ເອເຊກຽນ30
ບົດຄ່ຳຄວນແດ່ເອຢິບ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງກ່າວທຳນວາຍ ແລະ ກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ຈົ່ງຮ້ອງໄຫ້ ແລະ ກ່າວວ່າ,“ອານິຈັງ ວັນນັ້ນ!”3ເພາະວ່າວັນນັ້ນໃກ້ເຂົ້າມາແລ້ວ,ວັນຂອງພຣະເຈົ້າຢາເວໃກ້ເຂົ້າມາເປັນວັນແຫ່ງເມກຄຶ້ມ,ເປັນເວລາແຫ່ງຄວາມພິນາດຂອງປະຊາຊາດທັງຫລາຍ.4ດາບດວງໜຶ່ງຈະມາສູ້ກັບເອຢິບແລະ ຄວາມທຸກທໍລະມານຈະກະໜ່ຳໃສ່ກູເຊ. ເມື່ອຜູ້ທີ່ຖືກຂ້າລົ້ມຕາຍໃນເອຢິບຊັບສົມບັດຂອງເອຢິບຈະຖືກປຸ້ນເອົາໄປແລະ ຮາກຖານຂອງມັນກໍພັງລົງ.5ກູເຊກັບລີເບຍ, ລີເດຍກັບອາຣາເບຍທັງໝົດ, ກຸບກັບປະຊາຊົນຂອງດິນແດນແຫ່ງຄຳໝັ້ນສັນຍາຈະລົ້ມຕາຍດ້ວຍດາບພ້ອມກັບເອຢິບ.6“ ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ ‘ບັນດາພັນທະມິດຂອງເອຢິບຈະລົ້ມຕາຍແລະ ພະລັງອັນພາກພູມໃຈຂອງມັນກໍຈະສູນສະຫລາຍ.ຈາກມິກໂດນໄປເຖິງອັດວານພວກເຂົາໃນເອຢິບຈະລົ້ມຕາຍດ້ວຍດາບ,ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.7ພວກເຂົາຈະໂດດດ່ຽວຢູ່ໃນແດນຮົກຮ້າງຫວ່າງເປົ່ານະຄອນຕ່າງໆຂອງພວກເຂົາຈະພິນາດຈິບຫາຍຢູ່ທ່າມກາງນະຄອນທີ່ຫັກພັງ.8ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ,ເມື່ອເຮົາຈູດໄຟເຜົາເອຢິບແລະ ຜູ້ທີ່ຊ່ວຍເຫລືອເອຢິບທຸກຄົນກໍຈະຖືກບຸກໂຈມຕີ.9“ ‘ໃນວັນນັ້ນ ຜູ້ສື່ສານທັງຫລາຍຈະລົງເຮືອໄປຈາກເຮົາ ເພື່ອເຮັດໃຫ້ກູເຊທີ່ຢູ່ຢ່າງບໍ່ລະມັດລະວັງນັ້ນຢ້ານກົວ. ຄວາມທຸກທໍລະມານຈະເກາະກິນໃຈຂອງພວກເຂົາໃນວັນພິນາດຂອງເອຢິບ, ເພາະວັນນັ້ນຈະມາເຖິງຢ່າງແນ່ນອນ.10“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ເຮົາຈະນຳກອງກຳລັງທັງຫລາຍຂອງເອຢິບມາເຖິງຈຸດຈົບໂດຍມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ.11ລາວ ແລະ ກອງທັບຂອງລາວທີ່ເປັນຜູ້ທີ່ໂຫຍຫ້ຽມທີ່ສຸດໃນທ່າມກາງປະຊາຊາດທັງຫລາຍຈະຖືກນຳເຂົ້າມາເພື່ອທຳລາຍດິນແດນແຫ່ງນີ້.ພວກເຂົາຈະຊັກດາບຂອງພວກເຂົາອອກຕໍ່ສູ້ເອຢິບແລະ ເຮັດໃຫ້ຄົນຕາຍຈົນເຕັມແຜ່ນດິນ.12ເຮົາຈະເຮັດໃຫ້ແມ່ນ້ຳນິນແຫ້ງແລະ ຂາຍດິນແດນເອຢິບໃຫ້ແກ່ປະຊາຊາດທີ່ຊົ່ວຮ້າຍ;ເຮົາຈະເຮັດໃຫ້ດິນແດນນັ້ນ ແລະ ທຸກສິ່ງທີ່ຢູ່ໃນນັ້ນຖືກຖິ້ມຮ້າງໂດຍມືຂອງຊາວຕ່າງຊາດ.ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້.13“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ເຮົາຈະທຳລາຍບັນດາຮູບເຄົາລົບທັງຫລາຍແລະ ເຮັດໃຫ້ຮູບເຄົາລົບທັງຫລາຍໃນມຳຟິດເຖິງຈຸດຈົບ.ຈະບໍ່ມີເຈົ້ານາຍໃນເອຢິບອີກຕໍ່ໄປແລະ ເຮົາຈະແຜ່ຄວາມຢ້ານໄປທົ່ວດິນແດນນັ້ນ.14ເຮົາຈະເຮັດໃຫ້ເອຢິບຕອນເທິງຖືກຖິ້ມຮ້າງ,ຈະຈູດໄຟເຜົາໂຊອານແລະ ລົງໂທດເທເບັດ.15ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເທິງເປລູຊີອຳ,ເຊິ່ງເປັນທີ່ໝັ້ນຂອງເອຢິບແລະ ກວາດລ້າງກອງກຳລັງທັງຫລາຍຂອງເທເບັດ.16ເຮົາຈະຈູດໄຟເຜົາເອຢິບ;ເປລູຊີອຳຈະທຸລົນທຸລາຍດ້ວຍຄວາມທຸກທໍລະມານ.ເທເບັດຈະຖືກພະຍຸຊັດກະໜ່ຳ;ມຳຟິດຈະຕ້ອງທຸກທໍລະມານຢູ່ຕະຫລອດເວລາ.17ຄົນໜຸ່ມຂອງເມືອງເຮລິໂອໂປລິ ແລະ ບູບາຊະຕິຈະລົ້ມຕາຍດ້ວຍດາບແລະ ນະຄອນທັງຫລາຍຈະຕົກເປັນຊະເລີຍ.18ຢູ່ທີ່ຕາປັນເຮັດ ກາງເວັນຈະມືດຄຶ້ມເມື່ອເຮົາທຳລາຍແອກຂອງເອຢິບ;ຢູ່ທີ່ນັ້ນກຳລັງອັນພາກພູມໃຈຂອງມັນກໍຈະເຖິງຈຸດຈົບ.ຈະມີເມກປົກຄຸມທົ່ວເມືອງນັ້ນແລະ ໝູ່ບ້ານຕ່າງໆຂອງເມືອງນັ້ນຈະຕົກເປັນຊະເລີຍ.19ເຮົາຈະລົງໂທດເອຢິບເຊັ່ນນີ້ແຫລະ,ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.ແຂນຂອງຟາໂຣຫັກ
20ໃນວັນທີເຈັດເດືອນທີໜຶ່ງປີທີສິບເອັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:21“ບຸດມະນຸດ, ເຮົາໄດ້ຫັກແຂນຂອງຟາໂຣກະສັດແຫ່ງເອຢິບ. ມັນບໍ່ມີການພັນຜ້າຮັກສາ ຫລື ເຂົ້າເຝືອກເພື່ອໃຫ້ມັນກັບມາແຂງແຮງພໍທີ່ຈະຈັບດາບໄດ້ອີກ.22ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບຟາໂຣກະສັດແຫ່ງເອຢິບ. ເຮົາຈະຫັກແຂນຂອງລາວທັງສອງຂ້າງ, ທັງຂ້າງທີ່ຍັງດີ ແລະ ຂ້າງທີ່ຫັກ ແລະ ເຮົາຈະເຮັດໃຫ້ດາບຫລົ່ນຈາກມືຂອງລາວ.23ເຮົາຈະເຮັດໃຫ້ຊາວເອຢິບກະຈາຍອອກໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ.24ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນເຂັ້ມແຂງ ແລະ ເອົາດາບຂອງເຮົາໃສ່ມືຂອງລາວ, ແຕ່ເຮົາຈະຫັກແຂນຂອງກະສັດຟາໂຣ ແລະ ລາວຈະຮ້ອງຄວນຄາງຢູ່ຕໍ່ໜ້າກະສັດບາບີໂລນເໝືອນຄົນບາດເຈັບໃກ້ຈະຕາຍ.25ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນເຂັ້ມແຂງ, ສ່ວນແຂນຂອງກະສັດຟາໂຣຈະອ່ອນແຮງລົງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາເອົາດາບໃສ່ມືຂອງກະສັດບາບີໂລນ ແລ້ວລາວກໍແກວ່ງດາບຟັນເອຢິບ.26ເຮົາຈະເຮັດໃຫ້ຊາວເອຢິບກະຈາຍອອກໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.Biblica, Inc.