ເອເຊກຽນ7
ຈຸດຈົບມາເຖິງແລ້ວ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າດັ່ງນີ້ວ່າ:2“ບຸດມະນຸດ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ດິນແດນອິດສະຣາເອນດັ່ງນີ້ວ່າ:“ ‘ຈຸດຈົບ! ຈຸດຈົບມາເຖິງແລ້ວມາເຖິງສີ່ມຸມຂອງແຜ່ນດິນແລ້ວ!3ວາລະສຸດທ້າຍມາເຖິງເຈົ້າແລ້ວແລະ ເຮົາຈະລະບາຍຄວາມໃຈຮ້າຍລົງໃສ່ເຈົ້າ.ເຮົາຈະພິພາກສາເຈົ້າຕາມຄວາມປະພຶດຂອງເຈົ້າແລະ ຈະຕອບແທນການກະທຳອັນໜ້າກຽດຊັງທັງໝົດຂອງເຈົ້າ.4ເຮົາຈະບໍ່ຫລຽວເບິ່ງເຈົ້າດ້ວຍຄວາມສົງສານ;ຫລື ໄວ້ຊີວິດເຈົ້າ.ເຮົາຈະຕອບແທນເຈົ້າໃຫ້ສົມກັບຄວາມປະພຶດຂອງເຈົ້າແລະ ການກະທຳອັນໜ້າກຽດຊັງໃນທ່າມກາງພວກເຈົ້າຢ່າງແນ່ນອນ.ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’.5“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ໄພພິບັດ! ໄພພິບັດຢ່າງທີ່ບໍ່ເຄີຍໄດ້ຍິນມາກ່ອນ !ເບິ່ງແມ, ມັນຈະມາເຖິງ!6ຈຸດຈົບມາເຖິງແລ້ວ!ຈຸດຈົບມາເຖິງແລ້ວ!ມັນກໍ່ໂຕຂຶ້ນມາທຳຮ້າຍເຈົ້າເບິ່ງແມ, ມັນມາເຖິງແລ້ວ!7ຄວາມພິນາດມາເໜືອເຈົ້າເໜືອເຈົ້າຜູ້ອາໄສຢູ່ໃນດິນແດນ.ເຖິງເວລາແລ້ວ! ວັນນັ້ນໃກ້ເຂົ້າມາແລ້ວ!ເທິງພູເຂົາທັງຫລາຍຈະມີແຕ່ຄວາມສັບສົນວຸ້ນວາຍ, ບໍ່ແມ່ນຄວາມຊື່ນຊົມຍິນດີ.8ເຮົາກຳລັງຈະລະບາຍຄວາມໂກດຮ້າຍຂອງເຮົາລົງໃສ່ເຈົ້າແລະ ລະບາຍຄວາມໃຈຮ້າຍຂອງເຮົາຕໍ່ເຈົ້າ.ເຮົາຈະພິພາກສາເຈົ້າຕາມການກະທຳຂອງເຈົ້າແລະ ຈະຕອບແທນເຈົ້າໃຫ້ສົມກັບການກະທຳອັນໜ້າກຽດຊັງທັງໝົດຂອງເຈົ້າ.9ເຮົາຈະບໍ່ຫລຽວເບິ່ງເຈົ້າດ້ວຍຄວາມສົງສານຫລື ໄວ້ຊີວິດເຈົ້າ.ເຮົາຈະຕອບແທນເຈົ້າໃຫ້ສົມກັບຄວາມປະພຶດຂອງເຈົ້າແລະ ການກະທຳອັນໜ້າກຽດຊັງໃນທ່າມກາງພວກເຈົ້າ.ເມື່ອນັ້ນເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວນີ້ແຫລະ ທີ່ຟາດພວກເຈົ້າ.10“ ‘ເບິ່ງແມ, ວັນນັ້ນມາເຖິງແລ້ວ!ເບິ່ງແມ, ມັນມາເຖິງແລ້ວ!ຄວາມຫາຍະນະພຸ່ງຂຶ້ນແລ້ວ,ໄມ້ແສ້ໄດ້ອອກດອກແລ້ວ,ຄວາມຈອງຫອງກໍເບັ່ງບານ!11ຄວາມທາລຸນກໍເຕີບໂຕເປັນ ໄມ້ແສ້ເພື່ອລົງໂທດຄວາມຊົ່ວຮ້າຍ.ບໍ່ມີຜູ້ໃດໃນຊົນຊາດນັ້ນ,ບໍ່ມີຈັກຄົນໃນຝູງຊົນນັ້ນບໍ່ມີຊັບສົມບັດ,ຫລື ສິ່ງມີຄ່າເຫລືອຢູ່ເລີຍ.12ເວລານັ້ນມາເຖິງແລ້ວ!ວັນນັ້ນມາເຖິງແລ້ວ!ຢ່າໃຫ້ຜູ້ຊື້ດີໃຈຢ່າໃຫ້ຜູ້ຂາຍໂສກເສົ້າເພາະຄວາມໂກດຮ້າຍຂອງເຮົາແມ່ນຢູ່ເໜືອຝູງຊົນທັງໝົດ.13ຜູ້ຂາຍຈະບໍ່ໄດ້ຮັບທີ່ດິນທີ່ຂາຍໄປນັ້ນກັບຄືນມາເປັນຂອງຕົນຕາບໃດທີ່ຜູ້ຊື້ ແລະ ຜູ້ຂາຍຍັງມີຊີວິດຢູ່.ເພາະນິມິດກ່ຽວກັບຝູງຊົນທັງໝົດຈະບໍ່ປັ່ນປ່ວນ.ເພາະຄວາມບາບທັງຫລາຍຂອງພວກເຂົາ ຈຶ່ງບໍ່ມີຜູ້ໃດໃນພວກເຂົາຈະຮັກສາຊີວິດຂອງຕົນໄວ້ໄດ້.14“ ‘ພວກເຂົາໄດ້ເປົ່າແກ,ພວກເຂົາໄດ້ຕຽມທຸກສິ່ງໄວ້ພ້ອມ,ແຕ່ກໍຈະບໍ່ມີຜູ້ໃດອອກຮົບເລີຍ.ເພາະຄວາມໂກດຮ້າຍຂອງເຮົາແມ່ນຕົກໃສ່ຝູງຊົນທັງໝົດ.15ທາງນອກແມ່ນສົງຄາມ;ທາງໃນແມ່ນໂລກລະບາດ ແລະ ການອຶດຢາດອາຫານ.ຜູ້ທີ່ຢູ່ໃນບ້ານນອກກໍຈະຕາຍເພາະສົງຄາມສ່ວນຜູ້ທີ່ຢູ່ໃນເມືອງກໍຈະຖືກກືນກິນເພາະການອຶດຢາກອາຫານ ແລະ ໂລກລະບາດ.16ຄົນທັງປວງທີ່ໜີລອດຊີວິດໄປໄດ້ຈະໜີໄປຢູ່ຕາມພູເຂົາຕ່າງໆ.ເໝືອນນົກເຂົາທີ່ຢູ່ຕາມຮ່ອມພູພວກມັນຈະຮ້ອງຄວນຄາງເພາະຄວາມບາບຂອງຕົນ.17ມືທຸກມືຈະອ່ອນເພຍເປ້ຍລ່ອຍແລະ ຂາທຸກຂາຈະອ່ອນປຽກເໝືອນກັບນ້ຳ.18ພວກເຂົາຈະສວມໃສ່ຜ້າກະສອບແລະ ນຸ່ງຫົ່ມດ້ວຍຄວາມສະທ້ານຢ້ານກົວ.ທຸກໃບໜ້າຈະຖືກປິດດ້ວຍຄວາມອັບອາຍ,ແລະ ທຸກຫົວຈະຖືກແຖ.19“ ‘ພວກເຂົາຈະໂຍນເງິນຂອງພວກເຂົາຖິ້ມຕາມຖະໜົນແລະ ຄຳຂອງພວກເຂົາກໍຈະມີຄ່າເທົ່າກັບສິ່ງເປື້ອນເປິ.ເງິນ ແລະ ຄຳຂອງພວກເຂົາຈະບໍ່ສາມາດປົດປ່ອຍພວກເຂົາໃຫ້ພົ້ນໄດ້ໃນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ.ມັນຈະບໍ່ຊ່ວຍບັນເທົາຄວາມຫິວຂອງພວກເຂົາຫລື ຊ່ວຍພວກເຂົາໃຫ້ທ້ອງອິ່ມ,ເພາະມັນເຮັດໃຫ້ພວກເຂົາສະດຸດລົ້ມລົງຢູ່ໃນຄວາມບາບ.20ພວກເຂົາພູມໃຈໃນເພັດພອຍອັນງົດງາມຂອງຕົນແລະ ໃຊ້ມັນເຮັດຮູບເຄົາລົບອັນໜ້າກຽດຊັງສຳລັບຕົນ.ພວກເຂົາໃຊ້ມັນເຮັດຮູບເຄົາລົບອັນຊົ່ວຊ້າ;ດັ່ງນັ້ນ ເຮົາຈະປ່ຽນສິ່ງເຫລົ່ານີ້ໃຫ້ກາຍເປັນສິ່ງທີ່ເປັນມົນທິນສຳລັບພວກເຂົາ.21ເຮົາຈະມອບຄວາມຮັ່ງມີຂອງພວກເຂົາໃຫ້ເປັນຂອງປຸ້ນແກ່ຄົນຕ່າງຊາດ.ໃຫ້ເປັນຂອງຊະເລີຍແກ່ຄົນຊົ່ວຮ້າຍໃນໂລກນີ້,ຜູ້ທີ່ຈະເຮັດໃຫ້ມັນເປັນມົນທິນ.22ເຮົາຈະຫັນໜ້າໜີໄປຈາກປະຊາຊົນທັງຫລາຍ,ແລະ ໂຈນຈະທຳລາຍບ່ອນທີ່ເຮົາຮັກ.ພວກມັນຈະເຂົ້າມາແລະ ຈະເຮັດໃຫ້ທີ່ນັ້ນເປັນມົນທິນ.23“ ‘ຈົ່ງຕຽມໂສ້!ເພາະແຜ່ນດິນແມ່ນເຕັມດ້ວຍການນອງເລືອດ,ແລະ ເມືອງນີ້ກໍເຕັມໄປດ້ວຍຄວາມໂຫດຮ້າຍທາລຸນ.24ເຮົາຈະນຳປະຊາຊາດທີ່ຊົ່ວຮ້າຍທີ່ສຸດມາຄອບຄອງບ້ານເຮືອນຂອງພວກເຂົາ.ເຮົາຈະຢຸດຕິຄວາມຈອງຫອງຂອງຜູ້ມີອຳນາດ,ແລະ ສະຖານນະມັດສະການຂອງພວກເຂົາຈະຖືກເຮັດໃຫ້ເປັນມົນທິນ.25ເມື່ອຄວາມສະທ້ານຢ້ານກົວມາເຖິງພວກເຂົາກໍຈະສະແຫວງຫາສັນຕິພາບ ແຕ່ກໍໄຮ້ປະໂຫຍດ.26ຄວາມຫາຍະນະເຂົ້າມາແລ້ວເຂົ້າມາອີກ,ແລະ ມີຂ່າວລືແລ້ວຂ່າວລືອີກ.ພວກເຂົາຈະພະຍາຍາມຫານິມິດຈາກຜູ້ທໍານວາຍ,ຄຳສອນຂອງປະໂລຫິດຈາກກົດບັນຍັດຈະໝົດໄປ,ຄຳປຶກສາຂອງບັນດາຜູ້ອາວຸໂສຈະສູນສິ້ນໄປ.27ກະສັດຈະຄ່ຳຄວນ,ເຈົ້ານາຍຈະຫົ່ມກາຍດ້ວຍຄວາມສິ້ນຫວັງ,ແລະ ມືຂອງປະຊາຊົນຂອງແຜ່ນດິນນີ້ຈະສັ່ນເຊັນ.ເຮົາຈະຈັດການກັບພວກເຂົາຕາມຄວາມປະພຶດຂອງພວກເຂົາ,ແລະ ເຮົາຈະພິພາກສາພວກເຂົາຕາມມາດຕະຖານຂອງພວກເຂົາ.ເມື່ອນັ້ນພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.Biblica, Inc.