ເອຊະຣາ8
ລາຍຊື່ຫົວໜ້າຄອບຄົວທີ່ກັບມາກັບເອສະຣາ
1ຕໍ່ໄປນີ້ແມ່ນລາຍຊື່ບັນດາຫົວໜ້າຄອບຄົວ ແລະ ຜູ້ທີ່ໄດ້ຂຶ້ນທະບຽນໄວ້ກັບພວກເຂົາ ທີ່ຮ່ວມເດີນທາງມາກັບຂ້າພະເຈົ້າຈາກບາບີໂລນໃນລະຫວ່າງການປົກຄອງຂອງກະສັດອາກຕາເຊເຊັດ ມີດັ່ງນີ້:2ຈາກເຊື້ອສາຍຟີເນຮາມີ: ເກໂຊນ; ຈາກເຊື້ອສາຍອີທາມາມີ: ດານີເອນ; ຈາກເຊື້ອສາຍດາວິດມີ: ຮັດຕຸຊະ;3ເຊິ່ງສືບເຊື້ອສາຍມາທາງເຊການີຢາ; ຈາກເຊື້ອສາຍປາຣົດມີ: ເຊກາຣີຢາ ແລະ ຜູ້ຊາຍອີກ 150 ຄົນທີ່ຂຶ້ນທະບຽນກັບລາວ;4ຈາກເຊື້ອສາຍປາຮາດໂມອາບມີ: ເອລີໂຮນາຍລູກຊາຍຂອງເຊຣາຮີຢາ ແລະ ຜູ້ຊາຍອີກ 200 ຄົນ;5ຈາກເຊື້ອສາຍຊັດຕູ ມີ: ເຊການີຢາລູກຊາຍຂອງຢາຮາຊີເອນ ແລະ ຜູ້ຊາຍອີກ 300 ຄົນ.6ຈາກເຊື້ອສາຍອາດິນມີ: ເອເບັດລູກຊາຍຂອງໂຢນາທານ ແລະ ຜູ້ຊາຍອີກ 50 ຄົນ;7ຈາກເຊື້ອສາຍເອລາມມີ: ເຢຊາອີຢາລູກຊາຍຂອງອາທາລີຢາ ແລະ ຜູ້ຊາຍອີກ 50 ຄົນ;8ຈາກເຊື້ອສາຍເຊຟາຕີຢາມີ: ເຊບາດີຢາລູກຊາຍຂອງມີຄາເອນ ແລະ ຜູ້ຊາຍອີກ 80 ຄົນ:9ຈາກເຊື້ອສາຍໂຢອາບມີ: ໂອບາດີຢາລູກຊາຍຂອງເຢຮີເອນ ແລະ ຜູ້ຊາຍອີກ 218 ຄົນ;10ຈາກເຊື້ອສາຍບານີ ມີ: ເຊໂລມິດລູກຊາຍຂອງໂຢຊິຟີຢາ ແລະ ຜູ້ຊາຍອີກ 160 ຄົນ;11ຈາກເຊື້ອສາຍເບບາຍມີ: ເຊກາຣີຢາລູກຊາຍຂອງເບບາຍ ແລະ ຜູ້ຊາຍອີກ 28 ຄົນ;12ຈາກເຊື້ອສາຍອາຊະກາດມີ: ໂຢນາທານລູກຊາຍຂອງຮັກກາຕານ ແລະ ຜູ້ຊາຍອີກ 110 ຄົນ;13ຈາກເຊື້ອສາຍອາໂດນີກຳມີ: ພວກສຸດທ້າຍມີຊື່ວ່າເອລີເຟເລັດ, ເຢອູເອນ, ເຊມາອີຢາ ແລະ ຜູ້ຊາຍອີກ 60 ຄົນ;14ຈາກເຊື້ອສາຍບິກໄຫວມີ: ອູໄທ ແລະ ຊັກກູເຣ ແລະ ຜູ້ຊາຍອີກ 70 ຄົນ.ການກັບຄືນສູ່ເຢຣູຊາເລັມ
15ຂ້າພະເຈົ້າໃຫ້ພວກເຂົາມາຊຸມນຸມກັນຢູ່ທີ່ຫ້ວຍນ້ຳທີ່ໄຫລໄປສູ່ອາຮາວາ ແລະ ຕັ້ງຄ້າຍຢູ່ທີ່ນັ້ນສາມວັນ. ເມື່ອຂ້າພະເຈົ້າກວດເບິ່ງທ່າມກາງປະຊາຊົນ ແລະ ປະໂລຫິດ ກໍພົບວ່າບໍ່ມີຄົນເລວີເລີຍ.16ຂ້າພະເຈົ້າຈຶ່ງໄດ້ເຊີນ ເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ເອນນາທານ, ນາທານ, ເຊກາຣີຢາ ແລະ ເມຊຸນລຳ ຜູ້ເປັນຜູ້ນໍາ ແລະ ເຊີນໂຢອີອາຣິບ ແລະ ເອນນາທານ, ເຊິ່ງເປັນຜູ້ຮອບຮູ້ມານໍາ,17ແລະ ຂ້າພະເຈົ້າໄດ້ສັ່ງໃຫ້ພວກເຂົາໄປພົບອິດໂດ, ຜູ້ນຳໃນກາຊີຟີອາ, ຂ້າພະເຈົ້າໄດ້ບອກພວກເຂົາໃນສິ່ງທີ່ຈະກ່າວກັບອິດໂດ ແລະ ຄົນເລວີທີ່ຕິດຕາມເພິ່ນ, ຜູ້ຮັບໃຊ້ໃນວິຫານທີ່ອາໄສຢູ່ທີ່ກາຊີຟີອາ, ເພື່ອພວກເຂົາຈະໄດ້ພາຄົນທີ່ຈະເຮັດວຽກໃນວິຫານຂອງພຣະເຈົ້າຂອງພວກເຮົາມາຫາພວກເຮົາ.18ເພາະມືອັນເຕັມດ້ວຍຄວາມເມດຕາຂອງພຣະເຈົ້າຢູ່ເໜືອພວກເຮົາ, ພວກເຂົາໄດ້ສົ່ງເຊເຣບີຢາ ຜູ້ທີ່ມີຄວາມສາມາດ ພ້ອມກັບລູກຊາຍ ແລະ ພີ່ນ້ອງຂອງລາວສິບແປດຄົນມາໃຫ້. ເຊເຣບີຢາເປັນເຊື້ອສາຍຂອງມາຮະລີ ລູກຊາຍຂອງເລວີ ຜູ້ເປັນລູກຊາຍຂອງອິດສະຣາເອນ;19ແລະ ຮາຊາບິຢາກັບເຢຊາອີຢາຈາກເຊື້ອສາຍຂອງເມຣາຣິ ພ້ອມທັງພີ່ນ້ອງ ແລະ ຫລານຊາຍຊາວຄົນ.20ພວກເຂົາຍັງໄດ້ສົ່ງຜູ້ຮັບໃຊ້ໃນວິຫານອີກ 220 ຄົນມາ ນີ້ແມ່ນກຸ່ມຄົນທີ່ດາວິດ ແລະ ເຈົ້າໜ້າທີ່ຂອງເພິ່ນໄດ້ແຕ່ງຕັ້ງຂຶ້ນເພື່ອໃຫ້ຊ່ວຍຄົນເລວີ. ທຸກຄົນໄດ້ມີຊື່ລົງທະບຽນໄວ້ແລ້ວ.21ຢູ່ທີ່ແຄມຫ້ວຍນ້ຳອາຮາວາ, ຂ້າພະເຈົ້າໄດ້ປະກາດໃຫ້ຖືສິນອົດອາຫານ ເພື່ອວ່າພວກເຮົາຈະຖ່ອມໃຈລົງຕໍ່ໜ້າພຣະເຈົ້າຂອງພວກເຮົາ ແລະ ຂໍພຣະອົງໃຫ້ພວກເຮົາ ແລະ ລູກຫລານຂອງພວກເຮົາ ພ້ອມດ້ວຍຊັບສິນຂອງພວກເຮົາທັງໝົດ ເດີນທາງດ້ວຍຄວາມປອດໄພ.22ຂ້າພະເຈົ້າລະອາຍໃຈທີ່ຈະຂໍກຳລັງທະຫານ ແລະ ທະຫານມ້າຈາກກະສັດໃຫ້ປົກປ້ອງພວກຂ້າພະເຈົ້າຈາກສັດຕູຕາມທາງ ເພາະພວກຂ້າພະເຈົ້າໄດ້ບອກກະສັດໄວ້ວ່າ “ມືອັນເຕັມດ້ວຍຄວາມເມດຕາຂອງພຣະເຈົ້າຂອງພວກຂ້ານ້ອຍຢູ່ເໜືອທຸກຄົນທີ່ຫວັງເພິ່ງພຣະອົງ ແຕ່ພຣະອົງໃຈຮ້າຍຫລາຍຕໍ່ທຸກຄົນທີ່ປະຖິ້ມພຣະອົງ”.23ດັ່ງນັ້ນ ຂ້າພະເຈົ້າຈຶ່ງຖືສິນອົດອາຫານ ແລະ ອ້ອນວອນພຣະເຈົ້າຂອງພວກຂ້າພະເຈົ້າໃນເລື່ອງນີ້ ແລະ ພຣະອົງໄດ້ຕອບຄຳອະທິຖານຂອງຂ້ານ້ອຍ.24ແລ້ວຂ້າພະເຈົ້າກໍໄດ້ແຕ່ງຕັ້ງຜູ້ນຳປະໂລຫິດສິບສອງຄົນ ພ້ອມດ້ວຍເຊເຣບີຢາ, ຮາຊາບິຢາ ແລະ ພີ່ນ້ອງຂອງພວກເພິ່ນສິບຄົນ.25ແລະ ຂ້າພະເຈົ້າໄດ້ຊັ່ງນ້ຳໜັກເງິນ, ຄຳ ແລະ ເຄື່ອງໃຊ້ຕ່າງໆ ທີ່ກະສັດ, ທີ່ປຶກສາຂອງເພິ່ນ, ເຈົ້າໜ້າທີ່ຂອງເພິ່ນ ແລະ ປະຊາຊົນອິດສະຣາເອນທັງໝົດທີ່ຢູ່ທີ່ນັ້ນໄດ້ຖວາຍສິ່ງເຫລົ່ານີ້ເພື່ອວິຫານຂອງພຣະເຈົ້າຂອງພວກເຮົາ.26ຂ້າພະເຈົ້າໄດ້ຊັ່ງນ້ຳໜັກສິ່ງຕໍ່ໄປນີ້ມອບໃຫ້ພວກເຂົາ ມີເງິນໜັກປະມານ 650 ຕາລັນຕົນ, ເຄື່ອງໃຊ້ທີ່ເຮັດດ້ວຍເງິນຕ່າງໆ ໜັກປະມານ 100 ຕາລັນຕົນ, ຄຳໜັກປະມານ 100 ຕາລັນຕົນ,27ຊາມທີ່ເຮັດດ້ວຍຄຳ 20 ໃບ ມີຄ່າເທົ່າກັບຄຳປະມານ 1.000 ດາຣິກ, ແລະ ມີເຄື່ອງໃຊ້ທີ່ເຮັດດ້ວຍທອງສຳລິດຂັດເງົາຢ່າງດີສອງອັນ, ເຊິ່ງມີຄ່າທຽບເທົ່າກັບຄຳ.28ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ, “ພວກທ່ານ ແລະ ເຄື່ອງໃຊ້ເຫລົ່ານີ້ໄດ້ຮັບການຊຳລະໃຫ້ບໍລິສຸດຖວາຍແດ່ພຣະເຈົ້າຢາເວ. ສ່ວນເງິນ ແລະ ຄຳເປັນຂອງຖວາຍຕາມຄວາມສະໝັກໃຈແກ່ພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ.29ຈົ່ງປົກປ້ອງຮັກສາເຄື່ອງທັງໝົດນີ້ໄວ້ໃຫ້ດີຈົນກວ່າພວກທ່ານຈະນຳອອກມາຊັ່ງນ້ຳໜັກຢູ່ທີ່ຄັງວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມຕໍ່ໜ້າບັນດາຫົວໜ້າປະໂລຫິດ, ຄົນເລວີ ແລະ ຫົວໜ້າຄອບຄົວທັງຫລາຍຂອງອິດສະຣາເອນ”.30ຫລັງຈາກນັ້ນ ປະໂລຫິດ ແລະ ຄົນເລວີຈຶ່ງຮັບເງິນ, ຄຳ ແລະ ເຄື່ອງໃຊ້ສັກສິດທີ່ໄດ້ຊັ່ງນ້ຳໜັກແລ້ວນັ້ນ ເພື່ອນຳໄປຍັງວິຫານຂອງພຣະເຈົ້າຂອງພວກຂ້າພະເຈົ້າໃນເຢຣູຊາເລັມ.31ໃນວັນທີສິບສອງຂອງເດືອນທີໜຶ່ງ ພວກຂ້ານ້ອຍໄດ້ອອກເດີນທາງຈາກແມ່ນ້ຳອາຮາວາໄປທີ່ເຢຣູຊາເລັມ. ມືຂອງພຣະເຈົ້າຂອງພວກຂ້ານ້ອຍກໍຢູ່ເໜືອພວກຂ້ານ້ອຍ ແລະ ພຣະອົງໄດ້ປົກປ້ອງພວກຂ້ານ້ອຍຈາກບັນດາສັດຕູ ແລະ ໂຈນຕາມທາງ.32ດັ່ງນັ້ນ ພວກຂ້ານ້ອຍຈຶ່ງມາຮອດເຢຣູຊາເລັມ ແລະ ພັກຢູ່ທີ່ນັ້ນເປັນເວລາສາມວັນ.33ໃນວັນທີສີ່, ໃນວິຫານພຣະເຈົ້າຂອງພວກຂ້ານ້ອຍ, ພວກຂ້ານ້ອຍໄດ້ຊັ່ງນ້ຳໜັກເງິນ, ຄຳ ແລະ ເຄື່ອງໃຊ້ສັກສິດຕ່າງໆ ມອບໃຫ້ເມເຣໂມດລູກຊາຍຂອງອູຣິຢາ, ຜູ້ເປັນປະໂລຫິດ. ເອເລອາຊາລູກຊາຍຂອງຟີເນຮາ ພ້ອມກັບຄົນເລວີຄື: ໂຢຊາບັດລູກຊາຍຂອງເຢຊູອາ ແລະ ໂນອານີຢາລູກຊາຍຂອງບິນນູອີກໍຢູ່ທີ່ນັ້ນດ້ວຍ.34ມີການກວດຮັບທຸກຢ່າງຕາມຈຳນວນກັບນ້ຳໜັກ ແລະ ຈົດນ້ຳໜັກທັງໝົດໄວ້ໃນຄັ້ງນັ້ນ.35ຫລັງຈາກນັ້ນ ບັນດາຊະເລີຍທີ່ກັບມາກໍໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າແຫ່ງອິດສະຣາເອນຄື: ງົວເຖິກ 12 ໂຕສຳລັບຄົນອິດສະຣາເອນທັງໝົດ, ແກະເຖິກ 96 ໂຕ ແລະ ລູກແກະໂຕຜູ້ 77 ໂຕ, ພ້ອມທັງແບ້ຜູ້ 12 ໂຕ ເພື່ອເປັນເຄື່ອງບູຊາໄຖ່ບາບ. ທັງໝົດນີ້ເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ.36ພວກເຂົາຍັງໄດ້ມອບຄໍາສັ່ງຂອງກະສັດໃຫ້ແກ່ບັນດາເສນາບໍດີ ແລະ ບັນດາຜູ້ທີ່ປົກຄອງເຂດຕ່າງໆທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ, ຫລັງຈາກນັ້ນ ພວກເຂົາຈຶ່ງໃຫ້ຄວາມຊ່ວຍເຫລືອແກ່ປະຊາຊົນ ແລະ ແກ່ວິຫານຂອງພຣະເຈົ້າ.Biblica, Inc.