ເອເຊກຽນ42
ຫ້ອງສຳລັບປະໂລຫິດ
1ແລ້ວຊາຍຄົນນັ້ນໄດ້ພາຂ້າພະເຈົ້າໄປທີ່ເດີ່ນຊັ້ນນອກທາງທິດເໜືອ ແລະ ໄດ້ພາຂ້າພະເຈົ້າໄປທີ່ຫ້ອງຕ່າງໆທີ່ຢູ່ກົງກັນຂ້າມກັບເດີ່ນວິຫານ ແລະ ກົງກັນຂ້າມກັບຝາດ້ານນອກທາງທິດເໜືອ.2ອາຄານທີ່ມີປະຕູຫັນໜ້າໄປທາງທິດເໜືອຍາວ 100 ສອກ ແລະ ກວ້າງ 50 ສອກ. 3ທັງໃນສ່ວນທີ່ເປັນໄລຍະ 20 ສອກ ຈາກເດີ່ນຊັ້ນໃນ ແລະ ໃນສ່ວນທີ່ຢູ່ກົງກັນຂ້າມກັບທາງຍ່າງຂອງເດີ່ນຊັ້ນນອກ, ມີລະບຽງທີ່ຫັນໜ້າເຂົ້າຫາກັນສາມຊັ້ນ.4ໜ້າຫ້ອງຕ່າງໆເປັນທາງຍ່າງພາຍໃນ ເຊິ່ງມີຄວາມກວ້າງ 10 ສອກ ແລະ ຍາວ 100 ສອກ. ປະຕູຫ້ອງເຫລົ່ານີ້ແມ່ນຢູ່ທາງທິດເໜືອ.5ຫ້ອງຊັ້ນເທິງແຄບກວ່າເພາະລະບຽງໄດ້ກິນເນື້ອທີ່ຫລາຍກວ່າລະບຽງຂອງຫ້ອງຊັ້ນລຸມ ແລະ ຊັ້ນກາງຂອງອາຄານ.6ຫ້ອງຕ່າງໆທີ່ຢູ່ຊັ້ນສາມແມ່ນບໍ່ມີເສົາຄ້ຳເໝືອນກັບຢູ່ທີ່ເດີ່ນ; ດັ່ງນັ້ນ ເນື້ອທີ່ພື້ນຫ້ອງຈຶ່ງແຄບກວ່າຢູ່ຊັ້ນລຸ່ມ ແລະ ຊັ້ນກາງ.7ມີຝາດ້ານນອກທີ່ຢູ່ທາງດ້ານໜ້າຂອງຫ້ອງຕ່າງໆ ແລະ ເດີ່ນຊັ້ນນອກ ເຊິ່ງມີຄວາມຍາວ 50 ສອກ. 8ໃນຂະນະທີ່ຫ້ອງແຖວດ້ານຂ້າງຖັດຈາກເດີ່ນຊັ້ນນອກກໍຍາວ 50 ສອກ, ຫ້ອງແຖວຢູ່ດ້ານຂ້າງໃກ້ສະຖານນະມັດສະການທີ່ສຸດກໍຍາວ 100 ສອກ.9ຫ້ອງຊັ້ນລຸ່ມມີທາງເຂົ້າດ້ານຕາເວັນອອກເມື່ອເຂົ້າມາຈາກເດີ່ນຊັ້ນນອກ.10ທາງດ້ານໃຕ້ ຕາມຄວາມຍາວຂອງຝາເດີ່ນຊັ້ນນອກ ມີຫ້ອງຕ່າງໆຕິດກັບເດີ່ນວິຫານ ແລະ ກົງກັນຂ້າມກັບຝາຊັ້ນນອກ.11ເຊິ່ງມີທາງຍ່າງຢູ່ຕໍ່ໜ້າຫ້ອງ. ຫ້ອງເຫລົ່ານີ້ແມ່ນຄືກັນກັບຫ້ອງທີ່ຢູ່ທາງທິດເໜືອທີ່ມີຄວາມກວ້າງກັບຄວາມຍາວເທົ່າກັນ ແລະ ມີທາງອອກຄ້າຍຄືກັນ ແລະ ຂະໜາດກໍໃກ້ຄຽງກັນ ຄ້າຍຄືກັບປະຕູທີ່ຢູ່ທາງທິດເໜືອ.12ຄືປະຕູຂອງຫ້ອງຢູ່ທາງທິດໃຕ້. ມີປະຕູທາງເຂົ້າທີ່ຂະໜານກັບກຳແພງທີ່ຍາວໄປທາງທິດຕາເວັນອອກ ເຊິ່ງເປັນທາງເຂົ້າໄປໃນຫ້ອງເຫລົ່ານັ້ນ.13ແລ້ວເພິ່ນກໍໄດ້ບອກຂ້າພະເຈົ້າວ່າ, “ຫ້ອງທີ່ຢູ່ທາງທິດເໜືອ ແລະ ທາງທິດໃຕ້ທີ່ຫັນໜ້າໄປຫາເດີ່ນວິຫານແມ່ນເປັນຫ້ອງຂອງບັນດາປະໂລຫິດ, ເປັນບ່ອນທີ່ບັນດາປະໂລຫິດຜູ້ເຂົ້າພົບພຣະເຈົ້າຢາເວ ຈະກິນເຄື່ອງບູຊາອັນບໍລິສຸດທີ່ສຸດ. ບັນດາປະໂລຫິດຈະວາງເຄື່ອງບູຊາບໍລິສຸດທີ່ສຸດ ທັງເມັດພືດບູຊາ, ເຄື່ອງບູຊາໄຖ່ບາບ ແລະ ເຄື່ອງບູຊາລົບຄວາມຜິດ ເພາະສະຖານທີ່ນັ້ນບໍລິສຸດ.14ເມື່ອປະໂລຫິດເຂົ້າສູ່ບ່ອນບໍລິສຸດ, ພວກເຂົາຈະບໍ່ອອກໄປສູ່ເດີ່ນຊັ້ນນອກຈົນກວ່າຈະໄດ້ຖອດເຄື່ອງແຕ່ງກາຍທີ່ສວມຢູ່ຂະນະປະຕິບັດໜ້າທີ່ອອກກ່ອນ ເພາະສິ່ງເຫລົ່ານີ້ລ້ວນແຕ່ບໍລິສຸດ. ພວກເຂົາຈະສວມເຄື່ອງແຕ່ງກາຍອື່ນໆ ກ່ອນທີ່ພວກເຂົາຈະເຂົ້າໄປໃກ້ບ່ອນທີ່ມີໄວ້ສຳລັບປະຊາຊົນ”.15ເມື່ອເພິ່ນແທກຂ້າງໃນບໍລິເວນວິຫານສຳເລັດແລ້ວ ເພິ່ນກໍພາຂ້າພະເຈົ້າອອກມາທາງປະຕູທິດຕາເວັນອອກ ແລະ ແທກບໍລິເວນອ້ອມຮອບນັ້ນ.16ເພິ່ນໄດ້ແທກດ້ານຕາເວັນອອກດ້ວຍໄມ້ວັດແທກ ກໍແທກໄດ້ 500 ສອກ. 17ເພິ່ນໄດ້ແທກດ້ານເໜືອດ້ວຍໄມ້ວັດແທກ ໄດ້ 500 ສອກ.18ເພິ່ນໄດ້ແທກດ້ານໃຕ້ດ້ວຍໄມ້ວັດແທກ ກໍແທກໄດ້ 500 ສອກ.19ແລ້ວເພິ່ນກໍກັບໄປແທກດ້ານຕາເວັນຕົກດ້ວຍໄມ້ວັດແທກ ກໍແທກໄດ້ 500 ສອກ.20ດັ່ງນັ້ນ ເພິ່ນຈຶ່ງແທກບໍລິເວນທັງສີ່ດ້ານ ເຊິ່ງມີກຳແພງອ້ອມຮອບ, ເພິ່ນແທກໄດ້ຄວາມຍາວ 500 ສອກ ແລະ ຄວາມກວ້າງ 500 ສອກ, ເພື່ອແຍກບ່ອນບໍລິສຸດອອກຈາກບ່ອນສາທາລະນະ.Biblica, Inc.