ອົບພະຍົບ37
ຫີບພັນທະສັນຍາ
1ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນ ເຊິ່ງມີຄວາມຍາວ 2,5 ສອກ, ກວ້າງ 1,5 ສອກ ແລະ ສູງ 1,5 ສອກ 2ເບຊາເລນໄດ້ໂອບຫີບພັນທະສັນຍາດ້ວຍຄຳບໍລິສຸດທັງດ້ານໃນ ແລະ ດ້ານນອກ, ແລ້ວເຮັດຂອບຄຳອ້ອມຫີບນັ້ນ.3ລາວໄດ້ຫລໍ່ບ້ວງຄຳສີ່ບ້ວງສຳລັບຫີບນັ້ນ ແລະ ໄດ້ຕິດບ້ວງເຫລົ່ານັ້ນທີ່ຕີນທັງສີ່ຂອງຂອບຫີບ, ໂດຍມີສອງບ້ວງຢູ່ຂ້າງໜຶ່ງ ແລະ ອີກສອງບ້ວງຢູ່ອີກຂ້າງໜຶ່ງ.4ຫລັງຈາກນັ້ນ ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນສອງອັນ ແລະ ໂອບຄານຫາມນັ້ນດ້ວຍຄຳ.5ແລ້ວລາວໄດ້ສອດຄານໃສ່ບ້ວງທັງສອງຂ້າງຂອງຫີບນັ້ນໄວ້ສຳລັບຫາມ.6ລາວໄດ້ເຮັດຝາຫີບດ້ວຍຄຳບໍລິສຸດ ເຊິ່ງຍາວ 2,5 ສອກ ແລະ ກວ້າງ 1,5 ສອກ. 7ແລ້ວລາວໄດ້ເອົາຄຳບໍລິສຸດມາຕີເປັນຮູບເຄຣຸບສອງຕົນໃສ່ທັງສອງສົ້ນຂອງຝາຫີບ.8ລາວເຮັດຮູບເຄຣຸບຕົນໜຶ່ງໃສ່ເທິງສົ້ນເບື້ອງໜຶ່ງ ແລະ ເຄຣຸບຕົນໜຶ່ງອີກໃສ່ສົ້ນເບື້ອງໜຶ່ງອີກ; ຢູ່ທີ່ສອງສົ້ນນັ້ນລາວເຮັດໃຫ້ເຄຣຸບທັງສອງຕົນເຂົ້າເປັນອັນດຽວກັນກັບຝາຫີບ.9ເຄຣຸບນັ້ນໄດ້ພືປີກຂອງຕົນຂຶ້ນເທິງ ບັງຝາປິດດ້ວຍປີກເຫລົ່ານັ້ນ. ເຄຣຸບນັ້ນປິ່ນໜ້າໃສ່ກັນ ໂດຍຫລຽວເບິ່ງທີ່ຝາຫີບ.ໂຕະ
10ພວກເຂົາ ໄດ້ເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນຍາວ 2 ສອກ, ກວ້າງ 1 ສອກ ແລະ ສູງ 1,5 ສອກ. 11ຫລັງຈາກນັ້ນ ພວກເຂົາໄດ້ໂອບໂຕະນັ້ນດ້ວຍຄຳບໍລິສຸດ ແລະ ເຮັດຂອບອ້ອມໂຕະນັ້ນດ້ວຍຄຳ.12ພວກເຂົາຍົງໄດ້ເຮັດຂອບອ້ອມໂຕະນັ້ນກວ້າງ 1 ຝາມື ແລ້ວເອົາຂອບຄຳໃສ່ຂອບໂຕະ.13ພວກເຂົາໄດ້ຫລໍ່ບ້ວງຄຳສີ່ບ້ວງສຳລັບໂຕະແລ້ວຕິດບ້ວງເຫລົ່ານັ້ນໃສ່ທັງສີ່ແຈຂອງຂາໂຕະທັງສີ່ຂາ.14ບ້ວງເຫລົ່ານັ້ນຈະຢູ່ໃກ້ກັບຂອບເພື່ອຈັບຄານຫາມໄວ້ສຳລັບຫາມໂຕະ.15ບັນດາຄານຫາມສຳລັບຫາມໂຕະນັ້ນໄດ້ເຮັດດ້ວຍໄມ້ກະຖິນ ແລະ ໄດ້ໂອບດ້ວຍຄຳ.16ແລະ ພວກເຂົາໄດ້ເຮັດເຄື່ອງໃຊ້ສຳລັບໂຕະດ້ວຍຄຳບໍລິສຸດຄື: ຈານ, ຊາມ, ຖ້ວຍ ແລະ ໂຖສຳລັບໃຊ້ເທເຄື່ອງດື່ມບູຊາ.ຫລັກຕະກຽງ
17ພວກເຂົາໄດ້ເຮັດຫລັກຕະກຽງດ້ວຍຄຳບໍລິສຸດ. ພວກເຂົາໄດ້ຕີຫລັກຕະກຽງນັ້ນໃຫ້ເປັນຖານ ແລະ ດ້າມຂອງຫລັກ, ແລ້ວເຮັດເປັນຖ້ວຍທີ່ມີຮູບຄ້າຍຄືດອກໄມ້, ມີທັງດອກຈູມ ແລະ ດອກບານ ເຊິ່ງເປັນເນື້ອດຽວກັນກັບກ້ານ ແລະ ຖານນັ້ນ.18ມີຫົກກິ່ງທີ່ແຍກອອກມາຈາກສອງຂ້າງຂອງຫລັກຕະກຽງ ສາມກິ່ງຢູ່ຂ້າງໜຶ່ງ ແລະ ອີກສາມກິ່ງຢູ່ຂ້າງໜຶ່ງ.19ຮູບຖ້ວຍສາມອັນມີລັກສະນະຄືກັບດອກອັນມອນ ມີທັງດອກຈູມ ແລະ ດອກບານຢູ່ໃນກິ່ງໜຶ່ງ, ສາມດອກຢູ່ອີກກິ່ງໜຶ່ງ ແລະ ຄືກັນກັບຫົກກິ່ງທັງໝົດທີ່ແຍກອອກມາຈາກຫລັກຕະກຽງ.20ແລະ ຢູ່ດ້າມຂອງຫລັກຕະກຽງກໍມີຮູບຖ້ວຍສີ່ອັນທີ່ມີລັກສະນະຄ້າຍຄືກັບດອກອັນມອນ ມີທັງດອກຈູມ ແລະ ດອກບານ.21ດອກຈູມດອກທີໜຶ່ງຢູ່ລຸ່ມກິ່ງຄູ່ທຳອິດທີ່ແຍກອອກມາຈາກຫລັກຕະກຽງ, ດອກຈູມດອກທີສອງຢູ່ລຸ່ມກິ່ງຄູ່ທີສອງ ແລະ ດອກຈູມດອກທີສາມຢູ່ລຸ່ມກິ່ງຄູ່ທີສາມ ທັງໝົດມີຫົກກິ່ງ.22ດອກຈູມ ແລະ ກິ່ງທັງໝົດເປັນເນື້ອດຽວກັນກັບຫລັກຕະກຽງ, ເຊິ່ງໄດ້ຕີຈາກຄຳບໍລິສຸດ.23ພວກເຂົາໄດ້ເຮັດຕະກຽງເຈັດໜ່ວຍ, ພ້ອມກັບຄີມຄີບໄສ້ຕະກຽງ ແລະ ຖາດຮອງຄີມດ້ວຍຄຳບໍລິສຸດ.24ພວກເຂົາໄດ້ເຮັດຫລັກຕະກຽງ ແລະ ເຄື່ອງປະກອບທັງໝົດດ້ວຍຄຳບໍລິສຸດໜັກປະມານ 34 ກິໂລ.ແທ່ນເຜົາເຄື່ອງຫອມ
25ພວກເຂົາໄດ້ເຮັດແທ່ນເຜົາເຄື່ອງຫອມດ້ວຍໄມ້ກະຖິນ. ແທ່ນນັ້ນເປັນຮູບສີ່ຫລ່ຽມ, ຍາວ 1 ສອກ, ກວ້າງ 1 ສອກ ແລະ ສູງ 2 ສອກ ເຊິ່ງເຂົາຂອງແທ່ນກໍເປັນເນື້ອດຽວກັນກັບແທ່ນ.26ພວກເຂົາໂອບດ້ານເທິງ, ດ້ານຂ້າງທຸກດ້ານ ແລະ ເຂົາທຸກອັນດ້ວຍຄຳບໍລິສຸດ, ແລ້ວເຮັດຂອບຄຳອ້ອມແທ່ນນັ້ນ.27ພວກເຂົາໄດ້ເຮັດບ້ວງຄຳສອງອັນໃສ່ກ້ອງຂອບແທ່ນທັງສອງດ້ານ ຄືຂ້າງລະສອງອັນ ເພື່ອສອດຄານຫາມເວລາເຄື່ອນຍ້າຍແທ່ນ.28ພວກເຂົາເຮັດຄານຫາມດ້ວຍໄມ້ກະຖິນ ແລະ ໂອບຄານຫາມນັ້ນດ້ວຍຄຳ.29ພວກເຂົາຍັງໄດ້ເຮັດນ້ຳມັນເຈີມສັກສິດ ແລະ ບໍລິສຸດ, ເຄື່ອງຫອມຕາມສິລະປະຂອງຊ່າງປຸງນໍ້າຫອມ.Biblica, Inc.