ເອເຊກຽນ43
ສະຫງ່າລາສີຂອງພຣະເຈົ້າກັບຄືນສູ່ວິຫານ
1ແລ້ວຊາຍຄົນນັ້ນກໍໄດ້ນຳຂ້າພະເຈົ້າໄປຍັງປະຕູທີ່ຫັນໜ້າໄປທາງຕາເວັນອອກ2ແລະ ຂ້າພະເຈົ້າໄດ້ເຫັນສະຫງ່າລາສີຂອງພຣະເຈົ້າແຫ່ງອິດສະຣາເອນມາຈາກທາງຕາເວັນອອກ. ສຽງຂອງພຣະອົງເໝືອນກັບສຽງຂອງກະແສນ້ຳທີ່ໄຫລແຮງ ແລະ ແຜ່ນດິນກໍຮຸ່ງເຮືອງໄປດ້ວຍສະຫງ່າລາສີຂອງພຣະອົງ.3ນິມິດທີ່ຂ້າພະເຈົ້າເຫັນນີ້ຄືກັນກັບນິມິດທີ່ຂ້າພະເຈົ້າເຫັນ ເມື່ອພຣະອົງໄດ້ມາທຳລາຍນະຄອນນັ້ນ ແລະ ເໝືອນນິມິດທີ່ຂ້າພະເຈົ້າໄດ້ເຫັນຢູ່ທີ່ແຄມແມ່ນ້ຳເກບາກ ແລະ ຂ້າພະເຈົ້າຈຶ່ງໝອບກາບລົງກັບພື້ນ.4ສະຫງ່າລາສີຂອງພຣະເຈົ້າຢາເວໄດ້ເຂົ້າສູ່ວິຫານທາງປະຕູດ້ານຕາເວັນອອກ.5ແລ້ວພຣະວິນຍານບໍລິສຸດໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ນຳຂ້າພະເຈົ້າໄປທີ່ເດີ່ນຊັ້ນໃນ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມໄປທົ່ວວິຫານ.6ຂະນະທີ່ຊາຍຄົນນັ້ນກຳລັງຢືນຢູ່ຂ້າງຂ້າພະເຈົ້າ ຂ້າພະເຈົ້າກໍໄດ້ຍິນຜູ້ໜຶ່ງກ່າວກັບຂ້າພະເຈົ້າດັງມາຈາກພາຍໃນວິຫານ.7ພຣະອົງໄດ້ກ່າວວ່າ: “ບຸດມະນຸດ, ບັນລັງ ແລະ ແທ່ນວາງຕີນຂອງເຮົາແມ່ນຢູ່ບ່ອນນີ້. ນີ້ຄືບ່ອນທີ່ເຮົາຈະສະຖິດຢູ່ທ່າມກາງຊົນຊາດອິດສະຣາເອນຕະຫລອດໄປ. ຊົນຊາດອິດສະຣາເອນ ບໍ່ວ່າຈະເປັນປະຊາຊົນ ຫລື ກະສັດຂອງພວກເຂົາກໍຈະບໍ່ເຮັດໃຫ້ນາມອັນບໍລິສຸດຂອງເຮົາເປັນມົນທິນອີກ ໂດຍການຄ້າປະເວນີ ຂອງພວກເຂົາ ແລະ ກາບໄຫວ້ຮູບເຄົາລົບ ອັນບໍ່ມີຊີວິດຂອງກະສັດຂອງພວກເຂົາທີ່ບ່ອນບູຊາເທິງທີ່ສູງທັງຫລາຍ.8ເມື່ອພວກເຂົາວາງທໍລະນີປະຕູຂ້າງປະຕູຂອງເຮົາ ແລະ ຕັ້ງເສົາປະຕູຂອງພວກເຂົາໄວ້ຂ້າງເສົາປະຕູຂອງເຮົາ ເຊິ່ງມີພຽງຝາກັ້ນລະຫວ່າງເຮົາກັບພວກເຂົາ, ພວກເຂົາກໍເຮັດໃຫ້ນາມອັນບໍລິສຸດຂອງເຮົາເປັນມົນທິນໂດຍການກະທຳອັນໜ້າກຽດຊັງ. ດັ່ງນັ້ນ ເຮົາຈຶ່ງໄດ້ທຳລາຍພວກເຂົາດ້ວຍຄວາມໃຈຮ້າຍຂອງເຮົາ.9ບັດນີ້ ໃຫ້ພວກເຂົາກຳຈັດການນອກໃຈຂອງພວກເຂົາ ແລະ ຮູບເຄົາລົບອັນບໍ່ມີຊີວິດຂອງບັນດາກະສັດຂອງພວກເຂົາໄປຈາກເຮົາ ແລ້ວເຮົາຈະຢູ່ທ່າມກາງພວກເຂົາຕະຫລອດໄປ.10“ບຸດມະນຸດ, ຈົ່ງກ່າວເຖິງວິຫານໃຫ້ປະຊາຊົນອິດສະຣາເອນຟັງ ເພື່ອພວກເຂົາຈະໄດ້ລະອາຍໃຈໃນບາບທັງຫລາຍຂອງຕົນ. ໃຫ້ພວກເຂົາພິຈາລະນາເຖິງແຜນຜັງຂອງວິຫານ11ແລະ ຖ້າພວກເຂົາລະອາຍໃຈໃນສິ່ງທັງໝົດທີ່ພວກເຂົາໄດ້ເຮັດໄປແລ້ວ ກໍຈົ່ງແຈ້ງແຜນຝັງວິຫານໃຫ້ພວກເຂົາຮູ້ ການຈັດຕຽມ, ທາງເຂົ້າ ແລະ ທາງອອກ, ແຜນຜັງທັງໝົດ ແລະ ກົດເກນ ແລະ ກົດບັນຍັດທັງໝົດ. ຈົ່ງບັນທຶກສິ່ງເຫລົ່ານີ້ໄວ້ຕໍ່ໜ້າພວກເຂົາ ເພື່ອພວກເຂົາຈະໄດ້ເຮັດຕາມແຜນຜັງ ແລະ ປະຕິບັດຕາມກົດເກນທັງໝົດ.12“ນີ້ເປັນກົດເລື່ອງວິຫານ ຄືບໍລິເວນອ້ອມຮອບຈອມພູເຂົາຈະເປັນບ່ອນສັກສິດທີ່ສຸດ. ນັ້ນເປັນກົດຂອງວິຫານ.ແທ່ນບູຊາໃຫຍ່ໄດ້ຮັບການບູລະນະ
13“ນີ້ເປັນຂະໜາດຂອງແທ່ນບູຊາ ວັດແທກເປັນຫົວໜ່ວຍ, ຫົວໜ່ວຍໜຶ່ງເທົ່າກັບ 1 ສອກ ກັບ 1 ຝ່າມື ຄືຮາງຂອງແທ່ນບູຊານັ້ນເລິກ 1 ສອກ ແລະ ກວ້າງ 1 ສອກ, ຢູ່ທີ່ແຄມຂອງຂອບໜາ 1 ຄືບ ຄວາມສູງຂອງແທ່ນມີດັ່ງນີ້:14ຈາກຖານທີ່ຢູ່ພື້ນມາເຖິງຂອບລຸ່ມທີ່ຢູ່ອ້ອມແທ່ນ ສູງ 2 ສອກ ແລະ ກວ້າງ 1 ສອກ. ຈາກຂອບທີ່ນ້ອຍກວ່າຂຶ້ນໄປຫາຂອບທີ່ໃຫຍ່ກວ່າ ສູງ 4 ສອກ ແລະ ກວ້າງ 1 ສອກ. 15ນອກເໜືອຈາກນັ້ນ, ເຕົາຂອງແທ່ນບູຊາ ສູງ 4 ສອກ ແລະ ເຂົາທັງສີ່ຍື່ນຂຶ້ນມາຈາກເຕົາ.16ເຕົາຂອງແທ່ນບູຊາແມ່ນເປັນສີ່ຫລ່ຽມມົນທົນ, ຍາວ 12 ສອກ ແລະ ກວ້າງ 12 ສອກ. 17ຂອບເທິງກໍເປັນສີ່ຫລ່ຽມມົນທົນ, ຍາວ 14 ສອກ ແລະ ກວ້າງ 14 ສອກ. ຢູ່ອ້ອມແທ່ນແມ່ນມີຮາງຂະໜາດ 1 ສອກ ພ້ອມດ້ວຍແຄມຂອບໜາ ເຄິ່ງສອກ . ຂັ້ນໄດຂອງແທ່ນບູຊາແມ່ນຫັນໜ້າໄປທາງຕາເວັນອອກ”.18ແລ້ວເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບຸດມະນຸດ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຕໍ່ໄປນີ້ຄືກົດເກນເລື່ອງການຖວາຍເຄື່ອງເຜົາບູຊາ ແລະ ການຊິດເລືອດເໜືອແທ່ນໃນວັນທີ່ສ້າງແທ່ນສຳເລັດ.19ເຈົ້າຈົ່ງມອບງົວໜຸ່ມໃຫ້ເປັນເຄື່ອງບູຊາໄຖ່ບາບແກ່ປະໂລຫິດຊາວເລວີໃນຄອບຄົວຂອງຊາດົກ, ຜູ້ເຂົ້າມາບົວລະບັດຮັບໃຊ້ໃກ້ຊິດຕໍ່ໜ້າເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້.20ເຈົ້າຈົ່ງເອົາເລືອດບາງສ່ວນທາໃສ່ທີ່ແຈທັງສີ່ຂອງແທ່ນບູຊາ ແລະ ທີ່ແຈທັງສີ່ຂອງຂອບເທິງ ແລະ ທາອ້ອມແຄມຂອບ ເປັນການຊຳລະແທ່ນບູຊາ ແລະ ລົບມົນທິນຂອງແທ່ນນັ້ນ.21ເຈົ້າຈົ່ງໃຊ້ງົວໜຸ່ມເປັນເຄື່ອງບູຊາໄຖ່ບາບ ແລະ ເຜົາໃນທີ່ໄດ້ກຳນົດໄວ້ໃນບໍລິເວນວິຫານນອກສະຖານນະມັດສະການ.22“ໃນວັນທີສອງ ເຈົ້າຈົ່ງຖວາຍແກະຜູ້ທີ່ບໍ່ມີຕຳໜິເພື່ອເປັນເຄື່ອງບູຊາໄຖ່ບາບ ແລະ ຈົ່ງຊຳລະແທ່ນເໝືອນເມື່ອຊຳລະໂດຍໃຊ້ງົວຜູ້.23ເມື່ອເຈົ້າຊຳລະແທ່ນນັ້ນສຳເລັດແລ້ວ ເຈົ້າຈົ່ງຖວາຍງົວໜຸ່ມໜຶ່ງໂຕ ແລະ ແກະຜູ້ທີ່ຄັດມາຈາກຝູງໜຶ່ງໂຕ ທັງງົວຜູ້ ແລະ ແກະຜູ້ຕ້ອງບໍ່ມີຕຳໜິ.24ເຈົ້າຈົ່ງຖວາຍສັດທັງສອງຕໍ່ໜ້າພຣະເຈົ້າຢາເວ ແລະ ໃຫ້ປະໂລຫິດໂຮຍເກືອໃສ່ງົວຜູ້ ແລະ ແກະຜູ້ ແລະ ຖວາຍສັດເຫລົ່ານີ້ເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ.25“ຕະຫລອດເຈັດມື້ ເຈົ້າຈົ່ງຖວາຍແກະຜູ້ມື້ລະໂຕ ເພື່ອເປັນເຄື່ອງບູຊາໄຖ່ບາບ ແລະ ຈົ່ງຕຽມງົວໜຸ່ມໜຶ່ງໂຕ ແລະ ແກະຜູ້ທີ່ຄັດມາຈາກຝູງໜຶ່ງໂຕດ້ວຍ, ສັດເຫລົ່ານີ້ຕ້ອງບໍ່ມີຕຳໜິ.26ຕະຫລອດເຈັດມື້ ພວກເຂົາຕ້ອງລົບມົນທິນຂອງແທ່ນບູຊາ ແລະ ຊຳລະແທ່ນໃຫ້ສະອາດເພື່ອເປັນການຖວາຍແທ່ນນັ້ນ.27ເມື່ອຄົບເຈັດມື້ແລ້ວ ຕັ້ງແຕ່ວັນທີແປດເປັນຕົ້ນໄປ, ປະໂລຫິດຕ້ອງນຳເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາຂອງເຈົ້າມາຖວາຍຢູ່ເທິງແທ່ນບູຊາ ແລ້ວເຮົາກໍຈະຍອມຮັບພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.Biblica, Inc.