ເອເຊກຽນ23
ສອງເອື້ອຍນ້ອງຜູ້ລ່ວງປະເວນີ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ມີຍິງສອງຄົນ ເຊິ່ງເປັນລູກສາວຂອງແມ່ຄົນດຽວກັນ.3ພວກເຂົາກາຍເປັນໂສເພນີຢູ່ໃນເອຢິບ, ພວກເຂົາຄ້າປະເວນີຕັ້ງແຕ່ຍັງເປັນສາວ. ນົມຂອງພວກເຂົາຖືກບີບຄັ້ນ ແລະ ນົມພົມມະຈາລີຂອງພວກເຂົາຖືກກອດຮັດໃນດິນແດນນັ້ນ.4ຜູ້ເປັນເອື້ອຍມີຊື່ວ່າໂອໂຮລາ ແລະ ນ້ອງສາວຂອງລາວແມ່ນໂອໂຮລີບາ. ພວກເຂົາເປັນກຳມະສິດຂອງເຮົາ ແລະ ໃຫ້ກຳເນີດລູກຊາຍ ແລະ ລູກສາວຫລາຍຄົນ. ໂອໂຮລາຄືຊາມາເຣຍ ແລະ ໂອໂຮລີບາຄືເຢຣູຊາເລັມ.5“ໂອໂຮລາເລີ່ມຄ້າປະເວນີມາຕັ້ງແຕ່ນາງຍັງເປັນຂອງເຮົາ ແລະ ນາງກະຫາຍຫາຊູ້ຮັກຂອງນາງ ຄືບັນດານັກຮົບອັດຊີເຣຍ6ເຊິ່ງແຕ່ງກາຍດ້ວຍຊຸດສີຟ້າ, ມີທັງຜູ້ວ່າການ ແລະ ຜູ້ບັນຊາການກັບທະຫານມ້າ, ພວກເຂົາທຸກຄົນຕ່າງກໍເປັນຊາຍໜຸ່ມຮູບງາມ.7ນາງໄດ້ມອບຕົນເອງເປັນໂສເພນີແກ່ບັນດາຜູ້ມີອຳນາດຂອງອັດຊີເຣຍ ແລະ ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບທັງໝົດຂອງທຸກຄົນທີ່ນາງກະຫາຍຫາ.8ນາງບໍ່ໄດ້ປະຖິ້ມການເປັນໂສເພນີທີ່ນາງເລີ່ມຂຶ້ນໃນເອຢິບ, ເມື່ອນາງຍັງເປັນສາວກໍມີຄົນມາຫລັບນອນກັບນາງ, ກອດຮັດນົມພົມມະຈາລີຂອງນາງ ແລະ ລະບາຍລາຄະຕັນຫາແກ່ນາງ.9“ເຫດສະນັ້ນ ເຮົາຈຶ່ງໄດ້ມອບນາງໃຫ້ແກ່ຊູ້ຮັກຂອງນາງ ຄືຊາວອັດຊີເຣຍ ເຊິ່ງເປັນຜູ້ທີ່ນາງກະຫາຍຫາ.10ພວກເຂົາໄດ້ຖອດເຄື່ອງນຸ່ງຂອງນາງອອກຈົນເປືອຍກາຍ, ຈັບລູກຊາຍ ແລະ ລູກສາວຂອງນາງໄປ ແລ້ວຂ້ານາງດ້ວຍດາບ. ນາງກາຍເປັນເປັນຄຳນິນທາໃນທ່າມກາງແມ່ຍິງ.11“ໂອໂຮລີບາ ນ້ອງສາວຂອງນາງໄດ້ເຫັນເຫດການນີ້ແລ້ວ ກັບເຮັດໂຕຊົ່ວຊ້າຫລາຍກວ່າເອື້ອຍຂອງຕົນອີກ ໃນເລື່ອງລາຄະຕັນຫາ ແລະ ການເປັນໂສເພນີ.12ນາງກໍເປັນເໝືອນກັນ ກະຫາຍຫາຊາວອັດຊີເຣຍ ທັງຜູ້ວ່າການ, ຜູ້ບັນຊາການ, ນັກຮົບໃນເຄື່ອງແບບ, ທະຫານມ້າ ລ້ວນແຕ່ເປັນຊາຍໜຸ່ມຮູບງາມ.13ເຮົາເຫັນວ່ານາງກໍເປັນມົນທິນເໝືອນກັນ; ທັງສອງຄົນພວກເຂົາເດີນຕາມຮອຍດຽວກັນ.14“ແຕ່ໂອໂຮລີບາຍັງຄ້າປະເວນີຂອງນາງຕໍ່ໄປ. ນາງໄດ້ເຫັນຮູບແຕ້ມສີແດງຂອງຊາວຄານເດອາ ຢູ່ເທິງຝາ,15ພ້ອມດ້ວຍສາຍແອວຄາດແອວຂອງພວກເຂົາ ແລະ ມີຜ້າພັນຢູ່ເທິງຫົວຂອງພວກເຂົາ; ພວກເຂົາທັງໝົດເບິ່ງຄືກັບເຈົ້າໜ້າທີ່ລົດຮົບຂອງຊາວບາບີໂລນ, ຊາວພື້ນເມືອງຂອງຄານເດອາ. 16ທັນທີທີ່ນາງໄດ້ເຫັນພວກເຂົາ, ນາງກໍກະຫາຍຫາພວກເຂົາ ແລະ ໄດ້ສົ່ງທູດໄປຫາພວກເຂົາໃນຄານເດອາ.17ດັ່ງນັ້ນ ຊາວບາບີໂລນຈຶ່ງໄດ້ມາຫານາງທີ່ຕຽງຮັກ ແລະ ເຮັດໃຫ້ນາງເປັນມົນທິນດ້ວຍລາຄະຕັນຫາຂອງພວກເຂົາ. ຫລັງຈາກທີ່ນາງເປັນມົນທິນເພາະພວກເຂົາແລ້ວ ນາງກໍຫັນໜ້າໜີຈາກພວກເຂົາດ້ວຍຄວາມລັງກຽດ.18ເມື່ອນາງຍັງເຮັດໂຕເປັນໂສເພນີຕໍ່ໄປຢ່າງເປີດເຜີຍ ແລະ ເປີດເຜີຍຮ່າງກາຍທີ່ເປືອຍຂອງຕົນ, ເຮົາກໍຫັນໜ້າໜີຈາກນາງດ້ວຍຄວາມລັງກຽດ, ເໝືອນທີ່ເຮົາໄດ້ຫັນໜ້າໜີຈາກເອື້ອຍຂອງນາງ.19ເຖິງປານນັ້ນນາງກໍຍັງຫລັບນອນກັບຜູ້ຊາຍໂດຍບໍ່ເລືອກໜ້າຫລາຍຂຶ້ນ ເມື່ອລະນຶກເຖິງໄວສາວຂອງນາງຂະນະເປັນໂສເພນີຢູ່ໃນເອຢິບ.20ທີ່ນັ້ນນາງໄດ້ກະຫາຍຫາຊູ້ຮັກທັງຫລາຍຂອງນາງ ຜູ້ທີ່ມີອະໄວຍະວະເພດເໝືອນຂອງໂຕລໍ ແລະ ມີອະສຸຈິເໝືອນຂອງໂຕມ້າ.21ດັ່ງນັ້ນ ເຈົ້າຈຶ່ງໂຫຍຫາຄວາມລາມົກໃນໄວສາວຂອງເຈົ້າເມື່ອຄັ້ງຢູ່ໃນເອຢິບ ທີ່ນົມຂອງເຈົ້າຖືກກອດຮັດ ແລະ ນົມສາວຂອງເຈົ້າຖືກບີບຄັ້ນ. 22“ເຫດສະນັ້ນ ໂອໂຮລີບາ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະກະຕຸ້ນຊູ້ຮັກທັງຫລາຍຂອງເຈົ້າ ທີ່ເຈົ້າຫັນໜ້າໜີດ້ວຍຄວາມລັງກຽດນັ້ນມາສູ້ກັບເຈົ້າ ແລະ ເຮົາຈະນຳພວກເຂົາມາສູ້ກັບເຈົ້າຈາກທຸກດ້ານ23ຊາວບາບີໂລນ ຊາວຄານເດອາທັງໝົດ, ຊາຍຊາວເປໂກດ ແລະ ໂຊອາກັບໂຄອາ ແລະ ຊາວອັດຊີເຣຍທັງໝົດທີ່ເປັນຊາຍໜຸ່ມຮູບງາມ, ທັງຜູ້ວ່າການ ແລະ ຜູ້ບັນຊາການ, ເຈົ້າໜ້າທີ່ລົດຮົບ, ຊົນຊັ້ນສູງທັງໝົດຈະຂີ່ມ້າມາ.24ພວກເຂົາຈະມາສູ້ຮົບກັບເຈົ້າໂດຍມີອາວຸດ, ລົດມ້າຮົບກັບຂະບວນກວຽນ ແລະ ພ້ອມດ້ວຍຄົນຈຳນວນຫລວງຫລາຍ; ພວກເຂົາຈະຕັ້ງຖານຮົບເພື່ອສູ້ກັບເຈົ້າທຸກດ້ານ ໂດຍມີໂລ່ໃຫຍ່ກັບໂລ່ນ້ອຍ ແລະ ໝວກເກາະ. ເຮົາຈະມອບເຈົ້າໃຫ້ພວກເຂົາລົງໂທດ ແລະ ພວກເຂົາຈະລົງໂທດເຈົ້າຕາມມາດຕະການຂອງພວກເຂົາ.25ເຮົາຈະນຳຄວາມໃຈຮ້າຍອັນຫຶງຫວງຂອງເຮົາມາຈັດການກັບເຈົ້າ ແລະ ພວກເຂົາຈະຈັດການເຈົ້າດ້ວຍຄວາມໃຈຮ້າຍ. ພວກເຂົາຈະຕັດຫູ ແລະ ຕັດດັງຂອງເຈົ້າ, ສ່ວນບັນດາຜູ້ທີ່ເຫລືອຢູ່ຈະຕາຍດ້ວຍຄົມດາບ. ພວກເຂົາຈະຈັບລູກຊາຍ ແລະ ລູກສາວຂອງເຈົ້າໄປ ແລະ ພວກເຈົ້າທີ່ເຫລືອຢູ່ຈະຖືກເຜົາໄໝ້ດ້ວຍໄຟ.26ພວກເຂົາຈະຖອດເຄື່ອງນຸ່ງຂອງເຈົ້າອອກ ແລະ ເອົາເຄື່ອງປະດັບອັນງົດງາມອອກຈາກກາຍຂອງເຈົ້າ27ເຮົາຈະຢຸດຄວາມລາມົກ ແລະ ການຄ້າປະເວນີທີ່ເຈົ້າໄດ້ເລີ່ມຂຶ້ນຢູ່ໃນເອຢິບ. ເຈົ້າຈະບໍ່ຫລຽວເບິ່ງສິ່ງເຫລົ່ານີ້ດ້ວຍຄວາມປາຖະໜາ ຫລື ລະນຶກເຖິງເອຢິບອີກເລີຍ.28“ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະມອບເຈົ້າໄວ້ໃນມືຂອງບັນດາຜູ້ທີ່ເຈົ້າກຽດຊັງ, ມອບເຈົ້າໃຫ້ບັນດາຜູ້ທີ່ເຈົ້າຫັນໜ້າໜີດ້ວຍຄວາມລັງກຽດ.29ພວກເຂົາຈະຈັດການກັບເຈົ້າດ້ວຍຄວາມກຽດຊັງ ແລະ ເອົາທຸກຢ່າງທີ່ເຈົ້າລົງແຮງເຮັດ. ພວກເຂົາຈະຖິ້ມເຈົ້າໄວ້ໃຫ້ເປືອຍກາຍ ແລະ ຄວາມອັບອາຍຈາກການຄ້າປະເວນີ ຂອງເຈົ້າຈະຖືກເປີດເຜີຍ. ຄວາມລາມົກ ແລະ ການບໍ່ເລືອກໜ້າຂອງເຈົ້າ30ໄດ້ນຳເອົາສິ່ງນີ້ມາສູ່ເຈົ້າ, ເພາະເຈົ້າກະຫາຍຫາຊົນຊາດທັງຫລາຍ ແລະ ເຮັດໃຫ້ຕົນເອງເປັນມົນທິນເພາະຮູບເຄົາລົບທັງຫລາຍຂອງພວກເຂົາ.31ເຈົ້າໄດ້ເດີນຕາມຮອຍເອື້ອຍຂອງເຈົ້າ; ດັ່ງນັ້ນ ເຮົາຈະເອົາຈອກເຫລົ້າຂອງເອື້ອຍຂອງເຈົ້າໃສ່ໃນມືຂອງເຈົ້າ.32“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:“ເຈົ້າຈະດື່ມຈາກຈອກຂອງເອື້ອຍຂອງເຈົ້າ,ເປັນຈອກໃຫຍ່ ແລະ ເລິກ;ຈອກນັ້ນຈະນຳເອົາຄວາມອັບອາຍ ແລະ ການເຢາະເຢີ້ຍມາໃຫ້,ເປັນຈອກທີ່ບັນຈຸໄດ້ຫລວງຫລາຍ.33ເຈົ້າຈະເຕັ້ມໄປດ້ວຍຄວາມມືນເມົາ ແລະ ຄວາມໂສກເສົ້າ,ຈອກຂອງຊາມາເຣຍເອື້ອຍຂອງເຈົ້າຈອກແຫ່ງຄວາມຈິບຫາຍ ແລະ ຮົກຮ້າງຫວ່າງເປົ່າ.34ເຈົ້າຈະດື່ມ ແລະ ຊົດຈົນໝົດກ້ຽງແລະ ເຈົ້າຈະຫຍ້ຳມັນແຕກເປັນປ່ຽງນ້ອຍໆແລະ ເຈົ້າຈະຈີກນົມຂອງຕົນ.ເຮົາໄດ້ກ່າວໄວ້, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.35“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກເຈົ້າໄດ້ລືມເຮົາ ແລະ ຫັນຫລັງຂອງເຈົ້າໃຫ້ເຮົາ, ເຈົ້າຈຶ່ງຕ້ອງຮັບຜົນອັນເນື່ອງມາຈາກຄວາມລາມົກ ແລະ ການເປັນໂສເມນີເຈົ້າ”.36ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ເຈົ້າຈະພິພາກສາໂທດໂອໂຮລາ ແລະ ໂອໂຮລີບາບໍ? ດັ່ງນັ້ນ ຈົ່ງປະນາມພວກເຂົາດ້ວຍພຶດຕິກຳອັນໜ້າກຽດຊັງຂອງພວກເຂົາ,37ເພາະພວກເຂົາໄດ້ຫລິ້ນຊູ້ ແລະ ມືຂອງພວກເຂົາກໍເປື້ອນເລືອດ. ພວກເຂົາໄດ້ຫລິ້ນຊູ້ກັບຮູບເຄົາລົບທັງຫລາຍຂອງພວກເຂົາ; ພວກເຂົາຍັງໄດ້ຈັບບັນດາລູກຂອງຕົນ ຜູ້ທີ່ພວກເຂົາເກີດໃຫ້ເຮົານັ້ນບູຊາຍັນ ໃຫ້ແກ່ຮູບເຄົາລົບທັງຫລາຍ.38ພວກເຂົາໄດ້ເຮັດກັບເຮົາຢ່າງນີ້ຄື: ໃນເວລາດຽວກັນພວກເຂົາໄດ້ເຮັດໃຫ້ສະຖານນະມັດສະການຂອງເຮົາເປັນມົນທິນ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ.39ໃນວັນທີ່ພວກເຂົາຖວາຍບັນດາລູກຂອງຕົນໃຫ້ແກ່ຮູບເຄົາລົບຂອງພວກເຂົານັ້ນ ພວກເຂົາໄດ້ເຂົ້າມາໃນບ່ອນນະມັດສະການຂອງເຮົາ ແລະ ເຮັດໃຫ້ວິຫານຂອງເຮົາເປັນມົນທິນ. ນັ້ນຄືສິ່ງທີ່ພວກເຂົາໄດ້ເຮັດໃນວິຫານຂອງເຮົາ.40“ພວກເຂົາຍັງໄດ້ສົ່ງຜູ້ສື່ສານໄປຊອກຫາຜູ້ຊາຍຈາກແດນໄກ ແລະ ເມື່ອຄົນເຫລົ່ານັ້ນມາເຖິງ ພວກເຂົາກໍອາບນ້ຳຊຳລະຮ່າງກາຍຂອງຕົນເພື່ອຜູ້ຊາຍເຫລົ່ານັ້ນ, ທາເຄື່ອງສຳອາງໃສ່ຕາ ແລະ ສວມເຄື່ອງປະດັບອັນງົດງາມຂອງຕົນ.41ພວກເຂົານັ່ງຢູ່ເທິງຕັ່ງນວມອັນສະຫງ່າງາມ, ມີໂຕະໜຶ່ງຢູ່ຕໍ່ໜ້າທີ່ໃຊ້ວາງເຄື່ອງຫອມ ແລະ ນ້ຳມັນໝາກກອກທີ່ເປັນຂອງເຮົາ.42“ສຽງຂອງຝູງຊົນທີ່ບໍ່ກັງວົນຫຍັງກໍດັງຢູ່ອ້ອມຮອບນາງ; ຄົນຂີ້ເມົາໄດ້ຖືກນຳມາຈາກຖິ່ນແຫ້ງແລ້ງກັນດານພ້ອມກັບຄົນງານ ແລະ ພວກເຂົາສວມສາຍແຂນໃສ່ຂໍ່ແຂນຂອງຍິງນັ້ນກັບນ້ອງສາວຂອງລາວ ແລະ ສວມມົງກຸດງາມໃສ່ເທິງຫົວຂອງພວກນາງ.43ດັ່ງນັ້ນ ເຮົາຈຶ່ງກ່າວເຖິງນາງຜູ້ຊຸດໂຊມໄປເພາະການຫລິ້ນຊູ້ວ່າ, ‘ກໍໃຫ້ພວກເຂົາເຮັດກັບນາງຢ່າງໂສເພນີ ເພາະນາງເປັນໄດ້ສ່ຳນີ້’.44ແລະ ພວກເຂົາກໍໄດ້ຮ່ວມຫລັບນອນກັບນາງ. ເໝືອນທີ່ຜູ້ຊາຍຮ່ວມຫລັບນອນກັບໂສເພນີ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຮ່ວມຫລັບນອນກັບໂອໂຮລາ ແລະ ໂອໂຮລີບາຜູ້ລາມົກນີ້.45ແຕ່ຜູ້ຊອບທຳຈະຕັດສິນພວກນາງໃຫ້ຮັບໂທດຂອງແມ່ຍິງຜູ້ຫລິ້ນຊູ້ ແລະ ເຮັດໃຫ້ເລືອດຕົກ, ເພາະພວກນາງຫລິ້ນຊູ້ ແລະ ມືເປື້ອນເລືອດ.46“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງນຳຝູງຊົນມາສູ້ກັບພວກນາງ ແລະ ມອບພວກນາງໃຫ້ແກ່ຄວາມສະທ້ານຢ້ານກົວ ແລະ ການປຸ້ນ.47ຝູງຊົນນັ້ນຈະເອົາຫີນແກວ່ງໃສ່ພວກນາງ ແລະ ຂ້າພວກນາງດ້ວຍດາບຂອງພວກເຂົາ; ພວກເຂົາຈະຂ້າລູກຊາຍ ແລະ ລູກສາວຂອງພວກນາງ ແລ້ວກໍຈູດເຮືອນຂອງພວກນາງຈົນໝົດ.48“ດັ່ງນັ້ນ ເຮົາຈະຢຸດຕິຄວາມລາມົກໃນດິນແດນນີ້ ເພື່ອແມ່ຍິງທຸກຄົນຈະຮັບຄຳເຕືອນ ແລະ ບໍ່ເອົາແບບຢ່າງຂອງພວກເຈົ້າທັງສອງເອື້ອຍນ້ອງ.49ພວກເຈົ້າຈະທົນທຸກຮັບໂທດແຫ່ງຄວາມລາມົກ ແລະ ຮັບຜົນຈາກຄວາມບາບເລື່ອງຮູບເຄົາລົບຂອງພວກເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ”.Biblica, Inc.