ເອເຊກຽນ8
ການຂາບໄຫວ້ຮູບເຄົາລົບໃນວິຫານ
1ໃນວັນທີຫ້າຂອງເດືອນທີຫົກ ປີທີຫົກ, ຂະນະທີ່ຂ້າພະເຈົ້າກຳລັງນັ່ງຢູ່ໃນເຮືອນຂອງຂ້າພະເຈົ້າ ແລະ ບັນດາຜູ້ອາວຸໂສຂອງຢູດາກໍກຳລັງນັ່ງຢູ່ຕໍ່ໜ້າຂ້າພະເຈົ້າ, ມືຂອງພຣະເຈົ້າຢາເວ ອົງເຈົ້ານາຍໄດ້ມາເທິງຂ້າພະເຈົ້າຢູ່ທີ່ນັ້ນ.2ຂ້າພະເຈົ້າກໍໄດ້ເບິ່ງ ແລະ ເຫັນຮ່າງໜຶ່ງຄ້າຍມະນຸດ. ຈາກສ່ວນທີ່ເບິ່ງຄ້າຍຄືແອວຂອງຜູ້ນັ້ນລົງມາເປັນໄຟ ແລະ ຈາກສ່ວນນັ້ນຂຶ້ນໄປເໝືອນໂລຫະທີ່ເຫລື້ອມ.3ຜູ້ນັ້ນໄດ້ຍື່ນສ່ວນທີ່ຄ້າຍມືອອກມາຈັບຜົມທີ່ຢູ່ເທິງຫົວຂອງຂ້າພະເຈົ້າ. ພຣະວິນຍານບໍລິສຸດໄດ້ຍົກຂ້າພະເຈົ້າຂຶ້ນລະຫວ່າງໂລກກັບຟ້າສະຫວັນ ແລະ ໃນນິມິດຂອງພຣະເຈົ້ານັ້ນ ພຣະອົງໄດ້ພາຂ້າພະເຈົ້າມາຍັງເຢຣູຊາເລັມ, ໄປທີ່ທາງເຂົ້າປະຕູທິດເໜືອຂອງເດີ່ນຊັ້ນໃນ, ບ່ອນທີ່ເປັນທີ່ຕັ້ງຂອງຮູບເຄົາລົບ ເຊິ່ງຍົວະຄວາມໂກດຮ້າຍຂອງພຣະເຈົ້າ.4ແລະ ຢູ່ທີ່ນັ້ນ ສະຫງ່າລາສີຂອງພຣະເຈົ້າແຫ່ງອິດສະຣາເອນຢູ່ຕໍ່ໜ້າຂ້າພະເຈົ້າເໝືອນໃນນິມິດທີ່ຂ້າພະເຈົ້າເຫັນໃນທົ່ງພຽງນັ້ນ.5ແລ້ວພຣະອົງກໍໄດ້ກ່າວກັບຂ້າພະເຈົ້າວ່າ “ບຸດມະນຸດ, ຈົ່ງເບິ່ງໄປທາງທິດເໜືອ”. ຂ້າພະເຈົ້າກໍເບິ່ງໄປ ແລະ ຂ້າພະເຈົ້າກໍໄດ້ເຫັນຮູບເຄົາລົບທີ່ຍົວະຄວາມໂກດຮ້າຍຢູ່ທີ່ທາງເຂົ້າດ້ານທິດເໜືອຂອງປະຕູແທ່ນບູຊາ.6ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ເຈົ້າເຫັນສິ່ງທີ່ພວກເຂົາກຳລັງເຮັດຢູ່ບໍ? ຄືສິ່ງທີ່ໜ້າກຽດຊັງຫລາຍ ເຊິ່ງຊາວອິດສະຣາເອນກຳລັງເຮັດຢູ່ບ່ອນນີ້, ສິ່ງທີ່ຈະໄລ່ເຮົາໄປໃຫ້ໄກຫ່າງຈາກສະຖານນະມັດສະການຂອງເຮົາ ແຕ່ເຈົ້າຈະເຫັນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ”.7ແລ້ວພຣະອົງໄດ້ນຳຂ້າພະເຈົ້າມາທີ່ທາງເຂົ້າເດີ່ນ. ຂ້າພະເຈົ້າກໍໄດ້ເບິ່ງ ແລະ ເຫັນປ່ອງໜຶ່ງໃນກຳແພງ.8ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງເຈາະເຂົ້າໄປໃນກຳແພງດຽວນີ້”. ຂ້າພະເຈົ້າກໍເຈາະເຂົ້າໄປ ແລະ ໄດ້ເຫັນເປັນທາງເຂົ້າໄປຢູ່ທີ່ນັ້ນ.9ແລ້ວພຣະອົງກໍໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງເຂົ້າໄປ ແລະ ໄປເບິ່ງສິ່ງຊົ່ວຮ້າຍ ແລະ ໜ້າກຽດຊັງທີ່ພວກເຂົາກຳລັງເຮັດຢູ່ທີ່ນີ້”.10ຂ້າພະເຈົ້າຈຶ່ງໄດ້ເຂົ້າໄປເບິ່ງ ແລະ ເຫັນອ້ອມຝານັ້ນມີຮູບແຕ້ມຂອງສັດເລືອຄານ ແລະ ສັດທີ່ໜ້າກຽດຊັງທຸກຊະນິດ ແລະ ຮູບເຄົາລົບທັງໝົດຂອງອິດສະຣາເອນ.11ຜູ້ອາວຸໂສຂອງອິດສະຣາເອນເຈັດສິບຄົນຢືນຢູ່ຕໍ່ໜ້າສິ່ງເຫລົ່ານັ້ນ ແລະ ຢາອາຊານີຢາ ລູກຊາຍຂອງຊາຟານ ກໍຢືນຢູ່ໃນທ່າມກາງພວກເຂົາດ້ວຍ. ແຕ່ລະຄົນຖືກະຖາງໄຟຢູ່ໃນມືຂອງຕົນ ແລະ ມີຄວັນຈາກເຄື່ອງຫອມລອຍຂຶ້ນໄປ.12ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ, “ບຸດມະນຸດ, ເຈົ້າໄດ້ເຫັນແລ້ວແມ່ນບໍວ່າບັນດາຜູ້ອາວຸໂສຂອງອິດສະຣາເອນລັກເຮັດຫຍັງຢູ່ໃນຄວາມມືດ? ແຕ່ລະຄົນຢູ່ທີ່ສະຖານບູຊາຮູບເຄົາລົບຂອງຕົນ. ພວກເຂົາເວົ້າວ່າ, ‘ພຣະເຈົ້າຢາເວບໍ່ເຫັນພວກເຮົາດອກ; ພຣະເຈົ້າຢາເວ ໄດ້ປະຖິ້ມດິນແດນນີ້ໄປແລ້ວ’ ”.13ແລ້ວພຣະອົງກໍໄດ້ກ່າວອີກວ່າ, “ເຈົ້າຈະເຫັນພວກເຂົາເຮັດສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ”.14ແລ້ວພຣະອົງໄດ້ນຳຂ້າພະເຈົ້າໄປທີ່ທາງເຂົ້າປະຕູດ້ານທິດເໜືອຂອງວິຫານຂອງພຣະເຈົ້າຢາເວ ແລະ ຂ້າພະເຈົ້າກໍໄດ້ເຫັນພວກແມ່ຍິງນັ່ງຢູ່ທີ່ນັ້ນ, ຮ້ອງໄຫ້ໄວ້ອາໄລແກ່ພະທຳມຸດ.15ພຣະອົງໄດ້ກັບຂ້ານ້ອຍກ່າວວ່າ, “ບຸດມະນຸດ, ເຈົ້າເຫັນແລ້ວແມ່ນບໍ? ເຈົ້າຈະໄດ້ເຫັນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ”.16ແລ້ວພຣະອົງໄດ້ນຳຂ້າພະເຈົ້າໄປຍັງເດີ່ນຊັ້ນໃນຂອງວິຫານຂອງພຣະເຈົ້າຢາເວ ແລະ ທີ່ປະຕູທາງເຂົ້າວິຫານລະຫວ່າງຕໍ່ໜ້າປະຕູກັບແທ່ນບູຊາ, ມີຜູ້ຊາຍປະມານ 25 ຄົນ. ໂດຍຫັນຫລັງໄປທາງວິຫານຂອງພຣະເຈົ້າຢາເວ ແລະ ຫັນໜ້າຂອງພວກເຂົາໄປທາງທິດຕາເວັນອອກ, ພວກເຂົາກຳລັງໝອບກາບດວງຕາເວັນທາງທິດຕາເວັນອອກ.17ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ, “ບຸດມະນຸດ, ເຈົ້າເຫັນແລ້ວແມ່ນບໍ? ນີ້ເປັນເລື່ອງເລັກນ້ອຍບໍ ທີ່ຄົນຢູດາເຮັດສິ່ງທີ່ໜ້າກຽດຊັງຢ່າງທີ່ພວກເຂົາເຮັດຢູ່ທີ່ນີ້? ພວກເຂົາຕ້ອງເຮັດໃຫ້ແຜ່ນດິນເຕັມໄປດ້ວຍຄວາມທາລຸນ ແລະ ຍົວະໂມໂຫເຮົາຢູ່ເລື້ອຍໆ, ເບິ່ງແມ ພວກເຂົາກຳລັງເອົາງ່າໄມ້ແຍ່ດັງຂອງຕົນ!18ເຫດສະນັ້ນ ເຮົາຈະຈັດການກັບພວກເຂົາດ້ວຍຄວາມໃຈຮ້າຍ; ເຮົາຈະບໍ່ເບິ່ງພວກເຂົາດ້ວຍຄວາມສົງສານ ຫລື ໄວ້ຊີວິດພວກເຂົາ. ເຖິງແມ່ນວ່າພວກເຂົາຈະຮ້ອງໃສ່ຫູເຮົາກໍຕາມ ເຮົາກໍຈະບໍ່ຟັງພວກເຂົາ”.Biblica, Inc.