ອົບພະຍົບ7
1ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເບິ່ງແມ, ເຮົາໄດ້ເຮັດໃຫ້ເຈົ້າເປັນເໝືອນພຣະເຈົ້າຕໍ່ຟາໂຣ ແລະ ອາໂຣນອ້າຍຂອງເຈົ້າກໍຈະເປັນຜູ້ທຳນວາຍຂອງເຈົ້າ.2ເຈົ້າຈະຕ້ອງກ່າວທຸກສິ່ງທີ່ເຮົາສັ່ງເຈົ້າ ແລະ ອາໂຣນອ້າຍຂອງເຈົ້າກໍຈະຕ້ອງບອກຟາໂຣໃຫ້ປ່ອຍຊາວອິດສະຣາເອນອອກຈາກປະເທດຂອງລາວ.3ແຕ່ເຮົາຈະເຮັດໃຫ້ໃຈຂອງຟາໂຣແຂງກະດ້າງ ແລະ ເຖິງແມ່ນວ່າເຮົາຈະເຮັດໝາຍສຳຄັນ ແລະ ການອັດສະຈັນຕ່າງໆໃນເອຢິບຫລາຍຂຶ້ນ,4ລາວກໍຈະບໍ່ຟັງເຈົ້າ. ແລ້ວເຮົາຈະວາງມືຂອງເຮົາໃສ່ເອຢິບ ແລະ ດ້ວຍການພິພາກສາລົງໂທດຢ່າງໜັກ ເຮົາຈະນຳເອົາບັນດາກຸ່ມຂອງເຮົາອອກໄປ, ຄືຊາວອິດສະຣາເອນປະຊາຊົນຂອງເຮົາ.5ແລະ ຊາວເອຢິບຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ເມື່ອເຮົາຢຽດມືຂອງເຮົາອອກຕໍ່ສູ້ເອຢິບ ແລະ ນຳເອົາຊາວອິດສະຣາເອນອອກໄປຈາກເອຢິບ”.6ໂມເຊ ແລະ ອາໂຣນກໍໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງພວກເພິ່ນ.7ເມື່ອພວກເພິ່ນເຂົ້າໄປເວົ້າກັບຟາໂຣນັ້ນ ໂມເຊມີອາຍຸໄດ້ 80 ປີ ແລະ ອາໂຣນມີອາຍຸໄດ້ 83 ປີ.
ໄມ້ຄ້ອນເທົ້າຂອງອາໂຣນກາຍເປັນງູ
8ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ແລະ ອາໂຣນວ່າ,9“ເມື່ອຟາໂຣກ່າວກັບພວກເຈົ້າວ່າ, ‘ຈົ່ງສະແດງການອັດສະຈັນ,’ ແລ້ວເຈົ້າຈົ່ງບອກອາໂຣນວ່າ, ‘ຈັບໄມ້ຄ້ອນເທົ້າຂອງເຈົ້າ ແລະ ຖິ້ມໄມ້ທ້ອນເທົ້ານັ້ນລົງຕໍ່ໜ້າຟາໂຣ,’ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ”.10ດັ່ງນັ້ນ ໂມເຊ ແລະ ອາໂຣນຈຶ່ງເຂົ້າໄປພົບຟາໂຣ ແລະ ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງຕໍ່ໜ້າຟາໂຣ ແລະ ບັນດາຂ້າລາຊະການຂອງເພິ່ນ, ແລ້ວໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ.11ແລ້ວຟາໂຣຈຶ່ງເອີ້ນເອົາບັນດານັກປາດ, ໝໍມົນ ແລະ ພວກຫລິ້ນຄາຖາອາຄົມຊາວເອຢິບມາ ພວກເຂົາກໍສາມາດເຮັດສິ່ງດຽວກັນໂດຍໃຊ້ວິຊາທີ່ເລິກລັບຂອງພວກເຂົາຄື:12ແຕ່ລະຄົນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງ ແລະ ໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ. ແຕ່ໄມ້ຄ້ອນເທົ້າຂອງອາໂຣນໄດ້ກືນກິນໄມ້ຄ້ອນເທົ້າຂອງພວກເຂົາ.13ແຕ່ຟາໂຣຍັງມີໃຈແຂງກະດ້າງ ແລະ ບໍ່ຍອມຟັງພວກເພິ່ນ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້ແລ້ວ.ໄພພິບັດຈາກເລືອດ
14ຕໍ່ມາພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຟາໂຣຍັງໃຈແຂງຢູ່; ລາວປະຕິເສດທີ່ຈະປ່ອຍປະຊາຊົນໄປ.15ຈົ່ງໄປພົບຟາໂຣໃນຕອນເຊົ້າຂະນະທີ່ລາວອອກໄປທີ່ແມ່ນ້ຳນິນ. ຈົ່ງຖ້າລາວຢູ່ທີ່ແຄມຝັ່ງແມ່ນ້ຳນິນ ແລະ ຖືໄມ້ຄ້ອນເທົ້າທີ່ກາຍເປັນງູໄດ້ຢູ່ໃນມືຂອງເຈົ້າໄປນໍາ.16ແລ້ວບອກລາວວ່າ, ‘ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີໄດ້ໃຊ້ຂ້ານ້ອຍມາເພື່ອກ່າວຕໍ່ທ່ານວ່າ: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະນະມັດສະການເຮົາໃນຖິ່ນແຫ້ງແລ້ງກັນດານ. ແຕ່ຈົນບັດນີ້ເຈົ້າກໍຍັງບໍ່ຟັງ.17ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ໂດຍສິ່ງນີ້ ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ: ເຮົາຈະເອົາໄມ້ຄ້ອນເທົ້າທີ່ຢູ່ໃນມືຂອງເຮົາຟາດລົງນ້ຳໃນແມ່ນໍ້ານິນ, ແລ້ວນ້ຳນັ້ນກໍຈະກາຍເປັນເລືອດ.18ປາທີ່ຢູ່ໃນແມ່ນໍ້ານິນຈະຕາຍ ແລະ ແມ່ນ້ຳຈະເນົ່າເໝັນ; ຊາວເອຢິບຈະບໍ່ສາມາດດື່ມນ້ຳນັ້ນໄດ້’ ”.19ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ, ‘ຈັບເອົາໄມ້ຄ້ອນເທົ້າຂອງເຈົ້າ ແລະ ຢຽດມືຂອງເຈົ້າອອກເໜືອນ້ຳທັງຫລາຍໃນເອຢິບ ເໜືອບັນດາແມ່ນ້ຳ ແລະ ຄອງນ້ຳ, ເໜືອໜອງ ແລະ ອ່າງເກັບນ້ຳທັງໝົດ ແລ້ວນໍ້າເຫລົ່ານັ້ນຈະກາຍເປັນເລືອດ’. ເລືອດຈະຢູ່ທຸກບ່ອນໃນປະເທດເອຢິບ, ແມ່ນແຕ່ໃນພາຊະນະໄມ້ ແລະ ຫີນ”.20ໂມເຊ ແລະ ອາໂຣນກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ອາໂຣນໄດ້ຍົກໄມ້ຄ້ອນເທົ້າຂຶ້ນຕໍ່ໜ້າກະສັດຟາໂຣ ແລະ ບັນດາຂ້າລາຊະການຂອງເພິ່ນ ແລະ ໄດ້ຟາດລົງໃສ່ນ້ຳໃນແມ່ນ້ຳນິນ ແລ້ວນ້ຳທັງໝົດຈຶ່ງໄດ້ກາຍເປັນເລືອດ.21ປາໃນແມ່ນ້ຳນິນກໍໄດ້ຕາຍ ແລະ ແມ່ນ້ຳກໍມີກິ່ນເໝັນຫລາຍຈົນຊາວເອຢິບບໍ່ສາມາດດື່ມນໍ້ານັ້ນໄດ້. ເລືອດມີຢູ່ທຸກບ່ອນໃນເອຢິບ.22ແຕ່ພວກຫລິ້ນຄາຖາອາຄົມຊາວເອຢິບກໍເຮັດສິ່ງດຽວກັນໂດຍໃຊ້ວິຊາທີ່ເລິກລັບຂອງພວກເຂົາ ແລະ ຟາໂຣກໍຍັງມີໃຈແຂງກະດ້າງຢູ່; ເພິ່ນຈະບໍ່ຍອມຟັງໂມເຊ ແລະ ອາໂຣນຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້.23ແຕ່ຟາໂຣກັບຄືນເມືອວັງຂອງຕົນ ແລະ ບໍ່ໄດ້ເອົາເລື່ອງນີ້ໃສ່ໃຈເລີຍ.24ແລະ ຊາວເອຢິບທັງໝົດພາກັນຂຸດນ້ຳສ້າງຕາມແຄມແມ່ນ້ຳນິນເພື່ອຊອກຫານ້ຳດື່ມ, ເພາະພວກເຂົາບໍ່ສາມາດດື່ມນ້ຳຈາກແມ່ນ້ຳໄດ້.ໄພພິບັດຈາກກົບ
25ເຈັດມື້ຜ່ານໄປຫລັງຈາກທີ່ພຣະເຈົ້າຢາເວໄດ້ໂຈມຕີແມ່ນ້ຳນິນ.Biblica, Inc.