ເອຊະຣາ6
ຄຳສັ່ງຂອງດາຣິອຸດ
1ກະສັດດາຣິອຸດຈຶ່ງໄດ້ອອກຄໍາສັ່ງ ແລະ ພວກເຂົາເຮັດການຄົ້ນຫາຢູ່ໃນຫໍຈົດໝາຍທີ່ບາບີໂລນ.2ກໍພົບໜັງສືມ້ວນສະບັບໜຶ່ງໃນປ້ອມເອັກບາທານາໃນແຂວງເມເດຍ ເຊິ່ງມີຂໍ້ຄວາມວ່າດັ່ງນີ້:ບົດບັນທຶກ:3ໃນປີທີໜຶ່ງຂອງການປົກຄອງຂອງກະສັດໄຊຣັດ, ກະສັດໄດ້ອອກຄໍາສັ່ງກ່ຽວກັບວິຫານຂອງພຣະເຈົ້າທີ່ເຢຣູຊາເລັມວ່າ:
ໃຫ້ສ້າງວິຫານຂຶ້ນໃໝ່ເພື່ອເປັນບ່ອນຖວາຍເຄື່ອງບູຊາຕ່າງໆ ແລະ ໃຫ້ວາງຮາກຖານໄວ້. ວິຫານຕ້ອງມີຂະໜາດສູງ 60 ສອກ ແລະ ກວ້າງ 60 ສອກ,4ໃຫ້ກໍ່ດ້ວຍຫີນໃຫຍ່ເປັນສາມຊັ້ນ ແລະ ໄມ້ອີກໜຶ່ງຊັ້ນ. ຄ່າໃຊ້ຈ່າຍຕ່າງໆແມ່ນເບີກເອົາໄດ້ຈາກຄັງຫລວງ.5ພ້ອມທັງໃຫ້ນຳເອົາເຄື່ອງໃຊ້ທີ່ເປັນຄຳ ແລະ ເງິນຂອງວິຫານຂອງພຣະເຈົ້າ ເຊິ່ງກະສັດເນບູກາດເນັດຊາໄດ້ເອົາໄປຈາກວິຫານໃນເຢຣູຊາເລັມ ແລະ ໄດ້ນຳໄປທີ່ບາບີໂລນນັ້ນກັບໄປຍັງບ່ອນເດີມທີ່ວິຫານໃນເຢຣູຊາເລັມ; ສິ່ງເຫລົ່ານີ້ຄວນເກັບໄວ້ໃນວິຫານຂອງພຣະເຈົ້າຕາມເດີມ.6ແລ້ວຈຶ່ງໄດ້ສັ່ງໄປຍັງຕັດເຕໄນ ຜູ້ທີ່ປົກຄອງອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດກັບເຊຕາກໂບເຊໄນ ແລະ ພວກທ່ານທີ່ເປັນເຈົ້າໜ້າທີ່ສ່ວນອື່ນໆທີ່ປະຈຳຢູ່ໃນແຂວງນັ້ນໃຫ້ຫລີກຫ່າງໄປຈາກທີ່ນັ້ນ.7ຢ່າຂັດຂວາງການກໍ່ສ້າງວິຫານຂອງພຣະເຈົ້າແຫ່ງນີ້. ໃຫ້ຜູ້ປົກຄອງຂອງຊາວຢິວ ແລະ ບັນດາຜູ້ອາວຸໂສຂອງຊາວຢິວສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ໃນທີ່ເດີມ.8ນອກຈາກນີ້, ໃນການກໍ່ສ້າງວິຫານຂອງພຣະເຈົ້າ ເຮົາຂໍປະກາດດຳລັດໃຫ້ພວກທ່ານເຮັດສິ່ງຕ່າງໆ ເພື່ອຜູ້ອາວຸໂສຊາວຢິວດັ່ງຕໍ່ໄປນີ້:
ໃຫ້ອະນຸມັດເງິນຄ່າໃຊ້ຈ່າຍໃນການກໍ່ສ້າງເຕັມຈຳນວນແກ່ພວກເຂົາຈາກຄັງຫລວງ ເຊິ່ງເກັບໄດ້ໃນເຂດອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ, ເພື່ອວຽກງານຈະບໍ່ຢຸດສະງັກ.9ສິ່ງໃດທີ່ຕ້ອງໃຊ້ເຊັ່ນ ງົວໜຸ່ມ, ແກະເຖິກ ແລະ ລູກແກະ ເພື່ອເປັນເຄື່ອງເຜົາບູຊາຖວາຍແກ່ພຣະເຈົ້າແຫ່ງຟ້າສະຫວັນ ແລະ ເຂົ້າຫວີດ, ເກືອ, ເຫລົ້າອະງຸ່ນ ແລະ ນ້ຳມັນໝາກກອກ, ເຊິ່ງບັນດາປະໂລຫິດໃນເຢຣູຊາເລັມຂໍມານັ້ນ ຈົ່ງມອບໃຫ້ແກ່ພວກເຂົາທຸກວັນບໍ່ໃຫ້ຂາດ,10ເພື່ອພວກເຂົາຈະສາມາດຖວາຍເຄື່ອງບູຊາເປັນທີ່ພໍໃຈແກ່ພຣະເຈົ້າແຫ່ງຟ້າສະຫວັນ ແລະ ອະທິຖານເພື່ອສະຫວັດດີພາບຂອງກະສັດ ແລະ ບັນດາລູກຊາຍຂອງເພິ່ນ.11ຫລາຍກວ່ານັ້ນ, ເຮົາປະກາດວ່າຖ້າຜູ້ໃດບໍ່ປະຕິບັດຕາມຂໍ້ຄວາມນີ້, ໃຫ້ດຶງໄມ້ຂື່ເຮືອນອັນໜຶ່ງອອກຈາກເຮືອນຂອງພວກເຂົາ ແລະ ຍົກພວກເຂົາຂຶ້ນສຽບດ້ວຍໄມ້ຂື່ນັ້ນ ແລະ ໃຫ້ເຮືອນຂອງພວກເຂົາກາຍເປັນກອງຂີ້ເຫຍື້ອ.12ຂໍພຣະເຈົ້າ, ຜູ້ສະຖາປະນານາມຂອງພຣະອົງໄວ້ທີ່ນັ້ນ, ໄດ້ທຳລາຍກະສັດ ຫລື ຄົນທີ່ບັງອາດບິດເບືອນຄຳສັ່ງນີ້ ຫລື ທຳລາຍວິຫານນີ້ໃນເຢຣູຊາເລັມ.
ເຮົາດາຣິອຸດ ເປັນຜູ້ອອກຄຳສັ່ງນີ້. ຈົ່ງເຮັດຕາມຄຳສັ່ງນີ້ດ້ວຍຄວາມພາກພຽນ.
ວິຫານສ້າງສຳເລັດ ແລະ ການມອບຖວາຍວິຫານ
13ຫລັງຈາກນັ້ນ ເພາະຄໍາສັ່ງທີ່ກະສັດດາຣິອຸດໄດ້ສົ່ງມາ, ຕັດເຕໄນຜູ້ທີ່ປົກຄອງຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ແລະ ເຊຕາກໂບເຊໄນ ແລະ ຄະນະຂອງພວກເຂົາຈຶ່ງປະຕິບັດຕາມຢ່າງພາກພຽນ.14ດັ່ງນັ້ນ ບັນດາຜູ້ອາວຸໂສຂອງຊາວຢິວຈຶ່ງໄດ້ດຳເນີນການກໍ່ສ້າງ ແລະ ວຽກງານກໍຄືບໜ້າໄປຕາມຄຳເທດສະໜາຂອງຜູ້ທຳນວາຍຮັກກາຍ ແລະ ເຊກາຣີຢາ ເຊື້ອສາຍຂອງອິດໂດ. ພວກເຂົາໄດ້ສ້າງວິຫານສຳເລັດຮຽບຮ້ອຍຕາມຄໍາສັ່ງຂອງພຣະເຈົ້າແຫ່ງອິດສະຣາເອນ ແລະ ຄໍາສັ່ງຂອງບັນດາກະສັດແຫ່ງເປີເຊຍຄື: ໄຊຣັດ, ດາຣິອຸດ ແລະ ອາກຕາເຊເຊັດ.15ວິຫານສຳເລັດສົມບູນໃນວັນທີສາມຂອງເດືອນອາດາ, ປີທີຫົກໃນການປົກຄອງຂອງກະສັດດາຣິອຸດ.16ແລ້ວປະຊາຊົນອິດສະຣາເອນ ຄືປະໂລຫິດ, ຄົນເລວີ ແລະ ຊະເລີຍຄົນອື່ນໆທີ່ກັບມານັ້ນ ກໍສະຫລອງການຖວາຍວິຫານຂອງພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີ.17ໃນພິທີຖວາຍວິຫານຂອງພຣະເຈົ້າ ພວກເຂົາໄດ້ຖວາຍງົວເຖິກໜຶ່ງຮ້ອຍໂຕ, ແກະເຖິກສອງຮ້ອຍໂຕ ແລະ ລູກແກະໂຕຜູ້ສີ່ຮ້ອຍໂຕ ແລະ ນຳແບ້ຜູ້ສິບສອງໂຕມາເປັນເຄື່ອງບູຊາໄຖ່ບາບສຳລັບອິດສະຣາເອນທັງໝົດ, ຄືແບ້ໂຕໜຶ່ງສໍາລັບອິດສະຣາເອນເຜົ່າໜຶ່ງ.18ແລ້ວພວກເຂົາກໍໄດ້ແຕ່ງຕັ້ງປະໂລຫິດຕາມໝູ່ ແລະ ຄົນເລວີຕາມກຸ່ມຕ່າງໆ ເພື່ອຮັບໃຊ້ພຣະເຈົ້າໃນເຢຣູຊາເລັມ, ຕາມທີ່ໄດ້ກຳນົດໄວ້ໃນໜັງສືຂອງໂມເຊ.ພິທີປັດສະຄາ
19ໃນວັນທີສິບສີ່ເດືອນທີໜຶ່ງ, ບັນດາຊະເລີຍທີ່ກັບມາກໍໄດ້ສະຫລອງປັດສະຄາ.20ປະໂລຫິດ ແລະ ຄົນເລວີໄດ້ຊຳລະຕົນໃຫ້ບໍລິສຸດ ແລະ ພວກເຂົາທຸກຄົນກໍບໍ່ເປັນມົນທິນຕາມລະບຽບພິທີ. ຄົນເລວີໄດ້ຂ້າແກະປັດສະຄາສຳລັບຊະເລີຍທັງໝົດ, ຍາດພີ່ນ້ອງຂອງພວກເຂົາ, ປະໂລຫິດ ແລະ ສຳລັບຕົນເອງ.21ດັ່ງນັ້ນ ຊາວອິດສະຣາເອນທີ່ກັບມາຈາກການເປັນຊະເລີຍຈຶ່ງໄດ້ກິນປັດສະຄາຮ່ວມກັບທຸກຄົນທີ່ແຍກຕົນເອງອອກມາຈາກທຳນຽມປະຕິບັດອັນເປັນມົນທິນຂອງຊົນຕ່າງຊາດທີ່ເປັນເພື່ອນບ້ານຂອງພວກເຂົາ ເພື່ອສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.22ພວກເຂົາໄດ້ສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງດ້ວຍຄວາມຊື່ນຊົມຍິນດີຕະຫລອດເຈັດວັນ, ເພາະພຣະເຈົ້າຢາເວ ໄດ້ໃຫ້ພວກເຂົາຊື່ນຊົມຍິນດີ ໂດຍປ່ຽນໃຈຂອງກະສັດແຫ່ງອັດຊີເຣຍໃຫ້ຫັນກັບມາຊ່ວຍພວກເຂົາໃນການກໍ່ສ້າງວິຫານຂອງພຣະເຈົ້າ ຜູ້ເປັນພຣະເຈົ້າແຫ່ງອິດສະຣາເອນ.Biblica, Inc.