ເອເຊກຽນ6
ຄວາມຫາຍະນະຂອງພູເຂົາຕ່າງໆຂອງອິດສະຣາເອນ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າດັ່ງນີ້ວ່າ:2“ບຸດມະນຸດ, ຈົ່ງຫັນໜ້າຂອງເຈົ້າໄປຍັງພູເຂົາທັງຫລາຍຂອງອິດສະຣາເອນ; ທຳນວາຍຕໍ່ສູ້ພູເຂົາເຫລົ່ານັ້ນ3ແລະ ຈົ່ງເວົ້າວ່າ: ‘ບັນດາພູເຂົາແຫ່ງອິດສະຣາເອນ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ອົງເຈົ້ານາຍ. ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ອົງເຈົ້ານາຍກ່າວຕໍ່ພູເຂົານ້ອຍທັງຫລາຍ ແລະ ເນີນພູທັງຫລາຍ, ຕໍ່ຫ້ວຍນ້ຳ ແລະ ຮ່ອມພູທັງຫລາຍດັ່ງນີ້ວ່າ: ເຮົາກຳລັງຈະນຳເອົາດາບມາຕໍ່ສູ້ເຈົ້າ ແລະ ເຮົາຈະທຳລາຍແທ່ນບູຊາຢູ່ເທິງທີ່ສູງຂອງເຈົ້າ.4ແທ່ນບູຊາຂອງເຈົ້າຈະຖືກຮືຖິ້ມ ແລະ ແທ່ນເຜົາເຄື່ອງຫອມຂອງເຈົ້າຈະຖືກທຸບໃຫ້ ເຮົາໝຸ່ນ ແລະ ຈະປະຫານຄົນຂອງເຈົ້າຕໍ່ໜ້າຮູບເຄົາລົບທັງຫລາຍຂອງເຈົ້າ.5ເຮົາຈະຖິ້ມສົບຂອງຊາວອິດສະຣາເອນໄວ້ຕໍ່ໜ້າບັນດາຮູບເຄົາລົບຂອງພວກເຂົາ ແລະ ເຮົາຈະກະຈາຍກະດູກຂອງເຈົ້າອ້ອມແທ່ນບູຊາທັງຫລາຍຂອງເຈົ້າ.6ບໍ່ວ່າເຈົ້າຈະອາໄສຢູ່ບ່ອນໃດ, ເມືອງຕ່າງໆກໍຈະຖືກຖິ້ມໃຫ້ຮົກຮ້າງ ແລະ ສະຖານບູຊາຢູ່ເທິງທີ່ສູງຈະຖືກຮື້ຖິ້ມລົງ, ແທ່ນບູຊາທັງຫລາຍຂອງເຈົ້າຈະຖືກຖິ້ມໃຫ້ຮົກຮ້າງ ແລະ ພັງທະລາຍລົງ, ຮູບເຄົາລົບທັງຫລາຍຂອງເຈົ້າກໍຈະຖືກທຳລາຍ ແລະ ຫັກພັງ, ແທ່ນເຜົາເຄື່ອງຫອມທັງຫລາຍຂອງເຈົ້າກໍຈະຖືກພັງລົງ ແລະ ສິ່ງທີ່ເຈົ້າສ້າງຂຶ້ນມານັ້ນກໍຈະຖືກກວາດລ້າງອອກໄປ.7ຄົນຂອງເຈົ້າຈະຖືກຂ້າຢູ່ທ່າມກາງເຈົ້າ ແລະ ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.8“ ‘ແຕ່ເຮົາຈະໄວ້ຊີວິດບາງຄົນ, ເພາະຈະມີບາງຄົນໃນພວກເຈົ້າຈະພົ້ນຈາກຄົມດາບ ເມື່ອພວກເຈົ້າຖືກເຮັດໃຫ້ກະຈັດກະຈາຍໄປໃນດິນແດນ ແລະ ຊົນຊາດຕ່າງໆ.9ບັນດາຄົນທີ່ໜີພົ້ນໄປໄດ້ຈະລະນຶກເຖິງເຮົາໃນທ່າມກາງຊົນຊາດທີ່ພວກເຂົາຖືກກວາດຕ້ອນໄປເປັນຊະເລີຍ ວ່າເຮົາເສຍໃຈຫລາຍເທົ່າໃດເພາະໃຈຫລິ້ນຊູ້ຂອງພວກເຂົາ, ເຊິ່ງໄດ້ຫັນໜີໄປຈາກເຮົາ ແລະ ເພາະຕາຂອງພວກເຂົາທີ່ກະຫາຍຫາຮູບເຄົາລົບທັງຫລາຍຂອງພວກເຂົາ. ພວກເຂົາຈະກຽດຊັງຕົນເອງເພາະຄວາມຊົ່ວທີ່ພວກເຂົາໄດ້ເຮັດ ແລະ ເພາະຄວາມປະພຶດອັນໜ້າລັງກຽດທັງໝົດຂອງຕົນ.10ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ເຮົາບໍ່ໄດ້ຂູ່ພວກເຂົາລ້າໆວ່າຈະນຳເອົາໄພພິບັດມາຍັງພວກເຂົາ.11“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງຕົບມືຂອງພວກເຈົ້າ ແລະ ກະທືບຕີນຂອງພວກເຈົ້າ ແລະ ຮ້ອງວ່າ, “ອະນິຈາ!” ເປັນຍ້ອນການກະທຳອັນຊົ່ວຮ້າຍ ແລະ ໜ້າລັງກຽດຂອງຄົນອິດສະຣາເອນ ເພາະພວກເຂົາຈະລົ້ມຕາຍດ້ວຍດາບ, ການອຶກຢາກອາຫານ ແລະ ໂລກລະບາດ.12ຄົນທີ່ຢູ່ໄກອອກໄປຈະຕາຍເພາະໂລກລະບາດ ແລະ ຄົນທີ່ຢູ່ໃກ້ຈະຕາຍດ້ວຍດາບ ແລະ ຄົນທີ່ລອດຊີວິດຢູ່ກໍຈະຕາຍເພາະການອຶດຢາກອາຫານ. ເຮົາຈະລະບາຍຄວາມໂກດຮ້າຍຂອງເຮົາລົງເທິງພວກເຂົາດັ່ງນີ້ແຫລະ.13ແລະ ພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອຄົນຂອງພວກເຂົາຈະຖືກຂ້າຕາຍຢູ່ທ່າມກາງຮູບເຄົາລົບທີ່ຢູ່ເທິງແທ່ນບູຊາຂອງພວກເຂົາ, ຢູ່ເທິງພູເຂົາສູງທຸກໜ່ວຍ ແລະ ເທິງຍອດພູເຂົາທຸກແຫ່ງ, ຢູ່ກ້ອງຕົ້ນໄມ້ທີ່ແຜ່ກິ່ງກ້ານ ແລະ ຕົ້ນໂອກທີ່ມີໃບດົກທຸກຕົ້ນ ເຊິ່ງເປັນສະຖານທີ່ ທີ່ພວກເຂົາໄດ້ເຜົາເຄື່ອງຫອມບູຊາໃຫ້ແກ່ຮູບເຄົາລົບທັງໝົດຂອງຕົນ.14ເຮົາຈະຍື່ນມືອອກຟາດພວກເຂົາ ແລະ ເຮັດໃຫ້ດິນແດນນັ້ນຫວ່າງເປົ່າຕັ້ງແຕ່ຖິ່ນແຫ້ງແລ້ງກັນດານໄປຈົນຮອດດິບລາ ບໍ່ວ່າພວກເຂົາອາໄສຢູ່ບ່ອນໃດກໍຕາມ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.Biblica, Inc.