ເອເຊກຽນ41
1ແລ້ວຊາຍຄົນນັ້ນກໍໄດ້ພາຂ້າພະເຈົ້າໄປທີ່ສະຖານນະມັດສະການດ້ານນອກ ແລະ ໄດ້ແທກເສົາ; ຄວາມກວ້າງຂອງເສົາແຕ່ລະດ້ານແມ່ນ 6 ສອກ. 2ທາງເຂົ້ານັ້ນກວ້າງ 10 ສອກ ແລະ ຝາກັ້ນຂອງແຕ່ລະຟາກກວ້າງ 5 ສອກ. ເພິ່ນຍັງໄດ້ແທກສະຖານນະມັດສະການດ້ານນອກດ້ວຍ ເຊິ່ງມີຄວາມຍາວ 40 ສອກ ແລະ ກວ້າງ 20 ສອກ. 3ແລ້ວເພິ່ນກໍໄດ້ເຂົ້າໄປສະຖານນະມັດສະການຊັ້ນໃນ ແລະ ໄດ້ແທກເສົາທາງເຂົ້າ; ເສົາແຕ່ລະຕົ້ນແມ່ນກວ້າງ 2 ສອກ. ທາງເຂົ້ານັ້ນກວ້າງ 6 ສອກ ແລະ ຝາກັ້ນຂອງທາງເຂົ້າແຕ່ລະດ້ານກວ້າງ 7 ສອກ. 4ແລະ ເພິ່ນໄດ້ແທກຂະໜາດຂອງສະຖານນະມັດສະການຊັ້ນໃນໄປຈົນຮອດສະຖານນະມັດສະການຊັ້ນນອກ ເຊິ່ງມີຄວາມຍາວ 20 ສອກ ແລະ ມີຄວາມກວ້າງ 20 ສອກ. ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ນີ້ແມ່ນບ່ອນທີ່ສັກສິດທີ່ສຸດ”.5ແລ້ວເພິ່ນກໍໄດ້ແທກຝາວິຫານ ເຊິ່ງຝານັ້ນມີຄວາມໜາ 6 ສອກ ແລະ ແທກຫ້ອງລະບຽງອ້ອມວິຫານ ແຕ່ລະຫ້ອງແມ່ນກວ້າງ 4 ສອກ. 6ຫ້ອງລະບຽງມີສາມຊັ້ນ, ຊັ້ນເທິງມີຊັ້ນລະສາມສິບຫ້ອງ. ອ້ອມຝາວິຫານມີຂອບເພື່ອຮອງຮັບຫ້ອງລະບຽງ ບໍ່ໄດ້ສ້າງຢຶດຕິດກັບຝາວິຫານ.7ຫ້ອງລະບຽງອ້ອມວິຫານນັ້ນ ຍິ່ງຢູ່ຊັ້ນສູງຂຶ້ນກໍຍິ່ງກວ້າງຂຶ້ນ. ຢຶດຕິດກັບຝາວິຫານທີ່ເປັນຊັ້ນຂຶ້ນໄປ. ມີຂັ້ນໄດຈາກຊັ້ນລຸ່ມສຸດຂຶ້ນຜ່ານຊັ້ນກາງໄປຈົນເຖິງຊັ້ນເທິງສຸດ.8ຂ້າພະເຈົ້າເຫັນວ່າວິຫານມີຍົກພື້ນອ້ອມຮອບ ເປັນຖານຮອງຮັບຫ້ອງລະບຽງ. ເຊິ່ງເປັນຄວາມຍາວຂອງໄມ້ວັດແທກຄື 6 ສອກ.9ຝາອ້ອມນອກຂອງລະບຽງໜາ 5 ສອກ. ບ່ອນໂລ່ງລະຫວ່າງຫ້ອງລະບຽງຂອງວິຫານ10ແລະ ຫ້ອງຕ່າງໆຂອງປະໂລຫິດແມ່ນມີຄວາມກວ້າງ 20 ສອກ ອ້ອມຮອບວິຫານ.11ຈາກບ່ອນໂລ່ງນັ້ນກໍມີທາງເຂົ້າສູ່ຫ້ອງລະບຽງສອງທາງຄືດ້ານເໜືອ ແລະ ດ້ານໃຕ້ ແລະ ຍົກພື້ນຕໍ່ກັບບ່ອນໂລ່ງນັ້ນ ເຊິ່ງກວ້າງ 5 ສອກ ໂດຍອ້ອມຮອບ.12ອາຄານທີ່ຫັນໜ້າໄປທີ່ເດີ່ນວິຫານທາງດ້ານຕາເວັນຕົກນັ້ນກວ້າງ 70 ສອກ. ຝາອາຄານນັ້ນໜາ 5 ສອກ ໂດຍອ້ອມຮອບ ແລະ ຍາວ 90 ສອກ. 13ແລ້ວກໍໄດ້ແທກວິຫານ ເຊິ່ງມີຄວາມຍາວ 100 ສອກ ແລະ ເດີ່ນວິຫານກັບອາຄານ ແລະ ຝາກໍມີຄວາມຍາວ 100 ສອກ.14ຄວາມກວ້າງຂອງເດີ່ນວິຫານທາງຟາກຕາເວັນອອກ ລວມທັງດ້ານໜ້າຂອງວິຫານແມ່ນ 100 ສອກ.15ແລ້ວເພິ່ນກໍໄດ້ແທກຄວາມຍາວຂອງອາຄານທີ່ຫັນໜ້າໄປຫາເດີ່ນດ້ານຫລັງຂອງວິຫານ ລວມທັງທາງຍ່າງແຕ່ລະດ້ານແທກໄດ້ 100 ສອກ.
ສະຖານນະມັດສະການຊັ້ນນອກ, ສະຖານນະມັດສະການຊັ້ນໃນ ແລະ ລະບຽງແມ່ນຫັນໜ້າໄປຫາເດີ່ນ,16ທັງທໍລະນີປະຕູ ແລະ ປ່ອງຢ້ຽມແຄບເຂົ້າໄປ ແລະ ທາງຍ່າງອ້ອມທາງເຂົ້າທັງສາມ ຄືທຸກສ່ວນທີ່ຢູ່ເໜືອຂຶ້ນໄປລວມທັງທໍລະນີປະຕູລ້ວນຫຸ້ມດ້ວຍໄມ້. ພື້ນ ແລະ ຝາຂຶ້ນໄປຫາປ່ອງຢ້ຽມ ແລະ ປ່ອງຢ້ຽມກໍຫຸ້ມດ້ວຍໄມ້.17ໃນບ່ອນຫວ່າງທີ່ຢູ່ເໜືອດ້ານນອກຂອງທາງເຂົ້າໄປສູ່ສະຖານນະມັດສະການຊັ້ນໃນ ແລະ ທີ່ຝາເປັນໄລຍະສະໝ່ຳສະເໝີອ້ອມສະຖານນະມັດສະການທັງຊັ້ນໃນ ແລະ ຊັ້ນນອກນັ້ນ18ຄືຮູບແກະສະຫລັກເຄຣຸບ ແລະ ຕົ້ນຕານ. ຮູບແກະສະຫລັກຕົ້ນຕານແມ່ນຢູ່ສະຫລັບກັນກັບຮູບແກະສະຫລັກເຄຣຸບ. ເຄຣຸບແຕ່ລະຕົນມີສອງໜ້າ.19ໜ້າໜຶ່ງເປັນໜ້າມະນຸດ ຫັນໜ້າໄປຫາຕົ້ນຕານທາງດ້ານໜຶ່ງ ແລະ ອີກໜ້າໜຶ່ງເປັນໜ້າໂຕສິງ ຫັນໄປຫາຕົ້ນຕານອີກທາງດ້ານໜຶ່ງ. ສະຫລັກເປັນລວດລາຍຢ່າງນີ້ອ້ອມວິຫານທັງໝົດ.20ທີ່ຝາຂອງສະຖານນະມັດສະການຊັ້ນນອກ ຈາກພື້ນໄປຫາບໍລິເວນເໜືອທາງເຂົ້າແມ່ນແກະສະຫລັກເປັນຮູບເຄຣຸບ ແລະ ຕົ້ນຕານ.21ສະຖານນະມັດສະການຊັ້ນນອກມີວົງກົບປະຕູເປັນຮູບສີ່ຫລ່ຽມ ແລະ ປະຕູທີ່ຢູ່ທາງໜ້າບ່ອນສັກສິດທີ່ສຸດກໍຄ້າຍຄືກັນ.22ມີແທ່ນບູຊາທີ່ເຮັດດ້ວຍໄມ້ສູງ 3 ສອກ ແລະ ກວ້າງຍາວດ້ານລະ 2 ສອກ. ມຸມຂອງແທ່ນ, ຖານຂອງແທ່ນ ແລະ ດ້ານຂ້າງຂອງແທ່ນແມ່ນເຮັດດ້ວຍໄມ້. ຊາຍຄົນນັ້ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ນີ້ຄືໂຕະທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ”.23ທັງສະຖານນະມັດສະການຊັ້ນນອກ ແລະ ບ່ອນທີ່ສັກສິດທີ່ສຸດ ແມ່ນມີປະຕູພັບ.24ປະຕູແຕ່ລະບານແມ່ນມີສອງບານ ປະຕູແຕ່ລະບານມີບານພັບສອງອັນ.25ແລະ ຢູ່ທີ່ປະຕູບ່ອນນະມັດສະການຊັ້ນນອກແມ່ນມີລວດລາຍແກະສະຫລັກຮູບເຄຣຸບ ແລະ ຮູບຕົ້ນຕານເໝືອນກັບທີ່ແກະສະຫລັກໄວ້ທີ່ຝາ ແລະ ມີໄມ້ກັນສາດຢູ່ໜ້າລະບຽງ.26ຢູ່ທີ່ຝາດ້ານຂ້າງຂອງລະບຽງແມ່ນມີປ່ອງຢ້ຽມແຄບເຂົ້າໄປ ແລະ ມີຮູບແກະສະຫລັກຕົ້ນຕານຢູ່ທີ່ແຕ່ລະດ້ານ. ຫ້ອງລະບຽງຂອງວິຫານກໍກັນສາດ.

Biblica, Inc.