ເອເຊກຽນ47
ແມ່ນ້ຳທີ່ໄຫລອອກມາຈາກວິຫານ
1ຊາຍຄົນນັ້ນໄດ້ພາຂ້າພະເຈົ້າກັບມາທີ່ທາງເຂົ້າວິຫານ ແລະ ຂ້າພະເຈົ້າກໍໄດ້ເຫັນນ້ຳໄຫລອອກມາຈາກກ້ອງທໍລະນີປະຕູວິຫານໄປທາງທິດຕາເວັນອອກ (ເພາະວິຫານຫັນໜ້າໄປທາງທິດຕາເວັນອອກ). ນ້ຳນັ້ນໄດ້ໄຫລມາຈາກດ້ານໃຕ້ຂອງວິຫານ, ທາງທິດໃຕ້ຂອງແທ່ນບູຊາ.2ແລ້ວເພິ່ນໄດ້ພາຂ້າພະເຈົ້າອອກມາທາງປະຕູດ້ານເໜືອ ແລະ ພາຂ້າພະເຈົ້າອ້ອມດ້ານນອກໄປທີ່ປະຕູຊັ້ນນອກ ເຊິ່ງຫັນໜ້າໄປທາງທິດຕາເວັນອອກ ແລະ ນ້ຳນັ້ນໄດ້ໄຫລອອກມາຈາກທາງທິດໃຕ້.3ຂະນະທີ່ຊາຍຄົນນັ້ນໄດ້ໄປທາງທິດຕາເວັນອອກ ພ້ອມດ້ວຍສາຍວັດແທກຢູ່ໃນມືຂອງເພິ່ນ, ເພິ່ນແທກໄດ້ 1.000 ສອກ ແລະ ຫລັງຈາກນັ້ນເພິ່ນກໍພາຂ້າພະເຈົ້າລຸຍນ້ຳໄປ ນ້ຳນັ້ນເລິກພຽງແຕ່ຂໍ່ຕີນ.4ເພິ່ນແທກໄປອີກໄດ້ 1.000 ສອກ ແລ້ວພາຂ້າພະເຈົ້າລຸຍນ້ຳໄປ ນ້ຳນັ້ນເລິກພຽງຫົວເຂົ່າ. ເພິ່ນແທກໄປອີກ 1.000 ສອກ ແລະ ພາຂ້າພະເຈົ້າລຸຍນ້ຳໄປ ນ້ຳນັ້ນສູງຂຶ້ນເຖິງລະດັບແອວ.5ເພິ່ນແທກອີກ 1.000 ສອກ ແຕ່ບັດນີ້ເປັນແມ່ນ້ຳທີ່ຂ້າພະເຈົ້າບໍ່ສາມາດຂ້າມໄປໄດ້ ເພາະລະດັບນ້ຳສູງຂຶ້ນ ແລະ ເລິກພໍທີ່ຈະລອຍໄປ ແຕ່ບໍ່ມີຜູ້ໃດສາມາດລຸຍຂ້າມແມ່ນ້ຳນັ້ນໄດ້.6ເພິ່ນໄດ້ຖາມຂ້າພະເຈົ້າວ່າ, “ບຸດມະນຸດ, ເຈົ້າເຫັນສິ່ງນີ້ບໍ?”ແລ້ວເພິ່ນກໍພາຂ້າພະເຈົ້າກັບມາທີ່ແຄມຝັ່ງແມ່ນ້ຳນັ້ນ.7ເມື່ອຂ້າພະເຈົ້າມາຮອດບ່ອນນັ້ນ, ຂ້າພະເຈົ້າກໍເຫັນຕົ້ນໄມ້ຈຳນວນຫລວງຫລາຍຢູ່ແຄມແມ່ນ້ຳທັງສອງຟາກ.8ເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ນ້ຳນີ້ໄຫລໄປທີ່ດິນແດນພາກຕາເວັນ ແລະ ລົງໄປສູ່ອາຣາບາ ແລະ ໄຫລໄປສູ່ທະເລຕາຍ. ເມື່ອນ້ຳໄຫລລົງທະເລຕາຍກໍເຮັດໃຫ້ນ້ຳເຄັມນັ້ນກາຍເປັນນ້ຳຈືດ.9ນ້ຳນັ້ນໄຫລໄປຮອດໃສ ກໍມີສິ່ງມີຊີວິດອາໄສຢູ່ທີ່ນັ້ນ. ຈະມີປາຈຳຈວນຫລວງຫລາຍຢູ່ທີ່ນັ້ນ, ເພາະນ້ຳນີ້ໄຫລໄປທີ່ນັ້ນ ແລະ ເຮັດໃຫ້ນ້ຳເຄັມກາຍເປັນນ້ຳຈືດ; ດັ່ງນັ້ນ ແມ່ນ້ຳນີ້ໄຫລໄປທາງໃດ ທຸກສິ່ງກໍຈະມີຊີວິດ.10ຊາວຫາປາຈະຢືນຢູ່ຕາມແຄມທະເລ; ຈາກເອນເກດີໄປຈົນເຖິງເອນເອກລາອິມ ຈະມີບ່ອນສຳລັບຕາກມອງ. ຈະມີປາຫລາຍຊະນິດ ເໝືອນກັບປາທີ່ຢູ່ໃນທະເລເມດີແຕຣາເນ.11ແຕ່ຕາມໜອງນ້ຳ ແລະ ບຶງນ້ຳຈະບໍ່ເປັນນ້ຳຈືດ ເພື່ອຈະເຫລືອໄວ້ເປັນບໍ່ເກືອ.12ຕົ້ນໄມ້ທີ່ໃຫ້ຜົນທຸກຊະນິດຈະໃຫຍ່ຂຶ້ນຢູ່ທີ່ແຄມສອງຝັ່ງແມ່ນ້ຳ. ໃບຂອງມັນຈະບໍ່ຫ່ຽວແຫ້ງ ແລະ ຜົນຂອງມັນກໍຈະອອກຕາມລະດູການ. ມັນຈະອອກຜົນທຸກເດືອນເພາະນ້ຳຈາກສະຖານນະມັດສະການໄຫລມາເຖິງມັນ. ຜົນຂອງມັນຈະໃຊ້ເປັນອາຫານ ແລະ ໃບຂອງມັນກໍໃຊ້ປິ່ນປົວພະຍາດ”.
ອານາເຂດຂອງດິນແດນ
13ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ: “ໃຫ້ເຈົ້າແບ່ງອານາເຂດຂອງດິນແດນສຳລັບທີ່ເຈົ້າຈະແບ່ງໃນທ່າມກາງອິດສະຣາເອນສິບສອງເຜົ່າເພື່ອໃຫ້ເປັນກຳມະສິດຂອງພວກເຂົາມີດັ່ງນີ້: ເຜົ່າຂອງໂຢເຊັບໄດ້ຮັບສອງສ່ວນ.14ເຈົ້າຈົ່ງແບ່ງໃຫ້ພວກເຂົາເທົ່າກັນ. ດິນແດນນີ້ຈະເປັນມໍລະດົກສຳລັບພວກເຈົ້າ ເພາະເຮົາໄດ້ຍົກມືປະຕິຍານມອບໃຫ້ບັນພະບຸລຸດຂອງພວກເຈົ້າ.15“ອານາເຂດຂອງດິນແດນມີດັ່ງນີ້:“ດ້ານເໜືອຈາກທະເລເມດີແຕຣາເນ ໄປທາງເຫດໂລນຜ່ານເລໂບຮາມັດ ໄປຍັງເຊດາດ,16ເບໂລທາ ແລະ ຊິບຣາອິມ (ເຊິ່ງຕັ້ງຢູ່ທີ່ຊາຍແດນລະຫວ່າງດາມັສກັດ ແລະ ຮາມັດ) ໄປເຖິງຮາເຊີຮັດທິໂຄນ, ເຊິ່ງຢູ່ທີ່ເຂດແດນຂອງຮາອູຣານ.17ດັ່ງນັ້ນ ຊາຍແດນທາງທິດເໜືອຈະເລີ່ມຈາກທະເລຈົນເຖິງຮາຊາເອໂນນ, ໄປຕາມຊາຍແດນດ້ານເໜືອຂອງດາມັສກັດກັບຊາຍແດນຂອງຮາມັດໄປທາງທິດເໜືອ. ນີ້ແມ່ນອານາເຂດດ້ານເໜືອ.18ຊາຍແດນດ້ານທິດຕາເວັນອອກ ຈະເລີ່ມຈາກລະຫວ່າງຮາອູຣານ ແລະ ດາມັສກັດ ໄປຕາມແມ່ນ້ຳຈໍແດນລະຫວ່າງກີເລອາດກັບດິນແດນອິດສະຣາເອນໄປຫາທະເລຕາຍໄປຈົນເຖິງຕາມາ. ນີ້ແມ່ນຊາຍແດນດ້ານທິດຕາເວັນອອກ.19ຊາຍແດນດ້ານໃຕ້ຈາກຕາດໂມຈົນເຖິງແຫລ່ງນ້ຳຂອງເມຣີບາກາເດັດ ແລ້ວໄປຕາມລຳນ້ຳແຫ່ງເອຢິບຈົນເຖິງທະເລເມດີແຕຣາເນ. ນີ້ແມ່ນຊາຍແດນທາງທິດໃຕ້.20ຊາຍແດນທິດຕາເວັນຕົກ ມີທະເລເມດີແຕຣາເນເປັນຊາຍແດນ ໄປຈົນເຖິງຈຸດໜຶ່ງທີ່ຢູ່ກົງກັນຂ້າມກັບເລໂບຮາມັດ. ນີ້ແມ່ນຊາຍແດນທາງທິດຕາເວັນຕົກ.21“ດິນແດນເຫລົ່ານີ້ ໃຫ້ພວກເຈົ້າແບ່ງກັນຕາມເຜົ່າຕ່າງໆຂອງອິດສະຣາເອນ.22ຈົ່ງແບ່ງສ່ວນເພື່ອເປັນມໍລະດົກສຳລັບພວກເຈົ້າ ແລະ ສຳລັບຊາວຕ່າງຊາດທີ່ມາຕັ້ງຖິ່ນຖານຢູ່ໃນທ່າມກາງພວກເຈົ້າ ແລະ ຜູ້ທີ່ມີລູກຫລານ. ໃຫ້ພວກເຈົ້າຖືວ່າພວກເຂົາເປັນພົນລະເມືອງອິດສະຣາເອນຕັ້ງແຕ່ກຳເນີດ; ໃຫ້ພວກເຂົາໄດ້ຮັບທີ່ດິນທີ່ເປັນມໍລະດົກຮ່ວມກັບຊົນເຜົ່າຕ່າງໆຂອງອິດສະຣາເອນ.23ຊາວຕ່າງຊາດທີ່ຕັ້ງຖິ່ນຖານຢູ່ໃນເຜົ່າໃດ ກໍໃຫ້ແບ່ງທີ່ດິນທີ່ເປັນມໍລະດົກໃຫ້ພວກເຂົາດ້ວຍ”, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
Biblica, Inc.