ເອເຊກຽນ2

ການ​ເອີ້ນ​ເອເຊກຽນ​ໃຫ້​ເປັນ​ຜູ້ທຳນວາຍ

1ພຣະອົງ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ຈົ່ງ​ຢືນ​ຂຶ້ນ ເຮົາ​ຈະ​ເວົ້າ​ກັບ​ເຈົ້າ”.2ຂະນະ​ທີ່​ພຣະອົງ​ເວົ້າ​ຢູ່​ນັ້ນ ພຣະວິນຍານບໍລິສຸດ​ກໍ​ໄດ້​ເຂົ້າ​ມາ​ໃນ​ຂ້າພະເຈົ້າ ແລະ ເຮັດ​ໃຫ້​ຂ້າພະເຈົ້າ​ຢືນ​ຂຶ້ນ ແລະ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ພຣະອົງ​ເວົ້າ​ກັບ​ຂ້າພະເຈົ້າ.
3ພຣະອົງ​ໄດ້​ເວົ້າ​ວ່າ: “ບຸດ​ມະນຸດ, ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຍັງ​ຊົນຊາດ​ອິດສະຣາເອນ, ໄປ​ຍັງ​ຊົນຊາດ​ທີ່​ກະບົດ ເຊິ່ງ​ໄດ້​ທໍລະຍົດ​ເຮົາ; ພວກເຂົາ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ກະບົດ​ຕໍ່​ເຮົາ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.4ຊົນຊາດ​ທີ່​ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ນີ້​ເປັນ​ຄົນ​ທີ່​ໃຈແຂງ ແລະ ດື້ດ້ານ. ຈົ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ອະທິປະໄຕ​ກ່າວ​ດັ່ງນີ້’.5ແລະ ບໍ່​ວ່າ​ພວກເຂົາ​ຈະ​ຮັບ​ຟັງ ຫລື ບໍ່​ຮັບ​ຟັງ​ກໍ​ຕາມ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຂົາ ເພາະ​ເຂົາ​ເປັນ​ພົງພັນ​ທີ່​ມັກ​ກະບົດ.6ສ່ວນ​ເຈົ້າ ບຸດ​ມະນຸດ, ຢ່າ​ຢ້ານ​ພວກເຂົາ ຫລື ຄຳ​ເວົ້າ​ຂອງ​ພວກເຂົາ. ຢ່າ​ຢ້ານ​ເລີຍ, ເຖິງ​ວ່າ​ຈະ​ມີ​ສ້ຽນ​ໜາມ​ຢູ່​ອ້ອມຕົວ​ເຈົ້າ ແລະ ເຈົ້າ​ອາໄສ​ຢູ່​ທ່າມກາງ​ແມງງອດ​ທັງ​ຫລາຍ. ຢ່າ​ຢ້ານ​ໃນ​ສິ່ງ​ທີ່​ພວກເຂົາ​ເຂົາ​ຈະ​ເວົ້າ ຫລື ຢ້ານກົວ​ເພາະ​ພວກເຂົາ, ເຖິງ​ວ່າ​ພວກເຂົາ​ຈະ​ເປັນ​ພົງພັນ​ທີ່​ມັກ​ກະບົດ.7ເຈົ້າ​ຈົ່ງ​ກ່າວ​ຖ້ອຍ​ຄຳ​ຂອງ​ເຮົາ​ໃຫ້​ພວກເຂົາ​ຟັງ ບໍ່​ວ່າ​ພວກເຂົາ​ຈະ​ຮັບ​ຟັງ ຫລື ບໍ່​ຮັບ​ຟັງ​ກໍ​ຕາມ ເພາະ​ພວກເຂົາ​ມັກ​ກະບົດ.8ສ່ວນ​ເຈົ້າ ບຸດ​ມະນຸດ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ. ຢ່າ​ທໍລະຍົດ​ເໝືອນ​ກັບ​ພົງພັນ​ທີ່​ມັກ​ກະບົດ; ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ ແລະ ກິນ​ສິ່ງ​ທີ່​ເຮົາ​ມອບ​ໃຫ້​ເຈົ້າ”.
9ແລ້ວ​ຂ້າພະເຈົ້າ​ກໍ​ເບິ່ງ ແລະ ຂ້າພະເຈົ້າ​ກໍ​ເຫັນ​ມື​ໜຶ່ງ​ຍື່ນ​ອອກ​ມາ​ຫາ​ຂ້າພະເຈົ້າ. ໃນ​ມື​ນັ້ນ​ມີ​ໜັງສືມ້ວນ,10ເຊິ່ງ​ພຣະອົງ​ໄດ້​ພື​ອອກ​ຕໍ່ໜ້າ​ຂ້າພະເຈົ້າ. ໃນ​ນັ້ນ​ມີ​ຖ້ອຍ​ຄຳ​ຄ່ຳຄວນ, ຄຳ​ໄວ້​ອາໄລ ແລະ ຖ້ອຍ​ຄຳ​ກ່ຽວກັບ​ໄພພິບັດ ຂຽນ​ໄວ້​ທັງ​ສອງ​ດ້ານ​ຂອງ​ໜັງສືມ້ວນ​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2