ເອຊະຣາ2
ລາຍຊື່ຊະເລີຍທີ່ກັບມາ
1ຕໍ່ໄປນີ້ແມ່ນລາຍຊື່ຂອງຄົນທີ່ກັບມາ ຫລັງຈາກທີ່ຖືກກະສັດເນບູກາດເນັດຊາແຫ່ງບາບີໂລນກວາດຕ້ອນໄປຍັງບາບີໂລນ (ພວກເຂົາກັບມາບ້ານເກີດຂອງຕົນໃນເຢຣູຊາເລັມ ແລະ ຢູດາຍ,2ໂດຍການນໍາພາຂອງເຊຣຸບບາເບນ, ໂຢຊວຍ, ເນເຫມີຢາ, ເສຣາອີຢາ, ເຣເອລາອິຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຮຸມ ແລະ ບາອານາ) ເຊິ່ງມີດັ່ງນີ້:ຈໍານວນປະຊາຊົນອິດສະຣາເອນໄດ້ມີດັ່ງນີ້:3ເຊື້ອສາຍຂອງ ປາຣົດ 2.172 ຄົນ4ເຊຟາຕີຢາ 372 ຄົນ5ອາຣາ 775 ຄົນ6ປາຮາດ ໂມອາບ (ຜ່ານທາງເຊື້ອສາຍຂອງໂຢຊວຍ ແລະ ໂຢອາບ) 2.812 ຄົນ7ເອລາມ 1.254 ຄົນ8ຊັດຕຸ 945 ຄົນ9ຊັກກາຍ 760 ຄົນ10ບານີ 642 ຄົນ11ເບບາຍ 623 ຄົນ12ອາຊະກາດ 1.222 ຄົນ13ອາໂດນີກຳ 666 ຄົນ14ບິກໄຫວ 2.056 ຄົນ15ອາດິນ 454 ຄົນ16ອາເຕ (ຜ່ານທາງເຮເຊກີຢາ) 98 ຄົນ17ເບໄຊ 323 ຄົນ18ໂຢຣາ 112 ຄົນ19ຮາຊຸມ 223 ຄົນ20ກິບບາ 95 ຄົນ21ຊາຍຊາວ ເບັດເລເຮັມ 123 ຄົນ22ເນໂຕຟາ 56 ຄົນ23ອານາທົດ 128 ຄົນ24ອາຊະມາເວດ 42 ຄົນ25ກີຣີອາດເຢອາຣີມ, ເກຟີຣາ ແລະ ເບເອໂຣດ 743 ຄົນ26ຣາມາ ແລະ ເກບາ 621 ຄົນ27ມິກມາດ 122 ຄົນ28ເບັດເອນ ແລະ ອາອີ 223 ຄົນ29ເນໂບ 52 ຄົນ30ມັກບິດ 156 ຄົນ31ເອລາມອີກແຫ່ງອື່ນ 1.254 ຄົນ32ຮາຣິມ 320 ຄົນ33ໂລດ, ຮາດິດ ແລະ ໂອໂນ 725 ຄົນ34ເຢຣິໂກ 345 ຄົນ35ເຊນາຢາ 3.630 ຄົນ36ປະໂລຫິດມີດັ່ງນີ້: ເຊື້ອສາຍຂອງ ເຢດາອີຢາ (ຜ່ານທາງຄອບຄົວຂອງເຢຊູອາ) 973 ຄົນ37ອິມເມ 1.052 ຄົນ38ປັດຊູ 1.247 ຄົນ39ຮາຣິມ 1.017 ຄົນ40ຄົນເລວີມີດັ່ງນີ້: ເຊື້ອສາຍຂອງ ເຢຊູອາ ແລະ ກາດມີເອນ (ເຊື້ອສາຍຂອງໂຮດາວີຢາ) 74 ຄົນ41ນັກດົນຕີມີດັ່ງນີ້: ເຊື້ອສາຍຂອງ ອາສັບ 128 ຄົນ42ຄົນເຝົ້າຍາມປະຕູວິຫານມີດັ່ງນີ້: ເຊື້ອສາຍຂອງ ຊໍລູມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ແລະ ໂຊບາຍ 139 ຄົນ43ຜູ້ຮັບໃຊ້ໃນວິຫານມີດັ່ງນີ້: ເຊື້ອສາຍຂອງ ຊີຮາ, ຮາຊູຟາ, ຕັບບາອົດ,44ເກໂຣ, ຊີອາຮາ, ປາໂດນ,45ເລບານາ, ຮາກາບາ, ອັກກຸບ46ຮາກາບ, ຊານໄມ, ຮານານ,47ກິດເດນ, ກາຮາ, ເຣອາອີຢາ,48ເຣຊິນ, ເນໂກດາ, ກັດຊຳ,49ອຸດຊາ, ປາເສອາ, ເບສາຍ50ອາຊະນາ, ເມອູນິມ, ເນຟີສິມ,51ບັກບຸກ, ຮາກູຟາ, ຮາກຮູ,52ບາຊະລຸດ, ເມຮີດາ, ຮັກຊາ,53ບາກໂກ, ສີເສຣາ, ເຕມາ,54ເນຊີຢາ ແລະ ຮາຕີຟາ.55ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນ ມີດັ່ງນີ້: ເຊື້ອສາຍຂອງ ໂສໄຕ, ຮາໂສເຟເຣດ, ເປຣູດາ,56ຢາອາລາ, ດາກໂກນ, ກິດເດນ,57ເຊຟາຕີຢາ, ຮັດຕິນ, ໂປເກເຣດຮັດເຊບາອິມ ແລະ ອາມີ58ບັນດາຜູ້ຮັບໃຊ້ໃນວິຫານ ແລະ ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນມີ 392 ຄົນ59ຕໍ່ໄປນີ້ແມ່ນກຸ່ມທີ່ເດີນທາງມາຈາກເມືອງເຕັນເມລາ, ເຕນຮາກຊາ, ເຄຣຸບ, ອັດໂດນ ແລະ ອິມເມ ແຕ່ພວກເຂົາບໍ່ມີຫລັກຖານວ່າຄອບຄົວຂອງພວກເຂົາແມ່ນສືບເຊື້ອສາຍມາຈາກອິດສະຣາເອນມີດັ່ງນີ້:60ເຊື້ອສາຍຂອງ ເດລາອີຢາ, ໂຕບີຢາ ແລະ ເນໂກດາ 652 ຄົນ61ແລະ ຈາກບັນດາປະໂລຫິດມີດັ່ງນີ້: ເຊື້ອສາຍຂອງ ໂຮບາອີອາ, ຮັກກົດ ແລະ ບາກຊິນໄລ (ເຊິ່ງແຕ່ງງານກັບລູກສາວຄົນໜຶ່ງຂອງບາກຊິນໄລ ເປັນຊາວກີເລອາດ ແລະ ໄດ້ຊື່ຕາມຊື່ນັ້ນ).62ຄົນເຫລົ່ານີ້ໄດ້ຄົ້ນຫາບັນທຶກຄອບຄົວຂອງຕົນ ແຕ່ພວກເຂົາບໍ່ສາມາດຄົ້ນພົບ ແລະ ຈຶ່ງບໍ່ຖືກລວມຢູ່ໃນກຸ່ມປະໂລຫິດເພາະຖືວ່າເປັນມົນທິນ.63ຜູ້ປົກຄອງໄດ້ສັ່ງຫ້າມພວກເຂົາບໍ່ໃຫ້ກິນອາຫານບໍລິສຸດທີ່ສຸດ ຈົນກວ່າຈະມີປະໂລຫິດຖາມເລື່ອງນີ້ຜ່ານທາງອູຣິມ ແລະ ທູມມິມ.64ຄົນກຸ່ມນີ້ມີທັງໝົດ 42.360 ຄົນ,65ບໍ່ລວມກັບຄົນຮັບໃຊ້ຊາຍຍິງ 7.337 ຄົນ; ພວກເຂົາຍັງມີຄະນະນັກຮ້ອງຊາຍຍິງ 200 ຄົນ.66ພວກເຂົາມີມ້າ 736 ໂຕ, ມ້າລໍ 245 ໂຕ,67ອູດ 435 ໂຕ ແລະ ລາ 6.720 ໂຕ.68ເມື່ອພວກເຂົາມາຮອດວິຫານຂອງພຣະເຈົ້າຢາເວ ໃນເຢຣູຊາເລັມ, ຫົວໜ້າຄອບຄົວບາງຄົນໄດ້ຖວາຍເຄື່ອງບູຊາຕາມຄວາມສະໝັກໃຈ ເພື່ອສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ໃນບ່ອນເດີມ.69ແຕ່ລະຄົນໄດ້ຖວາຍເຂົ້າໃນຄັງເພື່ອວຽກງານນີ້ຕາມກຳລັງຄວາມສາມາດ ລວມແລ້ວໄດ້ຄຳໜັກປະມານ 500 ກິໂລກຣາມ ກັບເງິນໜັກປະມານ 2,9 ໂຕນ ແລະ ເຄື່ອງແຕ່ງກາຍຂອງປະໂລຫິດ 100 ຊຸດ.70ປະໂລຫິດ, ຄົນເລວີ, ນັກດົນຕີ, ຄົນເຝົ້າຍາມປະຕູວິຫານ ແລະ ຜູ້ຮັບໃຊ້ໃນວິຫານ ໄດ້ເຂົ້າອາໄສຢູ່ໃນເມືອງຂອງຕົນພ້ອມກັບປະຊາຊົນອີກຈຳນວນໜຶ່ງ ແລະ ຊາວອິດສະຣາເອນທີ່ເຫລືອນັ້ນໄດ້ຕັ້ງຖິ່ນຖານຢູ່ໃນເມືອງຂອງຕົນ.
Biblica, Inc.