ເອເຊກຽນ3
1ພຣະອົງໄດ້ເວົ້າກັບຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງກິນໜັງສືມ້ວນທີ່ຢູ່ຕໍ່ໜ້າເຈົ້ານີ້ ແລ້ວຈົ່ງໄປ ແລະ ເວົ້າກັບຊົນຊາດອິດສະຣາເອນ”.2ດັ່ງນັ້ນ ຂ້າພະເຈົ້າຈຶ່ງອ້າປາກຂອງຕົນ ແລະ ພຣະອົງກໍໄດ້ມອບໜັງສືມ້ວນນັ້ນໃຫ້ຂ້າພະເຈົ້າກິນ.3ແລ້ວພຣະອົງກໍໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງກິນໜັງສືມ້ວນທີ່ເຮົາກຳລັງມອບໃຫ້ແກ່ເຈົ້າ ແລະ ຈົ່ງກິນໜັງສືມ້ວນນີ້ໃຫ້ເຕັມທ້ອງຂອງເຈົ້າ”. ດັ່ງນັ້ນ ຂ້າພະເຈົ້າກໍໄດ້ກິນ ແລະ ໜັງສືນັ້ນມີລົດຫວານເໝືອນນ້ຳເຜິ້ງທີ່ຢູ່ໃນປາກຂອງຂ້າພະເຈົ້າ.4ແລ້ວພຣະອົງກໍໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ບັດນີ້ຈົ່ງໄປຫາປະຊາຊົນອິດສະຣາເອນ ແລະ ກ່າວຖ້ອຍຄຳຂອງເຮົາໃຫ້ພວກເຂົາຟັງ.5ເຮົາບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຍາກ ແລະ ພາສາແປກໆ ແຕ່ໃຫ້ໄປຫາປະຊາຊົນອິດສະຣາເອນ6ເຮົາບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດຕ່າງໆ ທີ່ເວົ້າພາສາຍາກ ແລະ ພາສາແປກໆ ທີ່ເຈົ້າຟັງບໍ່ເຂົ້າໃຈ. ແນ່ນອນ ຖ້າເຮົາສົ່ງເຈົ້າໄປຫາຄົນພວກເຂົາ, ພວກເຂົາກໍຈະຮັບຟັງເຈົ້າ.7ສ່ວນປະຊາຊົນອິດສະຣາເອນຈະບໍ່ຍອມຟັງເຈົ້າ ເພາະພວກເຂົາບໍ່ເຕັມໃຈຈະຟັງເຮົາ, ເນື່ອງຈາກປະຊາຊົນອິດສະຣາເອນທັງໝົດນັ້ນໃຈແຂງ ແລະ ດື້ດ້ານ.8ແຕ່ເຮົາຈະເຮັດໃຫ້ເຈົ້າບໍ່ຍອມແພ ແລະ ແຂງແກ່ນຄືກັບພວກເຂົາ.9ເຮົາຈະເຮັດໃຫ້ໜ້າຜາກຂອງເຈົ້າເປັນເໝືອນກັບຫີນທີ່ແຂງແກ່ນທີ່ສຸດ ແລະ ແຂງແກ່ນຫລາຍກວ່າຫີນເຫລັກໄຟ. ຢ່າຢ້ານພວກເຂົາ ຫລື ຢ່າຕົກໃຈເພາະພວກເຂົາ, ເຖິງວ່າພວກເຂົາເປັນຄົນທີ່ມັກກະບົດ”.10ແລ້ວພຣະອົງກໍໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງຕັ້ງໃຈຟັງໃຫ້ດີ ແລະ ຈົ່ງຈົດຈຳທຸກຖ້ອຍຄຳທີ່ເຮົາເວົ້າກັບເຈົ້າໃຫ້ດີ.11ບັດນີ້ ຈົ່ງໄປຫາພີ່ນ້ອງຮ່ວມຊາດຂອງເຈົ້າທີ່ຕົກເປັນຊະເລີຍຢູ່ ແລະ ຈົ່ງເວົ້າກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງອະທິປະໄຕກ່າວດັ່ງນີ້’, ຈົ່ງເວົ້າກັບພວກເຂົາບໍ່ວ່າພວກເຂົາຈະຮັບຟັງ ຫລື ບໍ່ຮັບຟັງກໍຕາມ”.12ແລ້ວພຣະວິນຍານບໍລິສຸດໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ຂ້າພະເຈົ້າກໍໄດ້ຍິນສຽງຈາກທາງດ້ານຫລັງຂອງຂ້າພະເຈົ້າວ່າ, “ຂໍໃຫ້ສະຫງ່າລາສີຂອງພຣະເຈົ້າຢາເວເປັນທີ່ຍົກຍ້ອງໃນທີ່ປະທັບຂອງພຣະອົງ!”13ມີສຽງປີກກະທົບກັນຂອງສິ່ງມີຊີວິດທັງສີ່ນັ້ນ ແລະ ສຽງກົງລໍ້ທີ່ຢູ່ຂ້າງໂຕດັ່ງ14ແລ້ວພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ພາໄປ ຂ້າພະເຈົ້າຂົມຂື່ນ ແລະ ຄຽດໃນຈິດໃຈ ພະຫັດຂອງພຣະເຈົ້າຢາເວໜັກຢູ່ເໜືອຂ້າພະເຈົ້າ15ຂ້າພະເຈົ້າມາເຖິງບັນດາຊະເລີຍທີ່ອາໄສຢູ່ທີ່ເທນອາບິບໃກ້ແມ່ນ້ຳເກບາກ ຂ້າພະເຈົ້ານັ່ງຢູ່ທີ່ນັ້ນໃນທ່າມກາງພວກເຂົາ ໃນບ່ອນທີ່ພວກເຂົາອາໄສຢູ່ເປັນເວລາເຈັດວັນ ແລະ ທຸກໃຈຫລາຍ.
ຄຳເຕືອນອິດສະຣາເອນ
16ເມື່ອຄົບເຈັດວັນ ຖ້ອຍຄຳຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ:17“ບຸດມະນຸດ ເຮົາໄດ້ຕັ້ງເຈົ້າໃຫ້ເປັນຄົນເຝົ້າຍາມສຳລັບຊາວອິດສະຣາເອນ ດັ່ງນັ້ນຈົ່ງຟັງຖ້ອຍຄຳທີ່ເຮົາກ່າວ ແລະ ແຈ້ງຄຳເຕືອນຂອງເຮົາແກ່ພວກເຂົາ18ເມື່ອເຮົາບອກຄົນຊົ່ວວ່າ ‘ເຈົ້າຈະຕ້ອງຕາຍຢ່າງແນ່ນອນ’ ແລະ ເຈົ້າບໍ່ໄປເຕືອນພວກເຂົາ ຫລື ເວົ້າຊັກຊວນພວກເຂົາໃຫ້ອອກຈາກທາງຊົ່ວເພື່ອຊ່ວຍຊີວິດພວກເຂົາ ຄົນຊົ່ວຄົນນັ້ນຈະຕາຍເນື່ອງຈາກ ບາບຂອງຕົນ ແລະ ເຮົາຈະໃຫ້ເຈົ້າຮັບຜິດຊອບຄວາມຕາຍຂອງພວກເຂົາ.19ແຕ່ຖ້າເຈົ້າເຕືອນຄົນຊົ່ວນັ້ນແລ້ວ ແລະ ພວກເຂົາບໍ່ຍອມຫັນຈາກຄວາມຊົ່ວ ຫລື ເຊົາເຮັດຜິດ ພວກເຂົາກໍຈະຕາຍເພາະບາບຂອງຕົນ ແຕ່ເຈົ້າຈະຊ່ວຍຕົນເອງໃຫ້ລອດພົ້ນ.20“ແລະ ເມື່ອຄົນຊອບທຳຫັນຈາກຄວາມຊອບທຳໄປເຮັດຊົ່ວ ເຮົາຈະວາງສິ່ງທີ່ເຮັດໃຫ້ສະດຸດໄວ້ຕໍ່ໜ້າພວກເຂົາ ແລ້ວພວກເຂົາຈະຕາຍ. ເນື່ອງຈາກເຈົ້າບໍ່ໄດ້ເຕືອນພວກເຂົາ ພວກເຂົາຈະຕາຍເພາະບາບຂອງຕົນ ເຮົາຈະບໍ່ຈົດຈຳຄວາມຊອບທຳຂອງພວກເຂົາ ແລະ ເຮົາຈະໃຫ້ເຈົ້າຮັບຜິດຊອບກັບຄວາມຕາຍຂອງພວກເຂົາ.21ແຕ່ຖ້າເຈົ້າເຕືອນຄົນຊອບທຳບໍ່ໃຫ້ເຮັດບາບ ແລະ ພວກເຂົາກໍບໍ່ເຮັດບາບ ພວກເຂົາຄວນຈະມີຊີວິດຢູ່ເພາະຮັບຟັງຄຳເຕືອນ ແລະ ເຈົ້າກໍໄດ້ຊ່ວຍຊີວິດຕົນເອງໃຫ້ລອດພົ້ນ”.22ມືຂອງພຣະເຈົ້າຢາເວໄດ້ຢູ່ເໜືອຂ້າພະເຈົ້າຢູ່ທີ່ນັ້ນ ແລະ ພຣະອົງກ່າວກັບຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນ ແລະ ອອກໄປທີ່ທົ່ງພຽງ ເຮົາຈະເວົ້າກັບເຈົ້າຢູ່ທີ່ນັ້ນ”23ດັ່ງນັ້ນ ຂ້າພະເຈົ້າຈຶ່ງລຸກຂຶ້ນ ແລະ ອອກໄປທີ່ທົ່ງພຽງນັ້ນ, ສະຫງ່າລາສີຂອງພຣະເຈົ້າຢາເວຢູ່ທີ່ນັ້ນ ເໝືອນກັບສະຫງ່າລາສີທີ່ຂ້າພະເຈົ້າໄດ້ເຫັນຢູ່ທີ່ແຄມແມ່ນ້ຳເກບາກ ແລະ ຂ້າພະເຈົ້າກໍກາບລົງພື້ນດິນ.24ແລ້ວພຣະວິນຍານບໍລິສຸດເຂົ້າມາໃນໂຕຂ້າພະເຈົ້າ ເຮັດໃຫ້ຂ້າພະເຈົ້າຢືນຂຶ້ນ ພຣະອົງກ່າວກັບຂ້າພະເຈົ້າວ່າ: “ຈົ່ງໄປ, ຈົ່ງຂັງຕົນເອງຢູ່ໃນບ້ານຂອງເຈົ້າ.25ແລະ ບຸດມະນຸດ, ພວກເຂົາຈະໃຊ້ເຊືອກມັດເຈົ້າ ເຈົ້າຈຶ່ງບໍ່ສາມາດອອກໄປໃສໃນທ່າມກາງປະຊາຊົນໄດ້.26ເຮົາຈະເຮັດໃຫ້ລີ້ນຂອງເຈົ້າຄັບຕິດເພດານປາກ ເພື່ອເຈົ້າຈະມິດງຽບ ແລະ ບໍ່ອາດວ່າກ່າວຕັກເຕືອນພວກເຂົາ ແມ່ນພວກເຂົາເປັນພົງພັນທີ່ມັກກະບົດ.27ແຕ່ເມື່ອເຮົາກ່າວກັບເຈົ້າ ເຮົາຈະເປີດປາກເຈົ້າ ແລະ ເຈົ້າຈະກ່າວກັບພວກເຂົາວ່າ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້’ ຜູ້ໃດທີ່ຮັບຟັງກໍໃຫ້ຮັບຟັງໄປ ຜູ້ໃດຈະປະຕິເສດກໍປະຕິເສດໄປ ເພາະພວກເຂົາເປັນຄົນທີ່ມັກກະບົດ.Biblica, Inc.