ອົບພະຍົບ6
1ແລ້ວພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດແກ່ຟາໂຣຄື: ລາວຈະປ່ອຍພວກເຂົາໄປເພາະມືອັນມີລິດອຳນາດຍິ່ງໃຫຍ່ຂອງເຮົາ; ລາວຈະຂັບໄລ່ພວກເຂົາອອກໄປຈາກປະເທດຂອງລາວເພາະມືອັນມີລິດອຳນາດຍິ່ງໃຫຍ່ຂອງເຮົາ”.2ພຣະເຈົ້າຍັງໄດ້ເວົ້າກັບໂມເຊວ່າ, “ເຮົາແມ່ນພຣະເຈົ້າຢາເວ.3ເຮົາໄດ້ປາກົດແກ່ອັບຣາຮາມ, ແກ່ອີຊາກ ແລະ ແກ່ຢາໂຄບໃນຖານະພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສະແດງຕົວເຮົາເອງໃຫ້ພວກເຂົາຮູ້ຈັກໃນນາມຂອງພຣະເຈົ້າຢາເວ, 4ເຮົາຍັງໄດ້ຕັ້ງພັນທະສັນຍາຂອງເຮົາກັບພວກເຂົາວ່າຈະມອບດິນແດນການາອານບ່ອນທີ່ພວກເຂົາເຄີຍອາໄສຢູ່ໃນຖານະຄົນຕ່າງດ້າວນັ້ນໃຫ້ແກ່ພວກເຂົາ.5ຫລາຍກວ່ານັ້ນອີກ ເຮົາໄດ້ຍິນສຽງຄວນຄາງຂອງຊາວອິດສະຣາເອນ ເຊິ່ງກຳລັງຕົກເປັນທາດຂອງຊາວເອຢິບ ແລະ ເຮົາໄດ້ລະນຶກເຖິງພັນທະສັນຍາຂອງເຮົາ.6“ເຫດສະນັ້ນ ຈົ່ງບອກຊາວອິດສະຣາເອນວ່າ: ‘ເຮົາຄືພຣະເຈົ້າຢາເວ ແລະ ເຮົາຈະນຳເອົາພວກເຈົ້າອອກຈາກການຢູ່ໃຕ້ແອກຂອງຊາວເອຢິບ. ເຮົາຈະໃຫ້ປົດປ່ອຍພວກເຈົ້າຈາກການເປັນຂ້າທາດຂອງພວກເຂົາ ແລະ ເຮົາຈະໄຖ່ພວກເຈົ້າດ້ວຍແຂນທີ່ໄດ້ຢຽດອອກ ແລະ ດ້ວຍການພິພາກສາລົງໂທດຢ່າງໜັກ.7ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາເອງ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ນຳເອົາພວກເຈົ້າອອກຈາກການຢູ່ໃຕ້ແອກຂອງຊາວເອຢິບ.8ເຮົາຈະນຳເອົາພວກເຈົ້າໄປຍັງດິນແດນທີ່ເຮົາໄດ້ຍົກມືສາບານໄວ້ວ່າຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຮົາຈະມອບດິນແດນນັ້ນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ’ ”.9ໂມເຊໄດ້ລາຍງານເລື່ອງນີ້ແກ່ຊາວອິດສະຣາເອນ, ແຕ່ພວກເຂົາບໍ່ໄດ້ຟັງເພິ່ນ ເພາະພວກເຂົາໝົດກຳລັງໃຈ ແລະ ຖືກໃຊ້ແຮງງານໜັກ.10ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,11“ຈົ່ງໄປ, ຈົ່ງບອກຟາໂຣກະສັດແຫ່ງເອຢິບໃຫ້ປ່ອຍຊາວອິດສະຣາເອນອອກຈາກປະເທດຂອງລາວ”.12ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ຖ້າຊາວອິດສະຣາເອນຈະບໍ່ຍອມຟັງຂ້ານ້ອຍ, ແລ້ວເປັນຫຍັງຟາໂຣຈຶ່ງຈະຍອມຟັງຂ້ານ້ອຍ, ເນື່ອງຈາກວ່າຂ້ານ້ອຍເວົ້າບໍ່ເກັ່ງ ?”
ຣູເບັນຜູ້ທີ່ເປັນລູກຊາຍກົກຂອງອິດສະຣາເອນມີລູກຊາຍຊື່ວ່າ: ຮານົກ ແລະ ປານລູ, ເຮຊະໂຣນ ແລະ ການໝີ. ຄົນເຫລົ່ານີ້ຢູ່ໃນຕະກຸນຣູເບັນ.15ຊີເມໂອນມີລູກຊາຍຊື່ວ່າ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນ ຜູ້ເປັນລູກຊາຍຂອງຍິງຊາວການາອານ. ຄົນເຫລົ່ານີ້ຢູ່ໃນຕະກຸນຊີເມໂອນ.16ຕໍ່ໄປນີ້ແມ່ນລາຍຊື່ລູກຊາຍຂອງເລວີຕາມລຳດັບການບັນທຶກຂອງພວກເຂົາມີຄື: ເກໂຊນ, ໂກຮາດ ແລະ ເມຣາຣິ. (ເລວີມີຊີວິດຢູ່ໄດ້ 137 ປີ).17ລູກຊາຍຂອງເກໂຊນຕາມຕະກຸນມີຄື: ລິບນີ ແລະ ຊີເມອີ.18ລູກຊາຍຂອງໂກຮາດມີຄື: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ. (ໂກຮາດມີຊີວິດຢູ່ໄດ້ 133 ປີ.)19ບັນດາລູກຊາຍຂອງເມຣາຣິມີຄື: ມາຮະລີ ແລະ ມູຊີ. ຄົນເຫລົ່ານີ້ລ້ວນແຕ່ເປັນຕະກຸນຂອງເລວີຕາມການບັນທຶກຂອງພວກເຂົາ.20ອຳຣາມໄດ້ແຕ່ງງານກັບໂຢເກເບັດນ້ອງສາວພໍ່ຂອງຕົນ, ຜູ້ທີ່ເກີດອາໂຣນ ແລະ ໂມເຊ. (ອຳຣາມມີຊີວິດຢູ່ໄດ້ 137 ປີ.)21ລູກຊາຍຂອງອີຊະຮາດມີຄື: ໂກຣາ, ເນເຟັກ ແລະ ຊີກະຣີ.22ລູກຊາຍຂອງອຸດຊີເອນມີຄື: ມີຊາເອນ, ເອັນສາຟັນ ແລະ ສິດທະຣີ.23ອາໂຣນໄດ້ແຕ່ງງານກັບເອລີເຊບາລູກສາວຂອງອຳມີນາດາບ ແລະ ເປັນນ້ອງສາວຂອງນາໂຊນ, ແລ້ວນາງໄດ້ເກີດລູກໃຫ້ເພິ່ນຄື: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.24ລູກຊາຍຂອງໂກຣາມີຄື: ອັດຊີເຣ, ເອນການາ ແລະ ອາບີອາສັບ. ຄົນເຫລົ່ານີ້ແມ່ນຢູ່ໃນຕະກຸນໂກຣາ.25ເອເລອາຊາລູກຊາຍຂອງອາໂຣນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງປູຕີເອນ ແລະ ນາງໄດ້ເກີດລູກຊາຍຄົນໜຶ່ງໃຫ້ເພິ່ນຊື່ວ່າຟີເນຮາ.
ຄົນເຫລົ່ານີ້ເປັນຫົວໜ້າຄອບຄົວເລວີຕາມຕະກຸນ.26ແມ່ນອາໂຣນ ແລະ ໂມເຊນີ້ແຫລະ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳເອົາຊາວອິດສະຣາເອນອອກຈາກເອຢິບຕາມກຸ່ມຂອງພວກເຂົາ”.27ໂມເຊ ແລະ ອາໂຣນເປັນຜູ້ທີ່ເວົ້າກັບຟາໂຣກະສັດແຫ່ງເອຢິບກ່ຽວກັບການນຳເອົາຊາວອິດສະຣາເອນອອກຈາກເອຢິບ.
ການບັນທຶກກ່ຽວກັບຄອບຄົວຂອງໂມເຊ ແລະ ອາໂຣນ
13ບັດນີ້ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ແລະ ອາໂຣນກ່ຽວກັບຊາວອິດສະຣາເອນ ແລະ ຟາໂຣກະສັດແຫ່ງເອຢິບ, ແລ້ວພຣະອົງກໍໄດ້ສັ່ງພວກເພິ່ນໃຫ້ນຳເອົາຊາວອິດສະຣາເອນອອກຈາກເອຢິບ.14ຕໍ່ໄປນີ້ເປັນລາຍຊື່ຫົວໜ້າຄອບຄົວ ຕ່າງໆຂອງພວກເຂົາມີຄື:ຣູເບັນຜູ້ທີ່ເປັນລູກຊາຍກົກຂອງອິດສະຣາເອນມີລູກຊາຍຊື່ວ່າ: ຮານົກ ແລະ ປານລູ, ເຮຊະໂຣນ ແລະ ການໝີ. ຄົນເຫລົ່ານີ້ຢູ່ໃນຕະກຸນຣູເບັນ.15ຊີເມໂອນມີລູກຊາຍຊື່ວ່າ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນ ຜູ້ເປັນລູກຊາຍຂອງຍິງຊາວການາອານ. ຄົນເຫລົ່ານີ້ຢູ່ໃນຕະກຸນຊີເມໂອນ.16ຕໍ່ໄປນີ້ແມ່ນລາຍຊື່ລູກຊາຍຂອງເລວີຕາມລຳດັບການບັນທຶກຂອງພວກເຂົາມີຄື: ເກໂຊນ, ໂກຮາດ ແລະ ເມຣາຣິ. (ເລວີມີຊີວິດຢູ່ໄດ້ 137 ປີ).17ລູກຊາຍຂອງເກໂຊນຕາມຕະກຸນມີຄື: ລິບນີ ແລະ ຊີເມອີ.18ລູກຊາຍຂອງໂກຮາດມີຄື: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ. (ໂກຮາດມີຊີວິດຢູ່ໄດ້ 133 ປີ.)19ບັນດາລູກຊາຍຂອງເມຣາຣິມີຄື: ມາຮະລີ ແລະ ມູຊີ. ຄົນເຫລົ່ານີ້ລ້ວນແຕ່ເປັນຕະກຸນຂອງເລວີຕາມການບັນທຶກຂອງພວກເຂົາ.20ອຳຣາມໄດ້ແຕ່ງງານກັບໂຢເກເບັດນ້ອງສາວພໍ່ຂອງຕົນ, ຜູ້ທີ່ເກີດອາໂຣນ ແລະ ໂມເຊ. (ອຳຣາມມີຊີວິດຢູ່ໄດ້ 137 ປີ.)21ລູກຊາຍຂອງອີຊະຮາດມີຄື: ໂກຣາ, ເນເຟັກ ແລະ ຊີກະຣີ.22ລູກຊາຍຂອງອຸດຊີເອນມີຄື: ມີຊາເອນ, ເອັນສາຟັນ ແລະ ສິດທະຣີ.23ອາໂຣນໄດ້ແຕ່ງງານກັບເອລີເຊບາລູກສາວຂອງອຳມີນາດາບ ແລະ ເປັນນ້ອງສາວຂອງນາໂຊນ, ແລ້ວນາງໄດ້ເກີດລູກໃຫ້ເພິ່ນຄື: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.24ລູກຊາຍຂອງໂກຣາມີຄື: ອັດຊີເຣ, ເອນການາ ແລະ ອາບີອາສັບ. ຄົນເຫລົ່ານີ້ແມ່ນຢູ່ໃນຕະກຸນໂກຣາ.25ເອເລອາຊາລູກຊາຍຂອງອາໂຣນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງປູຕີເອນ ແລະ ນາງໄດ້ເກີດລູກຊາຍຄົນໜຶ່ງໃຫ້ເພິ່ນຊື່ວ່າຟີເນຮາ.
ຄົນເຫລົ່ານີ້ເປັນຫົວໜ້າຄອບຄົວເລວີຕາມຕະກຸນ.26ແມ່ນອາໂຣນ ແລະ ໂມເຊນີ້ແຫລະ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳເອົາຊາວອິດສະຣາເອນອອກຈາກເອຢິບຕາມກຸ່ມຂອງພວກເຂົາ”.27ໂມເຊ ແລະ ອາໂຣນເປັນຜູ້ທີ່ເວົ້າກັບຟາໂຣກະສັດແຫ່ງເອຢິບກ່ຽວກັບການນຳເອົາຊາວອິດສະຣາເອນອອກຈາກເອຢິບ.
ອາໂຣນກ່າວແທນໂມເຊ
28ເມື່ອພຣະເຈົ້າຢາເວໄດ້ເວົ້າກັບໂມເຊຢູ່ໃນເອຢິບ,29ພຣະອົງໄດ້ເວົ້າກັບເພິ່ນວ່າ, “ເຮົາຄືພຣະເຈົ້າຢາເວ. ຈົ່ງບອກຟາໂຣກະສັດແຫ່ງເອຢິບທຸກສິ່ງຕາມທີ່ເຮົາໄດ້ບອກເຈົ້າແລ້ວ”.30ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ເນື່ອງຈາກວ່າຂ້ານ້ອຍເວົ້າບໍ່ເກັ່ງ, ແລ້ວເປັນຫຍັງຟາໂຣຈຶ່ງຈະຟັງຂ້ານ້ອຍ?”Biblica, Inc.