ເອເຊກຽນ46
1“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ປະຕູຂອງເດີ່ນຊັ້ນໃນທີ່ຫັນໜ້າໄປທາງທິດຕາເວັນອອກໃຫ້ປິດໃນວັນເຮັດວຽກຫົກວັນ, ແຕ່ໃຫ້ເປີດໃນວັນຊະບາໂຕ ແລະ ວັນເດືອນຂຶ້ນໃໝ່.2ເຈົ້ານາຍຈະເຂົ້າມາຈາກດ້ານນອກຜ່ານລະບຽງທາງເຂົ້າ ແລະ ຢືນຢູ່ຂ້າງເສົາປະຕູ. ໃຫ້ບັນດາປະໂລຫິດຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາຂອງເຈົ້ານາຍ. ໃຫ້ເຈົ້ານາຍກົ້ມລົງນະມັດສະການພຣະເຈົ້າຢູ່ທີ່ທໍທອນນີປະຕູນັ້ນ ແລ້ວອອກໄປ, ແຕ່ບໍ່ຕ້ອງປິດປະຕູຈົນກວ່າຈະເຖິງຕອນແລງ.3ໃນວັນຊະບາໂຕ ແລະ ວັນເດືອນຂຶ້ນໃໝ່ ໃຫ້ປະຊາຊົນທັງໝົດນະມັດສະການພຣະເຈົ້າຢາເວຢູ່ທີ່ທາງເຂົ້າກ່ອນຮອດປະຕູນັ້ນ.4ເຄື່ອງເຜົາບູຊາທີ່ເຈົ້ານາຍນຳມາຖວາຍແກ່ພຣະເຈົ້າຢາເວໃນວັນຊະບາໂຕແມ່ນມີດັ່ງນີ້: ລູກແກະໂຕຜູ້ຫົກໂຕ ແລະ ແກະຜູ້ໜຶ່ງໂຕ ທຸກໂຕຈະຕ້ອງບໍ່ມີຕຳໜິ.5ເມັດພືດບູຊາ 1 ເອຟາ ຖວາຍຄູ່ກັບແກະຜູ້ ແລະ ເຄື່ອງຖວາຍພືດຜົນເປັນເມັດຖວາຍຄູ່ກັບລູກແກະນັ້ນແມ່ນແລ້ວແຕ່ເຈົ້ານາຍຈະເຫັນດີ ແລະ ຖວາຍນ້ຳມັນ 1 ຮິນ ຄູ່ກັບເມັດພືດບູຊາທຸກໆ 1 ເອຟາ.6ໃນວັນເດືອນຂຶ້ນໃໝ່ນັ້ນ ໃຫ້ເຈົ້ານາຍຖວາຍງົວໜຸ່ມໜຶ່ງໂຕ, ລູກແກະຫົກໂຕ ແລະ ແກະຜູ້ໜຶ່ງໂຕ, ທຸກໂຕຈະຕ້ອງບໍ່ມີຕຳໜິ.7ໃຫ້ລາວຕຽມເຄື່ອງຖວາຍພືດຜົນເປັນເມັດ 1 ເອຟາ ຄູ່ກັບງົວຜູ້ ແລະ ອີກ 1 ເອຟາ ຄູ່ກັບແກະຜູ້ ແລະ ສ່ວນທີ່ຄູ່ກັບລູກແກະນັ້ນຈະເທົ່າໃດກໍໄດ້ແລ້ວແຕ່ລາວເຫັນດີ ພ້ອມທັງນ້ຳມັນ 1 ຮິນ ຕໍ່ເມັດພືດບູຊາທຸກໆ 1 ເອຟາ.8ເມື່ອເຈົ້ານາຍເຂົ້າມາ ໃຫ້ລາວເຂົ້າທາງລະບຽງທາງເຂົ້າ ແລະ ອອກໄປທາງດຽວກັນນັ້ນ.9“ ‘ເມື່ອປະຊາຊົນມາເຂົ້າພົບພຣະເຈົ້າຢາເວ ຕາມເທດສະການທີ່ກຳນົດ, ຜູ້ໃດທີ່ເຂົ້າທາງປະຕູດ້ານເໜືອເພື່ອນະມັດສະການແມ່ນໃຫ້ອອກທາງໄປປະຕູດ້ານໃຕ້ ແລະ ຜູ້ໃດທີ່ເຂົ້າທາງປະຕູດ້ານໃຕ້ແມ່ນໃຫ້ອອກໄປທາງປະຕູດ້ານເໜືອ. ບໍ່ໃຫ້ຜູ້ໃດກັບອອກໄປທາງດຽວກັບທີ່ຕົນເຂົ້າມາ ແຕ່ໃຫ້ກັບອອກໄປທາງປະຕູກົງກັນຂ້າມ.10ເຈົ້ານາຍຈະຢູ່ທ່າມກາງປະຊາຊົນ ເມື່ອປະຊາຊົນເຂົ້າໄປ ເຈົ້ານາຍກໍເຂົ້າໄປ ແລະ ເມື່ອປະຊາຊົນອອກມາ ລາວກໍອອກມາ.11ໃນເທດສະການຕາມກຳນົດ ແລະ ງານລ້ຽງຕາມວາລະຕ່າງໆ ໃຫ້ໃຊ້ເຄື່ອງຖວາຍພືດຜົນເປັນເມັດ 1 ເອຟາ ຄູ່ກັບງົວຜູ້ໜຶ່ງໂຕ, ອີກ 1 ເອຟາ ຄູ່ກັບແກະຜູ້ໜຶ່ງໂຕ, ສ່ວນທີ່ຄູ່ກັບລູກແກະນັ້ນຈະເທົ່າໃດກໍໄດ້ແລ້ວແຕ່ເຫັນດີ ພ້ອມທັງນ້ຳມັນ 1 ຮິນ ຄູ່ກັບເມັດພືດບູຊາທຸກໆ 1 ເອຟາ.12“ ‘ເມື່ອເຈົ້ານາຍຖວາຍເຄື່ອງບູຊາຕາມຄວາມສະໝັກໃຈແກ່ພຣະເຈົ້າຢາເວ ຈະເປັນເຄື່ອງເຜົາບູຊາ ຫລື ເຄື່ອງສາມັກຄີທຳບູຊາກໍຕາມ ຈົ່ງເປີດປະຕູທີ່ຫັນໄປທາງດ້ານຕາເວັນອອກໃຫ້ລາວ. ລາວຈະຖວາຍເຄື່ອງເຜົາບູຊາ ຫລື ເຄື່ອງສາມັກຄີທຳບູຊາເໝືອນໃນວັນຊະບາໂຕ ແລ້ວລາວກໍຈະອອກໄປ, ເມື່ອລາວອອກໄປແລ້ວກໍຈົ່ງປິດປະຕູ.13“ ‘ຈົ່ງຖວາຍລູກແກະໂຕຜູ້ ອາຍຸໜຶ່ງປີ ເຊິ່ງບໍ່ມີຕຳໜິເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວທຸກວັນ; ເຈົ້າຈະຕ້ອງຖວາຍສັດເຫລົ່ານັ້ນທຸກໆເຊົ້າ.14ຈົ່ງຖວາຍເຄື່ອງຖວາຍພືດຜົນເປັນເມັດໜຶ່ງໃນຫົກເອຟາ ຄູ່ກັບສັດເຫລົ່ານັ້ນ ແລະ ນ້ຳມັນໜຶ່ງໃນສາມຮິນ ເພື່ອປົນໃສ່ກັບແປ້ງ. ການຖວາຍເຄື່ອງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວນີ້ໃຫ້ຖືປະຕິບັດຕະຫລອດໄປ.15ດັ່ງນັ້ນ ໃຫ້ຈັດຕຽມລູກແກະ ແລະ ເຄື່ອງຖວາຍພືດຜົນເປັນເມັດກັບນ້ຳມັນເປັນເຄື່ອງເຜົາບູຊາເປັນປະຈຳທຸກເຊົ້າ.16“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຖ້າເຈົ້ານາຍມອບທີ່ດິນທີ່ເປັນມໍລະດົກຕົນໃຫ້ເປັນຂອງຂວັນແກ່ລູກຊາຍລາວ, ທີ່ດິນຕອນນັ້ນກໍຈະເປັນມໍລະດົກຂອງລູກຫລານຂອງລາວເໝືອນກັນ; ທີ່ດິນຕອນນັ້ນກໍຈະຕົກເປັນຊັບສິນຂອງພວກເຂົາໂດຍທາງມໍລະດົກ.17ແຕ່ຖ້າຫາກວ່າ, ເຈົ້ານາຍໄດ້ມອບທີ່ດິນທີ່ເປັນມໍລະດົກຂອງຕົນໃຫ້ເປັນຂອງຂວັນແກ່ຄົນຮັບໃຊ້ຂອງລາວ, ຄົນຮັບໃຊ້ນັ້ນຈະຄອບຄອງທີ່ດິນນັ້ນຈົນເຖິງປີແຫ່ງການປົດປ່ອຍ; ແລ້ວທີ່ດິນຕອນນັ້ນຈະກັບມາເປັນຂອງເຈົ້ານາຍຕາມເດີມ. ທີ່ດິນທີ່ເປັນມໍລະດົກຂອງເຈົ້ານາຍຈະເປັນຊັບສົມບັດຂອງບັນດາລູກຊາຍຂອງລາວເທົ່ານັ້ນ.18ເຈົ້ານາຍຈະຕ້ອງບໍ່ປຸ້ນທີ່ດິນທີ່ເປັນມໍລະດົກຂອງປະຊາຊົນມາເປັນຊັບສົມບັດຂອງຕົນ, ຂັບໄລ່ປະຊາຊົນອອກຈາກທີ່ດິນຂອງພວກເຂົາ. ເຈົ້ານາຍຈະມອບທີ່ດິນໃຫ້ແກ່ລູກຫລານຂອງຕົນໄດ້ສະເພາະສ່ວນທີ່ເປັນກຳມະສິດຕົກທອດມາເຖິງຕົນ, ເພື່ອບໍ່ໃຫ້ປະຊາຊົນຄົນໃດຄົນໜຶ່ງຂອງເຮົາພາກຈາກທີ່ດິນຂອງຕົນ’ ”.19ແລ້ວຊາຍຄົນນັ້ນກໍພາຂ້າພະເຈົ້າຜ່ານທາງເຂົ້າຢູ່ທີ່ຂ້າງປະຕູໄປສູ່ຫ້ອງບໍລິສຸດຕ່າງໆທີ່ຫັນໜ້າໄປທາງທິດເໜືອ, ເຊິ່ງເປັນຫ້ອງຂອງບັນດາປະໂລຫິດ ແລະ ຊີ້ໃຫ້ຂ້າພະເຈົ້າເບິ່ງບ່ອນໜຶ່ງທີ່ຢູ່ແຄມສຸດດ້ານຕາເວັນຕົກ.20ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ນີ້ເປັນບ່ອນສຳລັບປະໂລຫິດຕົ້ມເຄື່ອງບູຊາລົບຄວາມຜິດ ແລະ ເຄື່ອງບູຊາໄຖ່ບາບ ແລະ ປີ້ງເຄື່ອງຖວາຍພືດຜົນເປັນເມັດ, ເພື່ອຈະໄດ້ບໍ່ນຳອອກໄປສູ່ເດີ່ນຊັ້ນນອກ ແລະ ບໍ່ໄປເຮັດໃຫ້ປະຊາຊົນບໍລິສຸດ”.21ແລ້ວເພິ່ນກໍພາຂ້າພະເຈົ້າມາທີ່ເດີ່ນຊັ້ນນອກ ແລະ ພາໄປເບິ່ງທົ່ວມຸມທັງສີ່ ແລະ ຂ້າພະເຈົ້າໄດ້ເຫັນວ່າໃນແຕ່ລະແຈນັ້ນກໍມີເດີ່ນນ້ອຍອີກເດີ່ນໜຶ່ງ.22ເດີ່ນນ້ອຍທີ່ຢູ່ທັງສີ່ແຈຂອງເດີ່ນຊັ້ນນອກນີ້ມີຝາອ້ອມຮອບ ຍາວ 40 ສອກ ແລະ ກວ້າງ 30 ສອກ. ແຕ່ລະເດີ່ນທີ່ຢູ່ທັງສີ່ແຈນັ້ນລ້ວນແຕ່ມີຂະໜາດເທົ່າກັນ.23ພາຍໃນອ້ອມເດີ່ນທັງສີ່ນັ້ນກໍມີຂອບຫີນພ້ອມກັບບ່ອນສຳລັບດັງໄຟທີ່ສ້າງຂຶ້ນອ້ອມຂອບຫີນນີ້.24ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ນີ້ແມ່ນເຮືອນຄົວ ເປັນບ່ອນທີ່ໃຫ້ຜູ້ປະຕິບັດໜ້າທີ່ໃນວິຫານໃຊ້ຕົ້ມເຄື່ອງບູຊາຂອງປະຊາຊົນ”.
Biblica, Inc.