ເອເຊກຽນ39
1“ບຸດມະນຸດ ຈົ່ງທຳນວາຍຕໍ່ສູ້ໂກກ ແລະ ເວົ້າວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໂກກຜູ້ເປັນເຈົ້ານາຍຄົນສຳຄັນແຫ່ງເມເຊັກ ແລະ ຕູບານ, ເຮົາເປັນສັດຕູກັບເຈົ້າ.2ເຮົາຈະເຮັດໃຫ້ເຈົ້າຫັນກັບ ແລະ ລາກເຈົ້າໄປ. ເຮົາຈະນຳເຈົ້າມາຈາກພາກເໜືອສຸດ ແລະ ສົ່ງເຈົ້າມາສູ້ຮົບກັບພູເຂົາຕ່າງໆຂອງອິດສະຣາເອນ.3ແລ້ວເຮົາຈະຟາດຄັນທະນູຂອງເຈົ້າໃຫ້ຫລຸດຈາກມືຊ້າຍຂອງເຈົ້າ ແລະ ເຮັດໃຫ້ລູກທະນູຕົກຈາກມືຂວາຂອງເຈົ້າ.4ເຈົ້າ ແລະ ທະຫານທັງໝົດກັບຊົນຊາດຕ່າງໆທີ່ຮ່ວມກັບເຈົ້າຈະລົ້ມລົງເທິງພູເຂົາທັງຫລາຍຂອງອິດສະຣາເອນ. ເຮົາຈະມອບເຈົ້າໃຫ້ເປັນອາຫານຂອງຊາກນົກທຸກຊະນິດ ແລະ ສັດປ່າທັງຫລາຍ.5ເຈົ້າຈະລົ້ມລົງໃນທົ່ງກວ້າງ ເພາະເຮົາໄດ້ເວົ້າໄວ້ແລ້ວ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້.6ເຮົາຈະສົ່ງໄຟລົງມາເທິງເມືອງມາກົກ ແລະ ເທິງບັນດາຄົນທີ່ອາໄສຢູ່ຢ່າງປອດໄພຕາມດິນແດນຊາຍຝັ່ງທະເລ ແລະ ພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.7“ ‘ເຮົາຈະເຮັດໃຫ້ນາມອັນສັກສິດຂອງເຮົາເປັນທີ່ຮູ້ຈັກໃນທ່າມກາງອິດສະຣາເອນປະຊາຊົນຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ນາມອັນສັກສິດຂອງເຮົາຖືກລົບຫລູ່ອີກຕໍ່ໄປ ແລະ ປະຊາຊາດທັງຫລາຍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວຄືອົງບໍລິສຸດແຫ່ງອິດສະຣາເອນ.8ວັນນັ້ນກຳລັງຈະມາເຖິງແລ້ວ! ເຫດການເຫລົ່ານີ້ຈະເກີດຂຶ້ນຢ່າງແນ່ນອນ ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ນີ້ເປັນວັນທີ່ເຮົາໄດ້ກ່າວໄວ້.9“ ‘ແລ້ວບັນດາຄົນທີ່ອາໄສຢູ່ໃນເມືອງຕ່າງໆຂອງອິດສະຣາເອນກໍຈະອອກໄປເກັບອາວຸດມາຈູດເປັນຟືນດັງໄຟ ມີທັງໂລ່ນ້ອຍ ແລະ ໂລ່ໃຫຍ່, ຄັນທະນູ, ລູກທະນູ, ໄມ້ຄ້ອນຮົບ ແລະ ຫອກ. ພວກເຂົາຈະໃຊ້ອາວຸດເຫລົ່ານີ້ເປັນຟືນດັງໄຟຕະຫລອດເຈັດປີ.10ພວກເຂົາຈະບໍ່ຈຳເປັນຕ້ອງເກັບຟືນຈາກທົ່ງ ຫລື ຕັດຟືນຈາກປ່າ ເພາະຈະໃຊ້ອາວຸດທັງຫລາຍເປັນຟືນດັງໄຟ ແລະ ພວກເຂົາຈະປຸ້ນຜູ້ທີ່ເຄີຍປຸ້ນພວກເຂົາ ແລະ ຈະຈີ້ຜູ້ທີ່ເຄີຍຈີ້ພວກເຂົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.11“ ‘ໃນວັນນັ້ນ ເຮົາຈະໃຫ້ບ່ອນຝັງສົບຕອນໜຶ່ງໃນອິດສະຣາເອນແກ່ໂກກ, ເປັນຮ່ອມພູຂອງບັນດາຄົນທີ່ເດີນທາງໄປທາງຕາເວັນອອກ ມຸ່ງໜ້າສູ່ ທະເລນັ້ນ. ມັນຈະກີດຂວາງທາງຂອງຄົນທີ່ສັນຈອນໄປມາ ເພາະໂກກ ແລະ ກອງກຳລັງທັງໝົດຂອງໂກກຈະຖືກຝັງໄວ້ຢູ່ທີ່ນັ້ນ. ດັ່ງນັ້ນ ຄົນທັງຫລາຍຈະເອີ້ນທີ່ນັ້ນວ່າຮ່ອມພູຮາໂມນໂກກ. 12“ ‘ຊົນຊາດອິດສະຣາເອນຈະຝັງສົບຂອງພວກເຂົາຕະຫລອດເຈັດເດືອນເພື່ອຊຳລະແຜ່ນດິນໃຫ້ສະອາດ.13ປະຊາຊົນທຸກຄົນຈະຊ່ວຍກັນຝັງສົບຂອງພວກເຂົາ ແລະ ວັນທີ່ເຮົາໄດ້ຮັບກຽດຕິຍົດນັ້ນ ຈະເປັນວັນຈາລຶກສຳລັບພວກເຂົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.14“ ‘ປະຊາຊົນທັງຫລາຍຈະຖືກຈ້າງໃຫ້ຊຳລະດິນແດນນັ້ນຢ່າງຕໍ່ເນື່ອງ. ພວກເຂົາຈະກະຈາຍໄປທົ່ວແຜ່ນດິນ, ບາງຄົນກໍຝັງສົບຄົນທີ່ຕາຍຢູ່ຕາມພື້ນດິນ. ເມື່ອຄົບເຈັດເດືອນແລ້ວ ພວກເຂົາກໍຈະເລີ່ມອອກຄົ້ນຫາ.15ຂະນະທີ່ພວກເຂົາໄປທົ່ວດິນແດນ ຜູ້ໃດທີ່ເຫັນກະດູກຂອງຄົນກໍຈະເອົາເຄື່ອງໝາຍປັກໄວ້ທາງຂ້າງ ລໍຖ້າຈົນຄົນຂຸດຂຸມມາຝັງກະດູກນັ້ນໃນຮ່ອມພູຮາໂມນໂກກ,16ຢູ່ໃກ້ກັບເມືອງໜຶ່ງທີ່ມີຊື່ວ່າຮາໂມນາ. ດັ່ງນັ້ນ ພວກເຂົາຈຶ່ງຈະຊຳລະແຜ່ນດິນໃຫ້ສະອາດ’.17“ບຸດມະນຸດ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງເອີ້ນຫານົກທຸກຊະນິດ ແລະ ສັດປ່າທັງໝົດວ່າ: ‘ຈົ່ງມາເຕົ້າໂຮມກັນຈາກທຸກທິດ ມາກິນເຄື່ອງບູຊາທີ່ເຮົາກຳລັງຕຽມໄວ້ໃຫ້, ເປັນການຖວາຍຄັ້ງໃຫຍ່ເທິງພູເຂົາຕ່າງໆຂອງອິດສະຣາເອນ. ເຈົ້າຈະໄດ້ກິນຊີ້ນ ແລະ ດື່ມເລືອດຢູ່ທີ່ນັ້ນ.18ເຈົ້າຈະກິນຊີ້ນຂອງຜູ້ຍິ່ງໃຫຍ່ ແລະ ດື່ມເລືອດຂອງບັນດາເຈົ້ານາຍຂອງໂລກ ເໝືອນກັບທີ່ພວກເຂົາເຫລົ່ານັ້ນເປັນແກະຜູ້, ລູກແກະ, ແບ້ ແລະ ງົວຜູ້ ທັງໝົດລ້ວນແຕ່ເປັນສັດໂຕອ້ວນພີຈາກບາຊານ.19ເຈົ້າຈະກິນໄຂມັນຈົນອິ່ມ ແລະ ດື່ມເລືອດຈົນເມົາຈາກເຄື່ອງບູຊາທີ່ເຮົາກຳລັງຕຽມໄວ້ໃຫ້ເຈົ້າ.20ທີ່ໂຕະຂອງເຮົາ ເຈົ້າຈະກິນມ້າ ແລະ ທະຫານມ້າ, ບູລຸດຜູ້ຍິ່ງໃຫຍ່ ແລະ ນັກຮົບທຸກປະເພດຈົນອິ່ມໜຳ’, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.21“ເຮົາຈະສະແດງກຽດຕິຍົດຂອງເຮົາທ່າມກາງຊົນຊາດທັງຫລາຍ ແລະ ປະຊາຊາດທັງໝົດຈະໄດ້ເຫັນໂທດທີ່ເຮົາບັນດານ ແລະ ເຫັນມືທີ່ເຮົາຟາດພວກເຂົາ.22ຕັ້ງແຕ່ວັນນັ້ນເປັນຕົ້ນໄປ ຊົນຊາດອິດສະຣາເອນຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.23ແລະ ປະຊາຊາດທັງຫລາຍຈະຮູ້ວ່າປະຊາຊົນອິດສະຣາເອນໄດ້ຕົກເປັນຊະເລີຍເພາະຄວາມບາບຂອງຕົນ. ເພາະພວກເຂົາບໍ່ສັດຊື່ຕໍ່ເຮົາ. ເຮົາຈຶ່ງເຊື່ອງໜ້າຂອງເຮົາຈາກພວກເຂົາ ແລະ ມອບພວກເຂົາໃຫ້ສັດຕູຂອງພວກເຂົາ ແລ້ວພວກເຂົາທັງໝົດກໍລົ້ມຕາຍດ້ວຍຄົມດາບ.24ເຮົາໄດ້ຈັດການກັບພວກເຂົາຕາມມົນທິນຂອງພວກເຂົາ ແລະ ການລ່ວງລະເມີດຂອງພວກເຂົາ ແລະ ເຮົາໄດ້ເຊື່ອງໜ້າຂອງເຮົາຈາກພວກເຂົາ.25“ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ບັດນີ້ ເຮົາຈະນຳຢາໂຄບກັບຈາກການເປັນຊະເລີຍ ແລະ ເຮົາຈະເມດຕາສົງສານປະຊາຊົນອິດສະຣາເອນເພາະເຮົາຫວງແຫນນາມອັນສັກສິດຂອງເຮົາ.26ພວກເຂົາຈະລືມຄວາມອັບອາຍ ແລະ ຄວາມບໍ່ສັດຊື່ທັງໝົດທີ່ພວກເຂົາສະແດງຕໍ່ເຮົາ ເມື່ອພວກເຂົາອາໄສຢູ່ຢ່າງປອດໄພໃນດິນແດນຂອງຕົນ ໂດຍບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ.27ເມື່ອເຮົາໄດ້ນຳພວກເຂົາກັບມາຈາກຊາດຕ່າງໆ ແລະ ໄດ້ຮວບຮວມພວກເຂົາມາຈາກບັນດາປະເທດທີ່ເປັນສັດຕູຂອງພວກເຂົາ ເຮົາຈະສະແດງໂຕເຮົາເອງວ່າບໍລິສຸດຜ່ານທາງພວກເຂົາຕໍ່ໜ້າປະຊາຊາດທັງຫລາຍ.28ເມື່ອນັ້ນພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ເພາະເຖິງແມ່ນເຮົາໄດ້ສົ່ງພວກເຂົາໄປເປັນຊະເລີຍທ່າມກາງຊົນຊາດຕ່າງໆ ເຮົາກໍຈະຮວບຮວມພວກເຂົາກັບມາຍັງດິນແດນຂອງຕົນເອງໂດຍບໍ່ປະຖິ້ມໄວ້ຈັກຄົນ.29ເຮົາຈະບໍ່ເຊື່ອງໜ້າຂອງເຮົາຈາກພວກເຂົາອີກແລ້ວ ເພາະເຮົາຈະຖອກພຣະວິນຍານຂອງເຮົາລົງເໜືອຊົນຊາດອິດສະຣາເອນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Biblica, Inc.