ເອເຊກຽນ22
ການພິພາກສາບາບຂອງເຢຣູຊາເລັມ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ເຈົ້າຈະພິພາກສານະຄອນນີ້ບໍ? ເຈົ້າຈະພິພາກສານະຄອນແຫ່ງການນອງເລືອດນີ້ບໍ? ດັ່ງນັ້ນ ຈົ່ງປະນາມນາງດ້ວຍການກະທຳອັນໜ້າກຽດຊັງຂອງນາງ3ແລະ ກ່າວວ່າ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ນະຄອນທີ່ນຳຄວາມຈິບຫາຍມາສູ່ຕົນເອງໂດຍເຮັດໃຫ້ມີການຫລັ່ງເລືອດໃນທ່າມກາງຕົນເອງ ແລະ ເຮັດໃຫ້ຕົນເອງເປັນມົນທິນໂດຍການສ້າງຮູບເຄົາລົບທັງຫລາຍ,4ເຈົ້າມີຄວາມຜິດເພາະເຈົ້າເຮັດໃຫ້ມີການຫລັ່ງເລືອດ ແລະ ເຮັດໃຫ້ມີມົນທິນເພາະຮູບເຄົາລົບທີ່ຕົນສ້າງຂຶ້ນ. ເຈົ້າໄດ້ເຮັດໃຫ້ວັນເວລາຂອງເຈົ້ານັ້ນສິ້ນສຸດລົງແລ້ວ ແລະ ຈຸດຈົບຂອງເຈົ້າກໍມາແລ້ວ. ເຫດສະນັ້ນ ເຮົາຈະເຮັດໃຫ້ເຈົ້າເປັນທີ່ລັງກຽດຂອງປະຊາຊາດທັງຫລາຍ ແລະ ເປັນທີ່ຫົວເຢາະເຢີ້ຍຂອງທຸກປະເທດ.5ທັງບັນດາຜູ້ຢູ່ໃກ້ ແລະ ບັນດາຜູ້ຢູ່ໄກຈະເຢາະເຢີ້ຍເຈົ້າ, ໂອ ນະຄອນທີ່ເສຍຊື່ ແລະ ເຕັມໄປດ້ວຍຄວາມວຸ້ນວາຍ.6“ ‘ເບິ່ງແມ ເຈົ້ານາຍແຕ່ລະຄົນຂອງອິດສະຣາເອນໃຊ້ອຳນາດຂອງຕົນເຮັດໃຫ້ເກີດການນອງເລືອດ.7ໃນນະຄອນນີ້ຄົນທັງຫລາຍປະຕິບັດຕໍ່ພໍ່ ແລະ ແມ່ຂອງຕົນດ້ວຍການດູຖູກ; ໃນນະຄອນນີ້ພວກເຂົາກົດຂີ່ຂົ່ມເຫັງຄົນຕ່າງຊາດ ແລະ ລູກກຳພ້າພໍ່ກັບແມ່ໝ້າຍ.8ເຈົ້າໝິ່ນປະໝາດສິ່ງບໍລິສຸດຂອງເຮົາ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ.9ໃນນະຄອນນີ້ມີຄົນເວົ້າໃສ່ຮ້າຍ ຫວັງເຮັດໃຫ້ເລືອດຕົກ, ໃນນະຄອນນີ້ມີຄົນທີ່ກິນລ້ຽງໃນສະຖານບູຊາເທິງພູເຂົາ ແລະ ເຮັດສິ່ງທີ່ລາມົກ.10ໃນນະຄອນນີ້ມີຜູ້ລ່ວງປະເວນີກັບເມຍຂອງພໍ່ຂອງຕົນ; ໃນນະຄອນນີ້ມີຄົນຫລັບນອນກັບແມ່ຍິງຂະນະທີ່ນາງມີປະຈຳເດືອນອັນເປັນເວລາທີ່ເປັນມົນທິນຕາມລະບຽບພິທີ.11ໃນນະຄອນນີ້ມີຄົນທີ່ເຮັດຄວາມຜິດອັນໜ້າກຽດຊັງກັບເມຍຂອງເພື່ອນບ້ານຂອງຕົນ, ໃນນະຄອນນີ້ບາງຄົນເຮັດໃຫ້ລູກສະໃພ້ເປັນມົນທິນຢ່າງອັບອາຍທີ່ສຸດ ແລະ ບາງຄົນກໍລ່ວງລະເມີດເອື້ອຍກັບນ້ອງສາວ ເຊິ່ງເປັນລູກສາວຂອງພໍ່ຂອງຕົນ.12ໃນນະຄອນນີ້ມີຄົນທີ່ຮັບສິນບົນເພື່ອເຮັດໃຫ້ເລືອດຕົກ; ພວກເຈົ້າເອົາດອກເບ້ຍ ແລະ ກຳໄລຈາກຄົນທຸກຍາກ. ພວກເຈົ້າໄດ້ຂູດຮີດເອົາຜົນປະໂຫຍດຈາກເພື່ອນບ້ານຂອງຕົນ ແລະ ພວກເຈົ້າໄດ້ຫລົງລືມເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.13“ ‘ເຮົາຈະທຸບກຳປັ້ນຂອງເຮົາລົງເໜືອກຳໄລທີ່ເຈົ້າໄດ້ມາຢ່າງບໍ່ຍຸຕິທຳ ແລະ ເໜືອເລືອດທີ່ເຈົ້າເຮັດໃຫ້ໄຫລນອງໃນທ່າມກາງພວກເຈົ້າ.14ໃນວັນທີ່ເຮົາຈັດການກັບເຈົ້າ ເຈົ້າຈະທົນຕໍ່ໄປໄດ້ບໍ? ມືທັງສອງຂອງເຈົ້າຈະຍັງເຂັ້ມແຂງຢູ່ບໍ? ເຮົາຜູ້ເປັນພຣະເຈົ້າໄດ້ກ່າວໄວ້ ແລະ ເຮົາກໍຈະເຮັດຕາມນັ້ນ.15ເຮົາຈະກະຈາຍພວກເຈົ້າອອກໄປທ່າມກາງປະຊາຊາດທັງຫລາຍ ແລະ ປະເທດທັງຫລາຍ; ເຮົາຈະທຳລາຍຄວາມສົກກະປົກຂອງເຈົ້າ.16ເມື່ອເຈົ້າເປັນມົນທິນ ໃນສາຍຕາຂອງຊົນຊາດທັງຫລາຍ, ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.17ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ:18“ບຸດມະນຸດ, ຊາວອິດສະຣາເອນກາຍເປັນຂີ້ແຮ່ສຳລັບເຮົາ; ພວກເຂົາທຸກຄົນເປັນທອງແດງ, ກົ່ວ, ເຫລັກ ແລະ ກົ່ວທີ່ເຫລືອຢູ່ໃນເຕົາຫລອມ. ພວກເຂົາເປັນພຽງຂີ້ແຮ່ຂອງເງິນເທົ່ານັ້ນ.19ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວວ່າ: ‘ເນື່ອງຈາກພວກເຈົ້າທຸກຄົນກາຍເປັນຂີ້ແຮ່, ເຮົາຈະຮວບຮວມພວກເຈົ້າເຂົ້າສູ່ເຢຣູຊາເລັມ.20ດັ່ງຄົນຮວບຮວມເອົາເງິນ, ທອງແດງ, ເຫລັກ, ຊືນ ແລະ ກົ່ວເຂົ້າສູ່ເຕົາຫລອມ ເພື່ອຫລອມດ້ວຍໄຟອັນຮ້ອນແຮງ ເຮົາກໍຈະຮວບຮວມພວກເຈົ້າດ້ວຍຄວາມໃຈຮ້າຍຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາ ແລະ ກັກພວກເຈົ້າໄວ້ໃນນະຄອນນັ້ນ ແລ້ວຫລອມກໍພວກເຈົ້າ.21ເຮົາຈະຮວບຮວມເອົາພວກເຈົ້າ ແລະ ພັດຄວາມໂກດຮ້າຍອັນຮ້ອນແຮງຂອງເຮົາກະໜ່ຳພວກເຈົ້າ ແລ້ວພວກເຈົ້າກໍຈະຖືກຫລອມຢູ່ໃນນະຄອນນັ້ນ.22ດັ່ງນັ້ນ ພວກເຈົ້າຈະຖືກຫລອມຈົນລະລາຍຢູ່ໃນນະຄອນນັ້ນເໝືອນເງິນທີ່ລະລາຍໃນເຕົາຫລອມ ແລະ ພວກເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຈົ້າ’ ”.23ຖ້ອຍຄຳຂອງພຣະເຈົ້າມາເຖິງຂ້າພະເຈົ້າອີກວ່າ:24“ບຸດມະນຸດ, ຈົ່ງກ່າວແກ່ດິນແດນນັ້ນວ່າ, ‘ເຈົ້າເປັນດິນແດນທີ່ບໍ່ໄດ້ຮັບການຊຳລະລ້າງ ຫລື ບໍ່ໄດ້ຮັບຝົນໃນວັນແຫ່ງຄວາມໂກດຮ້າຍ’.25ບັນດາເຈົ້ານາຍ ໃນດິນແດນນັ້ນໄດ້ສົມຮູ້ຮ່ວມຄິດກັນເຮັດການຮ້າຍເໝືອນໂຕສິງທີ່ແຜດສຽງ ແລະ ຈີກເຫຍື່ອຂອງຕົນ; ພວກເຂົາກືນກິນຊີວິດຄົນ, ຢຶດເອົາຊັບສົມບັດ ແລະ ສິ່ງຂອງທີ່ມີຄ່າທັງຫລາຍ ແລະ ເຮັດໃຫ້ແມ່ໝ້າຍມີຈຳນວນເພີ່ມຂຶ້ນໃນດິນແດນນັ້ນ.26ບັນດາປະໂລຫິດຂອງດິນແດນນັ້ນໄດ້ເຮັດຄວາມຮຸນແຮງຕໍ່ກົດບັນຍັດຂອງເຮົາ ແລະ ໝິ່ນປະໝາດສິ່ງບໍລິສຸດຂອງເຮົາ; ພວກເຂົາບໍ່ຈຳແນກລະຫວ່າງສິ່ງທີ່ບໍລິສຸດກັບສິ່ງທີ່ທຳມະດາ; ພວກເຂົາສອນວ່າສິ່ງທີ່ສະອາດ ແລະ ສິ່ງທີ່ມີມົນທິນກໍບໍ່ມີສິ່ງໃດແຕກຕ່າງກັນ ແລະ ພວກເຂົາໄດ້ປິດຕາຂອງຕົນບໍ່ຮັກສາວັນຊະບາໂຕຂອງເຮົາ, ດ້ວຍເຫດນີ້ເຮົາຈຶ່ງຖືກດູຖູກໃນທ່າມກາງພວກເຂົາ.27ຂ້າລາຊະການໃນດິນແດນນັ້ນເປັນເໝືອນໝາປ່າທີ່ກຳລັງຈີກເຫຍື່ອຂອງຕົນ; ພວກເຂົາເຮັດໃຫ້ເກີດການນອງເລືອດ ແລະ ຂ້າຄົນເພື່ອຜົນປະໂຫຍດທີ່ໄດ້ມາຢ່າງບໍ່ຍຸຕິທຳ.28ບັນດາຜູ້ທຳນວາຍຂອງດິນແດນນັ້ນປົກປິດການກະທຳເຫລົ່ານີ້ໃຫ້ພວກເຂົາ ໂດຍອ້າງນິມິດປອມ ແລະ ຄຳທຳນວາຍຈອມປອມ. ພວກເຂົາກ່າວວ່າ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ’ ທັງທີ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ກ່າວ.29ປະຊາຊົນໃນແຜ່ນດິນນັ້ນເຮັດການຂູດຮີດ ແລະ ປຸ້ນເອົາຊັບສິນ; ພວກເຂົາໄດ້ກົດຂີ່ຂົ່ມເຫັງຄົນທຸກຍາກ ແລະ ຄົນຂັດສົນ ແລ້ວຂົ່ມເຫັງຄົນຕ່າງດ້າວ ບໍ່ໃຫ້ຄວາມເປັນທຳແກ່ພວກເຂົາ.30“ເຮົາໄດ້ຊອກຫາຜູ້ໃດຜູ້ໜຶ່ງໃນພວກເຂົາ ຜູ້ທີ່ຈະສ້າງກຳແພງຂຶ້ນ ແລະ ຢືນຢູ່ຕໍ່ໜ້າເຮົາ ອຸດປ່ອງວ່າງເພື່ອດິນແດນນັ້ນ ເພື່ອເຮົາຈະໄດ້ບໍ່ທຳລາຍດິນແດນນັ້ນ ແຕ່ເຮົາກໍບໍ່ພົບຜູ້ໃດເລີຍ.31ດັ່ງນັ້ນ ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຂົາ ແລະ ເຜົາໄໝ້ພວກເຂົາດ້ວຍຄວາມໃຈຮ້າຍອັນຮ້ອນແຮງຂອງເຮົາ, ໃຫ້ທຸກສິ່ງທີ່ພວກເຂົາເຮັດໄວ້ກັບມາຕົກໃສ່ພວກເຂົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.Biblica, Inc.