ເອຊະຣາ5
ຈົດໝາຍຂອງຕັດເຕໄນເຖິງດາຣິອຸດ
1ບັດນີ້ ຜູ້ທຳນວາຍຮັກກາຍ ແລະ ຜູ້ທຳນວາຍເຊກາຣີຢາເຊື້ອສາຍຂອງອິດໂດໄດ້ກ່າວກັບຊາວຢິວທີ່ຢູ່ໃນຢູດາຍ ແລະ ເຢຣູຊາເລັມໃນນາມຂອງພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ປົກຄອງເໜືອພວກເຂົາ.2ແລ້ວເຊຣຸບບາເບນລູກຊາຍຂອງເຊອານຕີເອນ ແລະ ໂຢຊວຍລູກຊາຍຂອງໂຢຊາດັກຈຶ່ງລົງມືກໍ່ສ້າງວິຫານຂອງພຣະເຈົ້າໃນເຢຣູຊາເລັມອີກ ແລະ ຜູ້ທຳນວາຍຂອງພຣະເຈົ້າກໍຢູ່ຄຽງຂ້າງຄອຍຊ່ວຍເຫລືອພວກເຂົາ.3ໃນເວລານັ້ນ ຕັດເຕໄນຜູ້ທີ່ປົກຄອງຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ແລະ ເຊຕາກໂບເຊໄນກັບບັນດາເຈົ້າໜ້າທີ່ຂອງຕົນກໍໄດ້ມາຖາມພວກເຂົາວ່າ “ຜູ້ໃດອະນຸຍາດໃຫ້ພວກເຈົ້າສ້າງວິຫານນີ້ຂຶ້ນໃໝ່ ແລະ ຈະເຮັດໃຫ້ສຳເລັດ?”4ພວກເຂົາຍັງໄດ້ຖາມວ່າ, “ບັນດາຜູ້ກໍ່ສ້າງວິຫານນີ້ຊື່ຫຍັງ?” 5ແຕ່ສາຍຕາຂອງພຣະເຈົ້າຂອງພວກເຂົາໄດ້ເຝົ້າເບິ່ງບັນດາຜູ້ອາວຸໂສຂອງຊາວຢິວ ແລະ ພວກເຂົາຈຶ່ງເຮັດວຽກຕໍ່ໄປ ຈົນຝ່າຍກົງກັນຂ້າມໄດ້ສົ່ງລາຍງານໄປຫາກະສັດດາຣິອຸດ ແລະ ໄດ້ຮັບການຕອບກັບມາເປັນລາຍລັກອັກສອນ.6ນີ້ຄືສຳເນົາຈົດໝາຍທີ່ຕັດເຕໄນ, ຜູ້ທີ່ປົກຄອງຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ແລະ ເຊຕາກໂບເຊໄນກັບຜູ້ຮ່ວມງານຂອງພວກເຂົາ ເຊິ່ງເປັນເຈົ້າໜ້າທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ໄດ້ສົ່ງໄປລາຍງານກະສັດດາຣິອຸດ.7ລາຍງານຂອງພວກເຂົາທີ່ສົ່ງໄປເຖິງກະສັດມີໃຈຄວາມວ່າ:ເຖິງກະສັດດາຣິອຸດ:
ຂໍຈົ່ງຈະເລີນ.8ກະສັດຄວນຈະໄດ້ຮູ້ວ່າພວກຂ້ານ້ອຍໄດ້ໄປທີ່ເມືອງຢູດາຍ, ໄປທີ່ວິຫານຂອງພຣະເຈົ້າຜູ້ຍິ່ງໃຫຍ່. ປະຊາຊົນກຳລັງກໍ່ສ້າງວິຫານໂດຍໃຊ້ຫີນກ້ອນໃຫຍ່ ແລະ ໂອບຝາດ້ວຍໄມ້ແປ້ນ. ພວກເຂົາກຳລັງເຮັດວຽກຢ່າງດຸໝັ່ນ ແລະ ວຽກງານກຳລັງຄືບໜ້າໄປພາຍໃຕ້ການນໍາພາຂອງພວກເຂົາ.9ພວກຂ້ານ້ອຍຖາມພວກຜູ້ອາວຸໂສວ່າ, “ຜູ້ໃດອະນຸຍາດໃຫ້ພວກເຈົ້າສ້າງວິຫານນີ້ຂຶ້ນໃໝ່?”10ພວກຂ້ານ້ອຍຍັງໄດ້ຖາມເອົາລາຍຊື່ຂອງຄົນເຫລົ່ານັ້ນ ເພື່ອວ່າພວກຂ້ານ້ອຍຈະສາມາດຈົດລາຍຊື່ຂອງບັນດາຜູ້ນຳຂອງພວກເຂົາໄວ້ ເພື່ອເປັນຂໍ້ມູນໃຫ້ທ່ານ.11ນີ້ແມ່ນຄໍາຕອບທີ່ພວກເຂົາໄດ້ໃຫ້ພວກຂ້ານ້ອຍ:
“ພວກເຮົາເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ພວກເຮົາກໍກຳລັງສ້າງວິຫານທີ່ເຄີຍສ້າງເມື່ອຫລາຍປີຜ່ານມາ ໂດຍກະສັດຜູ້ຍິ່ງໃຫຍ່ຜູ້ໜຶ່ງຂອງອິດສະຣາເອນໄດ້ສ້າງ ແລະ ສ້າງຈົນສຳເລັດ.12ແຕ່ເນື່ອງຈາກບັນພະບຸລຸດຂອງພວກເຮົາເຮັດໃຫ້ພຣະເຈົ້າແຫ່ງຟ້າສະຫວັນໃຈຮ້າຍ, ພຣະອົງຈຶ່ງມອບພວກເຂົາໄວ້ໃນມືຂອງກະສັດເນບູກາດເນັດຊາຄົນກັນເດອານ, ກະສັດແຫ່ງບາບີໂລນ, ຜູ້ທຳລາຍວິຫານນີ້ ແລະ ກວາດຕ້ອນປະຊາຊົນໄປຍັງບາບີໂລນ.13“ແຕ່ປີທີໜຶ່ງຂອງການປົກຄອງຂອງກະສັດໄຊຣັດແຫ່ງບາບີໂລນ, ກະສັດໄຊຣັດໄດ້ອອກຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່.14ກະສັດໄຊຣັດຍັງໄດ້ຮື້ເຄື່ອງໃຊ້ທີ່ເປັນຄຳ ແລະ ເງິນຂອງວິຫານຂອງພຣະເຈົ້າອອກຈາກວິຫານທີ່ບາບີໂລນ, ເຊິ່ງກະສັດເນບູກາດເນັດຊາໄດ້ຢຶດໄປຈາກວິຫານໃນເຢຣູຊາເລັມໄປ ແລະ ເກັບໄວ້ໃນວິຫານ ທີ່ບາບີໂລນນັ້ນ. ແລ້ວກະສັດໄຊຣັດກໍໄດ້ມອບເຄື່ອງໃຊ້ເຫລົ່ານີ້ຄືນໃຫ້ແກ່ຜູ້ຊາຍຄົນໜຶ່ງທີ່ຊື່ວ່າເຊັດບັດຊາ ເຊິ່ງຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງ,15ແລະ ກະສັດໄຊຣັດກໍໄດ້ສັ່ງເຊັດບັດຊາວ່າ, ‘ຈົ່ງເອົາເຄື່ອງໃຊ້ເຫລົ່ານັ້ນໄປເກັບໄວ້ໃນວິຫານທີ່ເຢຣູຊາເລັມ ແລະ ຈົ່ງສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ໃນບ່ອນເດີມ’.16“ດັ່ງນັ້ນ ເຊັດບັດຊາຜູ້ນີ້ຈຶ່ງມາວາງຮາກຖານວິຫານຂອງພຣະເຈົ້າໃນເຢຣູຊາເລັມ ການກໍ່ສ້າງຈຶ່ງດຳເນີນມາຈົນເຖິງບັດນີ້ ແຕ່ກໍຍັງບໍ່ສຳເລັດຮຽບຮ້ອຍ”.17ບັດນີ້ ຖ້າທ່ານເຫັນດີ, ກໍຂໍໃຫ້ເຮັດການຄົ້ນຫາໃນຫໍຈົດໝາຍຂອງບາບີໂລນ ເພື່ອເບິ່ງວ່າກະສັດໄຊຣັດໄດ້ເຄີຍມີຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້າໃນເຢຣູຊາເລັມຂຶ້ນໃໝ່ບໍ. ຫລັງຈາກນັ້ນຂໍໃຫ້ກະສັດສົ່ງຄວາມຄິດເຫັນຂອງທ່ານໃນເລື່ອງນີ້ໃຫ້ພວກຂ້ານ້ອຍດ້ວຍ.
Biblica, Inc.