ເອຊະຣາ1
ໄຊຣັດຊ່ວຍຊະເລີຍກັບຄືນເມືອ
1ໃນປີທີໜຶ່ງຂອງຂອງການປົກຄອງຂອງໄຊຣັດ ກະສັດແຫ່ງເປີເຊຍ, ເພື່ອເຮັດໃຫ້ຖ້ອຍຄໍາຂອງພຣະເຈົ້າຢາເວສໍາເລັດຕາມທີ່ເຢເຣມີຢາໄດ້ກ່າວໄວ້, ພຣະເຈົ້າຢາເວໄດ້ດົນໃຈຂອງກະສັດໄຊຣັດແຫ່ງເປີເຊຍໃຫ້ອອກປະກາດອອກໄປທົ່ວອານາຈັກຂອງເພິ່ນ ແລະ ໃຫ້ບັນທຶກເປັນລາຍລັກອັກສອນວ່າ:2“ກະສັດໄຊຣັດແຫ່ງເປີເຊຍໄດ້ກ່າວດັ່ງນີ້ວ່າ:“ ‘ພຣະເຈົ້າຢາເວ, ພຣະເຈົ້າແຫ່ງຟ້າສະຫວັນໄດ້ມອບອານາຈັກທັງໝົດຂອງໂລກນີ້ໃຫ້ແກ່ຂ້າພະເຈົ້າ ແລະ ພຣະອົງໄດ້ມອບໝາຍໃຫ້ຂ້າພະເຈົ້າສ້າງວິຫານສຳລັບພຣະອົງຢູ່ທີ່ເຢຣູຊາເລັມໃນເຂດຢູດາຍ.3ຄົນໃດໃນບັນດາພວກທ່ານທີ່ເປັນປະຊາຊົນຂອງພຣະເຈົ້າ ຂໍໃຫ້ກັບໄປທີ່ເຢຣູຊາເລັມໃນຢູດາຍ ແລະ ສ້າງວິຫານຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ພຣະເຈົ້າຜູ້ຢູ່ໃນເຢຣູຊາເລັມ ແລະ ຂໍໃຫ້ພຣະເຈົ້າຂອງພວກເຂົາຢູ່ກັບພວກເຂົາດ້ວຍ.4ແລະ ໃນທ້ອງຖິ່ນທີ່ຜູ້ລອດຊີວິດອາດຈະອາໄສຢູ່ໃນເວລານີ້, ໃຫ້ປະຊາຊົນມອບເງິນ, ຄໍາ, ພ້ອມດ້ວຍສະບຽງອາຫານກັບສັດລ້ຽງ ແລະ ເຄື່ອງຖວາຍຕາມຄວາມສະໝັກໃຈສໍາລັບວິຫານຂອງພຣະເຈົ້າໃນເຢຣູຊາເລັມໃຫ້ແກ່ພວກເຂົາ’ ”.5ແລ້ວບັນດາຫົວໜ້າຄອບຄົວຂອງເຜົ່າຢູດາ ແລະ ເບັນຢາມິນ ກັບປະໂລຫິດ ແລະ ຄົນເລວີ ຄືທຸກຄົນທີ່ພຣະເຈົ້າດົນໃຈ ກໍຕຽມຕົວຂຶ້ນໄປສ້າງວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມ.6ເພື່ອນບ້ານທັງໝົດຂອງພວກເຂົາກໍໄດ້ຊ່ວຍເຫລືອພວກເຂົາໂດຍໃຫ້ເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ຄໍາ, ສະບຽງອາຫານ ແລະ ສັດລ້ຽງພ້ອມທັງເຄື່ອງມີຄ່າຕ່າງໆ ນອກເໜືອຈາກເຄື່ອງຖວາຍຕາມຄວາມສະໝັກໃຈ.7ນອກຈາກນີ້, ກະສັດໄຊຣັດຍັງໄດ້ມອບເຄື່ອງໃຊ້ຕ່າງໆທີ່ກະສັດເນບູກາດເນັດຊາຢຶດເອົາໄປຈາກວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມ ແລະ ໄດ້ເກັບໄວ້ໃນວິຫານຂອງພະຂອງເພິ່ນ. 8ກະສັດໄຊຣັດແຫ່ງເປີເຊຍໄດ້ໃຫ້ມິດເຣດາດຜູ້ຮັບຜິດຊອບຄັງນຳເອົາເຄື່ອງໃຊ້ເຫລົ່ານີ້ອອກມານັບຈຳນວນແລ້ວມອບໃຫ້ເຊັດບັດຊາ ເຊິ່ງເປັນເຈົ້າຊາຍແຫ່ງຢູດາຍ.9ລາຍການເຄື່ອງຂອງມີດັ່ງນີ້ຄື:
ຈານຄຳ 30 ໃບ ຈານເງິນ 1.000 ໃບ ໝໍ້ກະທະເງິນ 29 ໜ່ວຍ10ຖ້ວຍຄຳ 30 ໃບ ຖ້ວຍເປັນຊຸດ 410 ໃບ ເຄື່ອງໃຊ້ອື່ນໆ 1.000 ອັນ11ມີເຄື່ອງໃຊ້ຄໍາ ແລະ ເງິນທັງໝົດ 5.400 ອັນ.
ເຊັດບັດຊາໄດ້ນຳເອົາສິ່ງຂອງທັງໝົດນີ້ໄປນໍາ ເມື່ອພວກຊະເລີຍອອກຈາກບາບີໂລນໄປທີ່ເຢຣູຊາເລັມ.
Biblica, Inc.