ອົບພະຍົບ36

1ດັ່ງນັ້ນ ເບຊາເລນ, ໂອໂຮລິອາບ ແລະ ຊ່າງ​ສີມື​ທຸກຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ຊ່ຽວຊານ ແລະ ຄວາມ​ສາມາດ​ເພື່ອ​ຮູ້ຈັກ​ວິທີ​ທີ່​ຈະ​ເຮັດ​ວຽກ​ທຸກ​ຢ່າງ​ໃນ​ການ​ກໍ່ສ້າງ​ສະຖານ​ນະມັດສະການ​ຈະ​ຕ້ອງ​ປະຕິບັດ​ງານ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກ​ຢ່າງ”.
2ແລ້ວ​ໂມເຊ​ຈຶ່ງ​ໄດ້​ເອີ້ນ​ເບຊາເລນ​ກັບ​ໂອໂຮລິອາບ ແລະ ຊ່າງ​ສີມື​ທຸກຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສາມາດ ແລະ ຜູ້​ທີ່​ເຕັມໃຈ​ໃຫ້​ເຂົ້າ​ມາ ແລະ ເຮັດ​ວຽກງານ​ນັ້ນ.3ພວກເຂົາ​ໄດ້​ຮັບ​ເຄື່ອງຖວາຍ​ທັງໝົດ​ຈາກ​ໂມເຊ​ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ເພື່ອ​ໃຊ້​ໃນ​ການ​ກໍ່ສ້າງ​ສະຖານ​ນະມັດສະການ. ແລະ ປະຊາຊົນ​ຍັງ​ສືບຕໍ່​ນຳເອົາ​ເຄື່ອງຖວາຍ​ດ້ວຍ​ຄວາມ​ສະໝັກໃຈ​ມາ​ທຸກໆ​ເຊົ້າ.4ດັ່ງນັ້ນ ຊ່າງ​ຜູ້ຊຳນານ​ງານ​ທຸກຄົນ​ທີ່​ກຳລັງ​ເຮັດ​ວຽກງານ​ທັງໝົດ​ທີ່​ສະຖານ​ນະມັດສະການ​ຈຶ່ງ​ໄດ້​ວາງມື​ຈາກ​ວຽກງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ5ແລະ ພາ​ກັນ​ເວົ້າ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ໄດ້​ນຳ​ເອົາ​ສິ່ງຂອງ​ມາ​ຫລາຍ​ເກີນ​ຄວາມ​ຕ້ອງການ​ສຳລັບ​ການ​ເຮັດ​ວຽກງານ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ເຮັດ”.
6ແລ້ວ​ໂມເຊ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ປະກາດ​ໄປ​ທົ່ວ​ຄ້າຍພັກ​ວ່າ: “ບໍ່​ໃຫ້​ຜູ້ຊາຍ ຫລື ແມ່ຍິງ​ເຮັດ​ສິ່ງ​ໃດ​ເພື່ອ​ນຳມາ​ເປັນ​ເຄື່ອງຖວາຍ​ສຳລັບ​ສະຖານ​ນະມັດສະການ​ອີກ”. ແລະ ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຢຸດ​ບໍ່​ນຳເອົາ​ສິ່ງຂອງ​ມາ​ອີກ,7ເພາະ​ສິ່ງຂອງ​ທີ່​ມີ​ຢູ່​ນັ້ນ​ກໍ​ຫລາຍ​ເກີນ​ຄວາມ​ຕ້ອງການ​ແລ້ວ​ສຳລັບ​ວຽກງານ​ທີ່​ຈະ​ຕ້ອງ​ເຮັດ​ທັງໝົດ.

ຫໍເຕັນ

8ບັນດາ​ຜູ້​ທີ່​ຊຳນານ​ໃນ​ທ່າມກາງ​ບັນດາ​ຄົນງານ​ນັ້ນ​ໄດ້​ສ້າງ​ຫໍເຕັນ​ພ້ອມ​ກັບ​ຜ້າກັ້ງ​ສິບ​ຜືນ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ ເຊິ່ງ​ປັກແສ່ວ​ຢ່າງ​ມີ​ລວດລາຍ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ, ພ້ອມ​ກັບ​ປັກແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າກັ້ງ​ເຫລົ່ານັ້ນ​ດ້ວຍ​ມື​ທີ່​ຊຳນານ.9ຜ້າກັ້ງ​ທຸກ​ຜືນ​ມີ​ຂະໜາດ​ດຽວ​ກັນ​ຄື: ຍາວ 28 ສອກ ແລະ ກວ້າງ 4 ສອກ. 10ພວກເຂົາ​ໄດ້​ຕໍ່​ຜ້າກັ້ງ​ຫ້າ​ຜືນ​ເຂົ້າ​ກັນ ແລະ ອີກ​ຫ້າ​ຜືນ​ອື່ນ​ກໍ​ໄດ້​ເຮັດ​ຄື​ກັນ.11ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ເຮັດ​ຫູ​ດ້ວຍ​ຜ້າ​ສີຟ້າ​ໃສ່​ທີ່​ຂອບ​ສຸດ​ຂອງ​ຜ້າກັ້ງ​ທີ່​ຢູ່​ໃນ​ຊຸດ​ທີ​ໜຶ່ງ, ແລະ ເຮັດ​ແບບ​ດຽວ​ກັນ​ນີ້​ກັບ​ຂອບ​ສຸດ​ຂອງ​ຜ້າກັ້ງ​ໃນ​ຊຸດ​ທີ​ສອງ.12ພວກເຂົາ​ຍັງ​ໄດ້​ເຮັດ​ຫູ​ຜ້າກັ້ງ​ຫ້າສິບ​ອັນ​ໃສ່​ຜ້າກັ້ງ​ຊຸດ​ທີ​ໜຶ່ງ ແລະ ຫ້າສິບ​ອັນ​ໃສ່​ຂອບ​ສຸດ​ຂອງ​ຜ້າກັ້ງ​ຊຸດ​ທີ​ສອງ, ພ້ອມ​ທັງ​ບັນດາ​ຫູ​ຜ້າກັ້ງ​ທີ່​ຢູ່​ກົງກັນ​ຂ້າມ​ກັນ.13ແລ້ວ​ພວກເຂົາ​ກໍ​ໄດ້​ເຮັດ​ຂໍເກາະ​ຄຳ​ຫ້າສິບ​ອັນ ແລະ ໃຊ້​ຂໍເກາະ​ເຫລົ່ານັ້ນ​ເພື່ອ​ເກາະ​ຜ້າກັ້ງ​ທັງ​ສອງ​ຊຸດ​ຕິດ​ເຂົ້າ​ຫາ​ກັນ​ເພື່ອ​ໃຫ້​ຫໍເຕັນ​ນັ້ນ​ເປັນ​ອັນ​ດຽວ​ກັນ.
14ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ດ້ວຍ​ຂົນແບ້​ສິບເອັດ​ຜືນ​ເພື່ອ​ເຮັດ​ຜ້າເຕັນ​ຄຸມ​ຫໍເຕັນ.15ຜ້າກັ້ງ​ສິບເອັດ​ຜືນ​ທັງໝົດ​ໃຫ້​ມີ​ຂະໜາດ​ດຽວ​ກັນ​ຄື: ຍາວ 30 ສອກ ແລະ ກວ້າງ 4 ສອກ. 16ພວກເຂົາ​ໄດ້​ຕໍ່​ຜ້າກັ້ງ​ຫ້າ​ຜືນ​ເຂົ້າ​ກັນ​ເປັນ​ຊຸດ​ທີ​ໜຶ່ງ ແລະ ອີກ​ຫົກ​ຜືນ​ກໍ​ໄດ້​ຕໍ່​ເຂົ້າກັນ​ເປັນ​ຊຸດ​ທີ​ສອງ.17ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ເຮັດ​ຫູ​ຫ້າສິບ​ອັນ​ໃສ່​ຂອບ​ສຸດ​ຂອງ​ຜ້າກັ້ງ​ຊຸດ​ທີ​ໜຶ່ງ ແລະ ໃສ່​ຂອບ​ສຸດ​ຂອງ​ຜ້າກັ້ງ​ຊຸດ​ທີ​ສອງ.18ພວກເຂົາ​ຍັງ​ໄດ້​ເຮັດ​ຂໍເກາະ​ທອງສຳລິດ ເພື່ອ​ເກາະ​ເຕັນ​ໃຫ້​ເຂົ້າ​ເປັນ​ອັນ​ດຽວ​ກັນ.19ແລ້ວ​ພວກເຂົາ​ໄດ້​ເຮັດ​ຜ້າ​ຄຸມ​ເຕັນ​ດ້ວຍ​ໜັງ​ແກະຜູ້​ຍ້ອມ​ສີແດງ ແລະ ເທິງ​ຜ້າ​ຄຸມ​ເຕັນ​ນັ້ນ​ຍັງ​ໃຊ້​ໜັງສັດ​ທີ່​ທົນທານ ​ອື່ນໆ​ປົກຄຸມ​ໄວ້​ອີກ.
20ພວກເຂົາ​ໄດ້​ເຮັດ​ຝາ​ຫໍເຕັນ​ດ້ວຍ​ໄມ້ກະຖິນ.21ໄມ້​ຝາ​ແຕ່​ລະ​ແຜ່ນ​ຍາວ 10 ສອກ ແລະ ກວ້າງ 1,5 ສອກ, 22ໄມ້​ຝາ​ແຕ່​ລະ​ແຜ່ນ​ມີ​ຄານ​ສອງ​ຊຸດ​ຂະໜານ​ກັນ​ສຳລັບ​ແນບ​ເຂົ້າ​ກັນ. ພວກເຂົາ​ໄດ້​ເຮັດ​ຝາ​ຫໍເຕັນ​ທັງໝົດ​ແບບ​ນີ້.23ພວກເຂົາ​ເຮັດ​ໄມ້​ຝາ​ຊາວ​ແຜ່ນ​ສຳລັບ​ດ້ານ​ໃຕ້​ຂອງ​ຫໍເຕັນ24ແລະ ເຮັດ​ຖານ​ຂອງ​ໄມ້​ຝາ​ແຕ່​ລະ​ແຜ່ນ​ດ້ວຍ​ເງິນ ຄື​ແຜ່ນ​ລະ​ສອງ​ຖານ ລວມ​ກັນ​ເປັນ​ສີ່ສິບ​ຖານ ແຕ່​ລະ​ຖານ​ຮອງຮັບ​ຄານ​ແຕ່​ລະ​ອັນ.25ສຳລັບ​ດ້ານ​ອື່ນ​ອີກ​ນັ້ນ, ຄື​ດ້ານ​ເໜືອ​ຂອງ​ຫໍເຕັນ, ພວກເຂົາ​ໄດ້​ຕັ້ງ​ໄມ້​ຝາ​ໄວ້​ຊາວ​ແຜ່ນ26ແລະ ເຮັດ​ຖານ​ເງິນ​ຮອງຮັບ​ໄມ້​ຝາ ຄື​ແຜ່ນ​ລະ​ສອງ​ຖານ ລວມ​ກັນ​ເປັນ​ສີ່ສິບ​ຖານ.27ພວກເຂົາ​ໄດ້​ເຮັດ​ໄມ້​ຝາ​ຫົກ​ແຜ່ນ​ສຳລັບ​ດ້ານ​ທິດຕາເວັນຕົກ​ທີ່​ເປັນ​ສ່ວນ​ຫລັງ​ຂອງ​ຫໍເຕັນ,28ແລະ ເຮັດ​ໄມ້​ຝາ​ອີກ​ສອງ​ແຜ່ນ​ສຳລັບ​ມຸມ​ທັງ​ສອງ​ຂ້າງ​ຂອງ​ສ່ວນ​ຫລັງ​ຂອງ​ຫໍເຕັນ.29ໄມ້​ຝາ​ຢູ່​ມຸມ​ທັງ​ສອງ​ດ້ານ​ຕ້ອງ​ແນບ​ເຂົ້າ​ກັນ​ໃຫ້​ແໜ້ນ ຕັ້ງ​ແຕ່​ລຸ່ມ​ຫາ​ເທິງ ແລະ ດ້ານ​ເທິງ​ສຸດ​ແມ່ນ​ຢຶດ​ດ້ວຍ​ບ້ວງ​ໜຶ່ງ​ອັນ; ໄມ້​ຝາ​ຢູ່​ມຸມ​ທັງ​ສອງ​ດ້ານ​ກໍ​ເຮັດ​ແບບ​ດຽວ​ກັນ​ນີ້.30ດັ່ງນັ້ນ ດ້ານ​ຫລັງ​ຂອງ​ຫໍເຕັນ​ຈຶ່ງ​ມີ​ໄມ້​ຝາ​ແປດ​ແຜ່ນ ແລະ ແຕ່​ລະ​ແຜ່ນ​ມີ​ຖານ​ເງິນ​ສອງ​ອັນ​ຮອງຮັບ ລວມ​ກັນ​ແມ່ນ​ສິບຫົກ​ຖານ.
31ພວກເຂົາ​ຍັງ​ໄດ້​ເຮັດ​ຄານ​ດ້ວຍ​ໄມ້ກະຖິນ​ເໝືອນ​ກັນ​ຄື: ພາດ​ຂວາງ​ຝາ​ຫໍເຕັນ​ດ້ານ​ທິດ​ເໜືອ​ຫ້າ​ອັນ,32ດ້ານ​ທິດ​ໃຕ້​ຫ້າ​ອັນ ແລະ ອີກ​ຫ້າ​ອັນ​ສຳລັບ​ດ້ານ​ທິດ​ຕາເວັນ​ຕົກ, ເຊິ່ງ​ເປັນ​ສ່ວນ​ຫລັງ​ຂອງ​ຫໍເຕັນ.33ພວກເຂົາ​ໄດ້​ເຮັດ​ໄມ້​ຄານ​ໂຕ​ກາງ​ທີ່​ພາດ​ຂວາງ​ຢູ່​ກາງ​ຝາ​ໄປ​ເປັນ​ແຖວ.34ພວກເຂົາ​ໄດ້​ຫຸ້ມ​ໄມ້​ຝາ​ທຸກ​ແຜ່ນ​ດ້ວຍ​ຄຳ ແລະ ເຮັດ​ບ້ວງ​ຄຳ​ເພື່ອ​ຈັບ​ໄມ້​ຄານ​ເຫລົ່ານັ້ນ​ໄວ້ ແລ້ວ​ພວກເຂົາ​ກໍ​ຫຸ້ມ​ໄມ້​ຄານ​ຫລົ່ານັ້ນ​ດ້ວຍ​ຄຳ​ເໝືອນ​ກັນ.
35ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ ແລະ ຊ່າງ​ສີມື​ຜູ້ຊຳນານ​ຜູ້​ໜຶ່ງ​ປັກແສ່ວ​ລວດລາຍ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ​ເປັນ​ຮູບ​ເຄຣຸບ​ໄວ້​ເທິງ​ຜ້າກັ້ງ.36ພວກເຂົາ​ໄດ້​ເຮັດ​ເສົາ​ດ້ວຍ​ໄມ້ກະຖິນ​ສີ່​ເສົາ ແລະ ຫຸ້ມ​ດ້ວຍ​ຄຳ. ພວກເຂົາ​ໄດ້​ເຮັດ​ຂໍເກາະ​ຄຳ​ສີ່​ອັນ​ສຳລັບ​ເກາະ​ຜ້າກັ້ງ​ນັ້ນ ແລະ ຫລໍ່​ຖານຮອງຮັບ​ດ້ວຍ​ເງິນ​ສີ່​ຖານ.37ສຳລັບ​ທາງເຂົ້າ​ເຕັນ​ນັ້ນ ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ກັ້ນ​ອີກ​ຜືນ​ໜຶ່ງ​ດ້ວຍ​ຜ້າລິນິນ​ເນື້ອລະອຽດດີ ປັກແສ່ວ​ດ້ວຍ​ໄໝ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ເປັນ​ງານ​ສີມື​ຂອງ​ຊ່າງ​ປັກແສ່ວ.38ແລະ ພວກເຂົາ​ໄດ້​ເຮັດ​ເສົາ​ຫ້າ​ຕົ້ນ​ພ້ອມ​ດ້ວຍ​ຂໍເກາະ​ສຳລັບ​ເສົາ​ເຫລົ່ານັ້ນ. ພວກເຂົາ​ຫຸ້ມ​ຫົວ​ເສົາ ແລະ ຮາວ​ຜ້າກັ້ງ​ດ້ວຍ​ຄຳ ແລະ ເຮັດ​ຖານ​ຮອງຮັບ​ດ້ວຍ​ທອງສຳລິດ​ຫ້າ​ຖານ.

Biblica, Inc.

https://app.library.bible/content/eab9312f9f16b3a2