ເອເຊກຽນ48

ການ​ແບ່ງ​ດິນແດນ

1“ນີ້​ແມ່ນ​ລາຍ​ຊື່​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ລະບຸ​ໄວ້​ຕາມ​ຊື່​ດັ່ງນີ້:
“ທີ່​ຊາຍແດນ​ດ້ານ​ເໜືອ ດານ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ ຕາມ​ເສັ້ນ​ທາງ​ເຫດໂລນ​ໄປ​ຈົນ​ເຖິງ​ເລໂບ​ຮາມັດ ແລະ ຮາຊາເອນານ ແລະ ຊາຍແດນ​ດ້ານ​ເໜືອ​ຂອງ​ດາມັສກັດ ຖັດ​ຈາກ​ຮາມັດ​ຈະ​ເປັນ​ສ່ວນ​ຂອງ​ຊາຍແດນ​ຈາກ​ດ້ານ​ທິດ​ຕາເວັນ​ອອກ​ໄປ​ຫາ​ດ້ານ​ທິດ​ຕາເວັນ​ຕົກ.
2ອາເຊ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ດານ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.3ເນັບທາລີ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ອາເຊ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.4ມານາເຊ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເນັບທາລີ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.5ເອຟຣາອິມ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ມານາເຊ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.6ຣູເບັນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເອຟຣາອິມ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ຕາເວັນ​ຕົກ.7ຢູດາ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ຣູເບັນ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ຕາເວັນ​ຕົກ.
8“ຖັດ​ຈາກ​ຊາຍແດນ​ຂອງ​ຢູດາ​ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ​ຈະ​ເປັນ​ສ່ວນ​ພິເສດ​ທີ່​ພວກເຈົ້າ​ຕ້ອງ​ຖວາຍ ເຊິ່ງ​ມີ​ຄວາມ​ກວ້າງ 25.000 ສອກ ແລະ ມີ​ຄວາມ​ຍາວ​ຈາກ​ທິດ​ຕາເວັນ​ອອກ​ໄປ​ຫາ​ທິດ​ຕາເວັນ​ຕົກ​ຈະ​ເທົ່າ​ກັບ​ສ່ວນ​ແບ່ງ​ຂອງ​ແຕ່​ລະ​ເຜົ່າ; ສະຖານ​ນະມັດສະການ​ຈະ​ຢູ່​ທີ່​ສູນກາງ​ຂອງ​ສ່ວນ​ນີ້.
9“ສ່ວນ​ພິເສດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນີ້​ຈະ​ມີ​ຄວາມ​ຍາວ 25.000 ສອກ ແລະ ຄວາມ​ກວ້າງ 10.000 ສອກ. 10ຕໍ່ໄປ​ນີ້​ເປັນ​ເຂດ​ສັກສິດ​ສຳລັບ​ບັນດາ​ປະໂລຫິດ. ສ່ວນ​ນີ້​ແມ່ນ​ມີ​ຄວາມ​ຍາວ​ແມ່ນ​ແທກ​ຂຶ້ນ​ໄປ​ທາງ​ທິດ​ເໜືອ​ໄດ້ 25.000 ສອກ, ຄວາມ​ກວ້າງ​ດ້ານ​ທິດ​ຕາເວັນ​ຕົກ 10.000 ສອກ, ຄວາມ​ກວ້າງ​ດ້ານ​ທິດ​ຕາເວັນ​ອອກ 10.000 ສອກ ແລະ ຄວາມ​ຍາວ​ແມ່ນ​ແທກ​ໄປ​ທາງ​ທິດ​ໃຕ້​ໄດ້ 25.000 ສອກ. ໂດຍ​ມີ​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າ​ຢາເວ​ເປັນ​ສູນກາງ.11ທີ່​ດິນ​ສ່ວນ​ນີ້​ແມ່ນ​ສຳລັບ​ປະໂລຫິດ​ເຊື້ອສາຍ​ຊາດົກ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ, ເຊິ່ງ​ສັດຊື່​ໃນ​ການ​ບົວລະບັດ​ຮັບໃຊ້​ເຮົາ ແລະ ບໍ່​ໄດ້​ຫລົງ​ຜິດ​ໄປ​ເໝືອນ​ກັບ​ຊາວ​ເລວີ​ອື່ນໆ ເມື່ອ​ເວລາ​ທີ່​ຊາວ​ອິດສະຣາເອນ​ຫລົງ​ໄປ​ຈາກ​ພຣະເຈົ້າ.12ທີ່​ດິນ​ສ່ວນ​ນີ້​ເປັນ​ຂອງ​ຂວັນ​ພິເສດ​ທີ່​ມອບ​ໃຫ້​ແກ່​ພວກເຂົາ ເປັນ​ສ່ວນ​ທີ່​ບໍລິສຸດ​ທີ່ສຸດ​ໃນ​ເຂດ​ສັກສິດ, ຕິດ​ກັບ​ເຂດແດນ​ຂອງ​ຊາວ​ເລວີ.
13“ໃກ້​ກັບ​ເຂດ​ຂອງ​ປະໂລຫິດ​ນັ້ນ ເປັນ​ທີ່​ດິນ​ສ່ວນ​ທີ່​ເປັນ​ຂອງ​ຊາວ​ເລວີ​ຍາວ 25.000 ສອກ ແລະ ກວ້າງ 10.000 ສອກ. ຄວາມ​ຍາວ​ທັງໝົດ​ຂອງ​ມັນ​ຈະ​ເປັນ 25.000 ສອກ ແລະ ກວ້າງ 10.000 ສອກ.14ທີ່​ດິນ​ນັ້ນ​ແມ່ນ​ຫ້າມ​ຊື້​ຂາຍ ຫລື ແລກປ່ຽນ. ເປັນ​ແຜ່ນດິນ​ທີ່​ດີ​ທີ່ສຸດ ແລະ ຢ່າ​ໃຫ້​ຕົກ​ໄປ​ຢູ່​ໃນ​ມື​ຂອງ​ຄົນ​ອື່ນ ເພາະ​ເປັນ​ທີ່​ດິນ​ບໍລິສຸດ​ແກ່​ພຣະເຈົ້າ​ຢາເວ.
15“ສ່ວນ​ທີ່​ຍັງ​ເຫລືອ​ທີ່​ມີ​ຄວາມ​ກວ້າງ 5.000 ສອກ ແລະ ຍາວ 25.000 ສອກ, ໃຫ້​ເປັນ​ບ່ອນ​ນຳ​ໃຊ້​ທົ່ວ​ໄປ​ຂອງ​ເມືອງ​ນັ້ນ, ເປັນ​ບ່ອນ​ສຳລັບ​ເຮືອນ ແລະ ທົ່ງຫຍ້າ. ຕົວ​ເມືອງ​ຈະ​ຢູ່​ໃຈ​ກາງ​ຂອງ​ທີ່​ດິນ​ສ່ວນ​ນັ້ນ.16ເມືອງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ​ດັ່ງນີ້: ດ້ານ​ເໜືອ​ແມ່ນ 4.500 ສອກ, ດ້ານ​ໃຕ້​ແມ່ນ 4.500 ສອກ, ດ້ານ​ທິດ​ຕາເວັນ​ອອກ​ແມ່ນ 4.500 ສອກ ແລະ ດ້ານ​ທິດ​ຕາເວັນ​ຕົກ​ແມ່ນ 4.500 ສອກ.17ບ່ອນ​ເປົ່າຫວ່າງ​ສຳລັບ​ເປັນ​ທົ່ງຫຍ້າ​ຢູ່​ອ້ອມ​ເມືອງ ດ້ານ​ເໜືອ​ແທກ​ໄດ້ 250 ສອກ, ດ້ານ​ໃຕ້​ແມ່ນ 250 ສອກ, ດ້ານ​ທິດ​ຕາເວັນ​ອອກ​ແມ່ນ 250 ສອກ ແລະ ດ້ານ​ທິດ​ຕາເວັນ​ຕົກ​ແມ່ນ 250 ສອກ. 18ບໍລິເວນ​ດິນ​ທີ່​ຍັງ​ເຫລືອ ເຊິ່ງ​ຕິດ​ກັບ​ເຂດ​ສັກສິດ ແລະ ມີ​ຄວາມ​ຍາວ​ຄູ່​ຂະໜານ​ກັນ ແທກ​ທາງ​ທິດ​ຕາເວັນ​ອອກ​ໄດ້ 10.000 ສອກ ແລະ ແທກ​ທາງ​ທິດ​ຕາເວັນ​ຕົກ​ໄດ້ 10.000 ສອກ. ຜົນ​ຜະລິດ​ທີ່​ໄດ້​ຈາກ​ແຜ່ນດິນ​ນີ້​ແມ່ນ​ໃຊ້​ເປັນ​ອາຫານ​ສຳລັບ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ.19ຄົນ​ງານ​ຈາກ​ຕົວ​ເມືອງ​ທີ່​ເຮັດ​ໄຮ່​ໄຖ​ນາ​ຢູ່​ເທິງ​ທີ່​ດິນ​ຕອນ​ນີ້​ແມ່ນ​ຈະ​ມາ​ຈາກ​ອິດສະຣາເອນ​ທຸກ​ເຜົ່າ.20ທີ່​ດິນ​ສ່ວນ​ນີ້​ທັງໝົດ​ຈະ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ, ແຕ່​ລະ​ດ້ານ​ແມ່ນ​ກວ້າງ ແລະ ຍາວ 25.000 ສອກ. ນີ້​ເປັນ​ຂອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ຈະ​ແຍກ​ໄວ້​ເປັນ​ເຂດ​ສັກສິດ ພ້ອມ​ກັບ​ທີ່​ດິນ​ຂອງ​ເມືອງ​ນີ້​ດ້ວຍ.
21“ສ່ວນ​ທີ່​ເຫລືອ​ຢູ່​ສອງ​ດ້ານ​ຂອງ​ເຂດ​ສັກສິດ ແລະ ບໍລິເວນ​ຂອງ​ຕົວ​ເມືອງ​ຈະ​ເປັນ​ຂອງ​ເຈົ້ານາຍ. ບໍລິເວນ​ນີ້​ຈະ​ກິນ​ເນື້ອທີ່​ໄປ​ທາງ​ທິດ​ຕາເວັນ​ອອກ ຈາກ​ໄລຍະ 25.000 ສອກ ຂອງ​ເຂດ​ສັກສິດ​ໄປ​ຈົນ​ເຖິງ​ຊາຍແດນ​ທິດ​ຕາເວັນ​ອອກ ແລະ ໄປ​ທາງ​ທິດ​ຕາເວັນ​ຕົກ ຈາກ​ໄລຍະ 25.000 ສອກ ໄປ​ທີ່​ຊາຍແດນ​ດ້ານ​ທິດ​ຕາເວັນ​ຕົກ. ທັງ​ສອງ​ບໍລິເວນ​ນີ້​ມີ​ຄວາມ​ຍາວ​ຄູ່​ຂະໜານ​ກັບ​ທີ່​ດິນ​ຂອງ​ເຜົ່າ​ຕ່າງໆ​ແມ່ນ​ໃຫ້​ເປັນ​ຂອງ​ເຈົ້ານາຍ ແລະ ໂດຍ​ມີ​ເຂດ​ສັກສິດ​ກັບ​ສະຖານ​ນະມັດສະການ​ຂອງ​ວິຫານ​ຢູ່​ທີ່​ໃຈ​ກາງ.22ດັ່ງນັ້ນ ທີ່​ດິນ​ຂອງ​ເຜົ່າ​ເລວີ ແລະ ບໍລິເວນ​ຂອງ​ຕົວ​ເມືອງ​ຈະ​ຢູ່​ໃຈ​ກາງ​ບໍລິເວນ​ທີ່​ເປັນ​ຂອງ​ເຈົ້ານາຍ. ບໍລິເວນ​ທີ່​ເປັນ​ຂອງ​ເຈົ້ານາຍ​ຈະ​ຕັ້ງ​ຢູ່​ລະຫວ່າງ​ເຂດແດນ​ຂອງ​ເຜົ່າ​ຢູດາ​ກັບ​ຂອງ​ເຜົ່າ​ເບັນຢາມິນ.
23“ສຳລັບ​ເຜົ່າ​ຕ່າງໆ​ທີ່​ເຫລືອ​ມີ​ດັ່ງນີ້:
“ເບັນຢາມິນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ທີ່​ດິນ​ຂອງ​ລາວ​ຈະ​ມີ​ຄວາມ​ຍາວ​ຈາກ​ດ້ານ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ດ້ານ​ທິດ​ຕາເວັນ​ຕົກ.
24ຊີເມໂອນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເບັນຢາມິນ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.25ອິດຊາຄາ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ຊີເມໂອນ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.26ເຊບູໂລນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ອິດຊາຄາ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.27ກາດ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເຊບູໂລນ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.28ອານາເຂດ​ດ້ານ​ໃຕ້​ຂອງ​ກາດ ຄື​ຈາກ​ຕາດໂມ​ລົງ​ໄປ​ທາງ​ໃຕ້ ໄປ​ຮອດ​ຫ້ວງ​ນ້ຳ​ເມຣີບາ​ກາເດັດ ແລ້ວ​ໄປ​ຕາມ​ລຳ​ນ້ຳ​ແຫ່ງ​ເອຢິບ​ຈົນ​ໄປ​ເຖິງ​ທະເລ​ເມດີແຕຣາເນ.
29“ໃຫ້​ພວກເຈົ້າ​ແບ່ງ​ສ່ວນ​ດິນແດນ​ຕາມ​ນີ້​ແກ່​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ ເພື່ອ​ເປັນ​ມໍລະດົກ​ຂອງ​ພວກເຂົາ ແລະ ນີ້​ກໍ​ຈະ​ເປັນ​ສ່ວນ​ຂອງ​ພວກເຂົາ”, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

ປະຕູ​ເມືອງ

30ທາງອອກ​ຂອງ​ເມືອງ​ແມ່ນ​ມີ​ດັ່ງນີ້:
“ເລີ່ມ​ຈາກ​ທາງ​ດ້ານ​ເໜືອ ເຊິ່ງ​ມີ​ຄວາມ​ຍາວ 4.500 ສອກ, 
31ປະຕູ​ຕ່າງໆ​ຂອງ​ເມືອງ​ນີ້​ແມ່ນ​ຈະ​ຕັ້ງ​ຊື່​ຕາມ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ. ສາມ​ປະຕູ​ທີ່​ຢູ່​ທາງ​ດ້ານ​ເໜືອ​ແມ່ນ ປະຕູ​ຣູເບັນ, ປະຕູ​ຢູດາ ແລະ ປະຕູ​ເລວີ.32ທາງ​ດ້ານ​ທິດ​ຕາເວັນ​ອອກ ເຊິ່ງ​ມີ​ຄວາມ​ຍາວ 4.500 ສອກ, ຈະ​ມີ​ສາມ​ປະຕູ​ຄື: ປະຕູ​ໂຢເຊັບ, ປະຕູ​ເບັນຢາມິນ ແລະ ປະຕູ​ດານ.33ທາງ​ດ້ານ​ໃຕ້ ເຊິ່ງ​ແທກ​ໄດ້ 4.500 ສອກ, ຈະ​ມີ​ສາມ​ປະຕູ​ຄື: ປະຕູ​ຊີເມໂອນ, ປະຕູ​ອິດຊາຄາ ແລະ ປະຕູ​ເຊບູໂລນ.34ດ້ານ​ທິດ​ຕາເວັນ​ຕົກ ເຊິ່ງ​ມີ​ຄວາມ​ຍາວ 4.500 ສອກ, ຈະ​ມີ​ສາມ​ປະຕູ​ຄື: ປະຕູ​ກາດ, ປະຕູ​ອາເຊ ແລະ ປະຕູ​ເນັບທາລີ.
35“ວັດແທກ​ໄລຍະ​ອ້ອມ​ເມືອງ​ໄດ້ 18.000 ສອກ. 
“ແລະ ນັບ​ຕັ້ງ​ແຕ່​ນີ້​ໄປ​ເມືອງ​ນັ້ນ​ຈະ​ມີ​ຊື່​ວ່າ, ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ບ່ອນ​ນີ້ ”.

Biblica, Inc.

https://app.library.bible/content/eab9312f9f16b3a2