກະເຖິກ, ລູກແກະໂຕຜູ້, ພ້ອມທັງເມັດພຶດບູຊາ ແລະ ເຄື່ອງດື່ມບູຊາ ແລ້ວຖວາຍສິ່ງເຫລົ່ານີ້ເທິງແທ່ນບູຊາຂອງວິຫານຂອງພຣະເຈົ້າຂອງທ່ານໃນເຢຣູຊາເລັມ.18ເງິນ ແລະ ຄໍາທີ່ເຫລືອອາດຈະໃຊ້ເຮັດຫຍັງກໍໄດ້ແລ້ວແຕ່ທ່ານ ແລະ ພີ່ນ້ອງຊາວຢິວຂອງທ່ານເຫັນສົມຄວນຕາມຄວາມປະສົງຂອງພຣະເຈົ້າຂອງທ່ານ.19ຈົ່ງນຳເຄື່ອງໃຊ້ທັງໝົດທີ່ເຮົາມອບໃຫ້ທ່ານເບິ່ງແຍງໄປຖວາຍພຣະເຈົ້າແຫ່ງເຢຣູຊາເລັມ ເພື່ອໃຊ້ສຳລັບການນະມັດສະການໃນວິຫານຂອງພຣະເຈົ້າຂອງທ່ານ.20ແລະ ອະນຸຍາດໃຫ້ເບີກປັດໄຈອື່ນທີ່ຈຳເປັນສຳລັບວິຫານຂອງພຣະເຈົ້າຂອງທ່ານຈາກຄັງຫລວງໄດ້.21ບັດນີ້ ເຮົາກະສັດອາກຕາເຊເຊັດ, ອອກຄຳສັ່ງມາຍັງນາຍຄັງທຸກແຫ່ງໃນເຂດທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດວ່າ ຈົ່ງຈັດຫາສິ່ງຕ່າງໆໃຫ້ແກ່ປະໂລຫິດເອຊະຣາ, ຜູ້ສອນກົດບັນຍັດຂອງພຣະເຈົ້າແຫ່ງຟ້າສະຫວັນຢ່າງສຸດຄວາມສາມາດຕາມທີ່ເພິ່ນຂໍຈາກພວກທ່ານ22ຈົນເຖິງຈຳນວນເງິນໜັກປະມານ 100 ຕາລັນຕົນ, ເຂົ້າຫວີດປະມານ 100 ໂຄ, ເຫລົ້າອະງຸ່ນປະມານ 100 ບັດ, ນ້ຳມັນໝາກກອກປະມານ 100 ໂຄ ແລະ ເກືອບໍ່ຈຳກັດຈຳນວນ.23ຈົ່ງຈັດຫາທຸກສິ່ງທີ່ພຣະເຈົ້າແຫ່ງຟ້າສະຫວັນໄດ້ລະບຸໄວ້ຢ່າງພຽງພໍເພື່ອວິຫານຂອງພຣະເຈົ້າແຫ່ງຟ້າສະຫວັນ. ເປັນຫຍັງຈຶ່ງເຮັດໃຫ້ພຣະເຈົ້າໃຈຮ້າຍຕໍ່ອານາຈັກຂອງກະສັດອາກຕາເຊເຊັດ ແລະ ລູກຊາຍຂອງເພິ່ນ?24ທ່ານຄວນຮູ້ດ້ວຍວ່າພວກທ່ານບໍ່ມີສິດອຳນາດທີ່ຈະເອີ້ນເກັບພາສີ, ເຄື່ອງຖວາຍຕ່າງໆ ຫລື ຄ່າທຳນຽມໃດໆຈາກປະໂລຫິດ, ຄົນເລວີ, ນັກດົນຕີ, ຍາມເຝົ້າປະຕູ, ຜູ້ຮັບໃຊ້ໃນວິຫານ ຫລື ຄົນງານອື່ນໆໃນວິຫານຂອງພຣະເຈົ້າ.25ສຳລັບທ່ານ, ເອຊະຣາ ຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ແຕ່ງຕັ້ງຜູ້ພິພາກສາ ແລະ ເຈົ້າໜ້າທີ່ເພື່ອໃຫ້ຄວາມຍຸຕິທຳແກ່ປະຊາຊົນທຸກຄົນທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ຄືທຸກຄົນທີ່ຮູ້ກົດບັນຍັດຂອງພຣະເຈົ້າ. ແລ້ວໃຫ້ທ່ານສອນຜູ້ທີ່ບໍ່ຮູ້ຈັກກົດບັນຍັດ.26ຜູ້ໃດບໍ່ຍອມເຊື່ອຟັງກົດບັນຍັດຂອງພຣະເຈົ້າຂອງທ່ານ ແລະ ກົດໝາຍຂອງກະສັດ ຕ້ອງຖືກລົງໂທດເຖິງຕາຍ, ຖືກຂັບໄລ່, ຢຶດຊັບ ຫລື ຂັງຄຸກຢ່າງແນ່ນອນ.27ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຮົາ, ຜູ້ບັນດານໃຫ້ກະສັດມີໃຈທີ່ຈະນຳກຽດຕິຍົດມາສູ່ວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມຢ່າງນີ້.28ແລະ ຜູ້ຍົກຊູຂ້ານ້ອຍໃຫ້ໄດ້ຮັບຄວາມກະລຸນາຕໍ່ໜ້າກະສັດ ແລະ ບັນດາທີ່ປຶກສາກັບເຈົ້າໜ້າທີ່ ຜູ້ທີ່ມີອຳນາດຂອງເພິ່ນ. ເພາະວ່າມືຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍຢູ່ເໜືອຂ້ານ້ອຍ, ຂ້ານ້ອຍຈຶ່ງມີໃຈກ້າ ແລະ ໄດ້ຮວບຮວມຜູ້ນຳຈາກອິດສະຣາເອນໃຫ້ໄປກັບຂ້ານ້ອຍ.
Biblica, Inc.