ເອເຊກຽນ34
ພຣະເຈົ້າຢາເວຈະເປັນພຣະຜູ້ລ້ຽງຂອງອິດສະຣາເອນ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງທຳນວາຍປະນາມບັນດາຄົນລ້ຽງແກະຂອງອິດສະຣາເອນ, ຈົ່ງທຳນວາຍ ແລະ ກ່າວແກ່ພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ວິບັດແກ່ຄົນລ້ຽງແກະຂອງອິດສະຣາເອນ ຜູ້ເບິ່ງແຍງແຕ່ຕົນເອງ! ຄົນລ້ຽງແກະຄວນຈະເບິ່ງແຍງຝູງແກະບໍ່ແມ່ນບໍ?3ພວກເຈົ້າກິນນົມ, ຫົ່ມກາຍຂອງຕົນດ້ວຍຂົນແກະ ແລະ ຂ້າສັດໂຕທີ່ອ້ວນພີ ແຕ່ພວກເຈົ້າບໍ່ໄດ້ເບິ່ງແຍງຝູງແກະ.4ພວກເຈົ້າບໍ່ໄດ້ເຮັດໃຫ້ໂຕທີ່ອ່ອນແອນັ້ນແຂງແຮງຂຶ້ນ ຫລື ພວກເຈົ້າບໍ່ໄດ້ຮັກສາໂຕທີ່ປ່ວຍ ຫລື ພວກເຈົ້າບໍ່ໄດ້ເອົາຜ້າພັນບາດແຜໃຫ້ໂຕທີ່ບາດເຈັບ. ພວກເຈົ້າບໍ່ໄດ້ນຳເອົາໂຕທີ່ຫລົງທາງ ຫລື ຕາມຫາໂຕທີ່ຕະເຫລີດໄປກັບຄືນມາ. ພວກເຈົ້າປົກຄອງແກະຢ່າງຮຸນແຮງ ແລະ ໂຫດຮ້າຍ.5ດັ່ງນັ້ນ ແກະທັງຫລາຍຈຶ່ງກະຈັດກະຈາຍໄປເພາະບໍ່ມີຄົນລ້ຽງ ແລະ ເມື່ອແກະເຫລົ່ານັ້ນຖືກກະຈັດກະຈາຍໄປ ແກະເຫລົ່ານັ້ນກໍຕົກເປັນອາຫານຂອງບັນດາສັດປ່າ.6ແກະຂອງເຮົາພະເນຈອນໄປຕາມພູເຂົາຕ່າງໆ ແລະ ໂນນພູສູງທຸກໜ່ວຍ. ແກະເຫລົ່ານັ້ນໄດ້ກະຈັດກະຈາຍໄປທົ່ວໂລກ ແລະ ບໍ່ມີຜູ້ໃດຄົ້ນຫາ ຫລື ຊອກແກະເຫລົ່ານັ້ນ.7“ ‘ເຫດສະນັ້ນ ພວກເຈົ້າທີ່ເປັນຄົນລ້ຽງແກະທັງຫລາຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວດັ່ງນີ້:8ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເນື່ອງຈາກຝູງແກະຂອງເຮົານັ້ນຂາດຄົນລ້ຽງ ແລ້ວຈຶ່ງຖືກປຸ້ນ ແລະ ຕົກເປັນອາຫານຂອງບັນດາສັດປ່າທັງຫລາຍ ແລະ ເນື່ອງຈາກຄົນລ້ຽງແກະຂອງເຮົາບໍ່ຕາມຫາຝູງແກະຂອງເຮົາ ເອົາແຕ່ເບິ່ງແຍງຕົນເອງແທນທີ່ຈະເບິ່ງແຍງຝູງແກະຂອງເຮົາ,9ເຫດສະນັ້ນ ພວກເຈົ້າທີ່ເປັນຄົນລ້ຽງແກະ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວດັ່ງນີ້:10ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບບັນດາຄົນລ້ຽງແກະ ແລະ ເຮົາຈະໃຫ້ພວກເຂົາຮັບຜິດຊອບສິ່ງທີ່ເກີດຂຶ້ນກັບຝູງແກະຂອງເຮົາ. ເຮົາຈະປົດພວກເຂົາອອກຈາກການເບິ່ງແຍງຝູງແກະ ເພື່ອວ່າພວກເຂົາຈະບໍ່ໄດ້ລ້ຽງຕົນເອງອີກຕໍ່ໄປ. ເຮົາຈະກອບກູ້ຝູງແກະຂອງເຮົາອອກຈາກປາກຂອງພວກເຂົາ ແລະ ເພື່ອບໍ່ໃຫ້ແກະເປັນອາຫານຂອງພວກເຂົາອີກຕໍ່ໄປ.11“ ‘ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເອງຈະຕາມຫາແກະຂອງເຮົາ ແລະ ເບິ່ງແຍງພວກເຂົາ.12ເຮົາຈະເບິ່ງແຍງແກະຂອງເຮົາເໝືອນຄົນລ້ຽງແກະທີ່ເບິ່ງແຍງຝູງແກະຂອງຕົນທີ່ໄດ້ກະຈັດກະຈາຍໄປເມື່ອເວລາທີ່ລາວຍັງຢູ່ກັບພວກເຂົາ. ເຮົາຈະກອບກູ້ເອົາແກະເຫລົ່ານັ້ນອອກມາຈາກທຸກບ່ອນທີ່ພວກເຂົາກະຈັດກະຈາຍໄປໃນວັນທີ່ເມກຄຶ້ມ ແລະ ມືດມົນ.13ເຮົາຈະນຳແກະທັງຫລາຍອອກມາຈາກຊົນຊາດຕ່າງໆ ແລະ ຮວບຮວມເອົາພວກເຂົາຈາກປະເທດຕ່າງໆ ແລ້ວນຳພວກເຂົາເຂົ້າສູ່ດິນແດນທີ່ເປັນຂອງພວກເຂົາ. ເຮົາຈະພາຝູງແກະໄປກິນຫຍ້າຢູ່ເທິງພູເຂົາທັງຫລາຍຂອງອິດສະຣາເອນ, ຕາມລຳຫ້ວຍ ແລະ ໃນທ້ອງຖິ່ນທັງໝົດຂອງດິນແດນນັ້ນ.14ເຮົາຈະລ້ຽງດູແກະເຫລົ່ານັ້ນໃນທົ່ງຫຍ້າອັນອຸດົມສົມບູນ ແລະ ພູເຂົາສູງທັງຫລາຍຂອງອິດສະຣາເອນຈະເປັນບ່ອນເລັມກິນຫຍ້າຂອງພວກເຂົາ. ແກະເຫລົ່ານັ້ນຈະນອນລົງເລັມກິນຫຍ້າອັນອຸດົມສົມບູນຢູ່ທີ່ນັ້ນ ແລະ ຫາກິນຢູ່ທີ່ທົ່ງຫຍ້າອັນອຸດົມສົມບູນເທິງພູເຂົາທັງຫລາຍຂອງອິດສະຣາເອນ.15ເຮົາເອງຈະລ້ຽງດູຝູງແກະຂອງເຮົາ ແລະ ໃຫ້ພວກເຂົານອນລົງ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້.16ເຮົາຈະຊອກຫາແກະໂຕທີ່ຫລົງຫາຍ. ເຮົາຈະນຳເອົາໂຕທີ່ຫລົງໄປນັ້ນກັບຄືນມາ ແລະ ເຮົາຈະພັນບາດແຜໃຫ້ໂຕທີ່ບາດເຈັບ ແລະ ເຮັດໃຫ້ໂຕທີ່ອ່ອນແອໃຫ້ແຂງແຮງຂຶ້ນ, ແຕ່ເຮົາຈະທຳລາຍໂຕທີ່ອ້ວນພີ ແລະ ໂຕທີ່ແຂງແຮງ. ເຮົາຈະລ້ຽງດູພວກເຂົາດ້ວຍຄວາມຍຸຕິທຳ.17“ ‘ສຳລັບພວກເຈົ້າ ຝູງແກະຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະຕັດສິນລະຫວ່າງແກະໂຕໜຶ່ງກັບອີກໂຕໜຶ່ງ ແລະ ລະຫວ່າງແກະຜູ້ກັບແກະແມ່.18ພວກເຈົ້າຫາກິນຢູ່ໃນທົ່ງຫຍ້າອັນອຸດົມສົມບູນແລ້ວຍັງບໍ່ພໍໃຈບໍ? ພວກເຈົ້າຈະຕ້ອງໃຊ້ຕີນຂອງຕົນຢຽບຢ່ຳທົ່ງຫຍ້າທີ່ເຫລືອຢູ່ນຳບໍ? ພວກເຈົ້າດື່ມນ້ຳທີ່ໃສສະອາດແລ້ວຍັງບໍ່ພຽງບໍ? ພວກເຈົ້າຈະຕ້ອງເອົາຕີນກວນນ້ຳທີ່ເຫລືອຢູ່ໃຫ້ຂຸ່ນອີກບໍ?19ຝູງແກະຂອງເຮົາຈະຕ້ອງຫາກິນສິ່ງທີ່ຖືກພວກເຈົ້າຫຢຽບຢ່ຳ ແລະ ດື່ມນ້ຳທີ່ພວກເຈົ້າໄດ້ເອົາຕີນກວນໃຫ້ຂຸ່ນບໍ?20“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວແກ່ພວກເຂົາດັ່ງນີ້ວ່າ: ເບິ່ງແມ, ເຮົາເອງຈະພິພາກສາລະຫວ່າງແກະໂຕອ້ວນພີ ແລະ ແກະໂຕທີ່ຈ່ອຍແຫ້ງ.21ເນື່ອງຈາກພວກເຈົ້າເອົາຂ້າງ ແລະ ບ່າດັນ, ໄລ່ຊົນຝູງແກະທີ່ອ່ອນແອດ້ວຍເຂົາຂອງພວກເຈົ້າຈົນຝູງແກະໜີໄປ,22ເຮົາຈະຊ່ວຍຝູງແກະຂອງເຮົາ ແລະ ພວກເຂົາຈະບໍ່ຖືກປຸ້ນອີກຕໍ່ໄປ. ເຮົາຈະຕັດສິນລະຫວ່າງແກະໂຕໜຶ່ງກັບອີກໂຕໜຶ່ງ.23ເຮົາຈະຕັ້ງຄົນລ້ຽງແກະຄົນໜຶ່ງຢູ່ເໜືອພວກເຂົາ ຄືດາວິດຜູ້ຮັບໃຊ້ຂອງເຮົາ ແລະ ລາວຈະລ້ຽງດູພວກເຂົາ; ລາວຈະລ້ຽງດູພວກເຂົາ ແລະ ເຮັດໜ້າທີ່ເປັນຄົນລ້ຽງແກະຂອງພວກເຂົາ.24ເຮົາຜູ້ເປັນພຣະເຈົ້າຢາເວຈະເປັນພຣະເຈົ້າຂອງພວກເຂົາ ແລະ ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນເຈົ້ານາຍໃນທ່າມກາງພວກເຂົາ ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້.25“ ‘ເຮົາຈະເຮັດຄຳໝັ້ນສັນຍາແຫ່ງສັນຕິພາບກັບພວກເຂົາ ແລະ ຈະກຳຈັດສັດຮ້າຍທີ່ຢູ່ໃນແຜ່ນດິນນັ້ນ ເພື່ອວ່າພວກເຂົາຈະອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ນອນຫລັບຢູ່ໃນປ່າຢ່າງປອດໄພ.26ເຮົາຈະອວຍພອນພວກເຂົາ ແລະ ສະຖານທີ່ຕ່າງໆທີ່ຢູ່ອ້ອມໂນນພູຂອງເຮົາ. ເຮົາຈະໃຫ້ຝົນຕົກຕາມລະດູການ; ຈະມີພອນຫລັ່ງລົງມາເໝືອນດັ່ງຫ່າຝົນ.27ຕົ້ນໄມ້ໃນທົ່ງຈະເກີດຜົນ ແລະ ພື້ນດິນຈະໃຫ້ຜົນເກັບກ່ຽວ; ຄົນທັງຫລາຍຈະຢູ່ຢ່າງປອດໄພໃນດິນແດນຂອງພວກເຂົາ. ພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາຫັກຄານແອກຂອງພວກເຂົາ ແລະ ກອບກູ້ພວກເຂົາໃຫ້ພົ້ນຈາກມືຂອງບັນດາຄົນທີ່ກົດຂີ່ໃຫ້ພວກເຂົາເປັນຂ້າທາດ.28ພວກເຂົາຈະບໍ່ຖືກຊົນຊາດທັງຫລາຍປຸ້ນອີກຕໍ່ໄປ ແລະ ສັດປ່າທັງຫລາຍຈະບໍ່ມາກັດກິນພວກເຂົາ. ພວກເຂົາຈະຈະມີຊີວິດຢູ່ຢ່າງຄວາມປອດໄພ ແລະ ຈະບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ.29ເຮົາຈະຈັດຕຽມແຜ່ນດິນທີ່ມີຊື່ສຽງດ້ານຜົນກັບກ່ຽວໃຫ້ແກ່ພວກເຂົາ ແລະ ພວກເຂົາຈະບໍ່ຕົກເປັນເຫຍື່ອຂອງການອຶດຢາກອາຫານໃນດິນແດນນັ້ນ ຫລື ຖືກຊົນຊາດທັງຫລາຍດູໝິ່ນອີກຕໍ່ໄປ.30ແລ້ວພວກເຂົາກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຢູ່ກັບພວກເຂົາ ແລະ ຮູ້ວ່າພວກເຂົາ ເຊິ່ງເປັນຊາວອິດສະຣາເອນນັ້ນເປັນປະຊາຊົນຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.31ພວກເຈົ້າເປັນແກະຂອງເຮົາ, ເປັນແກະແຫ່ງທົ່ງຫຍ້າຂອງເຮົາ ແລະ ເຮົາຄືພຣະເຈົ້າຂອງພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.Biblica, Inc.