ອົບພະຍົບ31

ເບຊາເລນ ແລະ ໂອໂຮຣີອາບ

1ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,2“ເບິ່ງ​ແມ, ເຮົາ​ໄດ້​ເລືອກ​ເບຊາເລນ​ລູກຊາຍ​ຂອງ​ອູຣິ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮູເຣ ຈາກ​ເຜົ່າ​ຢູດາ,3ແລະ ເຮົາ​ໃຫ້​ລາວ​ເຕັມລົ້ນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ, ດ້ວຍ​ປັນຍາ, ດ້ວຍ​ຄວາມ​ເຂົ້າໃຈ, ດ້ວຍ​ຄວາມຮູ້ ແລະ ດ້ວຍ​ຄວາມ​ຊຳນານ​ໃນ​ທຸກ​ວິຊາການ4ເພື່ອ​ອອກ​ແບບ​ເຄື່ອງ​ຄຳ, ເຄື່ອງ​ເງິນ ແລະ ເຄື່ອງ​ທອງສຳລິດ​ຢ່າງ​ປານີດ,5ເພື່ອ​ເຈຍລະໄນ​ເພັດ​ພອຍ​ຕ່າງໆ, ເພື່ອ​ແກະ​ສະຫລັກ​ໄມ້ ແລະ ງານ​ສີມື​ທຸກ​ຮູບ​ແບບ.6ຫລາຍ​ກວ່າ​ນັ້ນ, ເຮົາ​ໄດ້​ແຕ່ງຕັ້ງ​ໂອໂຮລິອາບ ລູກຊາຍ​ຂອງ​ອາຮີຊາມັກ​ຈາກ​ເຜົ່າ​ດານ ໃຫ້​ເປັນ​ຜູ້ຊ່ວຍ​ຂອງ​ລາວ.
“ເຮົາ​ຍັງ​ໄດ້​ໃຫ້​ຄວາມ​ສາມາດ​ແກ່​ຊ່າງ​ທີ່​ຊຳນານ​ທຸກຄົນ ເພື່ອ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ຄື:
7“ເຕັນນັດພົບ, ຫີບ​ພັນທະສັນຍາ ເຊິ່ງ​ມີ​ຝາຫີບ​ທີ່​ເປັນ​ບ່ອນ​ລົບລ້າງ​ບາບ​ຢູ່​ດ້ານ​ເທິງ​ຂອງ​ຫິບ​ນັ້ນ ແລະ ເຄື່ອງໃຊ້​ອື່ນໆ​ທັງໝົດ​ຂອງ​ເຕັນ.8ໂຕະ ແລະ ເຄື່ອງໃຊ້​ຕ່າງໆ, ຫລັກຕະກຽງ​ຄຳ​ບໍລິສຸດ​ພ້ອມ​ອຸປະກອນ​ຕ່າງໆ​ທັງໝົດ, ແທ່ນ​ເຜົາ​ເຄື່ອງຫອມ,9ແທ່ນ​ເຜົາ​ເຄື່ອງບູຊາ ແລະ ເຄື່ອງໃຊ້​ທັງໝົດ​ປະຈໍາ​ແທ່ນ, ອ່າງ ແລະ ຕີນຮອງ​ອ່າງ,10ແລະ ລວມ​ທັງ​ເຄື່ອງແຕ່ງກາຍ ທີ່​ປັກແສ່ວ​ສຳລັບ​ອາໂຣນ​ຜູ້​ເປັນ​ປະໂລຫິດ ແລະ ເຄື່ອງແຕ່ງກາຍ​ສຳລັບ​ບັນດາ​ລູກຊາຍ​ຂອງ​ລາວ​ເມື່ອ​ພວກເຂົາ​ປະຕິບັດ​ໜ້າທີ່​ປະໂລຫິດ.11ແລະ ນ້ຳມັນ​ເຈີມ ແລະ ເຄື່ອງຫອມ​ສຳລັບ​ສະຖານທີ່​ບໍລິສຸດ.
“ໃຫ້​ພວກເຂົາ​ເຮັດ​ສິ່ງ​ເຫລົ່ານີ້​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້”.

ວັນຊະບາໂຕ

12ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,13“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ພວກເຈົ້າ​ຕ້ອງ​ຖື​ຮັກສາ​ວັນຊະບາໂຕ​ຂອງ​ເຮົາ. ນີ້​ຈະ​ເປັນ​ໝາຍສຳຄັນ​ລະຫວ່າງ​ເຮົາ ແລະ ເຈົ້າ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ, ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ, ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ບໍລິສຸດ.
14“ ‘ຈົ່ງ​ຖື​ຮັກສາ​ວັນຊະບາໂຕ ເພາະ​ວັນຊະບາໂຕ​ເປັນ​ວັນ​ບໍລິສຸດ​ສຳລັບ​ເຈົ້າ. ຜູ້ໃດ​ລົບຫລູ່​ວັນຊະບາໂຕ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ; ບັນດາ​ຜູ້​ທີ່​ເຮັດວຽກ​ໃນ​ວັນ​ນັ້ນ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ປະຊາກອນ​ຂອງ​ພວກເຂົາ.15ຈົ່ງ​ເຮັດ​ວຽກ​ພຽງ​ຫົກ​ວັນ, ສ່ວນ​ວັນ​ທີ​ເຈັດ​ຈະ​ເປັນ​ວັນຊະບາໂຕ​ເພື່ອ​ການ​ຢຸດ​ພັກ, ເປັນ​ວັນ​ທີ່​ແຍກ​ໄວ້​ເພື່ອ​ພຣະເຈົ້າຢາເວ. ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ວຽກ​ໃນ​ວັນຊະບາໂຕ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.16ຊາວ​ອິດສະຣາເອນ​ຈະ​ຕ້ອງ​ຖື​ຮັກສາ​ວັນຊະບາໂຕ ແລະ ສະເຫລີມ​ສະຫລອງ​ວັນ​ນັ້ນ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ ເປັນ​ພັນທະສັນຍາ​ຕະຫລອດ​ໄປ.17ວັນ​ນີ້​ຈະ​ເປັນ​ໝາຍສຳຄັນ​ລະຫວ່າງ​ເຮົາ​ກັບ​ຊາວ​ອິດສະຣາເອນ​ຕະຫລອດ​ໄປ, ເພາະ​ໃນ​ຫົກ​ວັນ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າສະຫວັນ ແລະ ໂລກ, ແລ້ວ​ໃນ​ວັນ​ທີ​ເຈັດ​ພຣະອົງ​ໄດ້​ຢຸດ​ພັກ ແລະ ໄດ້​ຮັບ​ຄວາມ​ສົດຊື່ນ’ ”.
18ເມື່ອ​ພຣະເຈົ້າຢາເວ​ເວົ້າ​ກັບ​ໂມເຊ​ຢູ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ, ພຣະອົງ​ໄດ້​ມອບ​ຫີນ​ສອງ​ແຜ່ນ​ທີ່​ຈາລຶກ​ພັນທະສັນຍາ​ໃຫ້​ແກ່​ໂມເຊ, ແຜ່ນຫີນ​ນັ້ນ​ຈາລຶກ​ໂດຍ​ນິ້ວມື​ຂອງ​ພຣະເຈົ້າ.

Biblica, Inc.

https://app.library.bible/content/eab9312f9f16b3a2