ອົບພະຍົບ35
ລະບຽບຂອງວັນຊະບາໂຕ
1ໂມເຊໄດ້ເຕົ້າໂຮມຊຸມຊົນຊາວອິດສະຣາເອນທັງໝົດ ແລະ ເວົ້າກັບພວກເຂົາວ່າ, “ພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຈົ້າເຮັດສິ່ງເຫລົ່ານີ້ຄື:2ຈົ່ງເຮັດວຽກພຽງຫົກວັນ, ສ່ວນວັນທີເຈັດຈະເປັນວັນທີ່ພວກເຈົ້າຕ້ອງແຍກໄວ້ສຳລັບພຣະເຈົ້າ, ເປັນວັນຊະບາໂຕແຫ່ງການຢຸດພັກຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນນັ້ນຕ້ອງມີໂທດເຖິງຕາຍ.3ຢ່າດັງໄຟໃນທີ່ພັກອາໄສຂອງພວກເຈົ້າໃນວັນຊະບາໂຕ”.ວັດສະດຸຕ່າງໆສຳລັບຫໍເຕັນ
4ໂມເຊໄດ້ເວົ້າກັບຊຸມຊົນຊາວອິດສະຣາເອນທັງໝົດວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື:5ຈົ່ງເອົາສິ່ງຕ່າງໆທີ່ພວກເຈົ້າມີມາຖວາຍແກ່ພຣະເຈົ້າຢາເວ. ທຸກຄົນທີ່ເຕັມໃຈ ຈົ່ງນໍາເອົາເຄື່ອງຖວາຍມາຖວາຍແກ່ພຣະເຈົ້າຢາເວຄື:“ຄຳ, ເງິນ ແລະ ທອງສຳລິດ;6ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ, ຜ້າຝ້າຍລິນິນເນື້ອລະອຽດ; ຂົນແບ້;7ໜັງແກະເຖິກຍ້ອມສີແດງ ແລະ ໜັງສັດປະເພດທົນທານ , ໄມ້ກະຖິນ;8ນ້ຳມັນໝາກກອກສຳລັບໄຕ້ຕະກຽງ; ເຄື່ອງເທດສຳລັບປຸງນ້ຳມັນເຈີມ ແລະ ສຳລັບເຄື່ອງຫອມ;9ແລະ ຫີນໂກເມນ ແລະ ເພັດພອຍອື່ນໆເພື່ອຝັງໃສ່ເສື້ອຄຸມເອໂຟດ ແລະ ແຜ່ນປົກເອິກ.10“ທຸກຄົນທີ່ມີຄວາມຊຳນານໃນທ່າມກາງພວກເຈົ້າ ຈົ່ງມາເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື:11“ຫໍເຕັນພ້ອມກັບເຕັນ ແລະ ຜ້າຄຸມຫໍເຕັນ, ຂໍເກາະ, ໄມ້ຝາຫໍເຕັນ, ໄມ້ຄານພາດຂວາງ, ເສົາ ແລະ ຖານຮອງຮັບເສົາ.12ຫີບພັນທະສັນຍາພ້ອມກັບຄານຫາມ, ຝາອັດຫີບ ແລະ ຜ້າກັ້ງເພື່ອບັງຫີບ.13ໂຕະພ້ອມກັບຄານຫາມ ແລະ ພາຊະນະເຄື່ອງໃຊ້ທັງໝົດ ແລະ ເຂົ້າຈີ່ຖວາຍສຳລັບເບື້ອງໜ້າພຣະເຈົ້າ;14ຫລັກຕະກຽງນັ້ນແມ່ນສຳລັບໄຕ້ຕະກຽງພ້ອມກັບອຸປະກອນຕ່າງໆຄື: ຕະກຽງ ແລະ ນ້ຳມັນສຳລັບໄຕ້ຕະກຽງ;15ແທ່ນເຜົາເຄື່ອງຫອມພ້ອມກັບຄານຫາມ, ນ້ຳມັນເຈີມ, ເຄື່ອງຫອມ, ຜ້າກັ້ງສຳລັບທາງເຂົ້າຫໍເຕັນ,16ແທ່ນເຜົາເຄື່ອງບູຊາພ້ອມກັບຕາໜ່າງທອງສຳລິດ, ຄານຫາມ ແລະ ເຄື່ອງໃຊ້ທຸກຢ່າງ, ອ່າງທອງສຳລິດ ແລະ ຖານຮອງອ່າງ.17ຜ້າກັ້ງຂັ້ນເດີ່ນພ້ອມກັບເສົາ ແລະ ຖານຮອງເສົາ, ຜ້າກັ້ງຂັ້ນທາງເຂົ້າໄປຫາເດີ່ນຫໍເຕັນ,18ຫລັກປັກສຳລັບຫໍເຕັນ ແລະ ຫລັກປັກສຳລັບເດີ່ນຫໍເຕັນພ້ອມກັບເຊືອກ.19ເຄື່ອງແຕ່ງກາຍທີ່ເຮັດດ້ວຍຜ້າຕ່ຳເພື່ອນຸ່ງສຳລັບຮັບໃຊ້ໃນສະຖານນະມັດສະການ ພ້ອມທັງເຄື່ອງແຕ່ງກາຍສັກສິດສຳລັບປະໂລຫິດອາໂຣນ ແລະ ທັງເຄື່ອງແຕ່ງກາຍສຳລັບບັນດາລູກຊາຍຂອງລາວຂະນະທີ່ພວກເຂົາຮັບໃຊ້ໃນຖານະປະໂລຫິດ”.20ແລ້ວຊຸມຊົນຊາວອິດສະຣາເອນທັງໝົດກໍແຍກຍ້າຍກັນກັບໄປຈາກໂມເຊ,21ແລ້ວທຸກຄົນທີ່ເຕັມໃຈ ແລະ ປາຖະໜາທີ່ຈະຖວາຍ ຕ່າງກໍນຳເຄື່ອງຂອງມາຖວາຍແກ່ພຣະເຈົ້າຢາເວສຳລັບການສ້າງເຕັນນັດພົບ, ອຸປະກອນທຸກຢ່າງ ແລະ ເຄື່ອງແຕ່ງກາຍສັກສິດ.22ບັນດາຜູ້ທີ່ເຕັມໃຈທັງຜູ້ຊາຍ ແລະ ແມ່ຍິງ, ໄດ້ພາກັນມາ ແລະ ນຳເອົາເຄື່ອງປະດັບທີ່ເປັນຄຳທຸກຊະນິດຄື: ເຂັມຄັດ, ຕຸ້ມຫູ, ແຫວນ ແລະ ເຄື່ອງປະດັບຕ່າງໆ. ພວກເຂົາທັງໝົດໄດ້ຖວາຍຄຳຂອງພວກເຂົາເພື່ອເປັນເຄື່ອງບູຊາແກວ່ງໄປມາຖວາຍແກ່ພຣະເຈົ້າຢາເວ.23ທຸກຄົນທີ່ມີດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ຫລື ຜ້າຝ້າຍລິນິນເນື້ອລະອຽດ, ຫລື ຂົນແບ້, ໜັງແກະໂຕຜູ້ຍ້ອມສີແດງ ແລະ ໜັງສັດທົນທານອື່ນໆກໍໄດ້ນຳເອົາສິ່ງເຫລົ່ານັ້ນມາ.24ບາງຄົນກໍນຳເອົາເງິນ ຫລື ທອງສຳລິດມາຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ແລະ ທຸກຄົນທີ່ມີໄມ້ກະຖິນສຳລັບສ່ວນໃດສ່ວນໜຶ່ງຂອງການກໍ່ສ້າງກໍໄດ້ນຳມາຖວາຍ.25ແມ່ຍິງທຸກຄົນທີ່ຊຳນານໃນການປັ່ນດ້າຍດ້ວຍມືຂອງຕົນ ແລະ ຕ່ຳຜ້າກໍໄດ້ນຳເອົາສິ່ງທີ່ນາງໄດ້ປັ່ນນັ້ນມາຖວາຍຄື: ດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ຫລື ຜ້າຝ້າຍລິນິນເນື້ອລະອຽດ.26ແລະ ແມ່ຍິງທຸກຄົນທີ່ເຕັມໃຈ ແລະ ມີຄວາມຊຳນານກໍປັ່ນດ້າຍຈາກຂົນແບ້ມາຕໍ່າເປັນຜ້າ.27ບັນດາຜູ້ນຳໄດ້ນໍາຫີນໂກເມນ ແລະ ເພັດພອຍອື່ນໆມາໃຫ້ເພື່ອຈະໄດ້ຝັງໃສ່ເສື້ອເອໂຟດ ແລະ ແຜ່ນປົກເອິກ.28ພວກເຂົາຍັງໄດ້ນຳເຄື່ອງເທດ ແລະ ນ້ຳມັນໝາກກອກມາສຳລັບໄຕ້ຕະກຽງ, ສຳລັບປຸງນ້ຳມັນເຈີມ ແລະ ສຳລັບເຄື່ອງຫອມດ້ວຍ.29ຊາວອິດສະຣາເອນທຸກຄົນທັງຜູ້ຊາຍ ແລະ ແມ່ຍິງທີ່ເຕັມໃຈຕ່າງກໍນຳເອົາເຄື່ອງຂອງມາຖວາຍແກ່ພຣະເຈົ້າຢາເວດ້ວຍຄວາມສະໝັກໃຈເພື່ອງານທັງໝົດທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຂົາເຮັດຜ່ານທາງໂມເຊ.
ເບຊາເລນ ແລະ ໂອໂຮລິອາບ
30ແລ້ວໂມເຊກໍໄດ້ເວົ້າກັບຊາວອິດສະຣາເອນວ່າ, “ເບິ່ງແມ, ພຣະເຈົ້າຢາເວໄດ້ເລືອກເອົາເບຊາເລນລູກຊາຍຂອງອູຣິ ເຊິ່ງເປັນລູກຊາຍຂອງຮູເຣຈາກເຜົ່າຢູດາ,31ແລະ ພຣະອົງໃຫ້ລາວເຕັມລົ້ນດ້ວຍພຣະວິນຍານຂອງພຣະເຈົ້າ, ດ້ວຍສະຕິປັນຍາ, ດ້ວຍຄວາມເຂົ້າໃຈ, ດ້ວຍຄວາມຮູ້ ແລະ ຄວາມຊຳນານດ້ານສີມືທຸກປະເພດ32ເພື່ອອອກແບບເຄື່ອງຄຳ, ເຄື່ອງເງິນ ແລະ ເຄື່ອງທອງສຳລິດຢ່າງປານີດ,33ເພື່ອເຈຍລະໄນເພັດພອຍຕ່າງໆ, ເພື່ອແກະສະຫລັກໄມ້ ແລະ ງານສີມືທຸກຮູບແບບຢ່າງປານີດ.34ແລະ ພຣະອົງໄດ້ໃຫ້ທັງເບຊາເລນ ແລະ ໂອໂຮລິອາບລູກຊາຍຂອງອາຮີຊາມັກຈາກເຜົ່າດານມີຄວາມສາມາດສອນຄົນອື່ນໆໄດ້.35ພຣະອົງໄດ້ໃຫ້ພວກເຂົາຊ່ຽວຊານໃນງານສີມືທຸກຊະນິດ ເປັນນັກແກະສະຫລັກ, ນັກອອກແບບ, ນັກປັກແສ່ວດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດ, ພ້ອມທັງເປັນນັກຕໍ່າຜ້າ. ພວກເຂົາທຸກຄົນເປັນຊ່າງສີມື ແລະ ເປັນນັກອອກແບບທີ່ຊຳນານ.Biblica, Inc.