ເອຊະຣາ3
ສ້າງແທ່ນບູຊາຂຶ້ນໃໝ່
1ເມື່ອຮອດເດືອນທີເຈັດມາ ແລະ ຊາວອິດສະຣາເອນກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງຂອງຕົນແລ້ວ, ຄົນທັງຫລາຍກໍມາຊຸມນຸມກັນໃນເຢຣູຊາເລັມຢ່າງເປັນນ້ຳໜຶ່ງໃຈດຽວກັນ.2ຫລັງຈາກນັ້ນ ໂຢຊວຍລູກຊາຍຂອງໂຢຊາດັກກັບປະໂລຫິດຄົນອື່ນໆ ແລະ ເຊຣຸບບາເບນ ລູກຊາຍຂອງເຊອານຕີເອນ ແລະ ຜູ້ຮ່ວມງານຂອງເພິ່ນໄດ້ເລີ່ມສ້າງແທ່ນບູຊາຂອງພຣະເຈົ້າແຫ່ງອິດສະຣາເອນຂຶ້ນ ເພື່ອຖວາຍເຄື່ອງບູຊາເທິງແທ່ນຕາມທີ່ຂຽນໄວ້ໃນກົດບັນຍັດຂອງໂມເຊ ຄົນຂອງພຣະເຈົ້າ.3ເຖິງແມ່ນວ່າປະຊາຊົນຍັງຢ້ານກົວຊົນຊາດຕ່າງໆທີ່ອາໄສໃນແຖບນັ້ນ, ພວກເຂົາກໍຍັງສ້າງແທ່ນບູຊາຂຶ້ນຢູ່ເທິງຖານເດີມ ແລະ ຖວາຍເຄື່ອງບູຊາຍາມເຊົ້າ ແລະ ຍາມແລງແດ່ພຣະເຈົ້າຢາເວ.4ຫລັງຈາກນັ້ນ ພວກເຂົາໄດ້ສະຫລອງເທດສະການປຸກຕູບຢູ່ ຕາມທີ່ຂຽນໄວ້ໃນກົດບັນຍັດ ພ້ອມກັບຖວາຍເຄື່ອງບູຊາຕາມຈຳນວນທີ່ໄດ້ລະບຸໄວ້ສຳລັບແຕ່ລະວັນ.5ຫລັງຈາກນັ້ນ, ພວກເຂົາກໍໄດ້ຖວາຍເຄື່ອງເຜົາບູຊາຕາມປົກກະຕິ, ເຄື່ອງບູຊາສຳລັບມື້ເດືອນອອກໃໝ່ ແລະ ເຄື່ອງບູຊາສຳລັບເທດສະການອັນສັກສິດຂອງພຣະເຈົ້າຢາເວ ທຸກເທດສະການທີ່ກຳນົດໄວ້, ກັບຖວາຍເຄື່ອງບູຊາຕາມຄວາມສະໝັກໃຈຂອງປະຊາຊົນແກ່ພຣະເຈົ້າຢາເວ.6ໃນວັນທີໜຶ່ງຂອງເດືອນທີເຈັດ ພວກເຂົາໄດ້ເລີ່ມຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ, ເຖິງແມ່ນວ່າຍັງບໍ່ໄດ້ເລີ່ມວາງຮາກຖານວິຫານຂອງພຣະເຈົ້າຢາເວ.ການສ້າງວິຫານຂຶ້ນໃໝ່
7ຫລັງຈາກນັ້ນ ພວກເຂົາກໍໄດ້ມອບໃຫ້ເງິນແກ່ຊ່າງກໍ່ ແລະ ຊ່າງໄມ້ ແລະ ມອບອາຫານ, ເຄື່ອງດື່ມ ແລະ ນ້ຳມັນໃຫ້ແກ່ຊາວຊີໂດນ ແລະ ຊາວຕີເຣ ເພື່ອວ່າພວກເຂົາຈະນໍາໄມ້ແປກຈາກເລບານອນລ່ອງທະເລມາຍັງເມືອງຢົບປາ ຕາມທີ່ໄດ້ຮັບອະນຸຍາດຈາກກະສັດໄຊຣັດແຫ່ງເປີເຊຍ.8ໃນເດືອນທີສອງຂອງປີທີສອງຫລັງຈາກກັບມາຮອດວິຫານຂອງພຣະເຈົ້າໃນເຢຣູຊາເລັມ, ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ໂຢຊວຍລູກຊາຍຂອງໂຢຊາດັກ ແລະ ພີ່ນ້ອງຄົນອື່ນໆ (ຄືປະໂລຫິດ, ຄົນເລວີ ແລະ ຄົນທັງໝົດທີ່ກັບມາຈາກການເປັນຊະເລີຍມາຍັງເຢຣູຊາເລັມ) ກໍເລີ່ມຕົ້ນເຮັດວຽກ. ພວກເຂົາໄດ້ແຕ່ງຕັ້ງຄົນເລວີທີ່ມີອາຍຸຊາວປີຂຶ້ນໄປ ເປັນຜູ້ຄວບຄຸມການກໍ່ສ້າງວິຫານຂອງພຣະເຈົ້າຢາເວ.9ເຢຊູອາກັບບັນດາລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວ ແລະ ກາດມີເອນກັບບັນດາລູກຊາຍຂອງລາວ (ເຊື້ອສາຍຂອງໂຮດາວີຢາ ) ແລະ ບັນດາລູກຊາຍຂອງເຮນາດາດກັບລູກຊາຍ ແລະ ພີ່ນ້ອງຂອງພວກເຂົາ ຄົນເລວີທຸກຄົນໄດ້ ຮ່ວມກັນຄວບຄຸມເບິ່ງແຍງການກໍ່ສ້າງວິຫານຂອງພຣະເຈົ້າ.10ເມື່ອຊ່າງກໍ່ສ້າງໄດ້ວາງຮາກຖານຂອງວິຫານຂອງພຣະເຈົ້າຢາເວສຳເລັດແລ້ວ, ບັນດາປະໂລຫິດທີ່ສວມເຄື່ອງແຕ່ງກາຍປະໂລຫິດຂອງຕົນ ແລະ ພ້ອມກັບຖືແກ. ຄົນເລວີ (ພວກລູກຊາຍຂອງອາສັບ) ຖືແສ່ງເຂົ້າປະຈຳທີ່ ເພື່ອຖວາຍສັນເສີນແກ່ພຣະເຈົ້າຢາເວ ຕາມທີ່ກະສັດດາວິດແຫ່ງອິດສະຣາເອນໄດ້ກຳນົດໄວ້.11ພວກເຂົາໄດ້ຮ້ອງເພງສັນເສີນ ແລະ ຂອບພຣະຄຸນພຣະເຈົ້າຢາເວວ່າ:“ພຣະອົງດີ;ຄວາມຮັກໝັ້ນຄົງຂອງພຣະອົງທີ່ມີຕໍ່ອິດສະຣາເອນນັ້ນດຳລົງຕະຫລອດໄປ”.ແລະ ປະຊາຊົນທັງໝົດຕ່າງກໍໂຫ່ຮ້ອງສັນເສີນພຣະເຈົ້າຢາເວ, ເພາະຮາກຖານວິຫານຂອງພຣະເຈົ້າຢາເວໄດ້ວາງລົງຮຽບຮ້ອຍແລ້ວ.12ແຕ່ບັນດາປະໂລຫິດ, ຄົນເລວີ ແລະ ຫົວໜ້າຄອບຄົວ ທີ່ເປັນຜູ້ສູງອາຍຸທີ່ເຄີຍເຫັນວິຫານເດີມ ພາກັນຮ້ອງໄຫ້ເມື່ອພວກເຂົາໄດ້ເຫັນຮາກຖານຂອງວິຫານທີ່ວາງລົງສຳເລັດແລ້ວ, ຂະນະທີ່ຄົນອື່ນໆກໍໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ.13ສຽງໂຫ່ຮ້ອງຍິນດີກັບສຽງຮ້ອງໄຫ້ປົນກັນຈົນແຍກບໍ່ອອກ ເພາະປະຊາຊົນຕ່າງກໍເປັ່ງສຽງດັງຫລາຍ ແລະ ສຽງນັ້ນໄດ້ຍິນໄປໄກ.Biblica, Inc.