ອົບພະຍົບ10
ໄພພິບັດຈາກຝູງຕັກແຕນ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງກັບໄປພົບຟາໂຣ, ເພາະເຮົາເຮັດໃຫ້ໃຈຂອງລາວແຂງກະດ້າງ ແລະ ໃຈຂອງຂ້າລາຊະການຂອງລາວແຂງກະດ້າງເໝືອນກັນ ເພື່ອເຮົາຈະສະແດງໝາຍສຳຄັນຂອງເຮົາເຫລົ່ານີ້ທ່າມກາງພວກເຂົາ2ເພື່ອເຈົ້າຈະໄດ້ເລົ່າໃຫ້ລູກຫລານຂອງພວກເຈົ້າຟັງເຖິງການທີ່ເຮົາຈັດການກັບຊາວເອຢິບຢ່າງໜັກໜ່ວງ ແລະ ເຮົາໄດ້ສະແດງໝາຍສຳຄັນຂອງເຮົາທ່າມກາງພວກເຂົາແລ້ວ ພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ”.3ດັ່ງນັ້ນ ໂມເຊ ແລະ ອາໂຣນຈຶ່ງໄດ້ໄປພົບຟາໂຣ ແລະ ເວົ້າກັບເພິ່ນວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີໄດ້ເວົ້າຄື: ‘ເຈົ້າຈະປະຕິເສດທີ່ຈະຖ່ອມຕົວເຈົ້າເອງລົງຕໍ່ໜ້າເຮົາອີກດົນປານໃດ? ຈົ່ງປ່ອຍໃຫ້ປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ.4ຖ້າເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ມື້ອື່ນເຮົາຈະນຳຝູງຕັກແຕນເຂົ້າມາໃນປະເທດຂອງເຈົ້າ.5ພວກມັນຈະມາປົກຄຸມໜ້າດິນຈົນເບິ່ງບໍ່ເຫັນໜ້າດິນ. ພວກມັນຈະກັດກິນສິ່ງເລັກນ້ອຍທີ່ພວກເຈົ້າມີເຫລືອຢູ່ຫລັງຈາກໝາກເຫັບ, ລວມທັງຕົ້ນໄມ້ທຸກຕົ້ນທີ່ກຳລັງໃຫຍ່ໃນທົ່ງນາຂອງເຈົ້າ.6ຕັກແຕນຈະເຂົ້າມາເຕັມວັງຂອງເຈົ້າ, ເຮືອນຂອງຂ້າລາຊະການຂອງເຈົ້າ ແລະ ທຸກເຮືອນຂອງຊາວເອຢິບ ນີ້ຄືສິ່ງທີ່ພໍ່ແມ່ຂອງເຈົ້າ ແລະ ບັນພະບຸລຸດຂອງເຈົ້າບໍ່ເຄີຍເຫັນມາກ່ອນນັບຕັ້ງແຕ່ມື້ທີ່ພວກເຂົາຕັ້ງຖິ່ນຖານໃນດິນແດນນີ້ຈົນເຖິງດຽວນີ້’ ”. ຫລັງຈາກນັ້ນ ໂມເຊກໍກັບ ແລະ ໄປຈາກຟາໂຣແລ້ວກັບໄປ.7ບັນດາຂ້າລາຊະການຂອງຟາໂຣກ່າວຕໍ່ເພິ່ນວ່າ, “ຊາຍຄົນນີ້ຈະເປັນບ້ວງແຮ້ວຕໍ່ພວກເຮົາໄປອີກດົນປານໃດ? ຂໍຈົ່ງປ່ອຍປະຊາຊົນໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ທ່ານຍັງບໍ່ສຳນຶກວ່າເອຢິບຖືກທຳລາຍແລ້ວ?”8ຫລັງຈາກນັ້ນ ໂມເຊ ແລະ ອາໂຣນຈຶ່ງຖືກນຳກັບຄືນມາພົບຟາໂຣອີກ. ຟາໂຣໄດ້ເວົ້າວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແຕ່ຈົ່ງບອກເຮົາວ່າມີຜູ້ໃດແດ່ຈະໄປ?”9ໂມເຊໄດ້ຕອບວ່າ, “ພວກຂ້ານ້ອຍຈະໄປພ້ອມທັງຄົນໜຸ່ມ ແລະ ຄົນແກ່ຂອງພວກຂ້ານ້ອຍ, ພ້ອມທັງບັນດາລູກຊາຍ ແລະ ລູກສາວຂອງພວກຂ້ານ້ອຍ ແລະ ພ້ອມທັງຝູງແບ້, ຝູງແກະ ແລະ ຝູງງົວຂອງພວກຂ້ານ້ອຍ, ເພາະພວກຂ້ານ້ອຍຈະຕ້ອງສະຫລອງເທດສະການແກ່ພຣະເຈົ້າຢາເວ”.10ຟາໂຣຈຶ່ງກ່າວວ່າ, “ຂໍໃຫ້ພຣະເຈົ້າຢາເວຢູ່ກັບພວກເຈົ້າ ຖ້າເຮົາປ່ອຍພວກເຈົ້າໄປພ້ອມກັບແມ່ຍິງ ແລະ ເດັກນ້ອຍຂອງພວກເຈົ້າ! ເຫັນໄດ້ຊັດເຈນວ່າພວກເຈົ້າມີແຜນການຊົ່ວຮ້າຍ. 11ບໍ່ໄດ້! ໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປນະມັດສະການພຣະເຈົ້າຢາເວ ເພາະວ່ານັ້ນເປັນສິ່ງທີ່ພວກເຈົ້າຂໍໄວ້”. ຫລັງຈາກນັ້ນ ໂມເຊ ແລະ ອາໂຣນກໍຖືກໄລ່ອອກໄປໃຫ້ພົ້ນໜ້າຂອງຟາໂຣ.12ແລະ ພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ຈົ່ງຍົກມືຂຶ້ນເໜືອເອຢິບເພື່ອວ່າຝູງຕັກແຕນຈະໄດ້ມາທົ່ວດິນແດນ ແລະ ກັດກິນທຸກສິ່ງທີ່ເກີດຂຶ້ນໃນທົ່ງນາ ເຊິ່ງເຫລືອຈາກການທຳລາຍຂອງໝາກເຫັບ”.13ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນເໜືອປະເທດເອຢິບ ແລະ ພຣະເຈົ້າຢາເວໄດ້ເຮັດໃຫ້ລົມຕາເວັນອອກພັດມາທົ່ວແຜ່ນດິນຕະຫລອດເວັນ ແລະ ຕະຫລອດຄືນ. ໃນຕອນເຊົ້າລົມກໍໄດ້ນຳເອົາຝູງຕັກແຕນມາ;14ຝູງຕັກແຕນຈໍານວນຫລວງຫລາຍໄດ້ບຸກລຸກເອຢິບທັງໝົດ ແລະ ຕັ້ງຖິ່ນຖານຢູ່ໃນທຸກພື້ນທີ່ຂອງປະເທດ. ໄພວິບັດຈາກຕັກແຕນຢ່າງນີ້ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ມີອີກຕໍ່ໄປ.15ຝູງຕັກແຕນປົກຄຸມທົ່ວພື້ນດິນຈົນດໍາໄປໝົດ. ມັນກັດກິນທຸກສິ່ງທີ່ເຫລືອຫລັງຈາກການທຳລາຍຂອງໝາກເຫັບ ຄືທຸກຢ່າງທີ່ເກີດຂຶ້ນຢູ່ໃນທົ່ງນາ ແລະ ໝາກໄມ້ທີ່ຢູ່ໃນຕົ້ນ. ບໍ່ມີສີຂຽວເຫລືອຢູ່ເທິງຕົ້ນໄມ້ ຫລື ພືດໃນທົ່ວດິນແດນເອຢິບ.16ຟາໂຣຈຶ່ງເອີ້ນໂມເຊ ແລະ ອາໂຣນມາພົບດ່ວນແລ້ວເວົ້າວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຕໍ່ສູ້ພວກເຈົ້າແລ້ວ.17ບັດນີ້ ຂໍຍົກໂທດຄວາມບາບໃຫ້ເຮົາອີກເທື່ອໜຶ່ງ ແລະ ອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ເອົາໄພພິບັດທີ່ອັນຕະລາຍນີ້ໄປຈາກເຮົາ”.18ແລ້ວໂມເຊຈຶ່ງຈາກຟາໂຣໄປ ແລະ ອະທິຖານຕໍ່ພຣະເຈົ້າຢາເວ.19ແລະ ພຣະເຈົ້າຢາເວປ່ຽນລົມໃຫ້ເປັນລົມຕາເວັນຕົກທີ່ພັດແຮງຫລາຍ, ເຊິ່ງຫອບເອົາຝູງຕັກແຕນແລ້ວໄປຖິ້ມລົງໃນທະເລແດງ. ທຸກບ່ອນໃນເອຢິບບໍ່ມີຕັກແຕນເຫລືອຈັກໂຕ.20ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ຟາໂຣມີໃຈແຂງກະດ້າງ ແລະ ຈະບໍ່ຍອມປ່ອຍຊາວອິດສະຣາເອນໄປ.ໄພພິບັດຈາກຄວາມມືດ
21ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງຍົກມືຂອງເຈົ້າຂຶ້ນສູ່ທ້ອງຟ້າເພື່ອໃຫ້ຄວາມມືດແຜ່ກະຈາຍໄປທົ່ວເອຢິບ ຄືຄວາມມືດທີ່ສາມາດຮູ້ສຶກໄດ້”.22ດັ່ງນັ້ນ ໂມເຊຈຶ່ງຍົກມືຂອງເພິ່ນຂຶ້ນສູ່ທ້ອງຟ້າ ແລ້ວຄວາມມືດກໍໄດ້ປົກຄຸມທົ່ວເອຢິບຕະຫລອດສາມວັນ.23ໃນໄລຍະສາມວັນນັ້ນບໍ່ມີຜູ້ໃດສາມາດເບິ່ງເຫັນກັນ ຫລື ເຄື່ອນໄຫວໄປມາໄດ້. ແຕ່ຊາວອິດສະຣາເອນທຸກຄົນມີແສງສະຫວ່າງໃນບ່ອນທີ່ພວກເຂົາອາໄສຢູ່.24ແລ້ວຟາໂຣຈຶ່ງເອີ້ນໂມເຊເຂົ້າພົບ ແລະ ເວົ້າວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ. ແມ່ນແຕ່ພວກແມ່ຍິງ ແລະ ເດັກນ້ອຍຂອງເຈົ້າກໍໄປກັບເຈົ້າໄດ້; ຈົ່ງປະແຕ່ຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຈົ້າເທົ່ານັ້ນໄວ້”.25ແຕ່ໂມເຊຕອບວ່າ, “ທ່ານກໍຕ້ອງອະນຸຍາດໃຫ້ພວກຂ້ານ້ອຍມີເຄື່ອງບູຊາ ແລະ ເຄື່ອງເຜົາຖວາຍບູຊາເພື່ອຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍ.26ສັດລ້ຽງຂອງພວກຂ້ານ້ອຍກໍຕ້ອງໄປນໍາພວກຂ້ານ້ອຍເໝືອນກັນ; ຈະບໍ່ມີສັດເຫລືອຢູ່ແມ່ນແຕ່ໂຕດຽວ. ເພາະພວກຂ້ານ້ອຍຈຳເປັນຕ້ອງໃຊ້ສັດເຫລົ່ານັ້ນໃນການນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ແລະ ຍັງບໍ່ຮູ້ວ່າພວກຂ້ານ້ອຍຈະໃຊ້ສັດຊະນິດໃດຖວາຍແກ່ພຣະເຈົ້າຢາເວຈົນກວ່າພວກຂ້ານ້ອຍຈະໄປເຖິງທີ່ນັ້ນ”.27ແຕ່ພຣະເຈົ້າຢາເວເຮັດໃຫ້ຟາໂຣມີໃຈແຂງກະດ້າງ ແລະ ເພິ່ນບໍ່ໄດ້ມີຄວາມຕັ້ງໃຈທີ່ຈະປ່ອຍພວກເຂົາໄປ.28ຟາໂຣກ່າວແກ່ໂມເຊວ່າ, “ຈົ່ງໄປໃຫ້ພົ້ນຈາກສາຍຕາຂອງເຮົາ! ເຈົ້າຢ່າມາປາກົດຕໍ່ໜ້າເຮົາອີກ! ວັນທີ່ເຈົ້າເຫັນໜ້າເຮົາ ເຈົ້າຈະຕາຍ”.29ໂມເຊໄດ້ຕອບວ່າ, “ເໝືອນດັ່ງທີ່ທ່ານເວົ້າ, ຂ້ານ້ອຍຈະບໍ່ມາປາກົດຕໍ່ໜ້າທ່ານອີກຈັກເທື່ອ”.Biblica, Inc.