ເອເຊກຽນ29
ຄຳທຳນວາຍກ່າວໂທດເອຢິບ
ການພິພາກສາເທິງຟາໂຣ
1ໃນວັນທີສິບສອງເດືອນທີສິບປີທີສິບ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງຫັນໜ້າຂອງເຈົ້າໄປທາງຟາໂຣກະສັດແຫ່ງເອຢິບ ແລະ ທຳນວາຍກ່າວໂທດລາວ ແລະ ເອຢິບທັງໝົດ.3ຈົ່ງກ່າວກັບລາວ ແລະ ເວົ້າວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ຟາໂຣກະສັດແຫ່ງເອຢິບ ເຮົາເປັນສັດຕູກັບເຈົ້າ,ເຈົ້າເປັນສັດຮ້າຍຜູ້ຍິ່ງໃຫຍ່ທີ່ດັກຊຸ້ມຢູ່ໃນສາຍນ້ຳຂອງເຈົ້າ.ເຈົ້າກ່າວວ່າ, “ແມ່ນ້ຳນິນເປັນຂອງຂ້ອຍ;ຂ້ອຍສ້າງມັນຂຶ້ນມາເພື່ອໂຕຂ້ອຍເອງ”.4ແຕ່ເຮົາຈະເອົາເບັດກ່ຽວຄາງກະໄຕຂອງເຈົ້າແລະ ເຮັດໃຫ້ປາໃນສາຍນ້ຳຂອງເຈົ້າຕິດກັບເກັດຂອງເຈົ້າ.ເຮົາຈະດຶງເຈົ້າຂຶ້ນມາຈາກທ່າມກາງສາຍນ້ຳທັງຫລາຍຂອງເຈົ້າ,ພ້ອມກັບປາທັງໝົດທີ່ຕິດຢູ່ກັບເກັດຂອງເຈົ້າ.5ເຮົາຈະຖິ້ມເຈົ້າໄວ້ໃນຖິ່ນແຫ້ງແລ້ງກັນດານ,ເຈົ້າ ແລະ ປາທັງໝົດຈາກສາຍນ້ຳຂອງເຈົ້າ.ເຈົ້າຈະຕົກຢູ່ກາງທົ່ງແລະ ບໍ່ມີຜູ້ໃດຫອບ ຫລື ເກັບເຈົ້າຂຶ້ນມາ.ເຮົາຈະມອບເຈົ້າໃຫ້ເປັນອາຫານຂອງສັດບົກ ແລະ ນົກໃນທ້ອງຟ້າ.6ແລ້ວທຸກຄົນທີ່ຢູ່ໃນເອຢິບກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.“ ‘ເຈົ້າເປັນໄມ້ອໍ້ສຳລັບປະຊາຊົນອິດສະຣາເອນ.7ເມື່ອພວກເຂົາຈັບເຈົ້າໄວ້ໃນມືຂອງຕົນ, ເຈົ້າໄດ້ແຕກຫັກ ແລະ ເຈົ້າໄດ້ບາດບ່າໄຫລ່ຂອງພວກເຂົາ ເມື່ອເວລາທີ່ພວກເຂົາເອື່ອຍໃສ່ເຈົ້າ, ເຈົ້າກໍຫັກ ແລະ ເຮັດໃຫ້ຫລັງຂອງພວກເຂົາເຄັດ. 8“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະນຳດາບມາໂຈມຕີເຈົ້າ ແລະ ຂ້າທັງຄົນ ແລະ ສັດຂອງເຈົ້າ.9ເອຢິບຈະກາຍເປັນບ່ອນຮົກຮ້າງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ເນື່ອງຈາກເຈົ້າກ່າວວ່າ, “ແມ່ນ້ຳນິນເປັນຂອງຂ້ອຍ; ຂ້ອຍສ້າງມັນຂຶ້ນມາ”,10ເຫດສະນັ້ນ ເຮົາຈຶ່ງເປັນສັດຕູກັບເຈົ້າ ແລະ ກັບສາຍນ້ຳທັງຫລາຍຂອງເຈົ້າ ແລະ ເຮົາຈະເຮັດໃຫ້ດິນແດນເອຢິບກາຍເປັນຊາກຫັກພັງ ແລະ ຖືກຖິ້ມໃຫ້ຮົກຮ້າງຫວ່າງເປົ່າຕັ້ງແຕ່ມິກໂດນໄປຈົນເຖິງອັດວານ ໄປໄກຈົນຮອດຊາຍແດນຂອງກູເຊ. 11ຈະບໍ່ມີແມ່ນແຕ່ຮອຍຕີນຂອງຄົນ ແລະ ຂອງສັດຢຽບຜ່ານ; ຈະບໍ່ມີຜູ້ໃດອາໄສທີ່ນັ້ນຕະຫລອດສີ່ສິບປີ.12ເຮົາຈະເຮັດໃຫ້ເອຢິບຮົກຮ້າງເປົ່າທ່າມກາງດິນແດນຕ່າງໆທີ່ຖືກທຳລາຍ ແລະ ເມືອງຕ່າງໆຂອງເອຢິບຈະຖືກຖິ້ມໃຫ້ຮົກຮ້າງຢູ່ທ່າມກາງນະຄອນທີ່ເປັນຊາກຫັກພັງຕະຫລອດສີ່ສິບປີ ແລະ ເຮົາຈະກະຈາຍຊາວເອຢິບໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ.13“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເມື່ອຄົບສີ່ສິບປີ ເຮົາຈະຮວບຮວມຊາວເອຢິບກັບມາຈາກຊົນຊາດທັງຫລາຍ ທີ່ພວກເຂົາຖືກເຮັດໃຫ້ກະຈັດກະຈາຍໄປນັ້ນ.14ເຮົາຈະນຳພວກເຂົາກັບມາຈາກການເປັນຊະເລີຍ ແລະ ເອົາພວກເຂົາກັບມາສູ່ດິນແດນເອຢິບຕອນເໜືອ ເຊິ່ງເປັນດິນແດນຂອງບັນພະບຸລຸດຂອງພວກເຂົາ. ພວກເຂົາຈະເປັນອານາຈັກທີ່ຕ່ຳຕ້ອຍຢູ່ບ່ອນນັ້ນ.15ຈະເປັນອານາຈັກທີ່ຕ່ຳຕ້ອຍທີ່ສຸດ ແລະ ຈະບໍ່ມີວັນຍົກໂຕຂຶ້ນເໜືອຊົນຊາດທັງຫລາຍໄດ້ອີກເລີຍ. ເຮົາຈະເຮັດໃຫ້ເອຢິບອ່ອນແອຈົນບໍ່ໄດ້ຂຶ້ນປົກຄອງຊົນຊາດຕ່າງໆອີກເລີຍ.16ເອຢິບຈະບໍ່ໄດ້ເປັນແຫລ່ງເພິ່ງພາອາໄສໃຫ້ຊົນຊາດອິດສະຣາເອນອີກຕໍ່ໄປ ແຕ່ຈະເປັນເຄື່ອງເຕືອນໃຈພວກເຂົາໃຫ້ສຳນຶກເຖິງຄວາມບາບທີ່ໄດ້ຫັນໄປເພິ່ງພາເອຢິບ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ’ ”.
ລາງວັນຂອງເນບູກາດເນັດຊາ
17ໃນວັນທີໜຶ່ງເດືອນທີໜຶ່ງປີທີຊາວເຈັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:18“ບຸດມະນຸດ, ກະສັດເນບູກາດເນັດຊາແຫ່ງບາບີໂລນຍົກທັບມາສູ້ຮົບກັບຕີເຣຢ່າງໜັກ; ທຸກຫົວຖືກຮຸກຖູຈົນລ້ານ ແລະ ທຸກບ່າໄຫລ່ກໍລອກ. ເຖິງປານນັ້ນລາວກັບກອງທັບຂອງລາວກໍບໍ່ໄດ້ສິ່ງໃດຈາກການສູ້ຮົບກັບຕີເຣ.19ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະມອບເອຢິບໃຫ້ແກ່ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ລາວຈະປຸ້ນຊັບສົມບັດໄປ. ລາວຈະປຸ້ນເອົາເຄື່ອງຂອງໃນແດນນັ້ນໄປເປັນຄ່າຈ້າງໃຫ້ກອງທັບຂອງລາວ.20ເຮົາມອບເອຢິບໃຫ້ເປັນລາງວັນຈາກການບາກບັ່ນລົງແຮງຂອງລາວ ເພາະວ່າລາວ ແລະ ກອງທັບຂອງລາວໄດ້ເຮັດການນີ້ເພື່ອເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.21“ໃນວັນນັ້ນ ເຮົາຈະເຮັດໃຫ້ມີເຂົາສັດເຂົາໜຶ່ງ ງອກຂຶ້ນມາເພື່ອຊາວອິດສະຣາເອນ ແລະ ເຮົາຈະເປີດປາກຂອງເຈົ້າທ່າມກາງພວກເຂົາ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.Biblica, Inc.