ເອເຊກຽນ40

ບໍລິເວນ​ວິຫານ​ໄດ້​ຮັບ​ການ​ບູລະນະ​ຄືນ​ໃໝ່

1ໃນ​ວັນ​ທີ​ສິບ​ຂອງ​ຕົ້ນ​ປີ​ທີ​ຊາວ​ຫ້າ ເຊິ່ງ​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ ຫລື ປີ​ທີ​ສິບ​ສີ່​ຫລັງ​ຈາກ​ນະຄອນ​ແຕກ ໃນ​ວັນ​ນັ້ນ​ມື​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຢູ່​ເໜືອ​ຂ້າພະເຈົ້າ ແລະ ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ນັ້ນ.2ໃນ​ນິມິດ​ຂອງ​ພຣະເຈົ້າ​ນັ້ນ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຍັງ​ດິນແດນ​ອິດສະຣາເອນ ແລະ ໄດ້​ວາງ​ຂ້າພະເຈົ້າ​ໄວ້​ເທິງ​ພູເຂົາ​ທີ່​ສູງ​ຫລາຍ ທາງ​ດ້ານ​ທິດ​ໃຕ້​ຂອງ​ພູເຂົາ​ນັ້ນ​ມີ​ອາຄານ​ບ້ານ​ເຮືອນ​ທີ່​ເບິ່ງ​ເຫມືອນ​ກັບ​ເປັນ​ເມືອງ​ໜຶ່ງ.3ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ນັ້ນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ມີ​ຮູບ​ລັກສະນະ​ເຫລື້ອມ​ຄ້າຍ​ກັບ​ທອງສຳລິດ; ຊາຍ​ຄົນ​ນັ້ນ​ຢືນ​ຢູ່​ທີ່​ທາງເຂົ້າ ພ້ອມ​ກັບ​ຖື​ເຊືອກ​ລິນິນ​ເສັ້ນ​ໜຶ່ງ ແລະ ໄມ້​ວັດແທກ​ອັນ​ໜຶ່ງ​ຢູ່​ໃນ​ມື​ຂອງ​ລາວ.4ຊາຍ​ຄົນ​ນັ້ນ​ໄດ້​ກັບ​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ຈົ່ງ​ເບິ່ງ​ໃຫ້​ດີ ແລະ ຈົ່ງ​ຟັງ​ໃຫ້​ດີ ແລະ ຈົ່ງ​ເອົາໃຈໃສ່​ທຸກສິ່ງ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ແກ່​ເຈົ້າ, ເພາະ​ພຣະເຈົ້າ​ພາ​ເຈົ້າ​ມາ​ບ່ອນ​ນີ້​ກໍ​ເພື່ອ​ການ​ນີ້. ຈົ່ງ​ບອກ​ທຸກສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ແກ່​ປະຊາຊົນ​ອິດສະຣາເອນ”.

ປະຕູ​ດ້ານ​ຕາເວັນ​ອອກ​ສູ່​ເດີ່ນ​ຊັ້ນ​ນອກ

5ຂ້າພະເຈົ້າ​ໄດ້​ເຫັນ​ກຳແພງ​ອ້ອມ​ຮອບ​ບໍລິເວນ​ວິຫານ. ໄມ້​ວັດແທກ​ທີ່​ຢູ່​ໃນ​ມື​ຂອງ​ຊາຍ​ຄົນ​ນັ້ນ​ມີ​ຄວາມ​ຍາວ 6 ສອກ, ໜຶ່ງ​ໃນ​ຫົກ​ຂອງ​ໄມ້​ວັດແທກ​ນັ້ນ​ຍາວ 1 ສອກ ແລະ 1 ຝ່າ​ມື. ຊາຍ​ຄົນ​ນັ້ນ​ໄດ້​ແທກ​ກຳແພງ ເຊິ່ງ​ກຳແພງ​ນັ້ນ​ໜາ​ໜຶ່ງ​ໄມ້ວັດແທກ ແລະ ສູງ​ໜຶ່ງ​ໄມ້ວັດແທກ.
6ແລ້ວ​ເພິ່ນ​ກໍ​ໄປ​ທີ່​ປະຕູ​ດ້ານ​ຕາເວັນ​ອອກ. ເພິ່ນ​ໄດ້​ຂຶ້ນ​ຂັ້ນໄດ​ໄປ ແລະ ໄດ້​ວັດແທກ​ຕີນ​ປະຕູ ເຊິ່ງ​ມີ​ຄວາມ​ເລິກ​ໜຶ່ງ​ໄມ້​ວັດແທກ. 7ສອງ​ຟາກ​ທາງຍ່າງ​ຂອງ​ປະຕູ​ດ້ານ​ຕາເວັນ​ອອກ​ມີ​ຫ້ອງ​ເຝົ້າ​ຍາມ​ຟາກ​ລະ​ສາມ​ຫ້ອງ ແຕ່​ລະ​ຫ້ອງ​ມີ​ຄວາມ​ຍາວ​ໜຶ່ງ​ໄມ້​ວັດແທກ ແລະ ກວ້າງ​ໜຶ່ງ​ໄມ້​ວັດແທກ, ຝາ​ກັ້ນ​ລະຫວ່າງ​ຫ້ອງ​ເຝົ້າ​ຍາມ​ແຕ່​ລະ​ຫ້ອງ​ມີ​ຄວາມ​ໜາ 5 ສອກ. ທາງເຂົ້າ​ຕິດ​ກັບ​ລະບຽງ​ທີ່​ຫັນ​ໜ້າ​ໄປ​ທາງ​ວິຫານ​ນັ້ນ​ມີ​ຄວາມ​ເລິກ​ໜຶ່ງ​ໄມ້​ວັດແທັກ.
8ແລ້ວ​ເພິ່ນ​ໄດ້​ວັດແທກ​ລະບຽງ​ຂອງ​ປະຕູ​ທາງເຂົ້າ​ນີ້;9ແທກ​ຄວາມ​ເລິກ​ໄດ້ 8 ສອກ ແລະ ມີ​ເສົາ​ທີ່​ມີ​ຄວາມ​ໜາ 2 ສອກ. ລະບຽງ​ຂອງ​ປະຕູ​ທາງເຂົ້າ​ນີ້​ຫັນ​ໜ້າ​ໄປ​ທາງ​ວິຫານ.
10ພາຍ​ໃນ​ປະຕູ​ດ້ານ​ຕາເວັນ​ອອກ​ມີ​ຫ້ອງ​ເຝົ້າ​ຍາມ​ສາມ​ຫ້ອງ​ຢູ່​ທັງ​ສອງ​ຟາກ ທັງ​ສາມ​ຫ້ອງ​ມີ​ຂະໜາດ​ເທົ່າ​ກັນ ແລະ ຄວາມ​ໜາ​ຂອງ​ຝາ​ກັ້ນ​ລະຫວ່າງ​ຫ້ອງ​ກໍ​ມີ​ຂະໜາດ​ເທົ່າ​ກັນ.11ແລ້ວ​ເພິ່ນ​ກໍ​ໄດ້​ແທກ​ຄວາມ​ກວ້າງ​ຂອງ​ລະບຽງ​ປະຕູ​ໄດ້ 10 ສອກ ແລະ ຄວາມ​ຍາວ​ໄດ້ 13 ສອກ. 12ດ້ານ​ໜ້າ​ຂອງ​ແຕ່​ລະ​ຫ້ອງ​ມີ​ກຳແພງ​ສູງ 1 ສອກ ແລະ ຫ້ອງ​ເຝົ້າ​ຍາມ​ເຫລົ່ານັ້ນ​ເປັນ​ຮູບ​ສີ່​ຫລ່ຽມ ມີ​ຂະໜາດ​ກວ້າງ ແລະ ຍາວ 6 ສອກ.13ແລ້ວ​ເພິ່ນ​ໄດ້​ແທກ​ຂະໜາດ​ທາງເຂົ້າ​ຈາກ​ແຄມ​ສຸດ​ຂອງ​ຝາ​ດ້ານ​ຫລັງ​ຂອງ​ຫ້ອງ​ໄປ​ຈົນ​ຮອດ​ແຄມ​ສຸດ​ຂອງ​ຝາ​ດ້ານ​ຫລັງ​ຂອງ​ຫ້ອງ​ທີ່​ຢູ່​ກົງກັນຂ້າມ​ກັນ ເຊິ່ງ​ມີ​ໄລຍະທາງ 25 ສອກ. 14ເພິ່ນ​ໄດ້​ແທກ​ໄລຍະທາງ​ໄປ​ຕາມ​ໜ້າ​ຝາ​ກັ້ນ​ຫ້ອງ​ໄປ​ຫາ​ດ້ານ​ໃນ​ຂອງ​ທາງເຂົ້າ​ຈົນ​ເຖິງ​ລະບຽງ ​ໜ້າ​ເດີ່ນ​ວິຫານ​ໄດ້ 60 ສອກ. 15ຈາກ​ທາງເຂົ້າ​ເຖິງ​ແຄມ​ສຸດ​ຂອງ​ລະບຽງ​ແມ່ນ​ແທກ​ໄດ້ 50 ສອກ. 16ອ້ອມ​ລະບຽງ​ນີ້​ແມ່ນ​ມີ​ປ່ອງຢ້ຽມ​ທີ່​ແຄບ​ເຂົ້າ​ມາ​ຂ້າງ​ໃນ​ຢູ່​ດ້ານ​ເທິງ​ຂອງ​ຫ້ອງ​ເຝົ້າ​ຍາມ ແລະ ຝາ​ກັ້ນ​ຫ້ອງ. ຄວາມ​ໜາ​ຂອງ​ຝາ​ກັ້ນ​ແມ່ນ​ແກະສະຫລັກ​ເປັນ​ຮູບ​ຕົ້ນຕານ.

ເດີ່ນ​ຊັ້ນ​ນອກ

17ແລ້ວ​ເພິ່ນ​ກໍ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຍັງ​ເດີ່ນ​ຊັ້ນ​ນອກ. ຢູ່​ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ຫ້ອງ​ຕ່າງໆ ແລະ ທາງ​ຍ່າງ​ຂຶ້ນ​ອ້ອມ​ເດີ່ນ; ຢູ່​ຕາມ​ທາງ​ຍ່າງ​ມີ​ສາມ​ສິບ​ຫ້ອງ.18ທາງຍ່າງ​ນີ້​ແມ່ນ​ຍາວ​ອອກ​ໄປ​ຕາມ​ຄວາມ​ຍາວ​ຂອງ​ທາງເຂົ້າ; ນີ້​ເປັນ​ທາງ​ຍ່າງ​ດ້ານ​ລຸ່ມ.19ແລ້ວ​ເພິ່ນ​ໄດ້​ແທກ​ລະຍະທາງ​ຈາກ​ດ້ານ​ໃນ​ຂອງ​ທາງເຂົ້າ​ດ້ານ​ລຸ່ມ​ໄປ​ຫາ​ດ້ານ​ນອກ​ຂອງ​ເດີ່ນ​ຊັ້ນ​ໃນ​ໄດ້ 100 ສອກ ທັງ​ດ້ານ​ຕາເວັນ​ອອກ ແລະ ດ້ານ​ເໜືອ.

ປະຕູ​ດ້ານ​ເໜືອ

20ແລ້ວ​ເພິ່ນ​ກໍ​ໄດ້​ແທກ​ຄວາມ​ກວ້າງ ແລະ ຄວາມ​ຍາວ​ຂອງ​ປະຕູ​ດ້ານ​ເໜືອ ເຊິ່ງ​ນຳ​ໄປ​ສູ່​ເດີ່ນ​ຊັ້ນ​ນອກ.21ຫ້ອງ​ເຝົ້າ​ຍາມ​ແມ່ນ​ມີ​ຢູ່​ດ້ານ​ລະ​ສາມ​ຫ້ອງ ຝາ​ກັ້ນ​ຫ້ອງ ແລະ ມຸມ​ລ້ວນ​ແຕ່​ມີ​ຂະໜາດ​ເທົ່າ​ກັບ​ປະຕູ​ທຳອິດ ຄື​ຍາວ 50 ສອກ ແລະ ກວ້າງ 25 ສອກ. 22ປ່ອງຢ້ຽມ, ລະບຽງ ແລະ ຮູບ​ແກະສະຫລັກ​ຕົ້ນຕານ​ຕ່າງ​ກໍ​ມີ​ຂະໜາດ​ເທົ່າ​ກັນ​ກັບ​ທີ່​ມີ​ຢູ່​ບັນດາ​ປະຕູ​ດ້ານ​ຕາເວັນ​ອອກ. ຂັ້ນໄດ​ທີ່​ຂຶ້ນ​ໄປ​ສູ່​ປະຕູ​ນັ້ນ​ມີ​ເຈັດ​ຂັ້ນ ເຊິ່ງ​ມີ​ລະບຽງ​ຢູ່​ກົງກັນຂ້າມ.23ມີ​ປະຕູ​ເຂົ້າ​ສູ່​ເດີ່ນ​ຊັ້ນ​ໃນ​ທີ່​ຫັນ​ໜ້າ​ໄປ​ທາງ​ປະຕູ​ທິດ​ເໜືອ ມີ​ລັກສະນະ​ດຽວ​ກັນ​ກັບ​ປະຕູ​ຕາເວັນ​ອອກ. ເພິ່ນ​ແທກ​ຈາກ​ປະຕູ​ໜຶ່ງ​ໄປ​ຍັງ​ອີກ​ປະຕູ​ໜຶ່ງ​ໄດ້ 100 ສອກ.

ປະຕູ​ດ້ານ​ໃຕ້

24ແລ້ວ​ເພິ່ນ​ກໍ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ຍັງ​ດ້ານ​ໃຕ້ ແລະ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ປະຕູ​ທີ່​ຫັນ​ໜ້າ​ໄປ​ທາງ​ທິດ​ໃຕ້. ເພິ່ນ​ໄດ້​ແທກ​ເສົາ​ຂອງ​ປະຕູ ແລະ ລະບຽງ​ຂອງ​ປະຕູ ເຊິ່ງ​ມີ​ຂະໜາດ​ດຽວ​ກັນ​ກັບ​ບ່ອນ​ອື່ນໆ.25ທາງເຂົ້າ ແລະ ລະບຽງ​ແມ່ນ​ມີ​ປ່ອງຢ້ຽມ​ແຄບ​ເຂົ້າ​ໄປ​ດ້ານ​ໃນ​ຢູ່​ອ້ອມ ຄື​ກັນ​ກັບ​ປ່ອງຢ້ຽມ​ທີ່​ຢູ່​ປະຕູ​ອື່ນໆ. ປ່ອງຢ້ຽມ​ນັ້ນ​ມີ​ຄວາມ​ຍາວ 50 ສອກ ແລະ ກວ້າງ 25 ສອກ.26ຂັ້ນໄດ​ທີ່​ຂຶ້ນ​ໄປ​ມີ​ເຈັດ​ຂັ້ນ, ມີ​ລະບຽງ​ຢູ່​ກົງກັນຂ້າມ; ຄວາມ​ໜາ​ຂອງ​ຝາ​ກັ້ນ​ແຕ່​ລະ​ດ້ານ​ແມ່ນ​ມີ​ຮູບ​ແກະສະຫລັກ​ຕົ້ນຕານ.27ເດີ່ນ​ຊັ້ນ​ໃນ​ນີ້​ກໍ​ມີ​ປະຕູ​ທີ່​ຫັນ​ໜ້າ​ໄປ​ທາງ​ທິດ​ໃຕ້ ແລະ ເພິ່ນ​ໄດ້​ແທກ​ຈາກ​ປະຕູ​ນີ້​ໄປ​ຫາ​ປະຕູ​ຊັ້ນ​ນອກ​ທາງ​ດ້ານ​ໃຕ້ ເຊິ່ງ​ມີ​ໄລຍະທາງ​ຢູ່ 100 ສອກ.

ປະຕູ​ເຂົ້າ​ສູ່​ເດີ່ນ​ຊັ້ນ​ໃນ

28ແລ້ວ​ເພິ່ນ​ກໍ​ໄດ້​ພາ​ຂ້າພະເຈົ້າ​ຜ່ານ​ປະຕູ​ດ້ານ​ໃຕ້​ໄປ​ທີ່​ເດີ່ນ​ຊັ້ນ​ໃນ ແລະ ເພິ່ນ​ໄດ້​ແທກ​ປະຕູ​ດ້ານ​ໃຕ້; ປະຕູ​ນັ້ນ​ມີ​ຂະໜາດ​ເທົ່າ​ກັນ​ກັບ​ປະຕູ​ອື່ນໆ.29ຫ້ອງ​ເຝົ້າ​ຍາມ, ຝາ​ກັ້ນ​ຫ້ອງ ແລະ ລະບຽງ​ມີ​ຂະໜາດ​ດຽວ​ກັນ​ກັບ​ຢູ່​ບ່ອນ​ອື່ນໆ. ທາງເຂົ້າ ແລະ ລະບຽງ​ແມ່ນ​ມີ​ປ່ອງຢ້ຽມ​ຢູ່​ອ້ອມ ເຊິ່ງ​ແທກ​ໄລຍະ​ຄວາມ​ຍາວ​ໄດ້ 50 ສອກ ແລະ ກວ້າງ 25 ສອກ.30(ລະບຽງ​ຂອງ​ປະຕູ​ທາງເຂົ້າ​ອ້ອມ​ເດີ່ນ​ຊັ້ນ​ໃນ​ກວ້າງ 25 ສອກ ແລະ ເລິກ 5 ສອກ. )31ລະບຽງ​ແມ່ນ​ຫັນ​ໜ້າ​ໄປ​ທາງ​ເດີ່ນ​ຊັ້ນ​ນອກ; ເສົາ​ແກະສະຫລັກ​ຕົ້ນຕານ ແລະ ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ຂຶ້ນ​ໄປ​ຫາ​ລະບຽງ​ນັ້ນ.
32ຫລັງຈາກ​ນັ້ນ ເພິ່ນ​ກໍ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ສູ່​ເດີ່ນ​ຊັ້ນ​ໃນ​ທາງ​ດ້ານ​ຕາເວັນ​ອອກ ແລະ ເພິ່ນ​ໄດ້​ແທກ​ປະຕູ​ທາງເຂົ້າ ເຊິ່ງ​ມີ​ຂະໜາດ​ດຽວ​ກັນ​ກັບ​ທາງເຂົ້າ​ອື່ນໆ.33ຫ້ອງ​ເຝົ້າ​ຍາມ, ຝາ​ກັ້ນ​ຫ້ອງ ແລະ ລະບຽງ​ແມ່ນ​ມີ​ຂະໜາດ​ດຽວ​ກັນ​ກັບ​ຢູ່​ບ່ອນ​ອື່ນໆ. ທາງເຂົ້າ ແລະ ລະບຽງ​ແມ່ນ​ມີ​ປ່ອງຢ້ຽມ​ຢູ່​ອ້ອມ ເຊິ່ງ​ແທກ​ໄລຍະ​ຄວາມ​ຍາວ​ໄດ້ 50 ສອກ ແລະ ກວ້າງ 25 ສອກ.34ລະບຽງ​ແມ່ນ​ຫັນ​ໜ້າ​ໄປ​ຫາ​ເດີ່ນ​ຊັ້ນ​ນອກ; ເສົາ​ທັງ​ສອງ​ດ້ານ​ແມ່ນ​ມີ​ຮູບ​ແກະສະຫລັກ​ຕົ້ນຕານ ແລະ ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ຂຶ້ນ​ໄປ​ຫາ​ລະບຽງ​ນັ້ນ.
35ແລ້ວ​ເພິ່ນ​ກໍ​ພາ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ທິດ​ເໜືອ ແລະ ແທກ​ປະຕູ​ນັ້ນ. ປະຕູ​ມີ​ຂະໜາດ​ເທົ່າ​ກັນ​ກັບ​ຢູ່​ບ່ອນ​ອື່ນໆ.36ຫ້ອງ​ເຝົ້າ​ຍາມ, ຝາ​ກັ້ນ​ຫ້ອງ ແລະ ລະບຽງ​ກໍ​ມີ​ຂະໜາດ​ດຽວ​ກັນ ແລະ ມີ​ປ່ອງຢ້ຽມ​ຢູ່​ອ້ອມ ເຊິ່ງ​ແທກ​ໄລຍະ​ຄວາມ​ຍາວ​ໄດ້ 50 ສອກ ກວ້າງ 25 ສອກ.37ລະບຽງ ​ແມ່ນ​ຫັນ​ໜ້າ​ໄປ​ຫາ​ເດີ່ນ​ຊັ້ນ​ນອກ. ເສົາ​ທັງ​ສອງ​ດ້ານ​ແມ່ນ​ມີ​ຮູບ​ແກະສະຫລັກ​ຕົ້ນຕານ ແລະ ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ຂຶ້ນ​ໄປ​ຫາ​ລະບຽງ​ນັ້ນ.

ຫ້ອງ​ສຳລັບ​ຈັດຕຽມ​ເຄື່ອງບູຊາ

38ໃກ້​ລະບຽງ​ບ່ອນ​ທາງເຂົ້າ​ຊັ້ນ​ໃນ​ແຕ່​ລະ​ດ້ານ​ມີ​ຫ້ອງ​ໜຶ່ງ ເຊິ່ງ​ເປັນ​ບ່ອນ​ຊຳລະ​ເຄື່ອງເຜົາ​ບູຊາ.39ໃນ​ລະບຽງ​ທາງເຂົ້າ​ແມ່ນ​ມີ​ໂຕະ​ສອງ​ໜ່ວຍ​ຕັ້ງ​ຢູ່​ແຕ່​ລະ​ດ້ານ ເຊິ່ງ​ເປັນ​ບ່ອນ​ສຳລັບ​ຂ້າ​ສັດ​ເຜົາ​ບູຊາ, ເຄື່ອງບູຊາ ​ໄຖ່​ບາບ ແລະ ເຄື່ອງບູຊາ​ລົບ​ຄວາມ​ຜິດ.40ດ້ານ​ນອກ​ຂອງ​ລະບຽງ​ທາງເຂົ້າ​ໃກ້​ກັບ​ຂັ້ນໄດ ປາກ​ທາງເຂົ້າ​ສູ່​ປະຕູ​ດ້ານ​ເໜືອ​ມີ​ໂຕະ​ສອງ​ໜ່ວຍ ແລະ ອີກ​ຟາກ​ໜຶ່ງ​ຂອງ​ຂັ້ນໄດ​ມີ​ໂຕະ​ອີກ​ສອງ​ໜ່ວຍ.41ດັ່ງນັ້ນ ແຕ່​ລະ​ຟາກ​ຂອງ​ທາງເຂົ້າ​ແມ່ນ​ມີ​ໂຕະ​ດ້ານ​ລະ​ສີ່​ໜ່ວຍ ລວມ​ກັນ​ເປັນ​ແປດ​ໜ່ວຍ ເຊິ່ງ​ເປັນ​ບ່ອນ​ສຳລັບ​ຂ້າ​ສັດ​ທີ່​ເປັນ​ເຄື່ອງບູຊາ.42ມີ​ໂຕະ​ອີກ​ສີ່​ໜ່ວຍ​ທີ່​ເຮັດ​ດ້ວຍ​ຫີນ​ທີ່​ເຈຍລະໄນ​ໄວ້​ສຳລັບ​ເຄື່ອງເຜົາ​ບູຊາ, ແຕ່​ລະ​ໂຕະ​ກວ້າງ ແລະ ຍາວ 1,5 ສອກ ແລະ ສູງ 1 ສອກ. ຢູ່​ເທິງ​ໂຕະ​ເຫລົ່ານັ້ນ​ແມ່ນ​ໃຊ້​ວາງ​ພາຊະນະ​ເຄື່ອງ​ໃຊ້​ຕ່າງໆ​ໃນ​ການ​ຂ້າ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ອື່ນໆ.43ແລະ ຢູ່​ອ້ອມ​ຂອບ​ໂຕະ​ແມ່ນ​ມີ​ຂໍເກາະ​ສອງ​ປາຍ, ແຕ່​ລະ​ອັນ​ຍາວ 1 ຝ່າ​ມື ຕິດ​ຢູ່​ອ້ອມ. ໂຕະ​ເຫລົ່ານີ້​ແມ່ນ​ສຳລັບ​ວາງ​ຊີ້ນ​ເຄື່ອງບູຊາ.

ຫ້ອງ​ສຳລັບ​ປະໂລຫິດ

44ດ້ານ​ນອກ​ຂອງ​ປະຕູ​ຊັ້ນ​ໃນ ພາຍໃນ​ເດີ່ນ​ຊັ້ນ​ໃນ​ມີ​ຫ້ອງ​ສອງ​ຫ້ອງ ຫ້ອງ​ໜຶ່ງ ຢູ່​ທີ່​ຂ້າງ​ປະຕູ​ດ້ານ​ເໜືອ ແລະ ຫັນ​ໜ້າ​ໄປ​ທາງ​ໃຕ້ ແລະ ອີກ​ຫ້ອງ​ໜຶ່ງ​ຢູ່​ທີ່​ຂ້າງ​ປະຕູ​ດ້ານ​ໃຕ້ ແລະ ຫັນ​ໜ້າ​ໄປ​ທາງ​ທິດ​ເໜືອ.45ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຫ້ອງ​ທີ່​ຫັນ​ໄປ​ທາງ​ໃຕ້​ແມ່ນ​ສຳລັບ​ປະໂລຫິດ​ຜູ້​ເບິ່ງແຍງ​ວິຫານ,46ສ່ວນ​ຫ້ອງ​ທີ່​ຫັນ​ໄປ​ທາງ​ທິດ​ເໜືອ​ແມ່ນ​ສຳລັບ​ປະໂລຫິດ​ຜູ້​ເບິ່ງແຍງ​ແທ່ນບູຊາ. ຄົນ​ເຫລົ່ານີ້​ແມ່ນ​ເປັນ​ລູກ​ຫລານ​ຂອງ​ຊາດົກ, ເຊິ່ງ​ເປັນ​ຄົນ​ເລວີ​ເທົ່ານັ້ນ​ທີ່​ສາມາດ​ເຂົ້າ​ມາ​ໃກ້​ພຣະເຈົ້າ​ຢາເວ ເພື່ອ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະອົງ”.
47ແລ້ວ​ເພິ່ນ​ກໍ​ໄດ້​ແທກ​ເດີ່ນ​ນັ້ນ: ເດີ່ນ​ນັ້ນ​ເປັນ​ຮູບ​ສີ່​ຫລ່ຽມ ມີ​ຄວາມ​ກວ້າງ 100 ສອກ ແລະ ຄວາມ​ຍາວ 100 ສອກ ແລະ ແທ່ນບູຊາ​ແມ່ນ​ຢູ່​ທີ່​ໜ້າ​ວິຫານ.

ວິຫານ​ໃໝ່

48ເພິ່ນ​ໄດ້​ພາ​ຂ້າພະເຈົ້າ​ໄປ​ທີ່​ລະບຽງ​ວິຫານ ແລະ ໄດ້​ແທກ​ເສົາ​ຂອງ​ລະບຽງ; ເສົາ​ແຕ່​ລະ​ດ້ານ​ແມ່ນ​ກວ້າງ 5 ສອກ. ທາງເຂົ້າ​ແມ່ນ​ກວ້າງ 14 ສອກ ແລະ ຝາ​ກັ້ນ​ຫ້ອງ ​ແຕ່​ລະ​ດ້ານ​ແມ່ນ​ກວ້າງ 3 ສອກ. 49ລະບຽງ​ນັ້ນ​ກວ້າງ 20 ສອກ ແລະ ແທກ​ຈາກ​ຂ້າງ​ໜ້າ​ໄປ​ຂ້າງ​ຫລັງ​ໄດ້ 12 ສອກ. ມີ​ຂັ້ນໄດ​ສິບ​ຂັ້ນ​ທີ່​ຂຶ້ນ​ໄປ​ຫາ​ລະບຽງ​ນັ້ນ ແລະ ມີ​ເສົາ​ຢູ່​ແຕ່​ລະ​ຂ້າງ​ຂອງ​ວົງກົບ.

Biblica, Inc.

https://app.library.bible/content/eab9312f9f16b3a2