ອົບພະຍົບ38

ແທ່ນບູຊາ​ຂອງ​ເຄື່ອງເຜົາ​ບູຊາ

1ພວກເຂົາ ​ສ້າງ​ແທ່ນບູຊາ​ຂອງ​ເຄື່ອງເຜົາບູຊາ​ດ້ວຍ​ໄມ້ກະຖິນ, ແທ່ນ​ນັ້ນ​ເປັນ​ຮູບ​ສີ່ຫລ່ຽມ​ມົນທົນ, ສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ. 2ພວກເຂົາ​ໄດ້​ເຮັດ​ເຂົາ​ໃສ່​ແຕ່​ແຈ​ທັງ​ສີ່​ແຈ, ເພື່ອ​ໃຫ້​ເຂົາ ແລະ ແທ່ນ​ເປັນ​ເນື້ອ​ດຽວ​ກັນ, ແລ້ວ​ພວກເຂົາ​ກໍ​ໄດ້​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳລິດ.3ພວກເຂົາ​ໄດ້​ເຮັດ​ເຄື່ອງໃຊ້​ທຸກ​ຢ່າງ​ຂອງ​ແທ່ນບູຊາ​ດ້ວຍ​ທອງສຳລິດ​ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ​ຊິດ, ຂໍເກາະ​ຊີ້ນ ແລະ ຖາດ​ຮອງ​ໄຟ.4ພວກເຂົາ​ໄດ້​ເຮັດ​ຕາໜ່າງ​ອັນ​ໜຶ່ງ​ສຳລັບ​ແທ່ນບູຊາ, ຕາຂ່າຍ​ທອງສຳລິດ​ໄວ້​ດ້ານ​ລຸ່ມ​ຂອງ​ຂອບ​ຢູ່​ເຄິ່ງ​ກາງ​ດ້ານ​ເທິງ​ແທ່ນ.5ພວກເຂົາ​ໄດ້​ຫລໍ່​ບ້ວງ​ທອງສຳລິດ​ເພື່ອ​ຈັບ​ຄານຫາມ​ທັງ​ສີ່​ແຈ​ຂອງ​ຕາໜ່າງ​ທອງສຳລິດ.6ພວກເຂົາ​ເຮັດ​ຄານຫາມ​ດ້ວຍ​ໄມ້ກະຖິນ​ແລ້ວ​ໂອບ​ດ້ວຍ​ທອງສຳລິດ.7ພວກເຂົາ​ໄດ້​ສອດ​ຄານຫາມ​ໃສ່​ບ້ວງ​ໄວ້ ເພື່ອ​ວ່າ​ຄານຫາມ​ນັ້ນ​ຈະ​ຢູ່​ທັງ​ສອງ​ຂ້າງ​ຂອງ​ແທ່ນ​ເພື່ອ​ຫາມ​ແທ່ນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ແທ່ນ​ນັ້ນ​ດ້ວຍ​ໄມ້ກະດານ ໂດຍ​ເຮັດ​ໃຫ້​ເປັນ​ຜົ້ງ​ຢູ່​ທາງ​ກາງ.

ອ່າງ​ສຳລັບ​ຊຳລະ

8ພວກເຂົາ​ໄດ້​ເຮັດ​ອ່າງ​ທອງສຳລິດ ແລະ ຖານ​ຮອງ​ອ່າງ​ທອງສຳລິດ​ຈາກ​ແວ່ນ​ຂອງ​ບັນດາ​ແມ່ຍິງ​ທີ່​ຮັບໃຊ້​ຢູ່​ທີ່​ທາງ​ເຂົ້າ​ເຕັນນັດພົບ.

ເດີ່ນ​ຫໍເຕັນ

9ຕໍ່ມາ ພວກເຂົາ​ໄດ້​ເຮັດ​ເດີ່ນ​ຫໍເຕັນ. ດ້ານ​ໃຕ້​ຍາວ 100 ສອກ ແລະ ມີ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ປັກແສ່ວ​ຢ່າງ​ມີ​ລວດລາຍ,10ມີ​ເສົາ​ຊາວ​ຕົ້ນ ແລະ ຖານຮອງຮັບ​ຊາວ​ຖານ​ທີ່​ເຮັດ​ດ້ວຍ​ທອງສຳລິດ ແລະ ມີ​ຂໍເກາະ​ເງິນ ແລະ ຮາວຜ້າກັ້ງ​ເງິນ​ຢູ່​ເທິງ​ເສົາ.11ດ້ານ​ເໜືອ​ຍາວ 100 ສອກ​ເໝືອນກັນ, ມີ​ເສົາ​ຊາວ​ຕົ້ນ ແລະ ຖານຮອງຮັບ​ທີ່​ເຮັດ​ດ້ວຍ​ທອງສຳລິດ​ຊາວ​ຖານ ແລະ ມີ​ຂໍເກາະ​ເງິນ ແລະ ຮາວຜ້າກັ້ງ​ເງິນ​ຢູ່​ເທິງ​ເສົາ.
12ດ້ານ​ຕາເວັນຕົກ​ກວ້າງ 50 ສອກ ແລະ ມີ​ຜ້າກັ້ງ, ພ້ອມ​ກັບ​ເສົາ​ສິບ​ຕົ້ນ, ພ້ອມ​ກັບ​ຂໍເກາະ​ເງິນ ແລະ ຮາວຜ້າກັ້ງ​ຢູ່​ເທິງ​ເສົາ.13ທາງ​ດ້ານ​ຕາເວັນອອກ​ກວ້າງ 50 ສອກ​ເໝືອນກັນ.14ດ້ານ​ໜຶ່ງ​ຂອງ​ທາງເຂົ້າ​ມີ​ຜ້າກັ້ງ​ຍາວ 15 ສອກ, ພ້ອມ​ກັບ​ເສົາ​ສາມ​ຕົ້ນ ແລະ ຖານຮອງຮັບ​ສາມ​ຖານ,15ແລະ ອີກ​ດ້ານ​ໜຶ່ງ​ຂອງ​ທາງເຂົ້າ​ສູ່​ເດີ່ນ​ຫໍເຕັນ​ມີ​ຜ້າກັ້ງ​ຍາວ 15 ສອກ, ມີ​ເສົາ​ສາມ​ຕົ້ນ ແລະ ຖານຮອງຮັບ​ສາມ​ຖານ.16ຜ້າກັ້ງ​ອ້ອມ​ເດີ່ນ​ຫໍເຕັນ​ທັງໝົດ​ໄດ້​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ.17ຖານຮອງຮັບ​ເສົາ​ເຮັດ​ດ້ວຍ​ທອງສຳລິດ. ຂໍເກາະ ແລະ ຮາວຜ້າກັ້ງ​ຢູ່​ທີ່​ເສົາ​ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຫົວ​ເສົາ​ກໍ​ໂອບ​ດ້ວຍ​ເງິນ; ດັ່ງນັ້ນ ເສົາ​ທຸກ​ຕົ້ນ​ຂອງ​ເດີ່ນ​ຫໍເຕັນ​ກໍ​ມີ​ຮາວ​ທີ່​ເຮັດ​ດ້ວຍ​ເງິນ.
18ຜ້າກັ້ງ​ສຳລັບ​ທາງເຂົ້າ​ເດີ່ນ​ຫໍເຕັນ​ແມ່ນ​ເຮັດ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ປັກແສ່ວ​ຢ່າງ​ລະອຽດ​ໂດຍ​ສີມື​ຂອງ​ນັກປັກແສ່ວ. ຜ້າກັ້ງ​ນັ້ນ​ກວ້າງ 20 ສອກ ຄື​ກັນ​ກັບ​ຜ້າກັ້ງ​ຂອງ​ເດີ່ນ​ຫໍເຕັນ​ມີ​ລວງ​ສູງ 5 ສອກ. 19ພ້ອມ​ກັບ​ເສົາ​ຄໍ້າ​ສີ່​ຕົ້ນ ແລະ ຖານຮອງຮັບ​ທອງສຳລິດ​ສີ່​ຖານ. ຂໍເກາະ ແລະ ຮາວຜ້າກັ້ງ​ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຫົວ​ເສົາ​ກໍ​ໂອບ​ດ້ວຍ​ເງິນ.20ຫລັກປັກເຕັນ​ທັງໝົດ​ຂອງ​ຫໍເຕັນ ແລະ ອ້ອມຮອບ​ເດີ່ນ​ຫໍເຕັນ​ແມ່ນ​ເຮັດ​ດ້ວຍ​ທອງສຳລິດ.

ວັດສະດຸ​ທີ່​ໃຊ້

21ສິ່ງ​ເຫລົ່ານີ້​ແມ່ນ​ຈໍານວນ​ວັດສະດຸ​ທີ່​ໃຊ້​ສຳລັບ​ຫໍເຕັນ, ຫໍເຕັນ​ຂອງ​ຫີບ​ພັນທະສັນຍາ ເຊິ່ງ​ໄດ້​ບັນທຶກ​ໄວ້​ໂດຍ​ຊາວ​ເລວີ​ຕາມ​ຄຳສັ່ງ​ຂອງ​ໂມເຊ​ພາຍໃຕ້​ຄຳແນະນຳ​ຂອງ​ອີທາມາ​ລູກຊາຍ​ຂອງ​ປະໂລຫິດ​ອາໂຣນ.22(ເບຊາເລນ​ລູກຊາຍ​ຂອງ​ອູຣິ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ, ໄດ້​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ;23ຜູ້ຊ່ວຍ​ຂອງ​ລາວ​ແມ່ນ ໂອໂຮລິອາບ​ລູກຊາຍ​ຂອງ​ອາຮີຊາມັກ​ຈາກ​ເຜົ່າ​ດານ ເຊິ່ງ​ລາວ​ເປັນ​ຊ່າງຄວັດ ແລະ ເປັນ​ນັກອອກແບບ ແລະ ເປັນ​ຊ່າງ​ປັກແສ່ວ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ນຳໃຊ້​ຜ້າຝ້າຍລິນິນ​ເນື້ອລະອຽດ.)24ຈຳນວນ​ຄຳ​ທັງໝົດ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ ເຊິ່ງ​ໄດ້​ໃຊ້​ໃນ​ງານ​ສ້າງ​ສະຖານ​ນະມັດສະການ​ມີ​ນ້ຳໜັກ 29 ຕາລັນຕົນ ແລະ 730 ເຊເຂວ, ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ.
25ເງິນ​ທີ່​ໄດ້​ຮັບ​ຈາກ​ຊຸມຊົນ​ຜູ້​ທີ່​ຖືກ​ນັບ​ໃນ​ການ​ສຳຫລວດ​ພົນລະເມືອງ​ແມ່ນ​ໜັກ​ປະມານ 100 ຕາລັນຕົນ ແລະ 1.775 ເຊເຂວ ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ.26ໜຶ່ງ​ເບຄາ ​ຕໍ່​ຄົນ ຄື​ປະມານ​ເຄິ່ງ​ເຊເຂວ, ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ ເຊິ່ງ​ຮັບ​ມາ​ຈາກ​ທຸກ​ຄົນ​ທີ່​ໄດ້​ຜ່ານ​ການ​ນັບ​ນັ້ນ, ຜູ້ຊາຍ​ອາຍຸ​ຊາວ​ປີ ຫລື ຫລາຍ​ກວ່າ​ນັ້ນ ລວມ​ທັງໝົດ 603.550 ຄົນ.27ເງິນ​ໜັກ​ປະມານ 100 ຕາລັນຕົນ ໄດ້​ຖືກ​ນຳ​ໃຊ້​ຫລໍ່​ຖານຮອງຮັບ​ສະຖານ​ນະມັດສະການ ແລະ ເສົາ​ຄ້ຳ​ຜ້າກັ້ງ 100 ຖານ ແມ່ນ​ໃຊ້​ເງິນ​ໜັກ​ປະມານ 100 ຕາລັນຕົນ, ແຕ່​ລະ​ຖານ​ໃຊ້​ເງິນ​ໜັກ​ປະມານ 1 ຕາລັນຕົນ. 28ພວກເຂົາ​ໄດ້​ໃຊ້​ເງິນ​ໜັກ​ປະມານ 1.775 ເຊເຂວ ເພື່ອ​ເຮັດ​ຂໍເກາະ​ເທິງ​ເສົາ, ເພື່ອ​ໂອບ​ຫົວ​ເສົາ ແລະ ເພື່ອ​ເຮັດ​ຮາວຜ້າກັ້ງ.
29ທອງສຳລິດ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ໜັກ​ປະມານ 70 ຕາລັນຕົນ ແລະ 2.400 ເຊເຂວ. 30ພວກເຂົາ​ໃຊ້​ທອງສຳລິດ​ເຫລົ່ານັ້ນ​ເຂົ້າ​ໃນ​ການ​ຫລໍ່​ຖານຮອງຮັບ​ສຳລັບ​ທາງເຂົ້າ​ເຕັນນັດພົບ, ແທ່ນບູຊາ​ທອງສຳລິດ​ພ້ອມ​ກັບ​ຕາໜ່າງ​ທອງສຳລິດ ແລະ ເຄື່ອງໃຊ້​ທັງໝົດ​ສຳລັບ​ແທ່ນ,31ຖານຮອງຮັບ​ເສົາ​ອ້ອມ​ຮອບ​ເດີ່ນ​ຫໍເຕັນ ແລະ ຖານຮອງຮັບ​ສຳລັບ​ທາງເຂົ້າ​ເດີ່ນ​ຫໍເຕັນ ແລະ ຫລັກ​ປັກ​ເຕັນ​ທັງໝົດ​ສຳລັບ​ຫໍເຕັນ ແລະ ຫລັກປັກ​ເຕັນ​ສຳລັບ​ອ້ອມ​ຮອບ​ເດີ່ນ​ຫໍເຕັນ.

Biblica, Inc.

https://app.library.bible/content/eab9312f9f16b3a2