ເອເຊກຽນ21
ບາບີໂລນຄືດາບແຫ່ງການພິພາກສາຂອງພຣະເຈົ້າ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າຄວາມວ່າ:2“ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຍັງເຢຣູຊາເລັມ ແລະ ກ່າວຕຳໜິສະຖານນະມັດສະການ. ຈົ່ງທຳນວາຍແກ່ດິນແດນອິດສະຣາເອນ3ແລະ ກ່າວແກ່ດິນແດນນັ້ນວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບພວກເຈົ້າ. ເຮົາຈະຊັກດາບຂອງເຮົາອອກຈາກຝັກ ແລະ ເອົາຊີວິດທັງຄົນຊອບທຳ ແລະ ຄົນອະທຳໄປຈາກພວກເຈົ້າ4ເພາະເຮົາຈະບໍ່ໄວ້ຊີວິດທັງຄົນຊອບທຳ ແລະ ຄົນອະທຳ ເຮົາຈະຊັກດາບອອກຈາກຝັກຟັນທຸກຄົນຈາກທິດໃຕ້ຮອດທິດເໜືອ.5ແລ້ວທຸກຄົນກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ຊັກດາບຂອງເຮົາອອກຈາກຝັກ ແລະ ຈະບໍ່ເກັບມັນເຂົ້າຝັກອີກ’.6“ເຫດສະນັ້ນ ບຸດມະນຸດ! ຈົ່ງຄ່ຳຄວນຕໍ່ໜ້າພວກເຂົາດ້ວຍຫົວໃຈທີ່ແຕກສະຫລາຍ ແລະ ດ້ວຍຄວາມຂົມຂື່ນ.7ແລະ ເມື່ອພວກເຂົາຖາມເຈົ້າວ່າ ‘ດ້ວຍເຫດໃດເຈົ້າຈຶ່ງຄ່ຳຄວນ?’ ເຈົ້າຈົ່ງເວົ້າວ່າ, ‘ເພາະຂ່າວທີ່ມາເຖິງນັ້ນເຮັດໃຫ້ຫົວໃຈຂອງທຸກຄົນອ່ອນລົງດ້ວຍຄວາມຢ້ານ ແລະ ທຸກມືກໍອ່ອນເພຍລົງ; ວິນຍານທຸກດວງກໍໝົດແຮງ ແລະ ທຸກຂາກໍຈະປຽກດ້ວຍນ້ຳຍ່ຽວ’. ສິ່ງຫລົ່ານັ້ນກຳລັງຈະມາເຖິງແລ້ວ! ສິ່ງເຫລົ່ານັ້ນຈະເກີດຂຶ້ນຢ່າງແນ່ນອນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.8ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:9“ບຸດມະນຸດ ຈົ່ງທຳນວາຍ ແລະ ກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ:“ ‘ດາບດວງໜຶ່ງ, ດາບດວງໜຶ່ງ,ຖືກຝົນໄວ້ຄົມ ແລະ ຖືກຂັດເງົາ10ຖືກຝົນໄວ້ຄົມເພື່ອສັງຫານ,ຖືກຂັດເງົາເຫລື້ອມດັ່ງສາຍຟ້າແມບ!“ ‘ຍັງຈະໃຫ້ພວກເຮົາຊື່ນຊົມຍິນດີໃນໄມ້ຄາທາແຫ່ງຢູດາລູກຂອງເຮົາບໍ? ດາບນັ້ນຊັງໄມ້ແບບນັ້ນທຸກອັນ.11“ ‘ດາບແມ່ນຖືກກຳນົດໄວ້ໃຫ້ຂັດເງົາ,ໃຫ້ຈັບໄວ້ດ້ວຍມື;ດາບແມ່ນຖືກຝົນຄົມ ແລະ ຂັດເງົາໄວ້ແລ້ວ,ຕຽມພ້ອມສຳລັບມືຂອງຜູ້ຂ້າ.12ບຸດມະນຸດ ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ,ເພາະດາບນັ້ນຟັນປະຊາຊົນຂອງເຮົາ;ມັນໄດ້ຟັນເຈົ້ານາຍທັງໝົດຂອງອິດສະຣາເອນ.ພວກເຂົາຕົກເປັນເຫຍື່ອຂອງຄົມດາບພ້ອມກັບປະຊາຊົນຂອງເຮົາ.ເຫດສະນັ້ນ ຈົ່ງຕີເອິກຂອງຕົນເອງ.13“ ‘ການທົດສອບຈະມາເຖິງຢ່າງແນ່ນອນ ແລະ ຈະວ່າຢ່າງໃດຖ້າແມ່ນແຕ່ໄມ້ຄາທາແຫ່ງຢູດາທີ່ດາບນັ້ນຊັງກໍຈະບໍ່ຄົງຢູ່ຕໍ່ໄປ? ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’.14“ສະນັ້ນບຸດມະນຸດ ຈົ່ງທຳນວາຍຈົ່ງຕົບມືຂອງເຈົ້າ.ໃຫ້ດາບນັ້ນຟາດສອງຄັ້ງຫລື ສາມຄັ້ງ.ມັນເປັນດາບເພື່ອການຂ້າ,ຄືເປັນດາບສຳລັບການຂ້າຄັ້ງໃຫຍ່,ຟາດພວກເຂົາຈາກທຸກທິດ.15ຫົວໃຈຂອງພວກເຂົາຈຶ່ງອ່ອນລົງດ້ວຍຄວາມຢ້ານແລະ ຄົນກໍລົ້ມຕາຍຈຳນວນຫລາຍ,ເຮົາໄດ້ຕັ້ງດາບສຳລັບການຂ້າ ໄວ້ທີ່ປະຕູທັງໝົດຂອງພວກເຂົາ.ເບິ່ງແມ! ດາບນັ້ນຖືກຫລອມມາເພື່ອຟາດດັ່ງສາຍຟ້າແມບ,ມັນຖືກກຳໄວ້ເພື່ອການຂ້າ.16ດາບເອີຍ, ຈົ່ງຟັນໄປທາງຂວາແລ້ວຟັນໄປທາງຊ້າຍ,ຢູ່ໃສກໍໄດ້ຕາມແຕ່ຄົມຂອງເຈົ້າຈະປິ່ນໄປ.17ເຮົາກໍຈະຕົບມືຂອງເຮົາເໝືອນກັນ,ແລະ ຄວາມໂກດຮ້າຍຂອງເຮົາກໍຈະເບົາບາງລົງ.ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້”.18ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:19“ບຸດມະນຸດ, ຈົ່ງເຮັດເຄື່ອງໝາຍບອກທາງສອງສາຍໄວ້ເທິງແຜນທີ່ ເພື່ອໃຫ້ດາບຂອງກະສັດຂອງບາບີໂລນຕິດຕາມໄປ, ທັງສອງສາຍນັ້ນໃຫ້ເລີ່ມຕົ້ນຈາກປະເທດດຽວກັນ. ເຮັດປ້າຍບອກທາງໄວ້ທີ່ທາງແຍກເຂົ້າໄປຫານະຄອນ.20ຈົ່ງຂີດບອກທາງສາຍໜຶ່ງໄວ້ໃຫ້ດາບມາຟາດເມືອງຣັບບາຂອງຊາວອຳໂມນ ແລະ ອີກສາຍໜຶ່ງໄປຟາດຢູດາ ແລະ ເຢຣູຊາເລັມທີ່ມີປ້ອມປ້ອງກັນ.21ເພາະກະສັດຂອງບາບີໂລນຈະຢຸດຢູ່ທີ່ທາງແຍກລະຫວ່າງຖະໜົນທັງສອງສາຍ, ເພື່ອທວາຍເບິ່ງ ເພິ່ນຈະຈັບສະຫລາກດ້ວຍລູກທະນູ, ເພິ່ນຈະຂໍຄຳຕອບຈາກຮູບເຄົາລົບຂອງເພິ່ນ, ເພິ່ນຈະກວດເບິ່ງຕັບຂອງສັດເພື່ອທວາຍເບິ່ງ.22ສະຫລາກຂອງເຢຣູຊາເລັມກໍຢູ່ໃນມືຂວາຂອງເພິ່ນ ບ່ອນທີ່ເພິ່ນຈະຕັ້ງເຄື່ອງທະລຸກຳແພງ, ອອກຄຳສັ່ງໃຫ້ຂ້າ, ໂຫ່ຮ້ອງອອກເສິກ, ໃຊ້ເຄື່ອງທະລຸກຳແພງພັງປະຕູທັງຫລາຍ, ກໍ່ຄັນຄູຂຶ້ນ ແລະ ສ້າງປ້ອມອ້ອມເມືອງ.23ສຳລັບບັນດາຜູ້ທີ່ໄດ້ສາບານວ່າຈະເປັນພັນທະມິດກັບເພິ່ນຈະຮູ້ສຶກວ່າມັນເປັນການທວາຍປອມ, ແຕ່ເພິ່ນກໍຈະເຮັດໃຫ້ຄົນເຫລົ່ານັ້ນລະນຶກເຖິງຄວາມຜິດຂອງຕົນ ແລ້ວກໍຈັບຄົນເຫລົ່ານັ້ນໄປເປັນຊະເລີຍ.24“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວວ່າ: ‘ເນື່ອງຈາກພວກເຈົ້າໄດ້ເຮັດໃຫ້ລະນຶກເຖິງຄວາມຜິດຂອງພວກເຈົ້າ ທີ່ພວກເຈົ້າໄດ້ເຮັດການທໍລະຍົດຢ່າງໂຈ່ງແຈ້ງ, ເປີດເຜີຍບາບຂອງຕົນອອກມາໃນການເຮັດທຸກຢ່າງ ເພາະພວກເຈົ້າໄດ້ເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຕົກເປັນຊະເລີຍ.25“ ‘ເຈົ້ານາຍແຫ່ງອິດສະຣາເອນຜູ້ດູຖູກ ແລະ ຊົ່ວຮ້າຍ, ກຳນົດເວລາມາເຖິງເຈົ້າແລ້ວ, ວາລະແຫ່ງການລົງໂທດຂອງເຈົ້າມາເຖິງທີ່ສຸດແລ້ວ,26ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງປົດຜ້າພັນຫົວ, ຈົ່ງຖອດມົງກຸດອອກ. ມັນຈະບໍ່ເໝືອນເດີມແລ້ວຄື: ຜູ້ຕ່ຳຕ້ອຍຈະໄດ້ຮັບກຽດ ແລະ ຜູ້ມີກຽດຈະຖືກຕົກຕ່ຳລົງ.27ຈິບຫາຍ! ຈິບຫາຍ! ເຮົາຈະເຮັດໃຫ້ມັນຈິບຫາຍ! ມົງກຸດນັ້ນຈະບໍ່ໄດ້ກັບສູ່ສະພາບດີຈົນກວ່າຜູ້ທີ່ມີສິດໂດຍຊອບທຳນັ້ນຈະມາ ເຊິ່ງເຮົາຈະມອບສິດໃຫ້ແກ່ຜູ້ນັ້ນ’.28“ແລະ ເຈົ້າເອງ ບຸດມະນຸດ, ຈົ່ງທຳນວາຍ ແລະ ກ່າວວ່າ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວກ່ຽວກັບຊາວອຳໂມນ ແລະ ຄຳດູຖູກຂອງພວກເຂົາໄວ້ວ່າ:“ ‘ດາບດວງໜຶ່ງ, ດາບດວງໜຶ່ງຖືກຊັດອອກມາເພື່ອການຂ້າ,ຖືກຝົນໄວ້ໃຫ້ຄົມເພື່ອຂ້າຊີວິດແລະ ເປັ່ງປະກາຍດັ່ງສາຍຟ້າແມບ!29ເຖິງວ່າຈະມີນິມິດຈອມປອມກ່ຽວກັບພວກເຈົ້າແລະ ຄຳທຳນວາຍປອມເລື່ອງພວກເຈົ້າ,ດາບນັ້ນກໍຈະຈໍ່ຢູ່ທີ່ຄໍຂອງຄົນຊົ່ວຜູ້ທີ່ກຳລັງຈະຖືກຂ້າ,ວັນຂອງພວກເຂົາມາເຖິງແລ້ວ,ເວລາແຫ່ງການລົງໂທດຂອງພວກເຂົາມາເຖິງທີ່ສຸດແລ້ວ.30“ ‘ຈົ່ງເກັບດາບເຂົ້າຝັກຄືນ.ເຮົາຈະພິພາກສາພວກເຈົ້າໃນບ່ອນທີ່ເຈົ້າຖືກສ້າງຂຶ້ນ,ໃນດິນແດນຂອງບັນພະບຸລຸດຂອງພວກເຈົ້າ.31ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຈົ້າແລະ ເຮົາຈະລະບາຍຄວາມໃຈຮ້າຍອັນຮ້ອນແຮງໃສ່ພວກເຈົ້າ;ເຮົາຈະມອບພວກເຈົ້າໄວ້ໃນມືຂອງຄົນທີ່ໂຫດຮ້າຍ,ຄົນທີ່ຊຳນານໃນການທຳລາຍ.32ພວກເຈົ້າຈະເປັນເຊື້ອຟືນສຳລັບໄຟ,ເລືອດຂອງພວກເຈົ້າຈະຫລັ່ງຫົດສົງໃນດິນແດນຂອງພວກເຈົ້າຈະບໍ່ມີຜູ້ໃດຈົດຈຳພວກເຈົ້າອີກ;ເພາະເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້’ ”.Biblica, Inc.