ອົບພະຍົບ8
1ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂມເຊວ່າ, “ຈົ່ງໄປຫາຟາໂຣ ແລະ ບອກລາວວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.2ຖ້າເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ເຮົາຈະສົ່ງໄພພິບັດກົບມາຢູ່ທົ່ວປະເທດຂອງເຈົ້າ.3ແມ່ນ້ຳນິນຈະເຕັມໄປດ້ວຍຝູງກົບ. ພວກມັນຈະເຂົ້າໄປໃນວັງຂອງເຈົ້າ, ເຂົ້າໄປໃນຫ້ອງນອນຂອງເຈົ້າ, ເຂົ້າໄປເທິງຕຽງຂອງເຈົ້າ, ພວກມັນຈະເຂົ້າໄປໃນເຮືອນຂອງບັນດາຂ້າລາຊະການຂອງເຈົ້າ ແລະ ຢູ່ເທິງປະຊາຊົນຂອງເຈົ້າ ແລະ ເຂົ້າໄປໃນເຕົາອົບ ແລະ ອ່າງນວດແປ້ງຂອງເຈົ້າ.4ຝູງກົບນັ້ນຈະຂຶ້ນມາເທິງຕົວເຈົ້າ, ເທິງປະຊາຊົນຂອງເຈົ້າ ແລະ ຂ້າລາຊະການຂອງເຈົ້າ’ ”.5ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ, ‘ຢຽດມືຂອງເຈົ້າພ້ອມດ້ວຍໄມ້ຄ້ອນເທົ້າຂອງເຈົ້າໃສ່ແມ່ນ້ຳ, ຄອງນ້ຳ ແລະ ໜອງນໍ້າທັງຫລາຍ ແລ້ວເຮັດໃຫ້ຝູງກົບຂຶ້ນມາເທິງແຜ່ນດິນຂອງເອຢິບ’ ”.6ດັ່ງນັ້ນ ອາໂຣນຈຶ່ງຢຽດມືຂອງເພິ່ນອອກໃສ່ນ້ຳທັງຫລາຍຂອງເອຢິບ, ແລ້ວຝູງກົບກໍຂຶ້ນມາປົກຄຸມແຜ່ນດິນ.7ແຕ່ພວກຫລິ້ນຄາຖາອາຄົມກໍໄດ້ເຮັດສິ່ງດຽວກັນໂດຍໃຊ້ວິຊາທີ່ເລິກລັບຂອງພວກເຂົາ; ພວກເຂົາໄດ້ເຮັດໃຫ້ຝູງກົບຂຶ້ນມາເທິງແຜ່ນດິນຂອງເອຢິບເໝືອນກັນ.8ຟາໂຣຈຶ່ງເອີ້ນໃຫ້ໂມເຊ ແລະ ອາໂຣນເຂົ້າມາພົບແລ້ວກ່າວວ່າ, “ຈົ່ງອະທິຖານຕໍ່ພຣະເຈົ້າຢາເວເພື່ອໃຫ້ເອົາຝູງກົບນັ້ນໜີໄປຈາກເຮົາ ແລະ ປະຊາຊົນຂອງເຮົາ, ແລ້ວເຮົາຈະປ່ອຍປະຊາຊົນຂອງເຈົ້າອອກໄປເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ”.9ໂມເຊຕອບຟາໂຣວ່າ, “ຂ້ານ້ອຍຂໍໃຫ້ກຽດທ່ານໃນການຈັດເວລາໃຫ້ຂ້ານ້ອຍເພື່ອອະທິຖານເພື່ອທ່ານ ແລະ ຂ້າລາຊະການຂອງທ່ານ ພ້ອມທັງປະຊາຊົນຂອງທ່ານ ແລະ ເຮືອນຂອງທ່ານວ່າຈະກຳຈັດຝູງກົບອອກໄປເມື່ອໃດ, ຍົກເວັ້ນຝູງກົບທີ່ຍັງມີຢູ່ໃນແມ່ນ້ຳນິນ”.10ຟາໂຣໄດ້ເວົ້າວ່າ, “ມື້ອື່ນ”.
ໂມເຊຈຶ່ງຕອບວ່າ, “ຈະເປັນໄປຕາມທີ່ທ່ານກ່າວນັ້ນ, ເພື່ອວ່າທ່ານຈະໄດ້ຮູ້ວ່າບໍ່ມີຜູ້ໃດເໝືອນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.11ຝູງກົບນັ້ນຈະອອກໄປຈາກທ່ານ, ເຮືອນຂອງທ່ານ, ເຮືອນຂອງຂ້າລາຊະການຂອງທ່ານ ແລະ ເຮືອນຂອງປະຊາຊົນຂອງທ່ານ; ແຕ່ພວກມັນຈະຍັງມີຢູ່ໃນແມ່ນ້ຳນິນເທົ່ານັ້ນ”.12ຫລັງຈາກໂມເຊ ແລະ ອາໂຣນອອກໄປຈາກຟາໂຣແລ້ວ, ໂມເຊກໍຮ້ອງຂໍຕໍ່ພຣະເຈົ້າຢາເວກ່ຽວກັບຝູງກົບທີ່ພຣະອົງໄດ້ນຳມາແກ່ຟາໂຣ.13ແລະ ພຣະເຈົ້າຢາເວກໍໄດ້ເຮັດຕາມສິ່ງທີ່ໂມເຊໄດ້ຮ້ອງຂໍ. ຝູງກົບໄດ້ຕາຍຢູ່ໃນເຮືອນ, ຢູ່ຕາມເດີ່ນຕ່າງໆ ແລະ ຢູ່ໃນທົ່ງນາຕ່າງໆ.14ພວກເຂົາໄດ້ເອົາກົບຕາຍນັ້ນມາໂຮມໄວ້ເປັນກອງ ແລະ ສົ່ງກິ່ນເໝັນໄປທົ່ວແຜ່ນດິນຂອງພວກເຂົາ.15ແຕ່ເມື່ອຟາໂຣໄດ້ເຫັນວ່າມີການຫລຸດຜ່ອນລົງແລ້ວ, ເພິ່ນກໍມີໃຈແຂງກະດ້າງ ແລະ ຈະບໍ່ຟັງໂມເຊ ແລະ ອາໂຣນອີກ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ເນື່ອງຈາກວ່າຮີ້ນໄດ້ຢູ່ກັບຄົນ ແລະ ສັດທັງຫລາຍທຸກບ່ອນ,19ພວກຫລິ້ນຄາຖາອາຄົມຈຶ່ງໄດ້ເວົ້າຕໍ່ຟາໂຣວ່າ, “ນີ້ເປັນຜົນມາຈາກນິ້ວມືຂອງພຣະເຈົ້າ”. ແຕ່ໃຈຂອງກະສັດຟາໂຣຍັງແຂງກະດ້າງຢູ່ ແລະ ຈະບໍ່ຍອມຟັງ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ໂມເຊຈຶ່ງຕອບວ່າ, “ຈະເປັນໄປຕາມທີ່ທ່ານກ່າວນັ້ນ, ເພື່ອວ່າທ່ານຈະໄດ້ຮູ້ວ່າບໍ່ມີຜູ້ໃດເໝືອນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.11ຝູງກົບນັ້ນຈະອອກໄປຈາກທ່ານ, ເຮືອນຂອງທ່ານ, ເຮືອນຂອງຂ້າລາຊະການຂອງທ່ານ ແລະ ເຮືອນຂອງປະຊາຊົນຂອງທ່ານ; ແຕ່ພວກມັນຈະຍັງມີຢູ່ໃນແມ່ນ້ຳນິນເທົ່ານັ້ນ”.12ຫລັງຈາກໂມເຊ ແລະ ອາໂຣນອອກໄປຈາກຟາໂຣແລ້ວ, ໂມເຊກໍຮ້ອງຂໍຕໍ່ພຣະເຈົ້າຢາເວກ່ຽວກັບຝູງກົບທີ່ພຣະອົງໄດ້ນຳມາແກ່ຟາໂຣ.13ແລະ ພຣະເຈົ້າຢາເວກໍໄດ້ເຮັດຕາມສິ່ງທີ່ໂມເຊໄດ້ຮ້ອງຂໍ. ຝູງກົບໄດ້ຕາຍຢູ່ໃນເຮືອນ, ຢູ່ຕາມເດີ່ນຕ່າງໆ ແລະ ຢູ່ໃນທົ່ງນາຕ່າງໆ.14ພວກເຂົາໄດ້ເອົາກົບຕາຍນັ້ນມາໂຮມໄວ້ເປັນກອງ ແລະ ສົ່ງກິ່ນເໝັນໄປທົ່ວແຜ່ນດິນຂອງພວກເຂົາ.15ແຕ່ເມື່ອຟາໂຣໄດ້ເຫັນວ່າມີການຫລຸດຜ່ອນລົງແລ້ວ, ເພິ່ນກໍມີໃຈແຂງກະດ້າງ ແລະ ຈະບໍ່ຟັງໂມເຊ ແລະ ອາໂຣນອີກ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ໄພພິບັດຈາກຝູງຮີ້ນ
16ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ, ‘ຈົ່ງເດ່ໄມ້ຄ້ອນເທົ້າຂອງເຈົ້າອອກ ແລະ ຟາດໃສ່ຂີ້ຝຸ່ນເທິງພື້ນດິນ,’ ແລ້ວຂີ້ຝຸ່ນທົ່ວດິນແດນເອຢິບກໍຈະກາຍເປັນຝູງຮີ້ນ”.17ພວກເພິ່ນຈຶ່ງໄດ້ເຮັດສິ່ງນີ້ ແລະ ເມື່ອອາໂຣນຢຽດມືເບື້ອງທີ່ຖືໄມ້ຄ້ອນເທົ້າອອກ ແລະ ຟາດໃສ່ຂີ້ຝຸ່ນເທິງພື້ນດິນ, ຝູງຮີ້ນກໍມາຕອມຄົນ ແລະ ສັດ. ຂີ້ຝຸ່ນທົ່ວດິນແດນເອຢິບກໍໄດ້ກາຍເປັນຝູງຮີ້ນໝົດ.18ແຕ່ເມື່ອພວກຫລິ້ນຄາຖາອາຄົມພະຍາຍາມຈະໃຊ້ວິຊາທີ່ເລິກລັບຂອງຕົນເຮັດຕາມ, ພວກເຂົາກໍເຮັດບໍ່ໄດ້.ເນື່ອງຈາກວ່າຮີ້ນໄດ້ຢູ່ກັບຄົນ ແລະ ສັດທັງຫລາຍທຸກບ່ອນ,19ພວກຫລິ້ນຄາຖາອາຄົມຈຶ່ງໄດ້ເວົ້າຕໍ່ຟາໂຣວ່າ, “ນີ້ເປັນຜົນມາຈາກນິ້ວມືຂອງພຣະເຈົ້າ”. ແຕ່ໃຈຂອງກະສັດຟາໂຣຍັງແຂງກະດ້າງຢູ່ ແລະ ຈະບໍ່ຍອມຟັງ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ໄພພິບັດຈາກຝູງເຫລືອກ
20ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂມເຊວ່າ, “ຈົ່ງລຸກຂຶ້ນແຕ່ເຊົ້າແລ້ວໄປປະເຊີນໜ້າກັບຟາໂຣຂະນະທີ່ເພິ່ນໄປທີ່ແມ່ນ້ຳ ແລະ ບອກລາວວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.21ຖ້າເຈົ້າບໍ່ຍອມປ່ອຍປະຊາຊົນຂອງເຮົາໄປ, ເຮົາຈະສົ່ງຝູງເຫລືອກມາຕອມເຈົ້າ ແລະ ຂ້າລາຊະການຂອງເຈົ້າ, ຕອມປະຊາຊົນຂອງເຈົ້າ ແລະ ເຂົ້າໄປໃນບັນດາເຮືອນຂອງເຈົ້າ. ບັນດາເຮືອນຂອງຊາວເອຢິບຈະເຕັມໄປດ້ວຍຝູງເຫລືອກ; ແມ່ນແຕ່ພື້ນດິນກໍຈະປົກຄຸມດ້ວຍຝູງເຫລືອກ.22“ ‘ແຕ່ໃນວັນນັ້ນ ເຮົາຈະຈັດການກັບດິນແດນໂກເຊັນ ບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່ແຕກຕ່າງກັນ; ທີ່ນັ້ນຈະບໍ່ມີຝູງເຫລືອກ, ເພື່ອວ່າເຈົ້າຈະໄດ້ຮູ້ວ່າ, ເຮົາແມ່ນພຣະເຈົ້າຢາເວ, ເຮົາຢູ່ໃນດິນແດນນີ້.23ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງ ລະຫວ່າງປະຊາຊົນຂອງເຮົາ ແລະ ປະຊາຊົນຂອງເຈົ້າ. ໝາຍສຳຄັນນີ້ຈະເກີດຂຶ້ນໃນມື້ອື່ນ’ ”.24ແລະ ພຣະເຈົ້າຢາເວກໍໄດ້ເຮັດສິ່ງນີ້. ຝູງເຫລືອກຈຳນວນມະຫາສານຫລັ່ງເຂົ້າໄປໃນວັງຂອງຟາໂຣ ແລະ ເຂົ້າໄປໃນເຮືອນຂອງຂ້າລາຊະການຂອງເພິ່ນ; ທົ່ວດິນແດນເອຢິບໄດ້ຮັບຄວາມເສຍຫາຍໂດຍຝູງເຫລືອກ.25ແລ້ວຟາໂຣຈຶ່ງໄດ້ເອີ້ນໃຫ້ໂມເຊ ແລະ ອາໂຣນມາພົບແລ້ວກ່າວວ່າ, “ຈົ່ງໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຂອງພວກເຈົ້າໃນດິນແດນນີ້”.26ແຕ່ໂມເຊໄດ້ຕອບວ່າ, “ການເຮັດເຊັ່ນນັ້ນແມ່ນບໍ່ຖືກຕ້ອງ. ເຄື່ອງບູຊາທີ່ພວກຂ້ານ້ອຍຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍນັ້ນຈະເປັນທີ່ລັງກຽດແກ່ຊາວເອຢິບ. ແລະ ຖ້າພວກຂ້ານ້ອຍຖວາຍເຄື່ອງບູຊາທີ່ເປັນທີ່ລັງກຽດໃນສາຍຕາຂອງພວກເຂົາ, ພວກເຂົາຈະບໍ່ເອົາກ້ອນຫີນແກ່ວງໃສ່ພວກຂ້ານ້ອຍບໍ?27ພວກຂ້ານ້ອຍຈຳເປັນຕ້ອງເດີນທາງສາມວັນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ດັ່ງທີ່ພຣະອົງສັ່ງພວກຂ້ານ້ອຍ”.28ຟາໂຣກ່າວວ່າ, “ເຮົາຈະໃຫ້ພວກເຈົ້າໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນຖິ່ນແຫ້ງແລ້ງກັນດານ, ແຕ່ວ່າພວກເຈົ້າຕ້ອງບໍ່ໄປໄກຫລາຍ. ບັດນີ້ ຈົ່ງອະທິຖານເພື່ອເຮົາ”.29ໂມເຊໄດ້ຕອບວ່າ, “ທັນທີທີ່ຂ້ານ້ອຍຈາກທ່ານໄປ, ຂ້ານ້ອຍຈະອະທິຖານຕໍ່ພຣະເຈົ້າຢາເວ ແລະ ມື້ອື່ນຝູງເຫລືອກກໍຈະໜີໄປຈາກທ່ານ, ຂ້າລາຊະການ ແລະ ປະຊາຊົນຂອງທ່ານ. ຂໍພຽງແຕ່ໃຫ້ໝັ້ນໃຈວ່າທ່ານບໍ່ກັບຄຳອີກໂດຍບໍ່ຍອມປ່ອຍປະຊາຊົນອອກໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ”.30ແລ້ວໂມເຊຈຶ່ງຈາກຟາໂຣໄປ ແລະ ອະທິຖານຕໍ່ພຣະເຈົ້າຢາເວ,31ແລະ ພຣະເຈົ້າຢາເວກໍໄດ້ເຮດໃນສິ່ງທີ່ໂມເຊໄດ້ຂໍ. ຝູງເຫລືອກໄດ້ໄປຈາກກະສັດຟາໂຣ, ຂ້າລາຊະການ ແລະ ປະຊາຊົນຂອງເພິ່ນ; ບໍ່ມີເຫລືອກເຫລືອຢູ່ຈັກໂຕ.32ແຕ່ຄັ້ງນີ້ກໍເໝືອນກັນຟາໂຣຍັງໃຈແຂງກະດ້າງຢູ່ ແລະ ຈະບໍ່ປ່ອຍປະຊາຊົນໄປ.Biblica, Inc.