ອົບພະຍົບ29
ພິທີຊຳລະປະໂລຫິດ
1“ນີ້ແມ່ນສິ່ງທີ່ເຈົ້າຈະຕ້ອງເຮັດເພື່ອຊຳລະບັນດາລູກຊາຍ ແລະ ແຍກພວກເຂົາໄວ້, ເພື່ອພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດຄື: ຈົ່ງນຳງົວໜຸ່ມໜຶ່ງໂຕ ແລະ ແກະເຖິກບໍ່ມີຕຳໜິມາສອງໂຕ.2ແລະ ຈົ່ງໃຊ້ແປ້ງເຂົ້າຫວີດທີ່ດີທີ່ສຸດເຮັດເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ ເຮັດໃຫ້ເປັນກ້ອນໜາໂດຍບໍ່ໃສ່ເຊື້ອແປ້ງ ແລ້ວປະສົມກັບນໍ້າມັນໝາກກອກ ແລະ ເຮັດເຂົ້າຈີ່ໃຫ້ເປັນແຜ່ນບາງໂດຍບໍ່ໃສ່ເຊື້ອແປ້ງແລ້ວທາດ້ວຍນໍ້າມັນໝາກກອກ.3ຈົ່ງວາງເຂົ້າຈີ່ເຫລົ່ານັ້ນໃສ່ໃນກະຕ່າໜ່ວຍໜຶ່ງແລ້ວນຳສິ່ງເຫລົ່ານັ້ນມາຖວາຍພ້ອມກັບງົວໜຸ່ມ ແລະ ແກະເຖິກສອງໂຕ.4ແລ້ວຈົ່ງນໍາເອົາອາໂຣນ ແລະ ບັນດາລູກຊາຍຂອງລາວມາທີ່ທາງເຂົ້າເຕັນນັດພົບ ແລະ ຊຳລະພວກເຂົາດ້ວຍນໍ້າ.5ຈົ່ງເອົາເຄື່ອງແຕ່ງກາຍມາ ແລະ ສວມເສື້ອຊັ້ນໃນ, ເສື້ອຄຸມຍາວເອໂຟດ, ເສື້ອເອໂຟດ ແລະ ແຜ່ນປົກເອິກໃຫ້ແກ່ອາໂຣນ. ຮັດເສື້ອເອໂຟດໃສ່ຕົວລາວດ້ວຍສາຍຮັດແອວທີ່ປັກແສ່ວໂດຍຊ່າງທີ່ຊຳນານ.6ສວມຜ້າຄຽນຫົວໃສ່ຫົວຂອງລາວ ແລະ ຕິດສັນຍາລັກສັກສິດໄວ້ທີ່ຜ້າຄຽນຫົວ.7ເອົານ້ຳມັນສຳລັບເຈີມມາ ແລ້ວເຈີມລາວໂດຍເທນໍ້າມັນນັ້ນໃສ່ເທິງຫົວຂອງລາວ.8ຈົ່ງນໍາເອົາບັນດາລູກຊາຍຂອງລາວມາ ແລ້ວສວມເສື້ອຊັ້ນໃນໃຫ້ພວກເຂົາ9ແລະ ມັດຜ້າຮັດແອວໃຫ້ອາໂຣນ ແລະ ບັນດາລູກຂອງລາວ. ພວກເຂົາຈະເປັນປະໂລຫິດຕາມຂໍ້ປະຕິບັດຖາວອນ.“ຫລັງຈາກນັ້ນ ເຈົ້າຈະຕ້ອງສະຖາປະນາອາໂຣນ ແລະ ບັນດາລູກຊາຍຂອງລາວ.10“ຈົ່ງນຳງົວໜຸ່ມມາທີ່ຕໍ່ໜ້າເຕັນນັດພົບ, ແລ້ວອາໂຣນ ແລະ ບັນດາລູກຊາຍຂອງລາວຈະວາງມືຂອງພວກເຂົາໃສ່ເທິງຫົວຂອງງົວນັ້ນ.11ເຈົ້າຈົ່ງຂ້າງົວຊ້ອງໜ້າພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ.12ຈົ່ງເອົາເລືອດຂອງງົວບາງສ່ວນແລ້ວທາເລືອດນັ້ນໃສ່ເຂົາຂອງແທ່ນບູຊາດ້ວຍນີ້ວມືຂອງເຈົ້າ ແລະ ເທສ່ວນທີ່ເຫລືອຂອງເລືອດໃສ່ຖານຂອງແທ່ນບູຊາ.13ແລ້ວຈົ່ງເອົາໄຂມັນທັງໝົດທີ່ຫຸ້ມເຄື່ອງໃນ, ໄຂມັນທີ່ຫຸ້ມກີບຍາວຂອງຕັບ, ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນທີ່ຫຸ້ມໝາກໄຂ່ຫລັງນັ້ນແລ້ວເຜົາເທິງແທ່ນບູຊາ.14ແຕ່ຈົ່ງເຜົາຊີ້ນຂອງງົວ, ໜັງ ແລະ ໄສ້ຂອງງົວຢູ່ນອກຄ້າຍພັກ. ນີ້ແມ່ນເຄື່ອງບູຊາໄຖ່ບາບ. 15“ຈົ່ງເອົາແກະເຖິກໂຕໜຶ່ງມາ, ແລ້ວອາໂຣນ ແລະ ບັນດາລູກຊາຍຂອງລາວຈະວາງມືຂອງພວກເຂົາໃສ່ເທິງຫົວຂອງແກະນັ້ນ.16ຈົ່ງຂ້າແກະເຖິກໂຕນັ້ນ ແລ້ວເອົາເລືອດຂອງມັນມາສາດໃສ່ອ້ອມຂ້າງຂອງແທ່ນບູຊາ.17ຈົ່ງຕັດແກະເຖິກເປັນຕ່ອນໆແລ້ວລ້າງເຄື່ອງໃນ ແລະ ຂາໃຫ້ສະອາດ, ວາງສິ່ງເຫລົ່ານັ້ນໃສ່ກັບຫົວ ແລະ ຕ່ອນອື່ນໆ.18ຫລັງຈາກນັ້ນ ຈົ່ງເຜົາແກະເຖິກນັ້ນທັງໝົດເທິງແທ່ນບູຊາ. ນີ້ເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ, ເປັນກິ່ນຫອມທີ່ພຣະເຈົ້າພໍໃຈ, ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.19“ຈົ່ງເອົາແກະເຖິກອີກໜຶ່ງໂຕມາ, ແລ້ວອາໂຣນ ແລະ ບັນດາລູກຊາຍຂອງລາວຈະວາງມືໃສ່ເທິງຫົວຂອງແກະເຖິກນັ້ນ.20ຈົ່ງຂ້າແກະເຖິກນັ້ນ, ແລ້ວເອົາເລືອດບາງສ່ວນມາແລ້ວທາໃສ່ຕິ່ງຫູເບື້ອງຂວາຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ, ທາໃສ່ຫົວໂປ້ມືເບື້ອງຂວາຂອງພວກເຂົາ ກັບຫົວໂປ້ຕີນເບື້ອງຂວາຂອງພວກເຂົາ. ຫລັງຈາກນັ້ນ ຈົ່ງສາດເລືອດສ່ວນທີ່ເຫລືອໃສ່ອ້ອມຂ້າງຂອງແທ່ນບູຊາ.21ແລ້ວຈົ່ງເອົາເລືອດສ່ວນໜຶ່ງຈາກແທ່ນບູຊາ ແລະ ເອົາສ່ວນໜຶ່ງຂອງນໍ້າມັນເຈີມ ແລ້ວຊິດໃສ່ອາໂຣນ ແລະ ເຄື່ອງແຕ່ງກາຍຂອງລາວ ແລະ ຊິດໃສ່ບັນດາລູກຊາຍຂອງລາວ ແລະ ເຄື່ອງແຕ່ງກາຍຂອງພວກເຂົາ. ແລ້ວອາໂຣນກັບບັນດາລູກຊາຍຂອງລາວ ແລະ ເຄື່ອງແຕ່ງກາຍຂອງພວກເຂົາກໍຈະໄດ້ຮັບການອຸທິດແລ້ວ.22“ຈົ່ງເອົາຈາກແກະເຖິກນີ້ຄື: ໄຂມັນໃນຫາງ, ໄຂມັນຫຸ້ມເຄື່ອງໃນ, ໄຂມັນຫຸ້ມກີບຕັບ, ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນຫຸ້ມໝາກໄຂ່ຫລັງ ແລະ ຕົ້ນຂາຂວາ. (ນີ້ແມ່ນແກະສຳລັບການສະຖາປະນາ)23ຈົ່ງເອົາເຂົ້າຈີ່ກ້ອນໜຶ່ງ, ເຂົ້າຈີ່ປະສົມນ້ຳມັນໝາກກອກ ແລະ ເຂົ້າຈີ່ແຜ່ນບາງໜຶ່ງແຜ່ນຈາກກະຕ່າທີ່ບັນຈຸເຂົ້າຈີ່ບໍ່ໃສ່ເຊື້ອແປ້ງທີ່ວາງໄວ້ຢູ່ຕໍ່ໜ້າພຣະເຈົ້າຢາເວ.24ເອົາເຄື່ອງທັງໝົດນີ້ໃສ່ໃນມືຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ, ແລ້ວໃຫ້ພວກເຂົາແກວ່ງເຄື່ອງທັງໝົດນັ້ນໄປມາຖວາຍຕໍ່ໜ້າພຣະເຈົ້າຢາເວເພື່ອເປັນເຄື່ອງບູຊາແກວ່ງໄປມາຖວາຍ.25ແລ້ວຈົ່ງຮັບເຄື່ອງເຫລົ່ານັ້ນຈາກມືຂອງພວກເຂົາ ແລະ ນຳໄປເຜົາຢູ່ເທິງແທ່ນບູຊາພ້ອມກັບເຄື່ອງເຜົາບູຊາເພື່ອເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ, ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.26ຫລັງຈາກນັ້ນ ຈົ່ງເອົາຊີ້ນໜ້າເອິກຂອງແກະເຖິກສຳລັບການສະຖາປະນາອາໂຣນມາ, ແກວ່ງຊີ້ນນັ້ນໄປມາຖວາຍຕໍ່ໜ້າພຣະເຈົ້າຢາເວເພື່ອເປັນເຄື່ອງບູຊາແກວ່ງໄປມາຖວາຍ, ແລ້ວຊີ້ນໜ້າເອິກນັ້ນກໍຈະເປັນສ່ວນຂອງເຈົ້າ.27“ຈົ່ງອຸທິດສ່ວນເຫລົ່ານັ້ນຂອງແກະເຖິກທີ່ໃຊ້ໃນການສະຖາປະນາວ່າເປັນຂອງອາໂຣນ ແລະ ບັນດາລູກຊາຍຂອງລາວຄື: ຊີ້ນໜ້າເອິກທີ່ໄດ້ຖືກແກວ່ງໄປມາຖວາຍແລ້ວ ແລະ ຊີ້ນຕົ້ນຂາທີ່ໄດ້ຖວາຍແລ້ວ.28ຊາວອິດສະຣາເອນຈະຕ້ອງເອົາສ່ວນນີ້ຂອງເຄື່ອງບູຊາໃຫ້ອາໂຣນ ແລະ ບັນດາລູກຊາຍຂອງລາວສະເໝີ, ເຊິ່ງເປັນສ່ວນທີ່ຊາວອິດສະຣາເອນຈະຕ້ອງຖວາຍແກ່ພຣະເຈົ້າຢາເວຈາກເຄື່ອງບູຊາເພື່ອຄວາມສາມັກຄີທຳຂອງພວກເຂົາ.29“ເຄື່ອງແຕ່ງກາຍສັກສິດຂອງອາໂຣນຈະເປັນຂອງເຊື້ອສາຍຂອງລາວ ເພື່ອວ່າພວກເຂົາສາມາດຮັບການເຈີມ ແລະ ການສະຖາປະນາໄດ້ດ້ວຍເຄື່ອງແຕ່ງກາຍເຫລົ່ານີ້.30ລູກຊາຍຜູ້ທີ່ຈະສືບທອດລາວເປັນປະໂລຫິດ ແລ້ວເຂົ້າມາທີ່ເຕັນນັດພົບເພື່ອປະຕິບັດໜ້າທີ່ໃນບ່ອນສັກສິດນັ້ນ ຈະຕ້ອງນຸ່ງເຄື່ອງແຕ່ງກາຍເຫລົ່ານີ້ເຈັດວັນ.31“ຈົ່ງເອົາຊີ້ນແກະເຖິກສຳລັບການສະຖາປະນາມາຕົ້ມໃນບ່ອນສັກສິດ.32ຢູ່ທີ່ທາງເຂົ້າໄປຍັງເຕັນນັດພົບ, ອາໂຣນກັບບັນດາລູກຊາຍຂອງລາວຈະກິນຊີ້ນແກະ ແລະ ເຂົ້າຈີ່ທີ່ຢູ່ໃນກະຕ່ານັ້ນ.33ພວກເຂົາຈະຕ້ອງກິນຂອງຖວາຍເຫລົ່ານີ້ທີ່ເປັນເຄື່ອງບູຊາລຶບລ້າງບາບທີ່ໃຊ້ໃນການສະຖາປະນາ ແລະ ການອຸທິດຕົນຂອງພວກເຂົາ. ແຕ່ບໍ່ມີຄົນອື່ນໃດຈະໄດ້ກິນເຄື່ອງຖວາຍເຫລົ່ານີ້, ເພາະເປັນເຄື່ອງສັກສິດ.34ແລະ ຖ້າມີຊີ້ນແກະເຖິກສຳລັບສະຖາປະນາ ຫລື ເຂົ້າຈີ່ເຫລືອຄ້າງເຖິງຕອນເຊົ້າ, ຈົ່ງເຜົາຖິ້ມສິ່ງເຫລົ່ານັ້ນໃຫ້ໝົດ.35“ຈົ່ງເຮັດທຸກສິ່ງສຳລັບອາໂຣນ ແລະ ບັນດາລູກຊາຍຂອງລາວຕາມທີ່ເຮົາສັ່ງເຈົ້າໄວ້ ໂດຍໃຊ້ເວລາເຈັດວັນໃນການສະຖາປະນາພວກເຂົາ.36ໃນແຕ່ລະມື້ ຈົ່ງຖວາຍບູຊາງົວເຖິກໜຶ່ງໂຕເພື່ອເປັນເຄື່ອງບູຊາໄຖ່ບາບ. ຈົ່ງຊຳລະແທ່ນບູຊາໂດຍເຮັດການລຶບລ້າງມົນທິນສຳລັບແທ່ນບູຊາ, ແລ້ວເຈີມແທ່ນບູຊານັ້ນເພື່ອຊຳລະໃຫ້ບໍລິສຸດ.37ຕະຫລອດເຈັດວັນ ຈົ່ງເຮັດພິທີລຶບລ້າງມົນທິນສຳລັບແທ່ນບູຊາ ແລະ ຊຳລະແທ່ນໃຫ້ບໍລິສຸດ. ແລ້ວແທ່ນບູຊາຈະສັກສິດທີ່ສຸດ ແລະ ບໍ່ວ່າສິ່ງໃດກໍຕາມທີ່ແຕະຕ້ອງແທ່ນນັ້ນ, ສິ່ງນັ້ນຈະບໍລິສຸດ.38“ນີ້ແມ່ນສິ່ງທີ່ເຈົ້າຈະຕ້ອງຖວາຍເທິງແທ່ນບູຊາປົກກະຕິໃນແຕ່ລະວັນຄື: ລູກແກະເຖິກອາຍຸໜຶ່ງປີສອງໂຕ.39ໂຕໜຶ່ງຖວາຍໃນຕອນເຊົ້າ ແລະ ອີກໂຕໜຶ່ງຖວາຍໃນຕອນແລງ.40ຈົ່ງຖວາຍແປ້ງລະອຽດປະມານໜຶ່ງສ່ວນສິບຂອງເອຟາ ປະສົມນ້ຳມັນໝາກກອກປະມານໜຶ່ງສ່ວນສີ່ຂອງຮິນ ແລະ ເຫລົ້າອະງຸ່ນປະມານໜຶ່ງສ່ວນສີ່ຮິນ ເປັນເຄື່ອງດື່ມຖວາຍບູຊາພ້ອມກັບແກະໂຕທຳອິດ.41ຈົ່ງຖວາຍແກະໂຕອື່ນອີກໃນຕອນແລງພ້ອມກັບເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມຖວາຍບູຊາຄືກັນກັບຕອນເຊົ້າ ເປັນກິ່ນຫອມທີ່ເປັນທີ່ພໍໃຈ, ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.42“ເຄື່ອງເຜົາບູຊານີ້ຈະຕ້ອງໄດ້ປະຕິບັດເປັນປະຈຳຕະຫລອດໄປທຸກຊົ່ວອາຍຸທີ່ທາງເຂົ້າເຕັນນັດພົບຕໍ່ໜ້າພຣະເຈົ້າຢາເວ. ຢູ່ທີ່ນັ້ນເຮົາຈະມາພົບເຈົ້າ ແລະ ເວົ້າກັບເຈົ້າ;43ຢູ່ທີ່ນັ້ນເຮົາຈະພົບກັບຊາວອິດສະຣາເອນເໝືອນກັນ ແລະ ສະຫງ່າລາສີຂອງເຮົາຈະເຮັດໃຫ້ສະຖານທີ່ນັ້ນເປັນບ່ອນສັກສິດ.44“ດັ່ງນັ້ນ ເຮົາຈະຊຳລະເຕັນນັດພົບ ແລະ ແທ່ນບູຊາສັກສິດ ພ້ອມທັງຈະຊຳລະອາໂຣນ ແລະ ບັນດາລູກຊາຍຂອງລາວເພື່ອເປັນປະໂລຫິດຮັບໃຊ້ເຮົາ.45ແລ້ວເຮົາຈະຢູ່ທ່າມກາງຊາວອິດສະຣາເອນ ແລະ ເປັນພຣະເຈົ້າຂອງພວກເຂົາ.46ພວກເຂົາຈະຮູ້ວ່າເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ຜູ້ທີ່ນຳເອົາພວກເຂົາອອກມາຈາກເອຢິບ ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
Biblica, Inc.