ອົບພະຍົບ27
ແທ່ນບູຊາສຳລັບເຜົາເຄື່ອງຖວາຍ
1“ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະຖິນ, ເປັນຮູບສີ່ຫລ່ຽມສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ. 2ຈົ່ງເຮັດເຂົາໃສ່ແຈທັງສີ່ຂອງແທ່ນ, ເພື່ອໃຫ້ເຂົາ ແລະ ແທ່ນເປັນເນື້ອດຽວກັນ, ແລ້ວຈົ່ງໂອບແທ່ນນັ້ນດ້ວຍທອງສຳລິດ.3ຈົ່ງເຮັດເຄື່ອງໃຊ້ທຸກຢ່າງຂອງແທ່ນບູຊາດ້ວຍທອງສຳລິດຄື ໝໍ້ສຳລັບຍ້າຍຂີ້ເຖົ່າອອກ, ຊ້ວນ, ຊາມສຳລັບຊິດເລືອດ, ສ້ອມສຳລັບສຽບຊີ້ນ ແລະ ຖາດຮອງໄຟ.4ຈົ່ງເຮັດຕາໜ່າງສຳລັບແທ່ນບູຊາ, ເຮັດຕາຂ່າຍທອງສຳລິດ ແລະ ເຮັດບ້ວງໂລຫະຕິດໄວ້ແຈທັງສີ່ຂອງຕາຂ່າຍນັ້ນ.5ຈົ່ງວາງຕາຂ່າຍນີ້ໃຫ້ຢູ່ລຸ່ມຂອບຂອງແທ່ນບູຊາ ເພື່ອວ່າຕາຂ່າຍຈະຢູ່ລະດັບກາງແທ່ນບູຊາ.6ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນສຳລັບແທ່ນບູຊາ ແລະ ໂອບຄານນັ້ນດ້ວຍທອງສຳລິດ.7ໃຫ້ສອດຄານຫາມໃສ່ໃນບ້ວງ ເພື່ອຄານຫາມຈະຢູ່ທັງສອງຂ້າງຂອງແທ່ນບູຊາເມື່ອຫາມແທ່ນນັ້ນ.8ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະດານ ເຮັດໃຫ້ໂຄ່ງທາງໃນ. ແທ່ນບູຊານີ້ແມ່ນເຮັດຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າຢູ່ເທິງພູເຂົານັ້ນ.ເດີ່ນຂອງຫໍເຕັນ
9“ຈົ່ງເຮັດເດີ່ນສຳລັບຫໍເຕັນ. ດ້ານໃຕ້ຈະຕ້ອງຍາວ 100 ສອກ ແລະ ໃຫ້ໃສ່ຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ,10ພ້ອມກັບເຮັດເສົາຊາວຕົ້ນ ແລະ ຖານຮອງຮັບທີ່ເຮັດດ້ວຍທອງສຳລິດຊາວຖານ ແລະ ຂໍເກາະເງິນພ້ອມທັງຮາວຜ້າກັ້ງມັດໃສ່ເສົາເຫລົ່ານັ້ນ.11ທາງດ້ານທິດເໜືອກໍເໝືອນກັນໃຫ້ມີຜ້າກັ້ງຍາວ 100 ສອກ, ພ້ອມກັບມີເສົາຊາວຕົ້ນ ແລະ ຖານຮອງຮັບທີ່ເຮັດດ້ວຍທອງສຳລິດຊາວຖານ ແລະ ໃຫ້ມີຂໍເກາະເງິນພ້ອມທັງຮາວຜ້າກັ້ງມັດໃສ່ເສົາເຫລົ່ານັ້ນ.12“ທາງດ້ານທິດຕາເວັນຕົກສຸດຂອງເດີ່ນຈະຕ້ອງກວ້າງ 50 ສອກ ແລະ ມີຜ້າກັ້ງ, ພ້ອມກັບເສົາສິບຕົ້ນ ແລະ ມີຖານຮອງຮັບສິບຖານ.13ທາງດ້ານທິດຕາເວັນອອກສຸດ, ໄປຫາທາງຕາເວັນຂຶ້ນ, ເດີ່ນຈະຕ້ອງກວ້າງ 50 ສອກເໝືອນກັນ.14ມີຜ້າກັ້ງຍາວ 15 ສອກ ຢູ່ດ້ານໜຶ່ງຂອງທາງເຂົ້າ ພ້ອມກັບເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ,15ແລະ ອີກມີຜ້າກັ້ງຍາວ 15 ສອກຢູ່ອີກດ້ານອື່ນ ພ້ອມກັບເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ.16“ສຳລັບທາງເຂົ້າໄປຫາເດີ່ນຫໍເຕັນນັ້ນ, ຈະຕ້ອງຈັດຫາຜ້າກັ້ງຍາວ 20 ສອກ ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ໄດ້ປັກແສ່ວດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມໂດຍສີມືຂອງນັກປັກແສ່ວ ພ້ອມກັບເສົາສີ່ຕົ້ນ ແລະ ຖານຮອງຮັບສີ່ຖານ.17ເສົາທຸກຕົ້ນທີ່ອ້ອມເດີ່ນຫໍເຕັນຈະຕ້ອງມີຂໍເກາະ ແລະ ຮາວຜ້າກັ້ງທີ່ເຮັດດ້ວຍເງິນ ແລະ ມີຖານຮອງຮັບທີ່ເຮັດດ້ວຍທອງສຳລິດ.18ເດີ່ນຈະຕ້ອງມີຄວາມຍາວ 100 ສອກ ແລະ ຄວາມກວ້າງ 50 ສອກ , ພ້ອມກັບຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ໄດ້ປັກແສ່ວຢ່າງມີລວດລາຍ ເຊິ່ງມີລວງສູງ 5 ສອກ ແລະ ພ້ອມກັບຖານຮອງຮັບທີ່ເຮັດດ້ວຍທອງສຳລິດ.19ບັນດາເຄື່ອງໃຊ້ອື່ນໆທັງໝົດທີ່ໃຊ້ໃນການບົວລະບັດຫໍເຕັນນັ້ນ, ບໍ່ວ່າເຄື່ອງໃຊ້ນັ້ນນຳໃຊ້ເຂົ້າໃນໜ້າທີ່ໃດກໍຕາມ, ລວມທັງຫລັກປັກເຕັນທັງໝົດສຳລັບຫໍເຕັນນັ້ນ ແລະ ເຄື່ອງໃຊ້ສຳລັບເດີ່ນກໍຈະຕ້ອງເຮັດດ້ວຍທອງສຳລິດ.ນ້ຳມັນສຳລັບຫລັກຕະກຽງ
20“ຈົ່ງສັ່ງຊາວອິດສະຣາເອນໃຫ້ນຳເອົານ້ຳມັນໃສທີ່ບີບຈາກໝາກກອກມາໃຫ້ເຈົ້າສຳລັບໃຊ້ໄຕ້ຕະກຽງ ເພື່ອວ່າຕະກຽງຈະໄດ້ລຸກຢູ່ຕະຫລອດເວລາ.21ໃນເຕັນນັດພົບນັ້ນ, ຢູ່ນອກຜ້າກັ້ງທີ່ບັງຫີບພັນທະສັນຍາ, ອາໂຣນກັບບັນດາລູກຊາຍຂອງເພິ່ນຈະຕ້ອງຮັກສາຕະກຽງໃຫ້ໄຟລຸກຢູ່ຕະຫລອດຕໍ່ໜ້າພຣະເຈົ້າຢາເວ ຕັ້ງແຕ່ຕອນແລງຈົນຮອດຕອນເຊົ້າ. ນີ້ແມ່ນຂໍ້ປະຕິບັດຖາວອນໃນທ່າມກາງຊາວອິດສະຣາເອນສຶບໄປທຸກຊົ່ວອາຍຸ.Biblica, Inc.