ເອເຊກຽນ32
ບົດຄ່ຳຄວນແດ່ກະສັດຟາໂຣ
1ໃນວັນທີໜຶ່ງເດືອນທີສິບສອງປີທີສິບສອງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງຮ້ອງບົດຄ່ຳຄວນກ່ຽວກັບຟາໂຣກະສັດແຫ່ງເອຢິບ ແລະ ກ່າວກັບລາວວ່າ:“ ‘ເຈົ້າເປັນເໝືອນໂຕສິງທີ່ຢູ່ໃນທ່າມກາງຊົນຊາດທັງຫລາຍ;ເຈົ້າເປັນເໝືອນສັດຮ້າຍທີ່ຢູ່ໃນທະເລເຈົ້າຟາດຫາງໄປມາຢູ່ໃນສາຍນ້ຳ,ປັ່ນນ້ຳໃຫ້ດ້ວຍຕີນຂອງຕົນແລະ ເຮັດໃຫ້ສາຍນ້ຳທັງຫລາຍຂຸ່ນ.3“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ເຮົາຈະກາງມອງຂອງເຮົາຄຸມເຈົ້າ,ໂດຍກຸ່ມຄົນຈຳນວນຫລາຍພວກເຂົາຈະລາກເຈົ້າຂຶ້ນມາດ້ວຍມອງຂອງເຮົາ.4ເຮົາຈະໂຍນເຈົ້າລົງເທິງດິນຈັບເຈົ້າຟາດລົງເທິງທົ່ງກວ້າງ.ເຮົາຈະໃຫ້ນົກທັງໝົດໃນທ້ອງຟ້າມາອາໄສຢູ່ເທິງເຈົ້າແລະ ສັດປ່າທັງໝົດຈະກືນກິນເຈົ້າຈົນອິ່ມ.5ເຮົາຈະໂຮຍຊີ້ນຂອງເຈົ້າກະຈາຍເທິງພູເຂົາທັງຫລາຍແລະ ຖົມຮ່ອມພູທັງຫລາຍດ້ວຍຊາກຂອງເຈົ້າ.6ເຮົາຈະເຮັດໃຫ້ເລືອດຂອງເຈົ້າໄຫລນອງເຕັມແຜ່ນດິນຕະຫລອດທາງສູ່ພູເຂົາຕ່າງໆແລະ ໃຫ້ຊີ້ນຂອງເຈົ້າຢູ່ເຕັມລຳຫ້ວຍທັງຫລາຍ.7ເມື່ອເຮົາກຳຈັດເຈົ້າອອກໄປ, ເຮົາຈະປົກຄຸມຟ້າສະຫວັນແລະ ໃຫ້ດາວທັງຫລາຍມືດໄປ;ເຮົາຈະປົກຄຸມຕາເວັນດ້ວຍເມກແລະ ເດືອນຈະບໍ່ສ່ອງແສງ.8ແສງສະຫວ່າງສຸກໃສທັງໝົດໃນຟ້າສະຫວັນນັ້ນເຮົາຈະເຮັດໃຫ້ມືດມິດມາເໜືອເຈົ້າ;ເຮົາຈະນຳຄວາມມືດມົນມາເໜືອດິນແດນຂອງເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.9ເຮົາຈະເຮັດໃຫ້ຈິດໃຈຂອງຊົນຊາດທັງຫລາຍທຸກຮ້ອນເມື່ອເຮົານຳຄວາມຈິບຫາຍມາສູ່ເຈົ້າທ່າມກາງຊົນຊາດທັງຫລາຍ,ທ່າມກາງ ດິນແດນທັງຫລາຍເຊິ່ງເຈົ້າບໍ່ຮູ້ຈັກ10ເຮົາຈະເຮັດໃຫ້ຄົນທັງຫລາຍຕົກຕະລຶງເພາະເຈົ້າແລະ ບັນດາກະສັດຂອງພວກເຂົາຈະສັ່ນສະທ້ານດ້ວຍຄວາມຢ້ານເພາະເຈົ້າເມື່ອເຮົາເງືອດດາບຂອງເຮົາຕໍ່ໜ້າພວກເຂົາ.ໃນວັນທີ່ເຈົ້າຫລົ້ມຈົມພວກເຂົາແຕ່ລະຄົນຈະສັ່ນສະທ້ານຢູ່ຕະຫລອດເວລາເພາະຫ່ວງຊີວິດຂອງຕົນ.11“ ‘ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ດາບຂອງກະສັດແຫ່ງບາບີໂລນຈະມາຕໍ່ສູ້ເຈົ້າ.12ເຮົາຈະເຮັດໃຫ້ກອງກຳລັງທັງຫລາຍຂອງເຈົ້າລົ້ມຕາຍດ້ວຍດາບຂອງບັນດາຜູ້ຍິ່ງໃຫຍ່ຜູ້ໂຫດຫ້ຽມທີ່ສຸດຂອງທຸກຊົນຊາດ.ຄົນເຫລົ່ານັ້ນຈະຢຽບຢ່ຳສັກສີຂອງເອຢິບແລະ ກອງກຳລັງທັງໝົດຂອງເອຢິບຈະຖືກໂຄ່ນລົ້ມ.13ເຮົາຈະທຳລາຍຝູງງົວທັງໝົດຂອງເອຢິບຈາກແຄມນ້ຳອັນອຸດົມສົມບູນເຊິ່ງຈະບໍ່ຖືກຕີນມະນຸດກວນໃຫ້ຂຸ່ນຫລື ຖືກກີບຕີນຂອງຝູງງົວກວນໃຫ້ເປັນຂຸ່ນອີກຕໍ່ໄປ.14ເມື່ອນັ້ນເຮົາຈະເຮັດໃຫ້ນ້ຳທັງຫລາຍຂອງເອຢິບສະຫງົບແລະ ເຮັດໃຫ້ສາຍນ້ຳສາຍທັງຫລາຍຂອງເອຢິບໄຫລໄປເໝືອນນ້ຳມັນ,ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.15ເມື່ອເຮົາເຮັດໃຫ້ເອຢິບຮົກຮ້າງຫວ່າງເປົ່າແລະ ປຸ້ນທຸກສິ່ງທີ່ມີໄປຈາກດິນແດນນັ້ນ,ເມື່ອເຮົາໂຈມຕີຄົນທັງຫລາຍທີ່ອາໄສຢູ່ທີ່ນັ້ນເມື່ອນັ້ນພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’.16“ນີ້ຄືບົດຄ່ຳຄວນທີ່ຄົນທັງຫລາຍຈະຮ້ອງເພື່ອເອຢິບ. ລູກສາວຂອງຊົນຊາດຕ່າງໆຈະຮ້ອງບົດຄ່ຳຄວນນີ້ໃຫ້ກັບເອຢິບ ແລະ ກອງກຳລັງທັງໝົດຂອງເອຢິບ ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.ເຊື້ອສາຍຂອງເອຢິບເຂົ້າສູ່ອານາຈັກແຫ່ງຄວາມຕາຍ
17ວັນທີສິບຫ້າຂອງເດືອນນັ້ນໃນປີທີສິບສອງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:18“ບຸດມະນຸດ, ຈົ່ງຮ້ອງໄຫ້ໃຫ້ແກ່ກອງກຳລັງຕ່າງໆຂອງເອຢິບ ແລະ ສົ່ງເອຢິບກັບບັນດາລູກສາວແຫ່ງປະຊາຊາດອັນຍິ່ງໃຫຍ່ລົງສູ່ໂລກບາດານພ້ອມກັບຄົນທີ່ລົງໄປເຫວເລິກ.19ຈົ່ງກ່າວແກ່ພວກເຂົາວ່າ, ‘ເຈົ້າເປັນທີ່ພໍໃຈຫລາຍກວ່າຄົນອື່ນບໍ? ຈົ່ງລົງໄປ ແລະ ໄປນອນຢູ່ທ່າມກາງບັນດາຄົນທີ່ບໍ່ໄດ້ຮັບພິທີຕັດ’.20ພວກເຂົາຈະລົ້ມລົງທ່າມກາງຄົນທັງຫລາຍທີ່ຕາຍດ້ວຍດາບ. ດາບຖືກຊັກອອກມາຈາກຝັກແລ້ວ; ຈົ່ງລາກເອຢິບລົງໄປພ້ອມກັບກອງກຳລັງທັງໝົດຂອງມັນ.21ບັນດາຜູ້ນຳທີ່ຍິ່ງໃຫຍ່ຈະກ່າວກັບເອຢິບ ແລະ ບັນດາພັນທະມິດຈາກແດນແຫ່ງຄວາມຕາຍວ່າ, ‘ພວກເຂົາພາກັນລົງມາແລ້ວ ແລະ ມານອນຢູ່ກັບຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບຄົນທີ່ຖືກຂ້າດ້ວຍດາບ’.22“ອັດຊີເຣຍ ແລະ ກອງທັບຂອງມັນທັງໝົດກໍຢູ່ທີ່ນັ້ນແລ້ວ, ມັນຖືກລ້ອມດ້ວຍຂຸມຝັງສົບຂອງຄົນທີ່ຖືກຂ້າທັງໝົດຂອງມັນ, ຄົນເຫລົ່ານັ້ນທຸກຄົນລົ້ມຕາຍດ້ວຍດາບ.23ຂຸມຝັງສົບຂອງຄົນເຫລົ່ານັ້ນຢູ່ໃນເຫວເລິກຂອງແດນຄົນຕາຍ ແລະ ກອງທັບອັດຊີເຣຍກໍນອນຕາຍອ້ອມຂຸມຝັງສົບຂອງມັນ. ທຸກຄົນທີ່ຄັ້ງໜຶ່ງເຄີຍແຜ່ຄວາມຢ້ານກົວໃນແດນຂອງຄົນທີ່ມີຊີວິດ ບັດນີ້ ຖືກຂ້າລົ້ມຕາຍດ້ວຍດາບ.24“ເອລາມກໍຢູ່ທີ່ນັ້ນ ແລະ ບັນດາທະຫານທັງໝົດຂອງມັນກໍນອນຕາຍອ້ອມຂຸມຝັງສົບຂອງມັນ, ພວກເຂົາທັງໝົດຖືກຂ້າລົ້ມຕາຍດ້ວຍດາບ. ທຸກຄົນທີ່ຄັ້ງໜຶ່ງເຄີຍແຜ່ຄວາມຢ້ານກົວທົ່ວແດນຂອງຄົນທີ່ມີຊີວິດໄດ້ລົງສູ່ໂລກບາດານໂດຍບໍ່ໄດ້ຮັບພິທີຕັດ. ພວກເຂົາໄດ້ຮັບຄວາມອັບອາຍຮ່ວມກັບບັນດາຄົນທີ່ລົງສູ່ເຫວເລິກ.25ເອລາມນອນຢູ່ໃນທ່າມກາງຄົນທີ່ຖືກຂ້າ ແລະ ບັນດາທະຫານທັງໝົດຂອງມັນນອນຕາຍອ້ອມຂຸມຝັງສົບຂອງມັນ. ພວກເຂົາທຸກຄົນລ້ວນແຕ່ບໍ່ໄດ້ຮັບພິທີຕັດ ແລະ ຖືກຂ້າຕາຍດ້ວຍດາບ. ເພາະພວກເຂົາໄດ້ແຜ່ຄວາມຢ້ານກົວໄປທົ່ວແດນຂອງຄົນທີ່ມີຊີວິດ, ພວກເຂົາຈຶ່ງຕ້ອງອັບອາຍຮ່ວມກັບບັນດາຄົນທີ່ລົງສູ່ເຫວເລິກ ແລະ ນອນຢູ່ໃນທ່າມກາງຄົນທີ່ຖືກຂ້າ.26“ເມເຊັກ ແລະ ຕູບານກໍຢູ່ທີ່ນັ້ນ ແລະ ທະຫານທັງໝົດຂອງພວກມັນກໍນອນຕາຍອ້ອມຂຸມຝັງສົບຂອງພວກມັນ. ພວກເຂົາທຸກຄົນບໍ່ໄດ້ຮັບພິທີຕັດ, ຖືກຂ້າດ້ວຍດາບ ເພາະພວກເຂົາໄດ້ແຜ່ຄວາມຢ້ານກົວໄປທົ່ວແດນຂອງຄົນທີ່ມີຊີວິດ.27ແຕ່ພວກເຂົາບໍ່ໄດ້ນອນລົງກັບນັກຮົບອື່ນໆ ຄົນທີ່ບໍ່ໄດ້ຮັບພິທີຕັດທີ່ຕາຍແລ້ວ, ເຊິ່ງລົງສູ່ແດນແຫ່ງຄວາມຕາຍພ້ອມທັງອາວຸດສົງຄາມຂອງພວກເຂົາ ດາບຂອງພວກເຂົາກໍວາງຢູ່ກ້ອງຫົວຂອງພວກເຂົາແລ້ວ ແລະ ເຖິງວ່ານັກຮົບເຫລົ່ານີ້ເຄີຍແຜ່ຄວາມຢ້ານກົວໄປທົ່ວແດນຂອງຄົນທີ່ມີຊີວິດກໍຕາມ ໂທດຂອງບາບຂອງພວກເຂົາກໍຕົກຢູ່ກັບກະດູກຂອງພວກເຂົາ.28“ຟາໂຣ, ເຈົ້າກໍເໝືອນກັນ ເຈົ້າຈະແຕກຫັກ ແລະ ນອນຕາຍຢູ່ໃນທ່າມກາງຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບບັນດາຄົນທີ່ຖືກຂ້າດ້ວຍດາບ.29“ເອໂດມກໍຢູ່ທີ່ນັ້ນ, ກະສັດ ແລະ ເຈົ້ານາຍທັງໝົດຂອງເອໂດມ; ເຖິງວ່າຈະມີອຳນາດ, ພວກເຂົາກໍຖືກຖິ້ມໃຫ້ນອນຕາຍຢູ່ກັບບັນດາຄົນທີ່ຖືກຂ້າດ້ວຍດາບ. ພວກເຂົານອນຕາຍຢູ່ກັບບັນດາຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບບັນດາຄົນທີ່ລົງສູ່ເຫວເລິກ.30“ບັນດາເຈົ້ານາຍຂອງຝ່າຍເໜືອ ແລະ ຊາວຊີໂດນທັງໝົດກໍຢູ່ທີ່ນັ້ນ; ເຖິງແມ່ນວ່າພວກເຂົາເຄີຍໃຊ້ອຳນາດກໍ່ຄວາມຢ້ານກົວ ພວກເຂົາກໍລົງໄປຢູ່ຮ່ວມກັບຄົນທີ່ຖືກຂ້າຢ່າງອັບອາຍ. ພວກເຂົານອນຕາຍໂດຍບໍ່ໄດ້ຮັບພິທີຕັດກັບບັນດາຄົນທີ່ຖືກຂ້າດ້ວຍດາບ ແລະ ຮັບຄວາມອັບອາຍກັບຄົນທີ່ລົງສູ່ເຫວເລິກ.31“ຟາໂຣ ລາວ ແລະ ກອງທັບທັງໝົດຂອງລາວຈະເຫັນຄົນເຫລົ່ານັ້ນ ແລະ ລາວໄດ້ຮັບການປອບໃຈ ເນື່ອງຈາກກອງກຳລັງທັງໝົດຂອງລາວຖືກຂ້າດ້ວຍດາບ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້.32ເຖິງແມ່ນວ່າເຮົາເຄີຍໃຫ້ພວກແຜ່ຄວາມຢ້ານກົວໄປທົ່ວດິນແດນຂອງຄົນທີ່ມີຊີວິດ ແຕ່ຟາໂຣ ແລະ ທະຫານທັງໝົດຂອງລາວກໍຈະຖືກຖິ້ມໃຫ້ນອນຕາຍຢູ່ທ່າມກາງຄົນທີ່ບໍ່ໄດ້ຮັບພິທີຕັດ, ພ້ອມກັບບັນດາຄົນທີ່ຖືກຂ້າດ້ວຍດາບ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.Biblica, Inc.