ອົບພະຍົບ9
ໄພພິບັດທີ່ເກີດກັບສັດລ້ຽງ
1ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງໄປຫາຟາໂຣ ແລະ ເວົ້າກັບລາວວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີເວົ້າຄື: “ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ”.2ຖ້າເຈົ້າບໍ່ຍອມປ່ອຍພວກເຂົາໄປ ແລະ ຍັງໜ່ວງໜ່ຽວພວກເຂົາໄວ້ຢູ່,3ມືຂອງພຣະເຈົ້າຢາເວຈະນຳເອົາໄພພິບັດອັນໜ້າຢ້ານມາສູ່ສັດລ້ຽງຂອງເຈົ້າທີ່ຢູ່ໃນທົ່ງນາ, ຝູງມ້າ, ຝູງລໍ, ຝູງອູດ, ຝູງງົວ, ຝູງແກະ ແລະ ຝູງແບ້.4ແຕ່ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງລະຫວ່າງສັດລ້ຽງຂອງຊາວອິດສະຣາເອນ ແລະ ສັດລ້ຽງຂອງຊາວເອຢິບ, ເພື່ອວ່າສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ’ ”.5ພຣະເຈົ້າຢາເວກຳນົດເວລາ ແລະ ກ່າວວ່າ, “ມື້ອື່ນພຣະເຈົ້າຢາເວຈະເຮັດສິ່ງນີ້ໃນດິນແດນເອຢິບ”.6ແລະ ພຣະເຈົ້າຢາເວກໍໄດ້ເຮັດສິ່ງນັ້ນໃນມື້ຕໍ່ມາຄື: ສັດລ້ຽງຂອງຊາວເອຢິບໄດ້ຕາຍໝົດ, ແຕ່ສັດລ້ຽງທີ່ເປັນຂອງຊາວອິດສະຣາເອນບໍ່ຕາຍຈັກໂຕ.7ຟາໂຣໄດ້ສອບຖາມ ແລະ ພົບວ່າສັດຂອງຊາວອິດສະຣາເອນບໍ່ໄດ້ຕາຍແມ່ນແຕ່ໂຕດຽວ. ແຕ່ໃຈຂອງຟາໂຣກໍຍັງແຂງກະດ້າງຢູ່ ແລະ ຈະບໍ່ຍອມປ່ອຍໃຫ້ປະຊາຊົນໄປ.ໄພພິບັດຈາກຝີ
8ຫລັງຈາກນັ້ນ ພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊ ແລະ ອາໂຣນວ່າ, “ຈົ່ງກຳເອົາຂີ້ເຖົ່າຈາກເຕົາ ແລະ ໃຫ້ໂມເຊຫວ່ານຂີ້ເຖົ່ານັ້ນຂຶ້ນໄປໃນອາກາດຕໍ່ໜ້າຟາໂຣ.9ຂີ້ເຖົ່ານັ້ນຈະກາຍເປັນຝຸ່ນລະອຽດທົ່ວດິນແດນເອຢິບ, ແລ້ວຝີທີ່ເປັນໜອງຈະແຕກແຜ່ລາມຕາມຕົວຂອງຄົນ ແລະ ສັດທົ່ວແຜ່ນດິນ”.10ດັ່ງນັ້ນ ພວກເພິ່ນຈຶ່ງກຳເອົາຂີ້ເຖົ່າຈາກເຕົາແລ້ວໄປຢືນຢູ່ຕໍ່ໜ້າຟາໂຣ. ໂມເຊກໍໄດ້ຫວ່ານຂີ້ເຖົ່ານັ້ນຂຶ້ນໃນອາກາດ, ແລ້ວຝີທີ່ເປັນໜອງກໍແຕກລາມຕາມຕົວຂອງຄົນ ແລະ ສັດ.11ພວກຫລິ້ນຄາຖາອາຄົມບໍ່ສາມາດຢືນຢູ່ຕໍ່ໜ້າໂມເຊໄດ້ ເພາະຝີຂຶ້ນທີ່ຕົວຂອງພວກເຂົາ ແລະ ຊາວເອຢິບທຸກຄົນ.12ແຕ່ພຣະເຈົ້າຢາເວເຮັດໃຫ້ຟາໂຣມີໃຈແຂງກະດ້າງ ແລະ ຈະບໍ່ຍອມຟັງໂມເຊ ແລະ ອາໂຣນ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊໄວ້ແລ້ວ.ໄພພິບັດຈາກໝາກເຫັບ
13ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງລຸກຂຶ້ນແຕ່ເຊົ້າ, ໄປພົບຟາໂຣ ແລະ ເວົ້າກັບລາວວ່າ, ‘ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີໄດ້ເວົ້າວ່າດັ່ງນີ້: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະນະມັດສະການເຮົາ.14ບໍ່ດັ່ງນັ້ນ ໃນເທື່ອນີ້ເຮົາຈະສົ່ງໄພພິບັດຢ່າງຮຸນແຮງມາຕໍ່ສູ້ເຈົ້າ, ຕໍ່ສູ້ຂ້າລາຊະການຂອງເຈົ້າ ແລະ ປະຊາຊົນຂອງເຈົ້າ, ເພື່ອວ່າເຈົ້າຈະໄດ້ຮູ້ວ່າໃນທົ່ວໂລກນີ້ບໍ່ມີຜູ້ໃດເໝືອນເຮົາ.15ແມ່ນແຕ່ໃນເວລານີ້ເຮົາກໍສາມາດຢຽດມືຂອງເຮົາອອກແລ້ວຟາດເຈົ້າ ແລະ ປະຊາຊົນຂອງເຈົ້າດ້ວຍໄພພິບັດທີ່ຈະກວາດລ້າງເຈົ້າອອກຈາກແຜ່ນດິນໂລກກໍໄດ້.16ແຕ່ເຮົາໄດ້ຍົກເຈົ້າຂຶ້ນ ກໍເພື່ອຈຸດປະສົງນີ້, ເພື່ອເຮົາຈະສະແດງລິດອຳນາດຂອງເຮົາແກ່ເຈົ້າ ແລະ ເພື່ອນາມຂອງເຮົາຈະປະກາດໄປທົ່ວໂລກ.17ເຈົ້າຍັງຕັ້ງເຈົ້າເອງໃຫ້ຕໍ່ສູ້ປະຊາຊົນຂອງເຮົາ ແລະ ບໍ່ຍອມປ່ອຍພວກເຂົາໄປ.18ເຫດສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະສົ່ງພະຍຸໝາກເຫັບທີ່ຮ້າຍແຮງທີ່ສຸດມາກະໜ່ຳເອຢິບ ເຊິ່ງບໍ່ເຄີຍມີມາກ່ອນ, ນັບຕັ້ງແຕ່ມື້ສ້າງຕັ້ງປະເທດມາຈົນເຖິງດຽວນີ້.19ບັດນີ້ ຈົ່ງສັ່ງໃຫ້ນໍາສັດລ້ຽງ ແລະ ທຸກສິ່ງທີ່ເຈົ້າມີຢູ່ທົ່ງນານັ້ນເຂົ້າທີ່ບ່ອນກຳບັງ, ເພາະວ່າໝາກເຫັບຈະຕົກຖືກທຸກຄົນ ແລະ ສັດທີ່ບໍ່ໄດ້ຖືກນໍາເຂົ້າໄປທາງໃນ ແລະ ຍັງຢູ່ໃນທົ່ງນາ ແລະ ສັດເຫລົ່ານັ້ນຈະຕາຍ’ ”.20ບັນດາຂ້າລາຊະການເຫລົ່ານັ້ນຂອງຟາໂຣທີ່ຢ້ານກົວຖ້ອຍຄຳຂອງພຣະເຈົ້າຢາເວກໍພາກັນຟ້າວນຳເອົາຂ້າທາດ ແລະ ສັດລ້ຽງຂອງຕົນເຂົ້າໄປທາງໃນ.21ແຕ່ບັນດາຜູ້ທີ່ບໍ່ສົນໃຈຕໍ່ຖ້ອຍຄຳຂອງພຣະເຈົ້າຢາເວກໍພາກັນປ່ອຍບັນດາຂ້າທາດ ແລະ ສັດລ້ຽງຂອງພວກເຂົາໄວ້ທີ່ທົ່ງນາ.22ແລ້ວພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຍົກມືຂອງເຈົ້າຂຶ້ນສູ່ທ້ອງຟ້າເພື່ອວ່າໝາກເຫັບຈະຕົກໃສ່ທົ່ວເອຢິບ, ຕົກໃສ່ຄົນ, ສັດ, ແລະ ທຸກສິ່ງທີ່ເກີດຂຶ້ນຢູ່ໃນທົ່ງນາຂອງເອຢິບ”.23ເມື່ອໂມເຊຍົກໄມ້ຄ້ອນເທົ້າຂອງເພິ່ນຂຶ້ນສູ່ທ້ອງຟ້າ, ພຣະເຈົ້າຢາເວໄດ້ສົ່ງຟ້າຮ້ອງ, ໝາກເຫັບ ແລະ ຟ້າຜ່າລົງມາທີ່ພື້ນດິນ. ດັ່ງນັ້ນ ພຣະເຈົ້າຢາເວເຮັດໃຫ້ໝາກເຫັບຕົກໃສ່ດິນແດນຂອງເອຢິບ;24ໝາກເຫັບໄດ້ຕົກລົງມາ ແລະ ມີຟ້າແມບເຫລື້ອມແມບໄປແມບມາ. ເປັນພະຍຸທີ່ຮ້າຍແຮງທີ່ສຸດໃນດິນແດນແຫ່ງເອຢິບນັບຕັ້ງແຕ່ດິນແດນນີ້ໄດ້ກາຍເປັນປະເທດຊາດມາ.25ໝາກເຫັບໄດ້ທຳລາຍທຸກສິ່ງໃນທົ່ງນາທົ່ວເອຢິບ ທັງຄົນ ແລະ ສັດ; ມັນທຳລາຍທຸກສິ່ງທີ່ເກີດຂຶ້ນໃນທົ່ງນາ ແລະ ຕົ້ນໄມ້ທຸກຕົ້ນກໍຫັກລົງ.26ມີແຕ່ບ່ອນດຽວທີ່ບໍ່ມີໝາກເຫັບ ຄືດິນແດນແຫ່ງໂກເຊັນ, ບ່ອນທີ່ຊາວອິດສະຣາເອນອາໄສຢູ່.27ແລ້ວຟາໂຣກໍໄດ້ເອີ້ນໂມເຊກັບອາໂຣນມາພົບ ແລະ ຟາໂຣກໍໄດ້ເວົ້າກັບພວກເພິ່ນວ່າ, “ໃນເທື່ອນີ້ເຮົາໄດ້ເຮັດບາບແລ້ວ, ພຣະເຈົ້າຢາເວເປັນຝ່າຍຖືກ, ເຮົາ ແລະ ປະຊາຊົນຂອງເຮົາເປັນຝ່າຍຜິດ.28ຈົ່ງອະທິຖານຕໍ່ພຣະເຈົ້າຢາເວ, ເພາະພວກເຮົາໄດ້ຮັບຟ້າຮ້ອງ ແລະ ໝາກເຫັບພຽງພໍແລ້ວ. ເຮົາຈະປ່ອຍພວກເຈົ້າໄປ; ພວກເຈົ້າບໍ່ຕ້ອງຢູ່ຕໍ່ໄປອີກ”.29ໂມເຊຕອບວ່າ “ເມື່ອຂ້ານ້ອຍອອກຈາກເມືອງໄປແລ້ວ, ຂ້ານ້ອຍຈະຍົກມືຂອງຂ້ານ້ອຍອະທິຖານຕໍ່ພຣະເຈົ້າຢາເວ. ສຽງຟ້າຮ້ອງກໍຈະຢຸດ ແລະ ໝາກເຫັບກໍຈະບໍ່ມີອີກ, ເພື່ອທ່ານຈະໄດ້ຮູ້ວ່າໂລກນີ້ເປັນຂອງພຣະເຈົ້າຢາເວ.30ແຕ່ຂ້ານ້ອຍກໍຮູ້ວ່າທ່ານ ແລະ ຂ້າລາຊະການຂອງທ່ານກໍຍັງຈະບໍ່ຢຳເກງພຣະເຈົ້າຢາເວ”.31(ຕົ້ນປ່ານ ແລະ ເຂົ້າບາເລໄດ້ຖືກທຳລາຍ, ເພາະເຂົ້າບາເລກຳລັງອອກຮວງ ແລະ ຕົ້ນປ່ານກໍກຳລັງອອກດອກ.32ເຖິງຢ່າງໃດກໍຕາມ ເຂົ້າຫວີດ ແລະ ເຂົ້າສະແປນບໍ່ໄດ້ຖືກທຳລາຍ ເພາະເຂົ້າເຫລົ່ານັ້ນສຸກຊ້າກວ່າ.)33ແລ້ວໂມເຊຈຶ່ງລາຟາໂຣແລ້ວອອກໄປນອກເມືອງ. ເພິ່ນໄດ້ຍົກມືຂອງເພິ່ນຂຶ້ນຕໍ່ພຣະເຈົ້າຢາເວ; ສຽງຟ້າຮ້ອງກໍຢຸດ, ໝາກເຫັບ ແລະ ຝົນກໍຢຸດຕົກ.34ເມື່ອຟາໂຣເຫັນຝົນ ແລະ ໝາກເຫັບ ພ້ອມທັງຟ້າຮ້ອງສະຫງົບລົງແລ້ວ, ເພິ່ນກໍເຮັດບາບອີກຄື: ເພິ່ນເອງ ແລະ ຂ້າລາຊະການຂອງເພິ່ນກໍພາກັນໃຈແຂງກະດ້າງ.35ດັ່ງນັ້ນ ຟາໂຣຈຶ່ງມີໃຈແຂງກະດ້າງ ແລະ ເພິ່ນຍັງບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານໂມເຊນັ້ນ.Biblica, Inc.