ເອຊະຣາ4
ສັດຕູພະຍາຍາມຂັດຂວາງການກໍ່ສ້າງ
1ເມື່ອບັນດາສັດຕູຂອງຢູດາຍ ແລະ ເບັນຢາມິນໄດ້ຍິນວ່າ ຊະເລີຍທັງຫລາຍກຳລັງສ້າງວິຫານເພື່ອພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ,2ພວກເຂົາກໍໄດ້ມາພົບເຊຣຸບບາເບນ ແລະ ຫົວໜ້າຄອບຄົວຕ່າງໆ ແລະ ໄດ້ເວົ້າວ່າ, “ຂໍໃຫ້ພວກເຮົາຊ່ວຍພວກທ່ານກໍ່ສ້າງ, ເພາະພວກເຮົາກໍສະແຫວງຫາພຣະເຈົ້າຂອງພວກທ່ານເຊັ່ນດຽວກັບພວກທ່ານ ແລະ ໄດ້ຖວາຍເຄື່ອງບູຊາແກ່ພຣະອົງນັບຕັ້ງແຕ່ກະສັດເອສາຮັດໂດນແຫ່ງອັດຊີເຣຍນຳພວກເຮົາມາບ່ອນນີ້”.3ແຕ່ເຊຣຸບບາເບນ, ໂຢຊວຍ ແລະ ຫົວໜ້າຄອບຄົວຕ່າງໆຂອງອິດສະຣາເອນໄດ້ຕອບວ່າ, “ພວກທ່ານບໍ່ມີສ່ວນຮ່ວມກັບພວກເຮົາໃນການສ້າງວິຫານຖວາຍແກ່ພຣະເຈົ້າຂອງພວກເຮົາ. ມີແຕ່ພວກເຮົາເທົ່ານັ້ນທີ່ຈະສ້າງວິຫານຖວາຍພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຕາມທີ່ກະສັດໄຊຣັດແຫ່ງເປີເຊຍສັ່ງພວກເຮົາໄວ້”.4ຫລັງຈາກນັ້ນ ບັນດາຄົນທີ່ອາໄສຢູ່ອ້ອມພວກເຂົາຈຶ່ງພະຍາຍາມເຮັດໃຫ້ປະຊາຊົນຢູດາຍເສຍກໍາລັງໃຈ ແລະ ເຮັດໃຫ້ພວກເຂົາບໍ່ກ້າສ້າງຕໍ່. 5ພວກເຂົາໄດ້ໃຫ້ສິນບົນແກ່ພວກເຈົ້າໜ້າທີ່ ເພື່ອໃຫ້ຂັດຂວາງວຽກງານຂອງຄົນຢິວ ແລະ ກໍ່ກວນແຜນການຂອງພວກເຂົາຕະຫລອດການປົກຄອງຂອງກະສັດໄຊຣັດແຫ່ງເປີເຊຍ ແລະ ຈົນເຖິງການປົກຄອງຂອງກະສັດດາຣິອຸດແຫ່ງເປີເຊຍ.ການຂັດຂວາງຕໍ່ມາໃນສະໄໝຂອງເຊເຊັດ ແລະ ອາກຕາເຊເຊັດ
6ໃນຕອນຕົ້ນຂອງການປົກປົກຂອງກະສັດເຊເຊັດ, ພວກເຂົາໄດ້ຕັ້ງຂໍ້ຫາຟ້ອງປະຊາຊົນຢູດາຍ ແລະ ເຢຣູຊາເລັມ.7ແລະ ໃນຊ່ວງການປົກຄອງຂອງກະສັດອາກຕາເຊເຊັດແຫ່ງເປີເຊຍ, ບິດຊະຣາມ, ມິດເຣດາດ, ຕາເບເອນ ແລະ ຜູ້ຮ່ວມງານອື່ນໆຂອງເພິ່ນ ໄດ້ຂຽນຈົດໝາຍເຖິງກະສັດອາກຕາເຊເຊັດ. ຈົດໝາຍຖືກຂຽນເປັນພາສາອາຣາມິກ ແລະ ມີຜູ້ແປໃຫ້ຟັງ.8ເຣຮູມ ຜູ້ບັນຊາການ ແລະ ຊິມໄຊ ເລຂາທິການ ໄດ້ຂຽນຈົດໝາຍເຖິງກະສັດອາກຕາເຊເຊັດ ເພື່ອຟ້ອງເຢຣູຊາເລັມດັ່ງນີ້ວ່າ:9ເຣຮູມ ຜູ້ບັນຊາການ ແລະ ຊິມໄຊ ເລຂາທິການ ພ້ອມດ້ວຍຜູ້ຮ່ວມງານອື່ນໆຂອງພວກເຂົາ ລວມທັງບັນດາຜູ້ພິພາກສາ, ເຈົ້າໜ້າທີ່ປົກຄອງປະຊາຊົນຈາກເປີເຊຍ, ເອເຣັກ ແລະ ບາບີໂລນ, ຊາວເອລາມແຫ່ງຊູຊາ,10ແລະ ຄົນອື່ນໆທີ່ອາຊູບານິປານ ຜູ້ຍິ່ງໃຫຍ່ ແລະ ເປັນທີ່ນັບຖືໄດ້ນຳໂຕມາ ແລະ ໃຫ້ຕັ້ງຖິ່ນຖານໃນນະຄອນຊາມາເຣຍ ແລະ ບ່ອນອື່ນໆທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ.11(ນີ້ແມ່ນສຳເນົາຈົດໝາຍທີ່ພວກເຂົາໄດ້ສົ່ງເຖິງກະສັດ).ເຖິງ ກະສັດອາກຕາເຊເຊັດ,
ຈາກບັນດາຜູ້ຮັບໃຊ້ຂອງທ່ານທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ:12ຂໍຮຽນໃຫ້ກະສັດຮູ້ວ່າປະຊາຊົນທີ່ມາຈາກທ່ານ ແລ້ວຂຶ້ນມາຫາພວກຂ້ານ້ອຍນັ້ນໄປຍັງເຢຣູຊາເລັມແລ້ວ ແລະ ກຳລັງສ້າງນະຄອນທີ່ກະບົດ ແລະ ຊົ່ວຮ້າຍຄືນໃໝ່. ພວກເຂົາກຳລັງບູລະນະກຳແພງເມືອງ ແລະ ສ້ອມແປງຮາກຖານຄືນໃໝ່.13ຫລາຍກວ່ານັ້ນ, ກະສັດຄວນຈະໄດ້ຮູ້ວ່າ ຖ້າເມືອງນີ້ສ້າງສຳເລັດ ແລະ ກຳແພງເມືອງໄດ້ຖືກສ້າງຄືນໃໝ່ແລ້ວ, ພວກເຂົາຈະບໍ່ສົ່ງເຄື່ອງບັນນາການ, ຄ່າທຳນຽມ ແລະ ພາສີ ເຮັດໃຫ້ເງິນລາຍໄດ້ຂອງຫລວງຂາດຫາຍໄປ.14ບັດນີ້ ເພາະພວກຂ້ານ້ອຍຈົ່ງຮັກພັກດີຕໍ່ທ່ານ ບໍ່ຢາກເຫັນທ່ານຖືກໝິ່ນປະໝາດ, ພວກຂ້ານ້ອຍຈຶ່ງໄດ້ຂຽນຂໍ້ຄວາມນີ້ມາຫາກະສັດ.15ເພື່ອຈະສັ່ງໃຫ້ຄົ້ນເບິ່ງຈົດໝາຍຂອງກະສັດຄົນກ່ອນໆ. ໃນບັນທຶກເຫລົ່ານີ້ທ່ານຈະພົບວ່ານະຄອນແຫ່ງນີ້ເປັນນະຄອນກະບົດ, ສ້າງຄວາມເດືອດຮ້ອນໃຫ້ແກ່ບັນດາກະສັດ ແລະ ຂົງເຂດຕ່າງໆ, ເປັນນະຄອນທີ່ກະບົດຫົວແຂງມາຕັ້ງແຕ່ບູຮານ. ດ້ວຍເຫດນີ້ ເມືອງນີ້ຈຶ່ງຖືກທຳລາຍ.16ພວກຂ້ານ້ອຍຂໍແຈ້ງໃຫ້ກະສັດຮູ້ວ່າ ຖ້າເມືອງນີ້ສ້າງສຳເລັດ ແລະ ກຳແພງເມືອງສ້າງຂຶ້ນໄດ້ ທ່ານຈະບໍ່ເຫລືອຫຍັງຢູ່ທາງຟາກໜຶ່ງຂອງແມ່ນ້ຳເອີຟຣັດນີ້.17ກະສັດໄດ້ສົ່ງຈົດໝາຍຕອບວ່າດັ່ງນີ້:
ເຖິງເຣຮູມ ຜູ້ບັນຊາການ, ຊິມໄຊ ເລຂາທິການ ແລະ ຄະນະຮັບຜິດຊອບຄົນອື່ນໆທີ່ອາໄສຢູ່ໃນຊາມາເຣຍ ແລະ ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ:
ສະບາຍດີ.18ຈົດໝາຍທີ່ພວກທ່ານໄດ້ສົ່ງມາຫາພວກຂ້າພະເຈົ້າ ໄດ້ມີການອ່ານ ແລະ ແປໃຫ້ຂ້າພະເຈົ້າຟັງແລ້ວ.19ຂ້າພະເຈົ້າໄດ້ສັ່ງໃຫ້ຄົ້ນເລື່ອງລາວ ແລະ ກໍພົບວ່າເມືອງນີ້ມີປະຫວັດອັນຍາວນານວ່າໄດ້ກະບົດຕໍ່ບັນດາກະສັດ ແລະ ມັກກໍ່ການຮ້າຍ ແລະ ຄວາມວຸ້ນວາຍຕ່າງໆ.20ໃນເຢຣູຊາເລັມຍັງເຄີຍມີກະສັດທີ່ຍິ່ງໃຫຍ່ ເຊິ່ງປົກຄອງດິນແດນທັງໝົດເໜືອແມ່ນ້ຳເອີຟຣັດ ແລະ ເອີ້ນເກັບພາສີ, ເຄື່ອງຖວາຍຕ່າງໆ ແລະ ຄ່າທຳນຽມຫລາຍຢ່າງ.21ດັ່ງນັ້ນ ຈົ່ງສັ່ງໃຫ້ຄົນເຫລົ່ານີ້ຢຸດການກໍ່ສ້າງ ເພື່ອວ່າເມືອງນີ້ຈະບໍ່ໄດ້ຖືກສ້າງຂຶ້ນໃໝ່ຈົນກວ່າເຮົາຈະມີຄຳສັ່ງ.22ຈົ່ງເອົາໃຈໃສ່ ຢ່າລະເລີຍເລື່ອງນີ້. ເຫດໃດຈຶ່ງຈະປ່ອຍໃຫ້ສະຖານະການນີ້ແຜ່ລາມຈົນສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງຫລວງ?23ເມື່ອເຣຮູມ ແລະ ຊິມໄຊ ເລຂາທິການກັບຜູ້ຮ່ວມງານອື່ນໆຂອງພວກເຂົາໄດ້ຟັງຂໍ້ຄວາມໃນຈົດໝາຍຂອງກະສັດອາກຕາເຊເຊັດແລ້ວ, ພວກເຂົາກໍໄດ້ໄປຫາຊາວຢິວຢູ່ທີ່ເຢຣູຊາເລັມ ແລະ ໃຊ້ກຳລັງບັງຄັບໃຫ້ຊາວຢິວຢຸດການກໍ່ສ້າງ.24ດັ່ງນັ້ນການກໍ່ສ້າງວິຫານຂອງພຣະເຈົ້າໃນເຢຣູຊາເລັມ ຈຶ່ງຢຸດລົງຈົນເຖິງປີທີສອງຂອງການປົກຄອງຂອງກະສັດດາຣິອຸດແຫ່ງເປີເຊຍ.
Biblica, Inc.