ເອເຊກຽນ27

ບົດ​ຄ່ຳຄວນ​ຕໍ່​ຕີເຣ

1ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ:2“ບຸດ​ມະນຸດ, ຈົ່ງ​ຄ່ຳຄວນ​ກ່ຽວກັບ​ເມືອງ​ຕີເຣ3ຈົ່ງ​ກ່າວ​ແກ່​ຕີເຣ ເຊິ່ງ​ຕັ້ງ​ຢູ່​ທີ່​ທາງ​ອອກ​ສູ່​ທະເລ, ພໍຄ້າ​ຂອງ​ຄົນ​ທັງຫລາຍ​ທີ່​ຢູ່​ຕາມ​ແຜ່ນດິນ​ແຄມ​ຝັ່ງ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:“ ‘ຕີເຣ, ເຈົ້າ​ກ່າວ​ວ່າ,“ເຮົາ​ສົມບູນ​ແບບ​ໃນ​ດ້ານ​ຄວາມ​ງາມ”.4ເຈົ້າ​ໄດ້​ຂະຫຍາຍ​ອານາຈັກ​ອອກ​ໄປ​ໃນ​ທ້ອງ​ທະເລບັນດາ​ຜູ້​ສ້າງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ງາມ​ຢ່າງ​ສົມບູນ​ແບບ.5ພວກເຂົາ​ໄດ້​ເຮັດ​ໄມ້ແປ້ນ​ທັງໝົດ​ຂອງ​ເຈົ້າຈາກ​ຕົ້ນແປກ​ແຫ່ງ​ເສນີ  ;ພວກເຂົາ​ໄດ້​ນຳ​ໄມ້​ແປກ​ມາ​ຈາກ​ເລບານອນເພື່ອ​ເຮັດ​ເປັນ​ເສົາ​ຄ້ຳ​ໃຫ້​ເຈົ້າ.6ພວກເຂົາ​ເຮັດ​ໄມ້ພາຍ​ຂອງ​ເຈົ້າດ້ວຍ​ໄມ້​ຈາກ​ຕົ້ນໂອກ​ແຫ່ງ​ບາຊານ;ເຮັດ​ດາດ​ຟ້າ​ເຮືອ​ຂອງ​ເຈົ້າດ້ວຍ​ໄມ້​ແປກ​ໄຊປຣັດ​ຈາກ​ແຄມ​ຝັ່ງ​ທະເລ​ໄຊປຣັດ ແລ້ວ​ຝັງ​ດ້ວຍ​ງາຊ້າງ.7ໃບ​ເຮືອ​ຂອງ​ເຈົ້າ​ເຮັດ​ດ້ວຍ​ຜ້າ​ຝ້າຍ​ລິນິນ​ເນື້ອ​ລະອຽດ​ທີ່​ປັກແສ່ວ​ແລ້ວ​ຈາກ​ເອຢິບ.ແລະ ໃຊ້​ເປັນ​ທຸງ​ຂອງ​ເຈົ້າ​ດ້ວຍ;ກັນ​ສາດ​ຂອງ​ເຈົ້າ​ເປັນ​ຜ້າ​ສີຟ້າ ແລະ ສີມ່ວງຈາກ​ແຄມ​ຝັ່ງ​ແຫ່ງ​ເອລີຊາ.8ຊາວ​ຊີໂດນ ແລະ ຊາວ​ອັກວັດ​ເປັນ​ນັກ​ພາຍເຮືອ​ໃຫ້​ເຈົ້າ;ຕີເຣ; ຜູ້​ຊຳນານ​ການ​ແລ່ນ​ເຮືອ​ມາ​ເປັນ​ລູກ​ເຮືອ​ໃຫ້​ເຈົ້າ.9ຊ່າງ​ຜູ້​ຊຳນານ​ຈາກ​ເມືອງ​ບິບໂລ  ​ກໍ​ຢູ່​ປະຈຳ​ເຮືອມາ​ເປັນ​ຊ່າງ​ປະຈຳ​ຄອຍຖ້າ​ເບິ່ງແຍງ​ຮັກສາ​ເຮືອ​ຂອງ​ເຈົ້າ.ເຮືອ​ເດີນ​ທະເລ​ທັງໝົດ​ພ້ອມ​ດ້ວຍ​ລູກ​ເຮືອມາ​ຄ້າຂາຍ​ແລກປ່ຽນ​ສິນຄ້າ​ກັບ​ເຈົ້າ.
10“ ‘ຊາວ​ເປີເຊຍ, ຊາວ​ລິເດຍ ແລະ ຊາວ​ພູດຮັບໃຊ້​ຖານະ​ທະຫານ​ໃນ​ກອງທັບ​ຂອງ​ເຈົ້າ.ພວກເຂົາ​ຫ້ອຍ​ໂລ່ ແລະ ໝວກເກາະ​ເທິງ​ກຳແພງ​ຂອງ​ເຈົ້າ,ເຮັດ​ໃຫ້​ເຈົ້າ​ງາມ​ສະຫງ່າ.11ຊາວ​ອັກວັດ ແລະ ຊາວ​ເຮເລກປະຈຳ​ການ​ຢູ່​ທີ່​ກຳແພງ​ຂອງ​ເຈົ້າ​ທຸກ​ດ້ານ;ຊາວ​ກຳມາດປະຈຳ​ຢູ່​ໃນ​ຫໍຄອຍ​ຂອງ​ເຈົ້າ.ພວກເຂົາ​ຫ້ອຍ​ໂລ່​ໄວ້​ອ້ອມ​ກຳແພງ​ຂອງ​ເຈົ້າ;ເຮັດ​ໃຫ້​ເຈົ້າ​ງາມ​ຢ່າ​ສົມບູນ​ແບບ.
12“ ‘ຊາວ​ຕາກຊິດ​ໄດ້​ເຮັດ​ທຸລະກິດ​ຮ່ວມ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ຊັບສົມບັດ​ຈຳນວນ​ຫລວງຫລາຍ; ພວກເຂົາ​ໄດ້​ນຳ​ເອົາ​ເງິນ, ເຫລັກ, ກົ່ວ ແລະ ຊືນ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
13“ ‘ຊາວ​ກຣີກ, ຊາວ​ຕູບານ ແລະ ຊາວ​ເມເຊັກ​ກໍ​ໄດ້​ເຮັດ​ທຸລະກິດ​ກັບ​ເຈົ້າ; ພວກເຂົາ​ໄດ້​ເອົາ​ຂ້າທາດ ແລະ ເຄື່ອງໃຊ້​ທອງສຳລິດ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
14“ ‘ຊາວ​ເບດ​ໂຕກາມາ​ໄດ້​ເອົາ​ລົດ​ມ້າຮົບ ແລະ ມ້າລໍ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
15“ ‘ຊາວ​ໂຣເດັດ ​ໄດ້​ຄ້າຂາຍ​ກັບ​ເຈົ້າ ແລະ ດິນແດນ​ແຄມ​ຝັ່ງ​ທະເລ​ທັງຫລາຍ​ກໍ​ເປັນ​ລູກຄ້າ​ຂອງ​ເຈົ້າ; ພວກເຂົາ​ນຳ​ງາຊ້າງ ແລະ ໄມ້​ເກືອ​ມາ​ເປັນ​ຄ່າ​ສິນຄ້າ.
16“ ‘ຊາວ​ອາຣາມ ​ໄດ້​ເຮັດ​ທຸລະກິດ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ສິນຄ້າ​ຫລາຍ​ຊະນິດ; ພວກເຂົາ​ໄດ້​ນຳ​ເອົາ​ພອຍເທີຄອຍ, ຜ້າ​ສີມ່ວງ, ຜ້າ​ປັກແຊ່ວ, ຜ້າຝ້າຍ​ລິນິນ​ເນື້ອ​ລະອຽດ​ດີ, ຫີນ​ປະກາລັງ ແລະ ທັບທິມ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
17“ ‘ຊາວ​ຢູດາ ແລະ ຊາວ​ອິດສະຣາເອນ​ໄດ້​ຄ້າຂາຍ​ກັບ​ເຈົ້າ; ພວກ​ເຂົາ​ໄດ້​ນຳ​ເອົາ​ເຂົ້າບາເລ​ມາ​ຈາກ​ເມືອງ​ມິນນິດ ແລະ ເຂົ້າໜົມ, ນ້ຳເຜິ້ງ, ນ້ຳມັນ​ໝາກກອກ ແລະ ຂີ້ເຜິ້ງ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
18“ ‘ຊາວ​ດາມັສກັດ​ໄດ້​ນຳ​ເອົາ​ເຫລົ້າອະງຸ່ນ​ມາ​ຈາກ​ເມືອງ​ເຮນໂບນ ແລະ ຂົນ​ແກະ​ມາ​ຈາກ​ເມືອງ​ຊາຮາຣະ​ມາ​ຄ້າຂາຍ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ຜົນ​ຜະລິດ ແລະ ສິນຄ້າ​ຫລາຍ​ຊະນິດ.19ແລະ ຖັງ​ເຫລົ້າອະງຸ່ນ​ມາ​ຈາກ​ອີໂຊ​ເພື່ອ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ​ຄື: ເຫລັກ​ທີ່​ຫລໍ່​ແລ້ວ, ກາລະບູນ ແລະ ເຄື່ອງເທດ​ທັງຫລາຍ.
20“ ‘ຊາວ​ເດດານ​ໄດ້​ຄ້າຂາຍ​ຜ້າ​ຮອງ​ອານ​ມ້າ​ກັບ​ເຈົ້າ.
21“ ‘ຊາວ​ອາຣະເບຍ ແລະ ເຈົ້ານາຍ​ທັງໝົດ​ແຫ່ງ​ເກດາ​ກໍ​ເປັນ​ລູກຄ້າ​ຂອງ​ເຈົ້າ; ພວກເຂົາ​ໄດ້​ນຳ​ເອົາ​ລູກແກະ, ແກະ​ຜູ້ ແລະ ແບ້​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
22“ ‘ພໍ່​ຄ້າ​ແຫ່ງ​ເຊບາ ແລະ ຣາອາມາ​ໄດ້​ຄ້າຂາຍ​ກັບ​ເຈົ້າ; ພວກເຂົາ​ໄດ້​ນຳ​ເອົາ​ເຄື່ອງເທດ​ຊັ້ນ​ດີ​ທຸກ​ຊະນິດ ແລະ ອັນຍະມະນີ​ກັບ​ຄຳ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.
23“ ‘ຊາວ​ຮາຣານ, ຊາວ​ການເນ, ຊາວ​ເອເດນ, ພໍ່ຄ້າ​ເຊບາ, ຊາວ​ອັດຊູຣະ ແລະ ຊາວ​ກິນມາດ​ກໍ​ໄດ້​ຄ້າຂາຍ​ກັບ​ເຈົ້າ.24ພວກເຂົາ​ໄດ້​ນຳ​ເອົາ​ເສື້ອຜ້າ​ອັນ​ສວຍງາມ, ຜ້າ​ສີຟ້າ, ຜ້າ​ປັກແຊ່ວ, ຜ້າພົມ​ທີ່​ມີ​ຫລາຍ​ສີ​ທີ່​ເຮັດ​ດ້ວຍ​ກຽວ​ເຊືອກ​ມັດ​ຢ່າງ​ແໜ້ນ​ໜາ​ມາ​ຄ້າຂາຍ​ໃນ​ຕະຫລາດ​ຂອງ​ເຈົ້າ.25“ ‘ບັນດາ​ເຮືອ​ແຫ່ງ​ຕາກຊິດເປັນ​ພາຫະນະ​ບັນທຸກ​ສິນຄ້າ​ຂອງ​ເຈົ້າ.ເຈົ້າ​ມີ​ສິນຄ້າ​ເກັບ​ໄວ້​ເຕັມ​ຄັງ​ຂອງ​ເຈົ້າທີ່​ໃຈ​ກາງ​ທະເລ.26ຄົນ​ພາຍ​ເຮືອ​ຂອງ​ເຈົ້າ​ໄດ້​ພາ​ເຈົ້າ​ອອກ​ໄປກາງ​ທະເລ​ໃຫຍ່.ແຕ່​ລົມ​ທີ່​ພັດ​ມາ​ແຕ່​ຕາເວັນ​ອອກ​ຈະ​ຊັດ​ເຈົ້າ​ໃຫ້​ແຕກຫັກ​ເປັນ​ຊິ້ນ​ສ່ວນທີ່​ໃຈ​ກາງ​ທະເລ.27ຊັບສົມບັດ, ສິນຄ້າ, ຜົນ​ຜະລິດ​ຂອງ​ເຈົ້າ,ນັກ​ແລ່ນເຮືອ, ລູກເຮືອ, ຊ່າງ​ປະຈຳ​ເຮືອ​ຂອງ​ເຈົ້າ,ພໍ່ຄ້າ ແລະ ທະຫານ​ທັງໝົດ​ຂອງ​ເຈົ້າ,ແລະ ທຸກຄົນ​ທີ່​ຢູ່​ໃນ​ເຮືອຈະ​ຈົມ​ດິ່ງ​ລົງ​ສູ່​ໃຈ​ກາງ​ທະເລໃນ​ວັນ​ທີ່​ເຮືອ​ຂອງ​ເຈົ້າ​ແຕກ.28ແຄມ​ຝັ່ງ​ທະເລ​ຈະ​ສັ່ນ​ສະເທືອນເມື່ອ​ລູກເຮືອ​ຂອງ​ເຈົ້າ​ສົ່ງ​ສຽງ​ຮ້ອງ​ອອກ​ມາ.29ຄົນ​ຖື​ໄມ້ພາຍ​ທັງໝົດຈະ​ສະຫລະ​ເຮືອ​ຂອງ​ຕົນ;ນັກ​ແລ່ນເຮືອ ແລະ ລູກເຮືອ​ທັງໝົດຈະ​ຢືນ​ຢູ່​ທີ່​ຕາຝັ່ງ.30ພວກເຂົາ​ຈະ​ສົ່ງ​ສຽງ​ຮ້ອງ​ຂອງ​ຕົນແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ​ອາໄລ​ຫາ​ເຈົ້າ;ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນ​ໃສ່​ເທິງ​ຫົວ​ຂອງ​ຕົນແລະ ກິ້ງເກືອກ​ໃນ​ກອງ​ຂີ້ເຖົ່າ.31ພວກເຂົາ​ຈະ​ແຖ​ຜົມ​ເພື່ອ​ໄວ້​ທຸກ​ໃຫ້​ເຈົ້າແລະ ສວມ​ເສື້ອຜ້າ​ກະສອບ.ພວກເຂົາ​ຈະ​ຮ້ອງໄຫ້​ຫາ​ເຈົ້າ​ດ້ວຍ​ຄວາມ​ທຸກທໍລະມານ​ໃນ​ວິນຍານແລະ ຄ່ຳຄວນ​ດ້ວຍ​ຄວາມ​ຂົມຂື່ນ.32ຂະນະ​ທີ່​ພວກເຂົາ​ຮ້ອງໄຫ້ ແລະ ຄ່ຳຄວນ​ຫາ​ເຈົ້າ​ຢູ່​ນັ້ນ,ພວກເຂົາ​ຈະ​ຄ່ຳຄວນ​ກ່ຽວກັບ​ເຈົ້າ​ວ່າ:“ມີ​ຜູ້ໃດ​ທີ່​ເຄີຍ​ຖືກ​ທຳລາຍ​ເໝືອນ​ຕີເຣທີ່​ມິດງຽບ​ຢູ່​ກົ້ນ​ທະເລ?”33ເມື່ອ​ເຈົ້າ​ນຳ​ເອົາ​ສິນຄ້າ​ອອກ​ສູ່​ທະເລເຈົ້າ​ໄດ້​ເຮັດ​ໃຫ້​ຫລາຍ​ຊົນຊາດ​ພໍໃຈ;ເຈົ້າ​ໄດ້​ເຮັດ​ໃຫ້​ບັນດາ​ກະສັດ​ຂອງ​ໂລກ​ຮັ່ງມີດ້ວຍ​ຊັບສິນ​ອັນ​ມັ່ງຄັ່ງ ແລະ ສິນຄ້າ​ທັງຫລາຍ​ຂອງ​ເຈົ້າ.34ບັດນີ້ ເຈົ້າ​ເໝືອນ​ເຮືອ​ທີ່​ແຕກຢູ່​ໃນ​ທະເລ​ເລິກສິນຄ້າ ແລະ ລູກ​ເຮືອ​ທັງໝົດ​ຂອງ​ເຈົ້າຈົມ​ລົງ​ໄປ​ພ້ອມ​ກັບ​ເຈົ້າ.35ທຸກຄົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ຝັ່ງ​ທະເລຕ່າງ​ກໍ​ຕົກໃຈ​ເພາະ​ເຈົ້າ;ກະສັດ​ທັງຫລາຍ​ຂອງ​ພວກເຂົາ​ສັ່ນ​ສະທ້ານ​ດ້ວຍ​ຄວາມ​ຢ້ານແລະ ໃບ​ໜ້າ​ຂອງ​ພວກເຂົາ​ກໍ​ບິດ​ບ້ຽວ​ດ້ວຍ​ຄວາມ​ຢ້ານກົວ.36ພໍ່ຄ້າ​ຂອງ​ຊົນຊາດ​ຕ່າງໆ​ໄດ້​ເຢາະເຢີ້ຍ​ເຈົ້າ;ເຈົ້າ​ມາ​ເຖິງ​ຈຸດ​ຈົບ​ອັນ​ໜ້າ​ຢ້ານກົວແລະ ບໍ່​ມີ​ເຈົ້າ​ອີກ​ຕໍ່ໄປ’ ”.

Biblica, Inc.

https://app.library.bible/content/eab9312f9f16b3a2