ອົບພະຍົບ30
ແທ່ນບູຊາສຳລັບເຜົາເຄື່ອງຫອມ
1“ຈົ່ງໃຊ້ໄມ້ກະຖິນເຮັດແທ່ນບູຊາສຳລັບເຜົາເຄື່ອງຫອມ.2ແທ່ນນັ້ນຈະຕ້ອງເຮັດເປັນສີ່ຫລ່ຽມ, ຍາວ 1 ສອກ, ກວ້າງ 1 ສອກ ແລະ ສູງ 2 ສອກ ເຂົາຂອງແທ່ນໃຫ້ເຮັດເປັນເນື້ອດຽວກັນກັບແທ່ນ.3ຈົ່ງໂອບດ້ານເທິງ, ດ້ານຂ້າງທຸກດ້ານ ແລະ ເຂົາຕ່າງໆດ້ວຍຄຳບໍລິສຸດ, ແລ້ວເຮັດຂອບຄຳອ້ອມແທ່ນບູຊາ.4ຈົ່ງເຮັດບ້ວງຄຳສອງອັນໃສ່ກ້ອງຂອບແທ່ນທັງສອງດ້ານ ຄືຂ້າງລະສອງອັນ ເພື່ອສອດຄານຫາມເວລາເຄື່ອນຍ້າຍແທ່ນ.5ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນ ແລະ ໂອບຄານຫາມນັ້ນດ້ວຍຄຳ.6ຈົ່ງຕັ້ງແທ່ນບູຊານີ້ໄວ້ຕໍ່ໜ້າຜ້າກັ້ງທີ່ບັງຫີບພັນທະສັນຍາ ຄືຢູ່ຕໍ່ໜ້າທີ່ນັ່ງແຫ່ງພຣະຄຸນທີ່ຢູ່ເໜືອແຜ່ນຫີນແຫ່ງພັນທະສັນຍາ ບ່ອນທີ່ເຮົາຈະພົບກັບເຈົ້າ.7“ອາໂຣນຕ້ອງເຜົາເຄື່ອງຫອມເທິງແທ່ນບູຊາທຸກໆເຊົ້າເວລາທີ່ລາວມາບົວລະບັດຕະກຽງ.8ລາວຕ້ອງເຜົາເຄື່ອງຫອມອີກເທື່ອໜຶ່ງເວລາທີ່ລາວມາໄຕ້ຕະກຽງໃນເວລາເລີ່ມຄໍ່າ ເພື່ອເຄື່ອງຫອມນັ້ນຈະໄໝ້ຢູ່ສະເໝີຕໍ່ໜ້າພຣະເຈົ້າຢາເວຕະລອດໄປທຸກຊົ່ວອາຍຸ.9ຢ່າຖວາຍເຄື່ອງຫອມ ຫລື ເຄື່ອງເຜົາບູຊາ ຫລື ເຄື່ອງຖວາຍພືດຜົນເປັນເມັດໃດໆເທິງແທ່ນບູຊານີ້ ແລະ ຢ່າເທເຄື່ອງດື່ມຖວາຍບູຊາເທິງແທ່ນບູຊານີ້.10ອາໂຣນຈະເຮັດພິທີຊຳລະມົນທິນຂອງເຂົາທີ່ຢູ່ແທ່ນບູຊາປີລະເທື່ອ. ການເຮັດພິທີຊຳລະມົນທິນປະຈຳປີນີ້ຕ້ອງໃຊ້ເລືອດຂອງເຄື່ອງບູຊາໄຖ່ບາບ ຕະຫລອດໄປທຸກຍຸກ. ແທ່ນບູຊານີ້ເປັນແທ່ນບໍລິສຸດທີ່ສຸດແກ່ພຣະເຈົ້າຢາເວ”.ເງິນຄ່າໄຖ່ຊີວິດ
11ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,12“ເມື່ອເຈົ້າສຳຫລວດສຳມະໂນຄົວຊາວອິດສະຣາເອນເພື່ອນັບຈຳນວນພວກເຂົານັ້ນ, ທຸກຄົນຕ້ອງຈ່າຍຄ່າໄຖ່ຊີວິດຂອງຕົນໃຫ້ແກ່ພຣະເຈົ້າຢາເວໃນເວລາທີ່ຜູ້ນັ້ນຖືກນັບ. ແລ້ວໄພພິບັດຈະບໍ່ມາຖືກພວກເຂົາເມື່ອເຈົ້ານັບຈຳນວນພວກເຂົາແລ້ວ.13ແຕ່ລະຄົນທີ່ຜ່ານການນັບແລ້ວຈະຕ້ອງຈ່າຍຄ່າໄຖ່ຊີວິດເປັນເງິນເຄິ່ງເຊເຂວ, ອີງຕາມເຊເຂວຂອງສະຖານນະມັດສະການ, ເຊິ່ງມີນໍ້າໜັກ 20 ເກຣາ. ເງິນເຄິ່ງເຊເຂວນີ້ແມ່ນເຄື່ອງຖວາຍແກ່ພຣະເຈົ້າຢາເວ.14ທຸກຄົນທີ່ຜ່ານການຂຶ້ນທະບຽນແລ້ວ, ຄືຜູ້ທີ່ມີອາຍຸຊາວປີ ຫລື ຫລາຍກວ່ານັ້ນ, ຈະຕ້ອງມອບເຄື່ອງຖວາຍແກ່ພຣະເຈົ້າຢາເວ.15ຄົນຮັ່ງມີກໍບໍ່ຕ້ອງຖວາຍເກີນເຄິ່ງເຊເຂວ ແລະ ຄົນຍາກຈົນກໍບໍ່ຕ້ອງມອບໃຫ້ຫລຸດກວ່ານັ້ນ ເມື່ອພວກເຈົ້າເຮັດເຄື່ອງຖວາຍແກ່ພຣະເຈົ້າຢາເວເພື່ອເປັນຄ່າໄຖ່ໃຫ້ແກ່ຊີວິດຂອງພວກເຈົ້າ.16ຈົ່ງຮັບເງິນຄ່າລຶບລ້າງບາບຈາກຊາວອິດສະຣາເອນ ແລະ ໃຊ້ເງິນນັ້ນສຳລັບບົວລະບັດເຕັນນັດພົບ. ສິ່ງນີ້ຈະເປັນທີ່ລະນຶກສຳລັບຊາວອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ, ເປັນການເຮັດພິທີລຶບລ້າງບາບໃຫ້ແກ່ຊີວິດຂອງພວກເຈົ້າ”.ອ່າງສຳລັບຊຳລະ
17ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,18“ຈົ່ງເຮັດອ່າງທອງສຳລິດດ້ວຍຖານຮອງຮັບທອງສຳລິດເພື່ອການຊຳລະ. ຈົ່ງວາງອ່າງນັ້ນໄວ້ລະຫວ່າງເຕັນນັດພົບກັບແທ່ນບູຊາ, ແລ້ວເອົານ້ຳໃສ່ໃນອ່າງນັ້ນ.19ອາໂຣນ ແລະ ບັນດາລູກຊາຍລາວຈະໃຊ້ນ້ຳນັ້ນລ້າງມືລ້າງຕີນຂອງພວກເຂົາ.20ເມື່ອໃດກໍຕາມທີ່ພວກເຂົາເຂົ້າໄປໃນເຕັນນັດພົບ, ພວກເຂົາຈະຊຳລະດ້ວຍນ້ຳເພື່ອວ່າພວກເຂົາຈະບໍ່ຕາຍ. ເຊັ່ນດຽວກັນກັບເມື່ອພວກເຂົາເຂົ້າໃກ້ແທ່ນບູຊາເພື່ອບົວລະບັດຮັບໃຊ້ໂດຍການຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວ,21ພວກເຂົາຈະລ້າງມື ແລະ ຕີນຂອງພວກເຂົາເພື່ອວ່າພວກເຂົາຈະບໍ່ຕາຍ. ນີ້ຈະຕ້ອງເປັນຂໍ້ປະຕິບັດຖາວອນສຳລັບອາໂຣນ ແລະ ເຊື້ອສາຍຂອງເຂົາຕະຫລອດໄປທຸກຍຸກ”.ນ້ຳມັນເຈີມ
22ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ,23“ຈົ່ງນຳເຄື່ອງຫອມຢ່າງດີດັ່ງຕໍ່ໄປນີ້ຄື: ຢາງໄມ້ຫອມ 500 ເຊເຂວ, ອົບເຊີຍຫອມ ແລະ ຫົວສີໄຄຫອມຢ່າງລະເຄິ່ງຂອງຢາງໄມ້ຫອມ (ຄື ປະມານ 250 ເຊເຂວ), 24ກາລະບູນ 500 ເຊເຂວ ທັງໝົດນີ້ແມ່ນອີງຕາມເຊເຂວຂອງສະຖານນະມັດສະການ ແລະ ນ້ຳມັນໝາກກອກໜຶ່ງຮິນ. 25ຈົ່ງເອົາເຄື່ອງເຫລົ່ານີ້ມາປຸງເປັນນ້ຳມັນເຈີມສັກສິດ, ເປັນນ້ຳຫອມທີ່ປຸງຕາມສິລະປະຂອງຊ່າງປຸງນ້ຳຫອມ. ສິ່ງນີ້ຈະເປັນນ້ຳມັນເຈີມສັກສິດ.26ແລ້ວຈົ່ງໃຊ້ນ້ຳມັນເຈີມສັກສິດນີ້ເຈີມເຕັນນັດພົບ, ຫີບພັນທະສັນຍາ,27ໂຕະ ແລະ ເຄື່ອງໃຊ້ຕ່າງໆທັງໝົດທີ່ຢູ່ໃນນັ້ນ, ຫລັກຕະກຽງ ແລະ ອຸປະກອນຕ່າງໆທີ່ຢູ່ໃນນັ້ນ, ແທ່ນເຜົາເຄື່ອງຫອມ,28ແທ່ນເຜົາເຄື່ອງບູຊາ ແລະ ພາຊະນະຮັບໃຊ້ຢູ່ໃນນັ້ນ, ອ່າງທອງສຳລິດພ້ອມດ້ວຍຖານຮອງອ່າງ.29ເຈົ້າຈະຕ້ອງຊຳລະສິ່ງເຫລົ່ານີ້ເພື່ອສິ່ງເຫລົ່ານີ້ຈະບໍລິສຸດທີ່ສຸດ ແລະ ສິ່ງໃດກໍຕາມທີ່ສຳພັດສິ່ງເຫລົ່ານີ້ຈະບໍລິສຸດ.30“ຈົ່ງເຈີມອາໂຣນ ແລະ ບັນດາລູກຊາຍຂອງລາວ ແລະ ຊຳລະພວກເຂົາໃຫ້ບໍລິສຸດເພື່ອວ່າພວກເຂົາຈະຮັບໃຊ້ເຮົາໃນຖານະບັນດາປະໂລຫິດ.31ຈົ່ງເວົ້າກັບຊາວອິດສະຣາເອນວ່າ, ‘ນີ້ຄືນ້ຳມັນເຈີມສັກສິດຂອງເຮົາຕະຫລອດໄປທຸກຍຸກ.32ຢ່າຖອກນ້ຳມັນນີ້ລົງໃສ່ຮ່າງກາຍຄົນໃດ ແລະ ຢ່າປຸງນ້ຳມັນອື່ນໃດໂດຍໃຊ້ສູດດຽວກັນນີ້. ນ້ຳມັນນີ້ເປັນນ້ຳມັນສັກສິດ ແລະ ເຈົ້າຈະຕ້ອງຖືວ່ານ້ຳມັນນີ້ສັກສິດ.33ຜູ້ໃດກໍຕາມທີ່ເຮັດນ້ຳມັນຫອມຢ່າງນີ້ ແລະ ນຳໄປໃຊ້ກັບຄົນອື່ນທີ່ບໍ່ແມ່ນປະໂລຫິດຕ້ອງຖືກຕັດອອກຈາກທ່າມກາງພວກເຂົາ’ ”.ເຄື່ອງຫອມ
34ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງນຳເຄື່ອງເທດທີ່ມີກິ່ນຫອມຄື: ຢາງໄມ້ຫອມ, ນ້ຳມັນຊາມົດ, ມະຫາຫິງ ແລະ ກຳຍານບໍລິສຸດ, ໃຫ້ໄດ້ຈຳນວນເທົ່າກັນທັງໝົດ,35ແລະ ປຸງເປັນເຄື່ອງຫອມຕາມສິລະປະຂອງປຸງນໍ້າຫອມ. ເຄື່ອງຫອມຈະຕ້ອງປະສົມດ້ວຍເກືອແລ້ວຈຶ່ງບໍລິສຸດ ແລະ ສັກສິດ.36ຈົ່ງບົດສ່ວນໜຶ່ງຂອງສິ່ງນັ້ນເປັນແປ້ງແລ້ວວາງໄວ້ຕໍ່ໜ້າຫີບພັນທະສັນຍາໃນເຕັນນັດພົບ, ບ່ອນທີ່ເຮົາຈະມາພົບກັບເຈົ້າ. ເຄື່ອງຫອມນີ້ຈະຕ້ອງບໍລິສຸດທີ່ສຸດສຳລັບເຈົ້າ.37ຢ່າປຸງເຄື່ອງຫອມໃດດ້ວຍສູດນີ້ເພື່ອຕົນເອງ; ຈົ່ງຖືວ່າເຄື່ອງຫອມນີ້ສັກສິດແກ່ພຣະເຈົ້າຢາເວ.38ຜູ້ໃດກໍຕາມທີ່ເຮັດເຄື່ອງຫອມແບບນີ້ໄວ້ເພື່ອມີຄວາມສຸກກັບກິ່ນຫອມນັ້ນຈະຕ້ອງຖືກຕັດອອກຈາກທ່າມກາງພວກເຂົາ”.Biblica, Inc.