ເອເຊກຽນ33
ການເອີ້ນເອເສກຽນໃຫ້ເປັນຍາມອີກ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ ຈົ່ງກ່າວແກ່ພີ່ນ້ອງຮ່ວມຊາດຂອງເຈົ້າ ແລະ ກ່າວກັບພວກເຂົາວ່າ: ‘ເມື່ອເຮົານຳສັດຕູ ມາສູ້ກັບດິນແດນໜຶ່ງ ແລະ ຊາວດິນແດນນັ້ນໄດ້ເລືອກຊາຍຄົນໜຶ່ງຂຶ້ນມາເປັນຄົນເຝົ້າຍາມ3ແລະ ລາວເຫັນສັດກຳລັງມາຕໍ່ສູ້ດິນແດນນັ້ນ ແລະ ເປົ່າແກເພື່ອເຕືອນປະຊາຊົນ,4ແລ້ວຖ້າຜູ້ໃດໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສ່ຟັງຄຳເຕືອນ ແລ້ວສັດຕູກໍມາ ແລະ ເອົາຊີວິດພວກເຂົາໄປ ທີ່ພວກເຂົາຕາຍກໍເປັນຄວາມຜິດຂອງພວກເຂົາເອງ.5ເນື່ອງຈາກພວກເຂົາໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສ່ຟັງຄຳເຕືອນ ທີ່ພວກເຂົາຕາຍກໍເປັນຄວາມຜິດຂອງພວກເຂົາເອງ. ຖ້າພວກເຂົາເອົາໃຈໃສ່ຟັງຄຳເຕືອນ ພວກເຂົາກໍຄົງຈະຮັກສາຊີວິດຕົນເອງໄວ້ໄດ້.6ແຕ່ຖ້າຄົນເຝົ້າຍາມເຫັນສັດຕູກຳລັງມາ ແລະ ບໍ່ໄດ້ເປົ່າແກເຕືອນປະຊາຊົນ ແລ້ວສັດຕູກໍມາ ແລະ ເອົາຊີວິດຄົນໃດຄົນໜຶ່ງໄປ ຊີວິດຂອງຄົນນັ້ນກໍຈະຖືກເອົາໄປເພາະບາບຂອງຕົນ, ແຕ່ເຮົາຈະໃຫ້ຄົນເຝົ້າຍາມນັ້ນຮັບຜິດຊອບຄວາມຕາຍຂອງຄົນນັ້ນ’.7“ບຸດມະນຸດ, ເຮົາໄດ້ຕັ້ງເຈົ້າໃຫ້ເປັນຄົນເຝົ້າຍາມສຳລັບຊາວອິດສະຣາເອນ; ດັ່ງນັ້ນ ຈົ່ງຟັງຖ້ອຍຄຳທີ່ເຮົາກ່າວ ແລະ ແຈ້ງຄຳເຕືອນຂອງເຮົາແກ່ພວກເຂົາ.8ເມື່ອເຮົາບອກຄົນຊົ່ວວ່າ, ‘ຄົນຊົ່ວ, ເຈົ້າຈະຕ້ອງຕາຍຢ່າງແນ່ນອນ’ ແລະ ເຈົ້າກໍບໍ່ໄດ້ເວົ້າຫ້າມພວກເຂົາໃຫ້ຫັນຈາກວິຖີທາງຂອງພວກເຂົາ, ຄົນຊົ່ວນັ້ນຈະຕາຍເນື່ອງຈາກ ບາບຂອງຕົນ ແລະ ເຮົາຈະໃຫ້ເຈົ້າຮັບຜິດຊອບຄວາມຕາຍຂອງພວກເຂົາ.9ແຕ່ຖ້າເຈົ້າເຕືອນຄົນຊົ່ວນັ້ນໃຫ້ຫັນຈາກວິຖີທາງຂອງຕົນ ແລະ ພວກເຂົາບໍ່ຍອມເຮັດຕາມ, ພວກເຂົາກໍຈະຕາຍເພາະບາບຂອງຕົນ, ສ່ວນເຈົ້າຈະຊ່ວຍຕົນເອງໄວ້ໄດ້.10“ບຸດມະນຸດ, ຈົ່ງກ່າວແກ່ຊາວອິດສະຣາເອນວ່າ: ‘ພວກເຈົ້າກ່າວດັ່ງນີ້ວ່າ “ການລ່ວງລະເມີດ ແລະ ບາບຂອງພວກເຮົາກໍໜັກທັບຖົມພວກເຮົາ ແລະ ພວກເຮົາກໍກຳລັງຈິບຫາຍໄປເພາະ ບາບນັ້ນ. ພວກເຮົາຈະມີຊີວິດຢູ່ໄດ້ຢ່າງໃດ?” ’11ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ເຮົາມີຊີວິດຢູ່ແນ່ນອນສັນໃດ ເຮົາບໍ່ຢາກໃຫ້ຄົນຊົ່ວຕ້ອງຕາຍສັນນັ້ນ, ແຕ່ຢາກໃຫ້ພວກເຂົາຫັນກັບຈາກທາງຊົ່ວຂອງຕົນ ແລະ ມີຊີວິດຢູ່. ຈົ່ງຫັນໜີ! ຫັນໜີຈາກທາງຊົ່ວຂອງເຈົ້າ! ຊາວອິດສະຣາເອນ, ເຈົ້າຈະຕາຍເຮັດຫຍັງ?’12“ເຫດສະນັ້ນ ບຸດມະນຸດ, ຈົ່ງກ່າວກັບພີ່ນ້ອງຮ່ວມຊາດຂອງເຈົ້າວ່າ, ‘ຄວາມຊອບທຳຂອງຄົນຊອບທຳຈະບໍ່ຊ່ວຍລາວຖ້າລາວບໍ່ເຊື່ອຟັງ ແລະ ຄວາມຊົ່ວຂອງຄົນຊົ່ວຈະບໍ່ເຮັດໃຫ້ລາວລົ້ມລົງຖ້າລາວຫັນຈາກຄວາມຊົ່ວນັ້ນ. ຖ້າຄົນຊອບທຳເຮັດບາບ ຈະບໍ່ສາມາດດຳລົງຊີວິດຢູ່ໄດ້ເຖິງວ່າພວກເຂົາເຄີຍເປັນຄົນຊອບທຳໃນເມື່ອກ່ອນ’.13ຖ້າເຮົາບອກຄົນຊອບທຳວ່າ ພວກເຂົາຈະມີຊີວິດຢູ່ຢ່າງແນ່ນອນ ແຕ່ຕໍ່ມາພວກເຂົາກໍໄວ້ວາງໃຈໃນຄວາມຊອບທຳຂອງຕົນ ແລະ ເຮັດຊົ່ວ, ສິ່ງຊອບທຳທີ່ຄົນນັ້ນໄດ້ເຮັດໄວ້ຈະບໍ່ຖືກຈົດຈຳອີກ. ພວກເຂົາຈະຕາຍເພາະຄວາມຊົ່ວທີ່ພວກເຂົາໄດ້ເຮັດ.14ແລະ ຖ້າເຮົາບອກຄົນຊົ່ວວ່າ, ‘ເຈົ້າຈະຕາຍຢ່າງແນ່ນອນ’ ແຕ່ຖ້າພວກເຂົາໄດ້ຫັນໜີຈາກຄວາມບາບຂອງຕົນ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ15ຖ້າພວກເຂົາຄືນສິ່ງຂອງທີ່ພວກເຂົາໄດ້ຢຶດມາຄ້ຳປະກັນໃຫ້ແກ່ລູກໜີ້, ສົ່ງຄືນສິ່ງທີ່ພວກເຂົາໄດ້ລັກມາ, ເຮັດຕາມດຳລັດ ເຊິ່ງເຮັດໃຫ້ມີຊີວິດຢູ່ ແລະ ບໍ່ເຮັດຊົ່ວ ຄົນນັ້ນກໍຈະມີຊີວິດຢູ່ຢ່າງແນ່ນອນ; ພວກເຂົາຈະບໍ່ຕາຍ.16ເຮົາຈະບໍ່ຈົດຈຳບາບໃດໆທີ່ຄົນນັ້ນໄດ້ເຮັດໄປແລ້ວມາລົງໂທດລາວອີກເລີຍ. ພວກເຂົາໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ; ພວກເຂົາຈະມີຊີວິດຢູ່ຢ່າງແນ່ນອນ.17“ເຖິງປານນັ້ນ ພີ່ນ້ອງຮ່ວມຊາດຂອງເຈົ້າກໍຍັງກ່າວວ່າ, ‘ວິຖີທາງຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ແຕ່ວິຖີທາງຂອງພວກເຂົາທີ່ບໍ່ຍຸຕິທຳ.18ຖ້າຄົນຊອບທຳຫັນໜີຈາກຄວາມຊອບທຳໄປເຮັດຊົ່ວ ພວກເຂົາຈະຕາຍເພາະຄວາມຊົ່ວ.19ແລະ ຖ້າຄົນຊົ່ວຫັນໜີຈາກຄວາມຊົ່ວຂອງຕົນ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ພວກເຂົາກໍຈະມີຊີວິດຢູ່ເພາະເຮັດຢ່າງນັ້ນ.20ເຖິງປານນັ້ນຊາວອິດສະຣາເອນ, ເຈົ້າກໍກ່າວວ່າ, ‘ວິທີການຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ແຕ່ເຮົາຈະພິພາກສາເຈົ້າແຕ່ລະຄົນຕາມແນວການປະພຶດຂອງເຈົ້າເອງ”.ອະທິບາຍການຫລົ້ມຈົມຂອງເຢຣູຊາເລັມ
21ໃນວັນທີຫ້າເດືອນທີສິບປີທີສິບສອງຂອງການຕົກເປັນຊະເລີຍ, ມີຊາຍຄົນໜຶ່ງທີ່ໜີອອກມາຈາກເຢຣູຊາເລັມໄດ້ມາຫາຂ້າພະເຈົ້າ ແລະ ບອກວ່າ, “ນະຄອນນັ້ນຫລົ້ມຈົມແລ້ວ!”22ໃນຕອນແລງກ່ອນທີ່ຊາຍຄົນນັ້ນຈະມາເຖິງ ມືຂອງພຣະເຈົ້າຢາເວຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງເປີດປາກຂອງຂ້າພະເຈົ້າກ່ອນທີ່ຊາຍຄົນນັ້ນຈະມາຫາຂ້າພະເຈົ້າໃນຕອນເຊົ້າ. ດັ່ງນັ້ນ ປາກຂອງຂ້າພະເຈົ້າຈຶ່ງເປີດອອກ ແລະ ຂ້າພະເຈົ້າກໍບໍ່ໄດ້ເປັນໃບ້ອີກ.23ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:24“ບຸດມະນຸດ, ປະຊາຊົນທີ່ອາໄສຢູ່ໃນຊາກຫັກພັງຂອງດິນແດນອິດສະຣາເອນເວົ້າວ່າ, ‘ອັບຣາຮາມໂຕຄົນດຽວແຕ່ກໍຍັງໄດ້ຄອບຄອງດິນແດນ. ສ່ວນພວກເຮົາມີກັນຫລາຍຄົນ ກໍຍ່ອມໄດ້ຮັບດິນແດນນີ້ເປັນກຳມະສິດຂອງພວກເຮົາຢ່າງແນ່ນອນ’.25ເຫດສະນັ້ນ ຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກພວກເຈົ້າກິນຊີ້ນທີ່ຍັງມີເລືອດຄ້າງຢູ່ ແລະ ຫວັງເພິ່ງບັນດາຮູບເຄົາລົບຂອງພວກເຈົ້າ ແລະ ເຮັດໃຫ້ເລືອດຕົກ, ແລ້ວພວກເຈົ້າສົມຄວນຈະໄດ້ຄອບຄອງດິນແດນນີ້ບໍ?26ພວກເຈົ້າເພິ່ງພາດາບຂອງຕົນ, ພວກເຈົ້າເຮັດສິ່ງທີ່ໜ້າກຽດຊັງ ແລະ ພວກເຈົ້າແຕ່ລະຄົນກໍເຮັດໃຫ້ເມຍຂອງເພື່ອນບ້ານເປັນມົນທິນ. ແລ້ວພວກເຈົ້າສົມຄວນຈະໄດ້ຄອບຄອງດິນແດນນີ້ບໍ?’27“ຈົ່ງກ່າວແກ່ພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ແນ່ນອນສັນໃດ ບັນດາຄົນທີ່ຫລົງເຫລືອຢູ່ຕາມຊາກຫັກພັງກໍຈະຕາຍດ້ວຍດາບສັນນັ້ນ, ສ່ວນບັນດາຄົນທີ່ຢູ່ຕາມນອກເມືອງ ເຮົາຈະມອບໃຫ້ສັດປ່າທັງຫລາຍກືນກິນ ແລະ ບັນດາຄົນທີ່ຢູ່ຕາມທີ່ກຳບັງ ແລະ ຖ້ຳຈະຕາຍດ້ວຍພະຍາດລະບາດ.28ເຮົາຈະເຮັດໃຫ້ດິນແດນນັ້ນຮົກຮ້າງຫວ່າງເປົ່າ ກຳລັງອັນໜ້າພາກພູມໃຈຂອງມັນຈະເຖິງຈຸດຈົບ ແລະ ພູເຂົາທັງຫລາຍຂອງອິດສະຣາເອນຈະຮົກຮ້າງຫວ່າງເປົ່າຈົນບໍ່ມີຜູ້ໃດຍ່າງຜ່ານ.29ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ເມື່ອເຮົາເຮັດໃຫ້ດິນແດນນັ້ນຮົກຮ້າງຫວ່າງເປົ່າ ເພາະສິ່ງທີ່ໜ້າກຽດຊັງທັງໝົດທີ່ພວກເຂົາໄດ້ເຮັດ’.30“ສ່ວນເຈົ້າ ບຸດມະນຸດ, ພີ່ນ້ອງຮ່ວມຊາດຂອງເຈົ້າເວົ້າກັນເຖິງເຈົ້າຢູ່ຂ້າງກຳແພງ ແລະ ທີ່ປະຕູເຮືອນ, ພວກເຂົາເວົ້າກັນວ່າ, ‘ຈົ່ງມາ ແລະ ຟັງຖ້ອຍຄຳທີ່ມາຈາກພຣະເຈົ້າຢາເວ’.31ປະຊາຊົນຂອງເຮົາມາຫາເຈົ້າຕາມປົກກະຕິທີ່ພວກເຂົາເຮັດ ແລະ ມານັ່ງຢູ່ທາງໜ້າເພື່ອຟັງຄຳເວົ້າຂອງເຈົ້າ, ແຕ່ວ່າພວກເຂົາບໍ່ນຳເອົາຄຳເວົ້າເຫລົ່ານັ້ນໄປປະຕິບັດ. ປາກຂອງພວກເຂົາກໍເວົ້າດ້ວຍຄວາມຮັກ, ແຕ່ຈິດໃຈຂອງພວກເຂົາກໍໂລບຫວັງຜົນປະໂຫຍດທີ່ບໍ່ຍຸຕິທຳ.32ແທ້ຈິງ, ສຳລັບພວກເຂົາແລ້ວ ເຈົ້າເປັນພຽງຄົນທີ່ຮ້ອງເພງຮັກດ້ວຍສຽງທີ່ມ່ວນ ແລະ ຫລິ້ນດົນຕີເກັ່ງເທົ່ານັ້ນ ເພາະພວກເຂົາຟັງຄຳເວົ້າຂອງເຈົ້າ ແຕ່ບໍ່ນຳເອົາຄຳເວົ້າເຫລົ່ານັ້ນໄປປະຕິບັດ.33“ເມື່ອເຫດການທັງໝົດນີ້ເປັນຈິງ ແລະ ມັນກໍຈະເປັນເຊັ່ນນັ້ນຢ່າງແນ່ນອນ ແລ້ວພວກເຂົາກໍຈະຮູ້ວ່າມີຜູ້ທຳນວາຍໃນທ່າມກາງພວກເຂົາ”.Biblica, Inc.