ອົບພະຍົບ25
ເຄື່ອງຖວາຍສຳລັບຫໍເຕັນ
1ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,2“ຈົ່ງບອກຊາວອິດສະຣາເອນໃຫ້ນຳເອົາເຄື່ອງຖວາຍມາໃຫ້ເຮົາ. ເຈົ້າຈົ່ງຮັບເອົາເຄື່ອງຖວາຍມາໃຫ້ເຮົາຈາກທຸກຄົນທີ່ມີຄວາມສະໝັກໃຈທີ່ຈະຖວາຍ.3“ຕໍ່ໄປນີ້ແມ່ນຂອງຖວາຍທີ່ເຈົ້າຈະຮັບຈາກພວກເຂົາມີຄື:“ຄຳ, ເງິນ, ແລະ ທອງສຳລິດ;4ດ້າຍສີຟ້າ, ສີມ່ວງ, ສີແດງ ແລະ ຜ້າຝ້າຍລິນິນເນື້ອລະອຽດ, ຂົນແບ້,5ໜັງແກະເຖິກຍ້ອມສີແດງ, ປະເພດໜັງສັດທີ່ທົນທານ, ໄມ້ກະຖິນ,6ນ້ຳມັນໝາກກອກສຳລັບແສງສະຫວ່າງ, ເຄື່ອງເທດສຳລັບປຸງນ້ຳມັນເຈີມ ແລະ ສຳລັບເຄື່ອງຫອມ,7ແລະ ຫີນໂກເມນກັບອັນຍະມະນີອື່ນໆສຳລັບຕົບແຕ່ງເສື້ອເອໂຟດ ແລະ ແຜ່ນປົກເອິກ.8“ແລ້ວໃຫ້ຊາວອິດສະຣາເອນສ້າງສະຖານນະມັດສະການສຳລັບເຮົາ ແລະ ເຮົາຈະຢູ່ທ່າມກາງພວກເຂົາ.9ຈົ່ງສ້າງຫໍເຕັນນີ້ ແລະ ເຮັດອຸປະກອນຕົບແຕ່ງທັງໝົດຕາມຮູບແບບທີ່ເຮົາຈະສະແດງແກ່ພວກເຈົ້າ”.
ຫີບພັນທະສັນຍາ
10“ຈົ່ງໃຫ້ພວກເຂົາເຮັດຫີບດ້ວຍໄມ້ກະຖິນຍາວສອງສອກ, ກວ້າງໜຶ່ງສອກເຄິ່ງ ແລະ ສູງໜຶ່ງສອກເຄິ່ງ. 11ຫຸ້ມດ້ວຍຄຳບໍລິສຸດ ທັງຂ້າງໃນ ແລະ ຂ້າງນອກ, ໃຊ້ຄຳເຮັດຂອບອ້ອມຫີບນັ້ນ.12ຈົ່ງຫລໍ່ບ້ວງຄຳສີ່ບ້ວງສຳລັບຫີບ ແລ້ວມັດຕິດບ້ວງເຫລົ່ານັ້ນໄວ້ທີ່ຕີນທັງສີ່ຂອງຫີບ ໂດຍສອງບ້ວງຢູ່ຂ້າງໜຶ່ງ ແລະ ສອງບ້ວງຢູ່ອີກຂ້າງໜຶ່ງ.13ຫລັງຈາກນັ້ນ ຈົ່ງເຮັດຄານຫາມສອງອັນດ້ວຍໄມ້ກະຖິນແລ້ວໂອບດ້ວຍຄຳ.14ຈົ່ງສອດຄານຫາມໃສ່ບ້ວງທັງສອງຂ້າງຂອງຫີບໄວ້ສຳລັບຫາມ.15ໃຫ້ສອດຄານຫາມຄາໄວ້ໃນບ້ວງຂອງຫີບນີ້ຕະຫລອດ; ຢ່າໄດ້ຍ້າຍຄານຫາມອອກໄປ.16ແລ້ວເອົາແຜ່ນຫີນທີ່ຈາລຶກພັນທະສັນຍາ ເຊິ່ງເຮົາຈະໃຫ້ແກ່ພວກເຈົ້າໃສ່ໄວ້ໃນຫີບນັ້ນ.17“ຈົ່ງເຮັດຝາຫີບພັນທະສັນຍາດ້ວຍຄຳບໍລິສຸດຍາວສອງສອກເຄິ່ງ, ກວ້າງໜຶ່ງສອກເຄິ່ງ. 18ແລະ ຈົ່ງຕີຄຳເປັນຮູບເຄຣຸບສອງໂຕທີ່ປາຍທັງສອງສົ້ນຂອງຝາຫີບ.19ຈົ່ງເຮັດເຄຣຸບໂຕທີໜຶ່ງໃສ່ສົ້ນໜຶ່ງ ແລະ ເຮັດເຄຣຸບໂຕທີສອງໃສ່ອີກສົ້ນໜຶ່ງ; ຈົ່ງເຮັດເຄຣຸບທັງສອງນີ້ຕິດໃສ່ປາຍທັງສອງສົ້ນໃຫ້ເຂົ້າເປັນເນື້ອດຽວກັນກັບຝາຫີບ.20ເຄຣຸບຈະຕ້ອງກາງປີກຂອງຕົນຂຶ້ນເໜືອຝາຫີບ. ເຄຣຸບຕ້ອງປິ່ນໜ້າເຂົ້າຫາກັນ, ເບິ່ງໄປທີ່ຝາຫີບ.21ຈົ່ງວາງຝາຫີບນີ້ໃສ່ເທິງຫີບ ແລະ ເອົາແຜ່ນຫີນທີ່ຈາລຶກພັນທະສັນຍາທີ່ເຮົາຈະມອບໃຫ້ພວກເຈົ້າໃສ່ໄວ້ໃນຫີບນັ້ນ.22ຢູ່ທີ່ນັ້ນ, ຢູ່ເໜືອຝາຫີບລະຫວ່າງເຄຣຸບທັງສອງທີ່ຢູ່ເໜືອຫີບພັນທະສັນຍານັ້ນ, ເຮົາຈະມາພົບເຈົ້າ ແລະ ຈະມອບຄຳສັ່ງທັງໝົດຂອງເຮົາສຳລັບຊາວອິດສະຣາເອນໃຫ້ແກ່ເຈົ້າ.ໂຕະ
23“ຈົ່ງເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນຍາວສອງສອກ, ກວ້າງໜຶ່ງສອກ ແລະ ສູງໜຶ່ງສອກເຄິ່ງ. 24ຈົ່ງໂອບໂຕະນັ້ນດ້ວຍຄຳບໍລິສຸດ ແລະ ຈົ່ງໃຊ້ຄຳເຮັດຮູບແກະສະຫລັກແນບອ້ອມໂຕະ.25ຈົ່ງເຮັດຂອບອ້ອມໂຕະນັ້ນກວ້າງໜຶ່ງຝາມື ແລະ ເອົາຄຳທີ່ແກະສະຫລັກມາໂອບຂອບໂຕະເໝືອນກັນ.26ຈົ່ງເຮັດບ້ວງຄຳສີ່ບ້ວງສຳລັບໂຕະ ແລະ ຕິດບ້ວງຄຳນັ້ນໃສ່ມູມທັງສີ່ທີ່ຂາໂຕະທັງສີ່ຢູ່.27ບ້ວງເຫລົ່ານັ້ນຈະຕ້ອງຢູ່ໃກ້ກັບຂອບໂຕະສຳລັບສອດຄານຫາມໃສ່ເພື່ອໃຊ້ຫາມໂຕະ.28ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນ, ໂອບຄານຫາມດ້ວຍຄຳ ແລ້ວຫາມໂຕະດ້ວຍຄານຫາມເຫລົ່ານັ້ນ.29ແລະ ຈົ່ງເຮັດຈານ ແລະ ຖ້ວຍດ້ວຍຄຳບໍລິສຸດ, ເຊັ່ນດຽວກັນກັບໂຖ ແລະ ຊາມສຳລັບໃຊ້ຖອກເຄື່ອງດື່ມບູຊາ.30ຈົ່ງວາງເຂົ້າຈີ່ແຫ່ງການມາປາກົດໃສ່ເທິງໂຕະນີ້ຕໍ່ໜ້າເຮົາຕະຫລອດເວລາ.ຫລັກຕະກຽງ
31“ຈົ່ງເຮັດຫລັກຕະກຽງອັນໜຶ່ງດ້ວຍຄຳບໍລິສຸດ. ຕີຖານ ແລະ ກ້ານຂອງຫລັກຕະກຽງ, ແລ້ວເຮັດຖ້ວຍຮອງຕະກຽງລັກສະນະຄືກັບດອກໄມ້, ທັງດອກຈູມ ແລະ ດອກບານໃຫ້ເປັນເນື້ອດຽວກັນກັບຖານ ແລະ ກ້ານຂອງຫລັກຕະກຽງ.32ມີຫົກງ່າທີ່ແຍກອອກຂ້າງຂອງຫລັກຕະກຽງ ມີສາມງ່າຢູ່ຂ້າງໜຶ່ງ ແລະ ອີກສາມງ່າຢູ່ຂ້າງໜຶ່ງ.33ສາມຖ້ວຍນັ້ນມີຮູບຮ່າງຄືກັບດອກອັນມອນທີ່ມີທັງດອກຈູມ ແລະ ດອກບານໃນງ່າດຽວກັນ, ແຕ່ລະງ່າມີສາມດອກ ແລະ ເໝືອນກັນໝົດທັງຫົກງ່າທີ່ຍື່ນອອກມາຈາກຫລັກຕະກຽງ.34ແລະ ຢູ່ເທິງຫລັກຕະກຽງໃຫ້ເຮັດຮູບຈອກສີ່ອັນທີ່ມີຮູບລັກສະນະຄືກັບດອກອັນມອນ ມີທັງດອກຈູມ ແລະ ດອກບານ.35ດອກຈູມດອກທີໜຶ່ງຢູ່ລຸ່ມຂອງງ່າຄູ່ທຳອິດທີ່ຍື່ນອອກມາຈາກຫລັກຕະກຽງ, ດອກຈູມດອກທີສອງຢູ່ລຸ່ມຂອງງ່າຄູ່ທີສອງ ແລະ ດອກຈູມດອກທີສາມຢູ່ລຸ່ມຂອງງ່າຄູ່ທີສາມ ທັງຫົກງ່ານີ້ແມ່ນຢູ່ໃນຫລັກຕະກຽງ.36ດອກຈູມ ແລະ ງ່າທັງໝົດເປັນເນື້ອດຽວກັນກັບຫລັກຕະກຽງ ເຊິ່ງຕີດ້ວຍຄຳບໍລິສຸດ.37“ແລ້ວຈົ່ງເຮັດຕະກຽງເຈັດໜ່ວຍ ແລະ ວາງໄວ້ເທິງຫລັກຕະກຽງເພື່ອວ່າຕະກຽງເຫລົ່ານັ້ນຈະສະຫວ່າງຢູ່ຕໍ່ໜ້າຫລັກຕະກຽງ.38ຈົ່ງເຮັດມີດຕັດຕັດໄສ້ຕະກຽງ ແລະ ຖາດຮອງດ້ວຍຄຳບໍລິສຸດ.39ຈົ່ງເຮັດຫລັກຕະກຽງ ແລະ ເຄື່ອງປະກອບທັງໝົດດ້ວຍຄຳບໍລິສຸດ 1 ຕາລັນຕົນ. 40ເຈົ້າຈົ່ງເຮັດສິ່ງເຫລົ່ານີ້ຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າຢູ່ເທິງພູເຂົານັ້ນ.Biblica, Inc.