ເອເຊກຽນ31
ຟາໂຣເປັນດັ່ງຕົ້ນແປກແຫ່ງເລບານອນທີ່ຖືກໂຄ່ນລົງ
1ໃນວັນທີໜຶ່ງເດືອນທີສາມປີທີສິບເອັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງກ່າວແກ່ຟາໂຣກະສັດແຫ່ງເອຢິບ ແລະ ກອງກຳລັງຕ່າງໆຂອງລາວວ່າ:“ ‘ຜູ້ໃດຈະຍິ່ງໃຫຍ່ທຽບກັບເຈົ້າໄດ້?3ຈົ່ງພິຈາລະນາອັດຊີເຣຍ, ຄັ້ງໜຶ່ງເຄີຍເປັນຕົ້ນແປກໃນເລບານອນມີງ່າທີ່ງົດງາມເປັນຮົ່ມໃນປ່າມັນສູງຈຸຟ້າແລະ ຊູຍອດສະຫງ່າເໜືອຟຸ່ມໜາ.4ສາຍນ້ຳຫລໍ່ລ້ຽງມັນນ້ຳບາດານເຮັດໃຫ້ມັນສູງ;ມີທາງນ້ຳໄຫລອ້ອມບ່ອນທີ່ມັນໃຫຍ່ຂຶ້ນແລະ ສົ່ງນ້ຳໄປຫລໍ່ລ້ຽງບັນດາຕົ້ນໄມ້ທຸກຕົ້ນໃນທົ່ງ.5ມັນຈຶ່ງສູງເໜືອນຕົ້ນໄມ້ທຸກຕົ້ນໃນທົ່ງ.ມັນແຕກຂະແໜງຫລາຍຂຶ້ນແລະ ງ່າທັງຫລາຍກໍຍາວອອກແຜ່ຂະຫຍາຍເພາະມີນ້ຳຢ່າງອຸດົມສົມບູນ.6ນົກທຸກໂຕໃນທ້ອງຟ້າມາເຮັດຮັງໃສ່ເທິງຂະແໜງ,ສັດທຸກໂຕທີ່ຢູ່ໃນປ່າມາເກີດລູກຢູ່ກ້ອງງ່າຂອງມັນທຸກປະຊາຊາດໃຫຍ່ມາອາໄສຢູ່ໃນຮົ່ມຂອງມັນ.7ມັນງາມສະຫງ່າຫລາຍເພາະງ່າທີ່ແຕກຂະແໜງອອກໄປ,ເພາະຮາກຂອງມັນຢັ່ງລົງເລິກລົງໄປໃນນ້ຳອັນອຸດົມສົມບູນ.8ຕົ້ນແປກທັງຫລາຍໃນສວນຂອງພຣະເຈົ້າບໍ່ສາມາດແຂ່ງກັບມັນໄດ້,ທັງຕົ້ນແປກທັງຫລາຍແລະ ບັນດາຕົ້ນເປນກໍບໍ່ອາດທຽບກັບຂະແໜງຂອງມັນໄດ້ບໍ່ມີຕົ້ນໄມ້ໃດໃນສວນຂອງພຣະເຈົ້າປຽບເທົ່າກັບຄວາມງາມຂອງມັນໄດ້ເລີຍ.9ເຮົາໄດ້ເຮັດໃຫ້ມັນງົດງາມມີງ່າໜາແຫນ້ນເປັນທີ່ອິດສາຂອງຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນເອເດນຂອງພຣະເຈົ້າ.10“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເນື່ອງຈາກຕົ້ນແປກໃຫຍ່ສູງຈຸຟ້າ ຊູຍອດສະຫງ່າເໜືອຟຸ່ມໜາ ແລ້ວມັນກໍຍິ່ງຈອງຫອງເພາະຄວາມສູງຂອງຕົນ,11ເຮົາຈຶ່ງໄດ້ມອບມັນໄວ້ໃນມືຂອງຜູ້ທີ່ປົກຄອງປະຊາຊາດທັງຫລາຍ ໃຫ້ຈັດການກັບມັນຢ່າງສົມຄວນກັບຄວາມຊົ່ວຮ້າຍຂອງມັນ. ເຮົາໄດ້ໂຍນມັນຖິ້ມໄປ,12ແລະ ຜູ້ໂຫດຫ້ຽມທີ່ສຸດໃນບັນດາຊົນຕ່າງຊາດກໍໄດ້ໂຄ່ນມັນລົງ ແລະ ປະຖິ້ມມັນໄວ້. ງ່າທັງຫລາຍຂອງມັນກໍຕົກລົງເທິງພູເຂົາ ແລະ ຮ່ອມພູຕ່າງໆ; ງ່າຂອງມັນຫັກຄາຢູ່ຕາມລຳຫ້ວຍທັງຫລາຍທີ່ຢູ່ໃນດິນແດນ. ທຸກຊົນຊາດໃນໂລກໄດ້ອອກມາຈາກຮົ່ມຂອງມັນ ແລະ ປະຖິ້ມມັນໄປ.13ນົກທຸກໂຕເກາະຢູ່ເທິງຕົ້ນໄມ້ທີ່ຫັກລົ້ມ ແລະ ສັດປ່າທຸກໂຕທີ່ອາໄສຢູ່ຕາມງ່າຂອງມັນ.14ເຫດສະນັ້ນ ຈຶ່ງບໍ່ມີຕົ້ນໄມ້ອື່ນທີ່ຢູ່ແຄມນ້ຳຈະສູງສະຫງ່າຢ່າງພາກພູມໃຈ ໂດຍຊູຍອດສະຫງ່າເໜືອຟຸ່ມໜາຄື. ບໍ່ມີຕົ້ນໄມ້ອື່ນໃດທີ່ໄດ້ຮັບການຫົດນ້ຳຢ່າງດີຈະສູງເຖິງຂະໜາດນີ້ໄດ້; ພວກມັນລ້ວນແຕ່ຖືກກຳນົດໄວ້ສຳລັບຄວາມຕາຍ, ໃຫ້ລົງໄປສູ່ໂລກເບື້ອງລຸມຮ່ວມກັບມະນຸດທຳມະດາທີ່ລົງໄປສູ່ແດນແຫ່ງຄວາມຕາຍ.15“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນທີ່ມັນຖືກນຳລົງໄປສູ່ແດນແຫ່ງຄວາມຕາຍ ເຮົາກັ້ນລຳນ້ຳເລິກເປັນການໄວ້ອາໄລແກ່ມັນ; ເຮົາໄດ້ລະງັບສາຍນ້ຳ ແລະ ນ້ຳອັນອຸດົມສົມບູນຂອງມັນໄວ້. ເຮົາໄດ້ເອົາຄວາມໝົ່ນໝອງຫໍ່ຫຸ້ມເລບານອນ ແລະ ບັນດາຕົ້ນໄມ້ທີ່ຢູ່ໃນທົ່ງກໍຫ່ຽວແຫ້ງໄປເພາະຕົ້ນໄມ້ນັ້ນ.16ເຮົາໄດ້ເຮັດໃຫ້ບັນດາປະຊາຊາດສັ່ນສະທ້ານ ເມື່ອໄດ້ຍິນສຽງລົ້ມລົງຂອງມັນ ເມື່ອເຮົານຳມັນລົງສູ່ແດນແຫ່ງຄວາມຕາຍຮ່ວມກັບບັນດາຜູ້ທີ່ລົງເຫວເລິກ. ແລ້ວຕົ້ນໄມ້ທັງໝົດໃນສວນເອເດນ ພ້ອມກັບຕົ້ນໄມ້ທີ່ຖືກເລືອກ ແລະ ດີທີ່ສຸດຂອງເລບານອນ, ຕົ້ນໄມ້ທັງຫລາຍທີ່ໄດ້ຮັບການຫົດນ້ຳຢ່າງດີ ກໍໄດ້ຮັບການປອບໃຈໃນໂລກບາດານ.17ບັນດາຄົນທີ່ອາໄສຢູ່ໃນຮົ່ມຂອງຕົ້ນແປກນັ້ນ ເຊິ່ງເປັນປະຊາຊາດທີ່ເປັນພັນທະມິດກໍໄດ້ລົງໄປສູ່ແດນແຫ່ງຄວາມຕາຍກັບມັນ ພ້ອມທັງບັນດາຜູ້ທີ່ຖືກຂ້າດ້ວຍດາບ.18“ ‘ຕົ້ນໄມ້ຕົ້ນໃດໃນເອເດນທີ່ຈະສະຫງ່າງາມ ແລະ ຍິ່ງໃຫຍ່ເທົ່າທຽມກັບເຈົ້າ? ເຖິງປານນັ້ນເຈົ້າກໍຈະຖືກນຳລົງສູ່ໂລກບາດານຮ່ວມກັບບັນດາຕົ້ນໄມ້ທີ່ຢູ່ໃນເອເດນເໝືອນກັນ, ເຈົ້າຈະນອນຢູ່ທ່າມກາງຜູ້ບໍ່ໄດ້ຮັບພິທີຕັດ ກັບບັນດາຜູ້ທີ່ຖືກຂ້າດ້ວຍດາບ.“ ‘ນີ້ຄືຟາໂຣ ແລະ ກອງກຳລັງທັງໝົດຂອງລາວ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
Biblica, Inc.