ອົບພະຍົບ26

ຫໍເຕັນ

1“ຈົ່ງ​ເຮັດ​ຫໍເຕັນ​ດ້ວຍ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ສິບ​ຜືນ ເຊິ່ງ​ປັກແສ່ວ​ລວດລາຍ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ, ພ້ອມ​ທັງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າກັ້ງ​ເຫລົ່ານັ້ນ​ໂດຍ​ຊ່າງ​ທີ່​ຊຳນານ.2ຜ້າກັ້ງ​ທຸກ​ຜືນ​ຈະ​ຕ້ອງ​ມີ​ຂະໜາດ​ດຽວ​ກັນ ຄື​ຍາວ 28 ສອກ ແລະ ກວ້າງ 4 ສອກ. 3ຈົ່ງ​ຕໍ່​ຜ້າກັ້ງ​ຫ້າ​ຜືນ​ເຂົ້າ​ກັນ ແລະ ອີກ​ຫ້າ​ຜືນ​ອື່ນ​ກໍ​ໃຫ້​ເຮັດ​ຄື​ກັນ.4ຈົ່ງ​ໃຊ້​ຜ້າ​ສີຟ້າ​ເຮັດ​ຫູ​ຕາມ​ຂອບ​ຜ້າກັ້ງ​ໃນ​ຊຸດ​ດຽວ ແລະ ເຮັດ​ຄື​ກັນ​ນີ້​ກັບ​ຂອບ​ຜ້າກັ້ງ​ໃນ​ຊຸດ​ອື່ນ​ອີກ.5ຈົ່ງ​ເຮັດ​ຫູ​ຫ້າສິບ​ຫູ​ໃສ່​ຜ້າກັ້ງ​ຜືນ​ໜຶ່ງ ແລະ ເຮັດ​ຫ້າສິບ​ຫູ​ໃສ່​ຂອບ​ຂອງ​ຜ້າກັ້ງ​ຊຸດ​ອື່ນ​ອີກ ໂດຍ​ໃຫ້​ແຕ່​ລະ​ຫູ​ຢູ່​ຊື່​ກັນ.6ແລ້ວ​ຈົ່ງ​ເຮັດ​ຂໍເກາະ​ຄຳ​ຫ້າສິບ​ອັນ ແລະ ໃຊ້​ຂໍເກາະ​ຄຳ​ນັ້ນ​ເກາະ​ຫູ​ຜ້າກັ້ງ​ທັງ​ສອງ​ເຂົ້າ​ຫາ​ກັນ​ເພື່ອ​ໃຫ້​ຫໍເຕັນ​ເປັນ​ອັນ​ດຽວ​ກັນ.
7“ຈົ່ງ​ເຮັດ​ຜ້າກັ້ງ​ດ້ວຍ​ຂົນແບ້​ສິບເອັດ​ຜືນ​ສຳລັບ​ເຮັດ​ເປັນ​ເຕັນ​ເພື່ອ​ຄຸມ​ຫໍເຕັນ​ໄວ້.8ຜ້າກັ້ງ​ທັງ​ສິບເອັດ​ຜືນ​ຈະ​ຕ້ອງ​ມີ​ຂະໜາດ​ດຽວ​ກັນ​ຄື ຍາວ 30 ສອກ ແລະ ກວ້າງ 4 ສອກ. 9ຈົ່ງ​ຕໍ່​ຜ້າກັ້ງ​ຫ້າ​ຜືນ​ເຂົ້າ​ກັນ​ເປັນ​ໜຶ່ງ​ຊຸດ ແລະ ຕໍ່​ຜ້າກັ້ງ​ອີກ​ຫົກ​ຜືນ​ເຂົ້າ​ກັນ​ເປັນ​ຊຸດ​ໜຶ່ງ​ອີກ. ໃຫ້​ພັບ​ຜືນ​ທີ​ຫົກ​ທົບ​ເຄິ່ງ​ໄວ້​ດ້ານ​ໜ້າ​ເຕັນ.10ຈົ່ງ​ເຮັດ​ຫູ​ຫ້າສິບ​ຫູ​ຕິດ​ໃສ່​ຂອບ​ຜ້າກັ້ງ​ໃນ​ຊຸດ​ດຽວ ແລະ ເຮັດ​ເໝືອນ​ກັນ​ນີ້​ກັບ​ຂອບ​ຜ້າກັ້ງ​ຊຸດ​ອື່ນ.11ແລ້ວ​ຈົ່ງ​ເຮັດ​ຂໍເກາະ​ທອງສຳລິດ​ຫ້າສິບ​ອັນ ແລ້ວ​ຈົ່ງ​ໃຊ້​ຂໍເກາະ​ທອງສຳລິດ​ນັ້ນ​ເກາະ​ຫູ​ເຕັນ​ໃຫ້​ເຂົ້າ​ເປັນ​ອັນ​ດຽວ​ກັນ.12ສ່ວນ​ຄວາມ​ຍາວ​ທີ່​ເຫລືອ​ຂອງ​ຜ້າກັ້ງ​ຂອງ​ເຕັນ​ນັ້ນ, ໃຫ້​ເອົາ​ເຄິ່ງ​ໜຶ່ງ​ຂອງ​ຜ້າກັ້ງ​ທີ່​ເຫລືອ​ຫ້ອຍ​ໄວ້​ທາງ​ດ້ານຫລັງ​ຂອງ​ຫໍເຕັນ.13ຜ້າກັ້ງ​ຂອງ​ເຕັນ​ນີ້​ຈະ​ມີ​ຄວາມ​ຍາວ​ລື່ນ​ອອກ​ມາ​ຂ້າງ​ລະ 1 ສອກ ​ທັງ​ສອງ​ຂ້າງ; ສ່ວນ​ທີ່​ເຫລືອ​ຈະ​ຫ້ອຍ​ໄວ້​ທີ່​ດ້ານ​ຂ້າງ​ຂອງ​ຫໍເຕັນ​ເພື່ອ​ປົກຄຸມ​ຫໍເຕັນ​ໄວ້.14ຈົ່ງ​ເຮັດ​ຜ້າ​ຄຸມ​ເຕັນ​ດ້ວຍ​ໜັງ​ແກະ​ເຖິກ​ຍ້ອມ​ສີແດງ ແລະ ໃຫ້​ໃຊ້​ໜັງ​ຂອງ​ສັດ​ປະເພດ​ທົນທານ ​ຄຸມ​ໄວ້​ອີກ​ຊັ້ນ​ໜຶ່ງ.
15“ຈົ່ງ​ຕັ້ງ​ຝາ​ຫໍເຕັນ​ທີ່​ເຮັດ​ດ້ວຍ​ໄມ້ກະຖິນ.16ໄມ້​ຝາ​ແຕ່​ລະ​ແຜ່ນ​ແມ່ນ​ຍາວ 10 ສອກ ແລະ ກວ້າງ 1,5 ສອກ. 17ໄມ້​ຝາ​ແຕ່​ລະ​ແຜ່ນ​ມີ​ຄານ​ສອງ​ຊຸດ​ຂະໜານ​ກັນ​ສຳລັບ​ແນບ​ເຂົ້າ​ກັນ. ຈົ່ງ​ເຮັດ​ຝາ​ຂອງ​ຫໍເຕັນ​ທັງໝົດ​ແບບ​ນີ້.18ຈົ່ງ​ເຮັດ​ໄມ້​ຝາ​ຊາວ​ແຜ່ນ​ສຳລັບ​ດ້ານ​ໃຕ້​ຂອງ​ຫໍເຕັນ19ແລະ ເຮັດ​ຖານ​ຂອງ​ໄມ້​ຝາ​ແຕ່​ລະ​ແຜ່ນ​ດ້ວຍ​ເງິນ ຄື​ແຜ່ນ​ລະ​ສອງ​ຖານ ລວມ​ກັນ​ເປັນ​ສີ່ສິບ​ຖານ, ແຕ່​ລະ​ຖານ​ຮອງຮັບ​ຄານ​ແຕ່​ລະ​ອັນ.20ສຳລັບ​ດ້ານ​ອື່ນ​ອີກ​ນັ້ນ ຄື​ດ້ານ​ເໜືອ​ຂອງ​ຫໍເຕັນ, ໃຫ້​ຕັ້ງ​ໄມ້​ຝາ​ໄວ້​ຊາວ​ແຜ່ນ21ແລະ ເຮັດ​ຖານ​ເງິນ​ຮອງຮັບ​ໄມ້​ຝາ ຄື​ແຜ່ນ​ລະ​ສອງ​ຖານ ລວມ​ກັນ​ເປັນ​ສີ່ສິບ​ຖານ.22ຈົ່ງ​ເຮັດ​ໄມ້​ຝາ​ຫົກ​ແຜ່ນ​ສຳລັບ​ດ້ານ​ທິດຕາເວັນຕົກ​ທີ່​ເປັນ​ສ່ວນ​ຫລັງ​ຂອງ​ຫໍເຕັນ.23ແລະ ເຮັດ​ໄມ້​ຝາ​ອີກ​ສອງ​ແຜ່ນ​ສຳລັບ​ມຸມ​ທັງ​ສອງ​ຂ້າງ​ຂອງ​ສ່ວນ​ຫລັງ.24ໄມ້​ຝາ​ຢູ່​ມຸມ​ທັງ​ສອງ​ດ້ານ​ຕ້ອງ​ແນບ​ເຂົ້າ​ກັນ​ໃຫ້​ແໜ້ນ ຕັ້ງ​ແຕ່​ລຸ່ມ​ຫາ​ເທິງ ແລະ ດ້ານ​ເທິງ​ສຸດ​ແມ່ນ​ຢຶດ​ເຂົ້າ​ກັນ​ດ້ວຍ​ບ້ວງ​ໜຶ່ງ​ອັນ; ໄມ້​ຝາ​ຢູ່​ມຸມ​ທັງ​ສອງ​ດ້ານ​ຈະ​ຕ້ອງ​ເຮັດ​ຢ່າງ​ນີ້.25ດັ່ງນັ້ນ ດ້ານ​ຫລັງ​ຂອງ​ຫໍເຕັນ​ຈຶ່ງ​ມີ​ໄມ້​ຝາ​ແປດ​ແຜ່ນ ແລະ ແຕ່​ລະ​ແຜ່ນ​ມີ​ຖານ​ເງິນ​ສອງ​ອັນ​ຮອງຮັບ ລວມ​ກັນ​ແມ່ນ​ສິບຫົກ​ຖານ.
26“ຈົ່ງ​ເຮັດ​ຄານ​ດ້ວຍ​ໄມ້ກະຖິນ​ເໝືອນ​ກັນ​ຄື: ພາດ​ຂວາງ​ຝາ​ຫໍເຕັນ​ດ້ານ​ທິດ​ເໜືອ​ຫ້າ​ອັນ,27ດ້ານ​ທິດ​ໃຕ້​ຫ້າ​ອັນ ແລະ ອີກ​ຫ້າ​ອັນ​ສຳລັບ​ດ້ານ​ທິດ​ຕາເວັນ​ຕົກ, ເຊິ່ງ​ເປັນ​ສ່ວນ​ຫລັງ​ຂອງ​ຫໍເຕັນ.28ໄມ້​ຄານ​ໂຕ​ກາງ​ທີ່​ພາດ​ຂວາງ​ຢູ່​ກາງ​ຝາ​ໄປ​ເປັນ​ແຖວ.29ຈົ່ງ​ຫຸ້ມ​ໄມ້​ຝາ​ທຸກ​ແຜ່ນ​ດ້ວຍ​ຄຳ ແລະ ເຮັດ​ບ້ວງ​ຄຳ​ເພື່ອ​ຈັບ​ໄມ້​ຄານ​ພາດ​ຂວາງ​ເຫລົ່ານັ້ນ​ໄວ້. ຈົ່ງ​ຫຸ້ມ​ໄມ້​ຄານ​ເຫລົ່ານັ້ນ​ດ້ວຍ​ຄຳ​ເໝືອນ​ກັນ.
30“ຈົ່ງ​ຕັ້ງ​ຫໍເຕັນ​ຂຶ້ນ​ຕາມ​ແບບ​ທີ່​ເຮົາ​ໄດ້​ແຈ້ງ​ແກ່​ເຈົ້າ​ທີ່​ເທິງ​ພູເຂົາ​ນັ້ນ.
31“ຈົ່ງ​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ, ໃຫ້​ຊ່າງ​ຜູ້ຊຳນານ​ປັກ​ແສ່ວ​ລວດລາຍ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ​ເປັນ​ຮູບ​ເຄຣຸບ​ໄວ້​ເທິງ​ຜ້າກັ້ງ​ນັ້ນ.32ຈົ່ງ​ຫ້ອຍ​ຜ້າກັ້ງ​ນັ້ນ​ດ້ວຍ​ຂໍເກາະ​ຄຳ​ເທິງ​ເສົາ​ໄມ້ກະຖິນ​ສີ່​ຕົ້ນ​ທີ່​ຫຸ້ມ​ດ້ວຍ​ຄຳ ແລະ ເສົາ​ເຫລົ່າ​ນັ້ນ​ຕັ້ງ​ຢູ່​ເທິງ​ຖານ​ຮອງຮັບ​ທີ່​ເຮັດ​ດ້ວຍ​ເງິນ​ສີ່​ຖານ.33ຈົ່ງ​ຫ້ອຍ​ຜ້າກັ້ງ​ດ້ວຍ​ຂໍເກາະ ແລະ ຕັ້ງ​ຫີບ​ພັນທະສັນຍາ​ໄວ້​ດ້ານ​ຫລັງ​ຂອງ​ຜ້າກັ້ງ. ຜ້າກັ້ງ​ນີ້​ຈະ​ຂັ້ນ​ລະຫວ່າງ​ບ່ອນ​ສັກສິດ​ກັບ​ບ່ອນ​ສັກສິດ​ທີ່ສຸດ.34ຈົ່ງ​ຕັ້ງ​ຝາຫີບ​ໄວ້​ເທິງ​ຫີບ​ພັນທະສັນຍາ​ໃນ​ບ່ອນ​ສັກສິດ​ທີ່ສຸດ.35ຈົ່ງ​ວາງ​ໂຕະ​ໄວ້​ຢູ່​ນອກ​ຜ້າກັ້ງ​ທີ່​ຢູ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ ແລະ ວາງ​ຫລັກຕະກຽງ​ໄວ້​ກົງກັນ​ຂ້າມ​ກັບ​ໂຕະ​ທີ່​ຢູ່​ທາງ​ດ້ານ​ໃຕ້​ຂອງ​ຫໍເຕັນ.
36“ສຳລັບ​ທາງເຂົ້າ​ເຕັນ​ນັ້ນ ຈົ່ງ​ເຮັດ​ຜ້າກັ້ງ​ກັ້ນ​ອີກ​ຜືນ​ໜຶ່ງ​ດ້ວຍ​ຜ້າລິນິນ​ເນື້ອລະອຽດດີ ປັກແສ່ວ​ດ້ວຍ​ໄໝ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ເປັນ​ງານ​ສີມື​ຂອງ​ຊ່າງ​ປັກແສ່ວ.37ຈົ່ງ​ເຮັດ​ຂໍເກາະ​ຄຳ​ສຳລັບ​ແຂວນ​ຜ້າກັ້ງ​ຜືນ​ນີ້ ແລະ ເຮັດ​ເສົາ​ດ້ວຍ​ໄມ້ກະຖິນ​ຫ້າ​ຕົ້ນ ຫຸ້ມ​ດ້ວຍ​ຄຳ. ແລະ ຈົ່ງ​ຫລໍ່​ຖານ​ຮອງຮັບ​ດ້ວຍ​ທອງສຳລິດ​ຫ້າ​ຖານ​ສຳລັບ​ເສົາ​ເຫລົ່ານັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2