ເອເຊກຽນ45
ອິດສະຣາເອນໄດ້ຮັບການຟື້ນຟູຢ່າງສົມບູນ
1“ ‘ເມື່ອເຈົ້າແບ່ງດິນແດນກຳມະສິດ ເຈົ້າຈົ່ງຖວາຍທີ່ດິນສ່ວນໜຶ່ງໃຫ້ແກ່ພຣະເຈົ້າຢາເວ ເປັນເຂດສັກສິດ ທີ່ມີຄວາມຍາວ 25.000 ສອກ ແລະ ກວ້າງ 20.000 ສອກ; ທັງເຂດແດນນັ້ນຈະເປັນບ່ອນບໍລິສຸດ.2ໃນບໍລິເວນນີ້ ໃຫ້ມີເນື້ອທີ່ສີ່ຫລ່ຽມມົນທົນ ຄວາມກວ້າງ ແລະ ຍາວແມ່ນດ້ານລະ 500 ສອກ, ເພື່ອເປັນສະຖານນະມັດສະການ ແລະ ມີບ່ອນຫວ່າງອ້ອມຮອບເປັນໄລຍະ 50 ສອກ. 3ໃນເຂດສັກສິດນີ້ ຈົ່ງແທກບ່ອນທີ່ແບ່ງອອກມາໃຫ້ໄດ້ຂະໜາດຂອງຄວາມຍາວ 25.000 ສອກ ແລະ ຄວາມກວ້າງ 10.000 ສອກ. ໃນບໍລິເວນນີ້ຈະເປັນສະຖານນະມັດສະການ, ເປັນບ່ອນທີ່ສັກສິດທີ່ສຸດ.4ຈະເປັນເຂດແດນທີ່ບໍລິສຸດສຳລັບບັນດາປະໂລຫິດ ຜູ້ປະຕິບັດໜ້າທີ່ໃນສະຖານນະມັດສະການ ແລະ ເຂົ້າຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຢາເວ. ໃຊ້ເປັນບ່ອນສຳລັບເຮືອນຂອງບັນດາປະໂລຫິດ ແລະ ເປັນບ່ອນທີ່ສັກສິດຂອງສະຖານນະມັດສະການ.5ອີກສ່ວນໜຶ່ງທີ່ມີຄວາມຍາວ 25.000 ສອກ ແລະ ກວ້າງ 10.000 ສອກ ຈະເປັນຂອງຄົນເລວີ ຜູ້ທີ່ຮັບໃຊ້ໃນວິຫານ ມອບໃຫ້ເປັນກຳມະສິດຂອງພວກເຂົາເພື່ອສ້າງບ້ານເມືອງທີ່ຈະອາໄສຢູ່. 6“ ‘ເຈົ້າຈົ່ງມອບທີ່ດິນກວ້າງ 5.000 ສອກ ຍາວ 25.000 ສອກ ຕໍ່ຈາກເຂດສັກສິດໃຫ້ເປັນສ່ວນຂອງເມືອງນັ້ນ; ບ່ອນນີ້ຈະເປັນຂອງຊົນຊາດອິດສະຣາເອນທັງໝົດ.7“ ‘ທີ່ດິນແຕ່ລະຂ້າງຂອງເນື້ອທີ່ຂອງເຂດສັກສິດ ແລະ ຊັບສົມບັດຂອງເມືອງແມ່ນມອບໃຫ້ເປັນຂອງເຈົ້ານາຍ. ອອກໄປທາງທິດຕາເວັນຕົກຈາກຟາກຕາເວັນຕົກ ແລະ ທາງທິດຕາເວັນອອກຈາກຟາກຕາເວັນອອກ, ໄປຕາມຄວາມຍາວຂອງເຂດແດນທາງທິດຕາເວັນຕົກຫາທາງທິດຕາເວັນອອກ ທຽບເທົ່າກັບສ່ວນທີ່ມອບໃຫ້ຕະກຸນໜຶ່ງ.8ທີ່ດິນນີ້ຈະເປັນກຳມະສິດຂອງເຈົ້ານາຍໃນອິດສະຣາເອນ ແລະ ເຈົ້ານາຍເຫລົ່ານັ້ນຈະໄດ້ບໍ່ກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາອີກຕໍ່ໄປ ແຕ່ຈະຍອມໃຫ້ຊົນຊາດອິດສະຣາເອນຄອບຄອງດິນແດນຕາມຕະກຸນຕ່າງໆຂອງພວກເຂົາ.9“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຈົ້ານາຍທັງຫລາຍຂອງອິດສະຣາເອນ, ພວກເຈົ້າເຮັດເກີນໄປແລ້ວ! ຈົ່ງຢຸດຄວາມຮຸນແຮງ ແລະ ກົດຂີ່ຂົ່ມເຫັງຂອງເຈົ້າ ແລະ ຈົ່ງເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ. ຢຸດຂັບໄລ່ປະຊາຊົນຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.10ພວກເຈົ້າຈົ່ງໃຊ້ເຄື່ອງຊັ່ງທີ່ຖືກຕ້ອງ, ເອຟາ ແລະ ບາດທີ່ຖືກຕ້ອງ. 11ເອຟາຈະເທົ່າກັບບາດ ຄືເອຟາ ແລະ ບາດແມ່ນເທົ່າກັບໜຶ່ງໃນສິບໂຮເມ, ໂຮເມເປັນໜ່ວຍມາດຕະຖານຂອງການຜອງທັງຂອງແຫ້ງ ແລະ ຂອງແຫລວ.121 ເຊເຂວ ເທົ່າກັບ 20 ເກຣາ ແລະ 60 ເຊເຂວເທົ່າກັບ 1 ມິນາ. 13“ ‘ຂອງຖວາຍພິເສດທີ່ພວກເຈົ້າຈະຕ້ອງນຳມາມອບໃຫ້ຄື: ເຂົ້າຫວີດໜຶ່ງໃນຫົກເອຟາ ຈາກທຸກໆໜຶ່ງໂຮເມ ແລະ ເຂົ້າບາເລກໍໜຶ່ງໃນຫົກເອຟາ ຈາກທຸກໆໜຶ່ງໂຮເມ.14ສ່ວນນ້ຳມັນແມ່ນຜອງດ້ວຍຫົວໜ່ວຍບາດ ຄືໜຶ່ງໃນສິບບາດຈາກທຸກໜຶ່ງໂຄ (ເຊິ່ງເທົ່າກັບໜຶ່ງໂຮເມ ຫລື ສິບບາດ).15ພ້ອມທັງແກະໜຶ່ງໂຕຈາກທຸກສອງຮ້ອຍໂຕ ຈາກທົ່ງຫຍ້າອັນອຸດົມສົມບູນຂອງອິດສະຣາເອນ. ສິ່ງເຫລົ່ານີ້ຈະໃຊ້ເປັນເມັດພືດບູຊາ, ເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາເພື່ອລົບຄວາມບາບສຳລັບປະຊາຊົນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.16ປະຊາຊົນທັງໝົດຈະຮ່ວມກັນນຳຂອງຖວາຍພິເສດນີ້ມາສຳລັບເຈົ້ານາຍຂອງອິດສະຣາເອນ.17ເປັນໜ້າທີ່ຂອງເຈົ້ານາຍທີ່ຈະຈັດຕຽມເຄື່ອງເຜົາບູຊາ, ເມັດພືດບູຊາ ແລະ ເຄື່ອງດື່ມບູຊາທີ່ໃຊ້ໃນເທດສະການຕ່າງໆ, ວັນເດືອນຂຶ້ນໃໝ່ ແລະ ວັນຊະບາໂຕທັງຫລາຍ ຄືທຸກເທດສະການທີ່ກຳນົດໄວ້ຂອງຊົນຊາດອິດສະຣາເອນ. ເຈົ້ານາຍຈະຈັດເຄື່ອງບູຊາໄຖ່ບາບ, ເມັດພືດບູຊາ, ເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາເພື່ອລົບຄວາມບາບຂອງຊົນຊາດອິດສະຣາເອນ.18“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນທີໜຶ່ງເດືອນທີໜຶ່ງ ເຈົ້າຈົ່ງເອົາງົວໜຸ່ມທີ່ປາດສະຈາກຕຳໜິມາເພື່ອການຊຳລະສະຖານນະມັດສະການ.19ໃຫ້ປະໂລຫິດເອົາເລືອດຂອງເຄື່ອງບູຊາໄຖ່ບາບທາໄວ້ທີ່ເສົາປະຕູວິຫານ, ທີ່ມຸມທັງສີ່ຂອງຂອບເທິງຂອງແທ່ນບູຊາ ແລະ ທີ່ເສົາປະຕູຂອງເດີ່ນຊັ້ນໃນ.20ເຈົ້າຈົ່ງເຮັດຢ່າງນີ້ອີກໃນວັນທີເຈັດຂອງເດືອນນັ້ນ ເປັນການລົບມົນທິນຂອງວິຫານເພື່ອວ່າຜູ້ໃດຜູ້ໜຶ່ງເຮັດບາບໂດຍບໍ່ເຈດຕະນາ ຫລື ຮູ້ເທົ່າບໍ່ເຖິງການ.21“ ‘ໃນວັນທີສິບສີ່ເດືອນທີໜຶ່ງ ເຈົ້າຈົ່ງຖືເທດສະການປັດສະຄາ ເຈົ້າຈະກິນເຂົ້າຈີ່ບໍ່ໃສ່ເຊື້ອແປ້ງຕະຫລອດເຈັດວັນຂອງເທດສະການ.22ໃນວັນນັ້ນເຈົ້ານາຍຕ້ອງຈັດຕຽມງົວໜຸ່ມເປັນເຄື່ອງບູຊາໄຖ່ບາບສຳລັບຕົນເອງ ແລະ ສຳລັບປະຊາຊົນທັງໝົດ.23ທຸກວັນຕະຫລອດເຈັດວັນຂອງເທດສະການ ເຈົ້ານາຍຈະຖວາຍງົວໜຸ່ມເຈັດໂຕ ແລະ ແກະຜູ້ເຈັດໂຕ ເຊິ່ງປາດສະຈາກຕຳໜິ ເປັນເຄື່ອງເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ແລະ ຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບ.24ລາວຈະຈັດຕຽມເຄື່ອງຖວາຍພືດຜົນເປັນເມັດພ້ອມກັບໃຊ້ແປ້ງ 1 ເອຟາ ຕໍ່ງົວໜຸ່ມໜຶ່ງໂຕ ແລະ 1 ເອຟາຕໍ່ແບ້ຜູ້ໜຶ່ງໂຕ ພ້ອມທັງນ້ຳມັນ 1 ຮິນ ຕໍ່ແປ້ງ 1 ເອຟາ.25“ ‘ຕະຫລອດເຈັດວັນຂອງເທດສະການນັ້ນ, ເຊິ່ງເລີ່ມໃນວັນທີສິບຫ້າຂອງເດືອນທີເຈັດ, ໃຫ້ລາວຈັດຕຽມເຄື່ອງບູຊາໄຖ່ບາບ, ເຄື່ອງເຜົາບູຊາ, ເມັດພືດບູຊາ ແລະ ນ້ຳມັນແບບດຽວກັນ.Biblica, Inc.