ເອເຊກຽນ28
ຄຳທຳນວາຍກ່າວໂທດກະສັດຕີເຣ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງກ່າວແກ່ຜູ້ທີ່ປົກຄອງເມືອງຕີເຣວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ດ້ວຍຄວາມຍິ່ງຈອງຫອງໃນຈິດໃຈຂອງເຈົ້າເຈົ້າກ່າວວ່າ, “ຂ້ອຍຄືພະ,ຂ້ອຍນັ່ງຢູ່ເທິງບັນລັງຂອງພະທີ່ໃຈກາງທະເລ”.ແຕ່ເຈົ້າເປັນພຽງມະນຸດ ແລະ ບໍ່ແມ່ນພະ,ເຖິງແມ່ນວ່າເຈົ້າຈະຄິດວ່າຕົນເອງສະຫລາດເໝືອນກັບພະກໍຕາມ.3ເຈົ້າສະຫລາດກວ່າດານີເອນ ບໍ?ບໍ່ມີຄວາມລັບໃດທີ່ເຊື່ອງໄວ້ຈາກເຈົ້າໄດ້ບໍ?4ໂດຍສະຕິປັນຍາ ແລະ ຄວາມເຂົ້າໃຈຂອງເຈົ້າເຈົ້າຫາຊັບສົມບັດມາໃຫ້ຕົນເອງແລະ ໄດ້ສະສົມຄຳ ແລະ ເງິນໄວ້ໃນຄັງຂອງເຈົ້າ.5ໂດຍຄວາມຊຳນານໃນການຄ້າຂາຍເຈົ້າເຮັດໃຫ້ຊັບສົມບັດຂອງເຈົ້າເພີ່ມທະວີຂຶ້ນ,ແລະ ເນື່ອງຈາກຄວາມຮັ່ງມີຂອງເຈົ້າຈິດໃຈຂອງເຈົ້າກໍຍິ່ງຈອງຫອງຫລາຍຂຶ້ນ.6“ ‘ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ:“ ‘ເນື່ອງຈາກເຈົ້າຄິດວ່າຕົນເອງສະຫລາດ,ມີສະຕິປັນຍາເໝືອນກັບພະ,7ເຮົາກຳລັງຈະນຳຄົນຕ່າງຊາດທັງຫລາຍມາສູ້ຮົບກັບເຈົ້າ,ເປັນປະຊາຊາດທີ່ໂຫດຫ້ຽມທີ່ສຸດ;ພວກເຂົາຈະຊັກດາບທຳລາຍຄວາມງາມ ແລະ ສະຕິປັນຍາຂອງເຈົ້າແລະ ແທງທະລຸຄວາມງົດງາມອັນຮຸ່ງເຮືອງຂອງເຈົ້າ.8ຄົນເຫລົ່ານັ້ນຈະຍູ້ເຈົ້າລົງສູ່ເຫວເລິກແລະ ເຈົ້າຈະຖືກຂ້າຢ່າງໂຫດຫ້ຽມທີ່ໃຈກາງທະເລ.9ແລ້ວເຈົ້າກໍຈະເວົ້າວ່າ “ຂ້ອຍຄືພະ”ຕໍ່ໜ້າບັນດາຜູ້ທີ່ຂ້າເຈົ້າອີກບໍ?ເຈົ້າຈະເປັນພຽງມະນຸດ ບໍ່ແມ່ນພະ,ໃນມືຂອງຜູ້ທີ່ຂ້າເຈົ້າ.10ເຈົ້າຈະຕາຍຢ່າງຄົນທີ່ບໍ່ໄດ້ຮັບພິທີຕັດໂດຍມືຂອງຊາວຕ່າງຊາດ.ເຮົາໄດ້ເວົ້າໄວ້, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.11ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:12“ບຸດມະນຸດ, ຈົ່ງຄ່ຳຄວນກ່ຽວກັບກະສັດຕີເຣ ແລະ ກ່າວແກ່ລາວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ເຈົ້າເປັນແບບຢ່າງຂອງຄວາມສົມບູນ,ເຕັມດ້ວຍສະຕິປັນຍາ ແລະ ຄວາມງາມທີ່ສົມບູນແບບ.13ເຈົ້າຢູ່ໃນເອເດນ,ໃນສວນຂອງພຣະເຈົ້າ;ມີອັນຍະມະນີອັນລ້ຳຄ່າທຸກເມັດປະດັບເຈົ້າໄວ້ຄື:ທັບທິມ, ພອຍ ແລະ ມໍລະກົດບຸດສະລາຄຳ, ໂກເມນ ແລະ ໂມຣາແກ້ວໄພທູນ, ພອຍເທີຄອຍ ແລະ ເບລິນ. ທັງຕົວເຮືອນ ແລະ ໜາມເກາະ ແມ່ນເຮັດດ້ວຍຄຳ;ສິ່ງເຫລົ່ານີ້ຖືກຈັດຕຽມໄວ້ໃນວັນທີ່ສ້າງເຈົ້າຂຶ້ນມາ.14ເຈົ້າໄດ້ຮັບການເຈີມໃຫ້ເປັນເຄຣຸບຜູ້ພິທັກຮັກສາເພາະເຮົາໄດ້ກຳນົດເຈົ້າໄວ້ຢ່າງນັ້ນ.ເຈົ້າຢູ່ເທິງພູເຂົາສັກສິດຂອງພຣະເຈົ້າແລະ ດຳເນີນຢູ່ທ່າມກາງອັນຍະມະນີອັນສ່ອງປະກາຍດັ່ງໄຟ.15ຕັ້ງແຕ່ວັນທີ່ເຈົ້າຖືກສ້າງຂຶ້ນຄວາມປະພຶດຂອງເຈົ້າກໍປາດສະຈາກບ່ອນຕຳໜິຈົນກວ່າພົບຄວາມຊົ່ວຮ້າຍໃນເຈົ້າ.16ໂດຍການຄ້າຂາຍທີ່ກວ້າງຂວາງຂອງເຈົ້າເຮັດໃຫ້ເຈົ້າເຕັມໄປດ້ວຍຄວາມຮຸນແຮງແລະ ເຈົ້າໄດ້ເຮັດບາບ.ດັ່ງນັ້ນ ເຮົາຈຶ່ງຂັບໄລ່ເຈົ້າໄປຈາກພູເຂົາຂອງພຣະເຈົ້າດ້ວຍຄວາມອັບອາຍ,ແລະ ເຄຣຸບຜູ້ພິທັກຮັກສາ, ເຮົາຈຶ່ງໄລ່ເຈົ້າໄປຈາກທ່າມກາງອັນຍະມະນີອັນສ່ອງປະກາຍດັ່ງໄຟ.17ຈິດໃຈຂອງເຈົ້າຍິ່ງຈອງຫອງຫລາຍເພາະຄວາມງາມຂອງເຈົ້າແລະ ເຈົ້າໄດ້ເຮັດໃຫ້ສະຕິປັນຍາຂອງຕົນຊົ່ວຊ້າໄປເພາະຄວາມຮຸ່ງເຮືອງຂອງຕົນ.ດັ່ງນັ້ນ ເຮົາຈຶ່ງໄດ້ໂຍນເຈົ້າລົງເທິງແຜ່ນດິນໂລກເຮົາໄດ້ສະແດງໃຫ້ເຈົ້າເຫັນຕໍ່ໜ້າກະສັດທັງຫລາຍ.18ເຈົ້າໄດ້ເຮັດໃຫ້ບ່ອນນະມັດສະການທັງຫລາຍຂອງເຈົ້າເປັນມົນທິນເພາະຄວາມບາບ ແລະ ການຄ້າອັນບໍ່ສັດຊື່ທັງຫລາຍຂອງເຈົ້າ.ດັ່ງນັ້ນ ເຮົາຈຶ່ງເຮັດໄຟອອກມາຈາກເຈົ້າແລະ ມັນໄດ້ເຜົາໄໝ້ເຈົ້າແລະ ເຮົາໄດ້ເຮັດໃຫ້ເຈົ້າເຫລືອແຕ່ຂີ້ເຖົ່າກອງຢູ່ເທິງພື້ນຕໍ່ໜ້າທຸກຄົນທີ່ພົບເຫັນ.19ທຸກຊົນຊາດທີ່ຮູ້ຈັກເຈົ້າກໍຕົກໃຈເພາະເຈົ້າ;ເຈົ້າມາເຖິງຈຸດຈົບອັນໜ້າຢ້ານແລະ ບໍ່ມີເຈົ້າອີກຕໍ່ໄປ’ ”.ຄຳທຳນວາຍກ່າວໂທດຊີໂດນ
20ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:21“ບຸດມະນຸດ, ຈົ່ງປະນາມຊີໂດນ; ກ່າວທຳນວາຍແກ່ເມືອງນັ້ນ22ແລະ ກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ ‘ຊີໂດນ ເຮົາເປັນສັດຕູກັບເຈົ້າແລະ ເຮົາຈະສະແດງສະຫງ່າລາສີຂອງເຮົາໃນທ່າມກາງພວກເຈົ້າ.ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ,ເມື່ອເຮົາລົງໂທດເຈົ້າແລະ ສະແດງຄວາມບໍລິສຸດສັກສິດຂອງເຮົາແກ່ເຈົ້າ.23ເຮົາຈະສົ່ງໄພພິບັດມາເໜືອເຈົ້າແລະ ເຮັດໃຫ້ເລືອດໄຫລນອງຕາມຖະໜົນຫົນທາງ.ຜູ້ທີ່ຖືກຂ້າຈະລົ້ມຕາຍໃນເຈົ້າດ້ວຍດາບທີ່ຟາດຟັນຢູ່ອ້ອມເຈົ້າທຸກດ້ານ.ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.24“ ‘ປະຊາຊົນອິດສະຣາເອນຈະບໍ່ຕ້ອງພົບກັບເພື່ອນບ້ານທີ່ຊົ່ວຮ້າຍ ເຊິ່ງເປັນໜາມຈິ້ມແທງໃຫ້ເຈັບປວດອີກຕໍ່ໄປ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ.25“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເມື່ອເຮົາຮວບຮວມຊົນຊາດອິດສະຣາເອນອອກມາຈາກຊົນຊາດທັງຫລາຍ ບ່ອນທີ່ພວກເຂົາຖືກເຮັດໃຫ້ກະຈັດກະຈາຍໄປນັ້ນ ເຮົາຈະສະແດງຄວາມບໍລິສຸດສັກສິດຂອງເຮົາຜ່ານພວກເຂົາຕໍ່ໜ້າຊົນຊາດທັງຫລາຍ. ຫລັງຈາກນັ້ນ ພວກເຂົາກໍຈະອາໄສຢູ່ໃນດິນແດນຂອງຕົນ ເຊິ່ງເຮົາມອບໃຫ້ຢາໂຄບຜູ້ຮັບໃຊ້ຂອງເຮົາ.26ພວກເຂົາຈະອາໄສຢູ່ທີ່ນັ້ນຢ່າງປອດໄພ ແລະ ຈະສ້າງເຮືອນກັບເຮັດສວນອະງຸ່ນ; ພວກເຂົາຈະອາໄສຢູ່ຢ່າງສະຫງົບສຸກ ເມື່ອເຮົາລົງໂທດບັນດາປະເທດເພື່ອນບ້ານຜູ້ທີ່ໃສ່ຮ້າຍພວກເຂົາ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ’ ”.Biblica, Inc.